bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 35
Numbers 35
Lao Bible 2012 (ພຣະຄຳພີສັກສິ)
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 36 →
1
ພຣະເຈົ້າຢາເວໄດ້ບອກໂມເຊໃນທົ່ງຮາບພຽງຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກວ່າ,
2
“ຈົ່ງມອບບາງເມືອງລວມທັງທົ່ງຫຍ້າຢູ່ອ້ອມແອ້ມດິນແດນ ທີ່ຊາວອິດສະຣາເອນໄດ້ຮັບນັ້ນໃຫ້ແກ່ພວກເລວີ.
3
ເມືອງເຫຼົ່ານີ້ ຈະເປັນຂອງພວກເລວີ ເພື່ອພວກເຂົາຈະໄດ້ອາໄສຢູ່ໃນທີ່ນັ້ນ. ທົ່ງຫຍ້າຈະໃຊ້ລ້ຽງຝູງງົວກັບຝູງສັດອື່ນໆຂອງພວກເຂົາ.
4
ທົ່ງຫຍ້ານັ້ນ ຈາກກຳແພງເມືອງແຕ່ລະດ້ານໃຫ້ມີ 500 ແມັດ
5
ເພື່ອພື້ນທີ່ນັ້ນຈະເປັນຮູບສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງແທກໄດ້ 1.000 ແມັດ ໂດຍມີເມືອງຕັ້ງຢູ່ທາງກາງ.
6
ໃຫ້ຍົກເມືອງລີ້ໄພຫົກເມືອງໃຫ້ແກ່ຊາວເລວີ ເພື່ອວ່າຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາຈະມາຫລົບລີ້ຢູ່ໄດ້. ໃຫ້ຍົກ 42 ເມືອງອື່ນ
7
ພ້ອມທັງທົ່ງຫຍ້າໃຫ້ພວກເຂົາດ້ວຍ ເມື່ອລວມທັງໝົດແລ້ວມີ 48 ເມືອງ.
8
ຈຳນວນເມືອງຂອງຊາວເລວີແຕ່ລະເຜົ່ານີ້ໃຫ້ກຳນົດເອົາຕາມຂະໜາດຂອງເຂດແດນ.”
9
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊໃຫ້ບອກປະຊາຊົນອິດສະຣາເອນ ດັ່ງນີ້: “ເວລາພວກເຈົ້າຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນການາອານນັ້ນ
11
ໃຫ້ພວກເຈົ້າເລືອກເອົາເມືອງລີ້ໄພ ເພື່ອຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາຈະຫລົບລີ້ຢູ່ໄດ້.
12
ຢູ່ໃນທີ່ນີ້ ລາວຈະປອດໄພຈາກການນຳແກ້ແຄ້ນຂອງຍາດຕິພີ່ນ້ອງຂອງຜູ້ຕາຍ. ຄົນທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນຈະບໍ່ຖືກລົງໂທດເຖິງຕາຍ ຈົນກວ່າໄດ້ຮັບການຕັດສິນຈາກປະຊາຊົນທັງປວງເສຍກ່ອນ.
13
ໃຫ້ເລືອກເອົາຫົກເມືອງ
14
ສາມເມືອງຢູ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະອີກສາມເມືອງຢູ່ໃນດິນແດນການາອານ ເພື່ອໃຫ້ເປັນເມືອງລີ້ໄພ.
15
ເມືອງທັງຫົກນີ້ ຈະໃຊ້ເປັນບ່ອນລີ້ໄພຂອງຊາວອິດສະຣາເອນ ແລະຊາວຕ່າງດ້າວທີ່ອາໄສຢູ່ຊົ່ວຄາວຫລືຢູ່ຖາວອນ ເພື່ອຜູ້ໃດທີ່ຂ້າຄົນໂດຍບໍ່ເຈດຕະນາ ມາຫລົບລີ້ຢູ່ໃນເມືອງໃດເມືອງໜຶ່ງນີ້ໄດ້.
16
ແຕ່ຖ້າຜູ້ໃດຫາກໃຊ້ໂລຫະ ຫລືກ້ອນຫີນ ຫລືໄມ້ ເປັນອາວຸດຂ້າຄົນ ລາວກໍຜິດໃນຖານເປັນຜູ້ຂ້າຄົນ ແລະໃຫ້ລົງໂທດຄົນນີ້ເຖິງຕາຍ.
19
ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍຕ້ອງຮັບຜິດຊອບ ລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ.
