bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 4
Numbers 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 5 →
1
ພຣະເຈົ້າຢາເວໄດ້ບອກໂມເຊ ແລະອາໂຣນດັ່ງນີ້:
2
“ໃຫ້ຈົດຈຳນວນພົນຊາວເລວີຢູ່ໃນຕະກຸນໂກຮາດ ຕາມຕະກຸນຍ່ອຍແລະຕາມຄອບຄົວ.
3
ເພິ່ນໄດ້ຈົດຊື່ຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 30 ປີຫາ 50 ປີ ຄື: ພວກທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
4
ໜ້າທີ່ຮັບຜິດຊອບຂອງພວກໂກຮາດແມ່ນພົວພັນກັບສິ່ງສັກສິດທີ່ສຸດໃນຫໍເຕັນບ່ອນຊຸມນຸມ.
5
ເວລາຊາວອິດສະຣາເອນຍົກຍ້າຍຄ້າຍພັກ ໃຫ້ອາໂຣນແລະລູກຊາຍຂອງລາວເຂົ້າໄປໃນຫໍເຕັນ ແລະປົດເອົາຜ້າກັ້ງຊຶ່ງໃຊ້ບັງຫີບພັນທະສັນຍານັ້ນປົກຫີບໄວ້.
6
ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
7
ຕ້ອງປູຜ້າສີຟ້າລົງເທິງໂຕະກ່ອນ ຊຶ່ງມີເຂົ້າຈີ່ຖວາຍວາງໄວ້ທີ່ນັ້ນ ແລ້ວຈຶ່ງເອົາຊາມ, ຈານເຄື່ອງຫອມ, ຈານໃສ່ເຄື່ອງຖວາຍ ແລະຈອກໃສ່ເຫຼົ້າອະງຸ່ນສຳລັບຖວາຍ ວາງໃສ່ເທິງໂຕະ. ສ່ວນເຂົ້າຈີ່ນັ້ນ ຈະຕ້ອງມີຢູ່ເທິງໂຕະສະເໝີ.
8
ພວກເຂົາຈະຕ້ອງໃຊ້ຜ້າສີແດງເຂັ້ມປົກສິ່ງຂອງທັງໝົດເຫຼົ່ານີ້ກ່ອນ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
9
ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະຖັງໃສ່ນໍ້າມັນໄຕ້ຕະກຽງ.
10
ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
11
ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄຳ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
12
ສ່ວນເຄື່ອງໃຊ້ທັງໝົດໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ແລະເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ.
13
ໃຫ້ພວກເຂົາເອົາຂີ້ເຖົ່າຂອງໄຂມັນອອກຈາກແທ່ນບູຊາ ແລະເອົາຜ້າສີມ່ວງປົກແທ່ນນັ້ນໄວ້.
14
ແລ້ວໃຫ້ເອົາເຄື່ອງໃຊ້ປະຈຳແທ່ນບູຊາເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະອ່າງວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະສອດໄມ້ຄານຫາມໃສ່.
15
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.
16
ສ່ວນເອເລອາຊາລູກຊາຍຂອງປະໂຣຫິດອາໂຣນນັ້ນ ໃຫ້ລາວຮັບຜິດຊອບຫໍເຕັນສັກສິດທັງໝົດພ້ອມດ້ວຍນໍ້າມັນສຳລັບໄຕ້ຕະກຽງ, ເຄື່ອງຫອມ, ພືດຜົນເປັນເມັດເພື່ອຖວາຍບູຊາ, ນໍ້າມັນເຈີມບໍຣິສຸດ ແລະສິ່ງອື່ນອີກທີ່ຢູ່ໃນນັ້ນ.”
17
ພຣະເຈົ້າຢາເວໄດ້ບອກໂມເຊກັບອາໂຣນວ່າ,
18
“ຢ່າປ່ອຍໃຫ້ຕະກຸນໂກຮາດຕ້ອງຖືກຂ້າ
19
ໂດຍເຂົ້າມາໃກ້ສິ່ງຂອງບໍຣິສຸດທີ່ສຸດເຫຼົ່ານີ້. ເພື່ອປ້ອງກັນບໍ່ໃຫ້ເຫດເກີດຂຶ້ນໄດ້ ໃຫ້ອາໂຣນແລະພວກລູກຊາຍຂອງລາວເຂົ້າໄປກຳກັບບອກພວກເຂົາວ່າ ສິ່ງໃດຄວນເຮັດແລະສິ່ງໃດຄວນຫ້າມ.
20
ແຕ່ຖ້າຄົນໃນຕະກຸນໂກຮາດຫາກເຂົ້າໄປໃນຫໍເຕັນ ເບິ່ງປະໂຣຫິດປົກຄຸມຫຸ້ມຫໍ່ສິ່ງຂອງສັກສິດເພື່ອຍົກຍ້າຍ ພວກເຂົາຈະຕ້ອງຕາຍ.”
21
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
22
“ໃຫ້ຈົດຈຳນວນພົນຊາວເລວີໃນຕະກຸນເກໂຊນ ຕາມຕະກຸນຍ່ອຍແລະຕາມຄອບຄົວ
23
ແລະໃຫ້ລົງທະບຽນຜູ້ຊາຍທັງໝົດຜູ້ທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
24
ຄົນເຫຼົ່ານີ້ຈະເປັນຜູ້ຮັບຜິດຊອບແບກຫາມສິ່ງຂອງດັ່ງຕໍ່ໄປນີ້:
25
ຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ, ຜ້າປົກຄຸມຊັ້ນໃນ, ຜ້າປົກຄຸມຊັ້ນນອກ, ໜັງຢ່າງດີເພື່ອໃຊ້ປົກຍອດຫໍເຕັນ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ,
26
ຜ້າກັ້ງອື່ນໆກັບເຊືອກສຳລັບອ້ອມເດີ່ນຂອງຫໍເຕັນແລະແທ່ນບູຊາ, ຜ້າກັ້ງທາງປະຕູເຂົ້າເດີ່ນ ແລະເຄື່ອງໃຊ້ເປັນປະຈຳຢູ່ໃນຫໍເຕັນ. ພວກເຂົາຈະຕ້ອງເຮັດໜ້າທີ່ທຸກຢ່າງກ່ຽວກັບສິ່ງທີ່ໄດ້ເວົ້າມານັ້ນ.
27
ໃຫ້ຊາວເກໂຊນໄດ້ປະຕິບັດໜ້າທີ່ທັງໝົດ ແລະແບກຫາມທຸກໆສິ່ງຕາມການຊີ້ນຳຂອງອາໂຣນເອງແລະພວກລູກຊາຍຂອງເພິ່ນ ທີ່ໄດ້ມອບໝາຍໃຫ້ພວກເຂົານັ້ນ.
28
ໃຫ້ຄົນໃນຕະກຸນເກໂຊນຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
29
ໃຫ້ຈົດຈຳນວນພົນຕະກຸນຊາວເລວີ ຕາມຕະກຸນຍ່ອຍແລະຕາມຄອບຄົວ.
30
ໃນຕະກຸນເມຣາຣີ ເພິ່ນໄດ້ຈົດຊື່ຜູ້ຊາຍທັງໝົດທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
31
ພວກເຂົາຈະຕ້ອງຮັບຜິດຊອບແບກຫາມໂຄງຮ່າງຫໍເຕັນບ່ອນຊຸມນຸມມີ: ໄມ້ຄານກາງຂອງຫໍເຕັນສັກສິດ, ເສົາ, ຕີນຮອງ,
32
ແລະຫລັກຂອງເຕັນ, ຕີນຮອງຫລັກ, ຫລັກສຽບ, ຕະຫລອດທັງເຊືອກສຳລັບອ້ອມເດີ່ນ ແລະເຄື່ອງປະກອບໃນການຕິດຕັ້ງທັງໝົດດ້ວຍ. ແຕ່ລະຄົນຈະຮັບຜິດຊອບ ແບກຫາມສິ່ງຂອງແຕ່ລະຢ່າງໂດຍສະເພາະ.
33
ໃຫ້ຄົນໃນຕະກຸນເມຣາຣີຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນທັງໝົດທີ່ພົວພັນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.”
34
ໂດຍປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊແລະອາໂຣນພ້ອມດ້ວຍບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ໄດ້ຈົດຈຳນວນພົນຊາວເລວີໃນສາມຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະເມຣາຣີ. ການຈົດຈຳນວນພົນນີ້ໄດ້ນັບເອົາຕາມຕະກຸນຍ່ອຍແລະຕາມຄອບຄົວ ໂດຍຈົດຊື່ຄົນອາຍຸຕັ້ງແຕ່30 ປີ ຫາ 50 ປີ ຄື: ຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ:
35
ຕະກຸນ ຈຳນວນ ໂກຮາດ 2.750 ຄົນ ເກໂຊນ 2.630 ຄົນ ເມຣາຣີ 3.200 ຄົນ ລວມ: 8.580 ຄົນ
36
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານໂມເຊ. ຄົນເລວີແຕ່ລະຄົນໄດ້ຮັບຄຳແນະນຳໂດຍສະເພາະກ່ຽວກັບໜ້າທີ່ ຊຶ່ງພວກເຂົາຕ້ອງເຮັດແລະສິ່ງທີ່ພວກເຂົາຕ້ອງແບກຫາມ ແລະໂມເຊກໍໄດ້ຈົດບັນຊີແຕ່ລະຄົນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36