20
ຖ້າຜູ້ໃດຫາກຊັງຄົນໜຶ່ງແລະຂ້າລາວ ໂດຍຊຸກໃຫ້ລົ້ມລົງ ຫລືໂດຍແກວ່ງສິ່ງຂອງໃສ່ຈົນລາວຕາຍ
21
ຫລືຕົບຕີລາວດ້ວຍກຳປັ້ນໃຫ້ເຖິງຕາຍ ຜູ້ນັ້ນກໍມີໂທດໃນຖານເປັນຜູ້ຂ້າຄົນ ແລະໃຫ້ລົງໂທດເຖິງຕາຍ. ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍຕ້ອງຮັບຜິດຊອບ ລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ.
22
ແຕ່ຖ້າວ່າ ມີຜູ້ໃດຜູ້ໜຶ່ງຂ້າຄົນທີ່ຕົນບໍ່ໄດ້ກຽດຊັງໂດຍບໍ່ເຈດຕະນາ ບໍ່ວ່າໂດຍຊຸກລາວໃຫ້ລົ້ມລົງ ຫລືໂດຍແກວ່ງສິ່ງຂອງໃສ່.
23
ຫລືຖ້າວ່າ ລາວຫລຽວບໍ່ເຫັນ ຜູ້ໃດຜູ້ໜຶ່ງແກວ່ງກ້ອນຫີນຖືກອີກຄົນໜຶ່ງຕາຍ ຜູ້ທີ່ລາວບໍ່ໄດ້ຕັ້ງໃຈເຮັດໃຫ້ບາດເຈັບ ແລະທັງບໍ່ໄດ້ເປັນສັດຕູກັນດ້ວຍ.
24
ໃນກໍລະນີເຊັ່ນນີ້ ຊຸມຊົນຈະຕ້ອງຕັດສິນຊ່ວຍຜູ້ຂ້າຄົນນັ້ນ ໃຫ້ພົ້ນຈາກການແກ້ແຄ້ນຂອງຍາດພີ່ນ້ອງຜູ້ຕາຍ.
25
ໃຫ້ຊຸມຊົນຊ່ວຍກູ້ຄວາມຜິດຂອງຜູ້ທີ່ຂ້າຄົນ ໃຫ້ພົ້ນຈາກເງື້ອມມືຍາດພີ່ນ້ອງຂອງຜູ້ຕາຍ ໂດຍສົ່ງລາວໄປທີ່ເມືອງລີ້ໄພ. ໃຫ້ລາວຢູ່ທີ່ນັ້ນຈົນກວ່າປະໂຣຫິດປະຈຳການໃນສະໄໝນັ້ນຕາຍໄປ.
26
ຖ້າຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈຫາກໜີໄປຈາກເມືອງລີ້ໄພບ່ອນທີ່ລາວຫລົບລີ້ຢູ່ນັ້ນ
27
ແລະຖ້າຍາດຕິພີ່ນ້ອງຂອງຜູ້ຕາຍຫາກພົບເຫັນລາວຢູ່ນອກເມືອງລີ້ໄພ ແລະຂ້າລາວ ການແກ້ແຄ້ນເຊັ່ນນີ້ກໍບໍ່ແມ່ນການຄາດຕະກຳ.
28
ຄົນມີຄວາມຜິດໃນຖານເປັນຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈ ຈະຕ້ອງຢູ່ໃນເມືອງລີ້ໄພ ຈົນກວ່າປະໂຣຫິດປະຈຳການຢູ່ໃນສະໄໝນັ້ນຕາຍໄປ ຫລັງຈາກນັ້ນແລ້ວ ລາວກໍກັບເມືອເຮືອນຂອງຕົນໄດ້.
29
ບໍ່ວ່າພວກເຈົ້າຈະອາໄສຢູ່ແຫ່ງຫົນໃດກໍຕາມ ໃຫ້ພວກເຈົ້າແລະລູກຫລານປະຕິບັດຕາມກົດບັງຄັບເຫຼົ່ານີ້.
30
ຜູ້ໃດທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນຈະຖືກລົງໂທດເຖິງຕາຍໄດ້ ກໍຕໍ່ເມື່ອມີພະຍານສອງຄົນ ຫລືຫລາຍກວ່ານັ້ນ; ພະຍານຄົນດຽວບໍ່ພຽງພໍຈະສະໜັບສະໜູນຂໍ້ກ່າວຫາໄດ້.
31
ຜູ້ຂ້າຄົນຈະຕ້ອງຖືກລົງໂທດເຖິງຕາຍ. ລາວຈະໃຊ້ເງິນຊື້ໃຫ້ພົ້ນໂທດນີ້ບໍ່ໄດ້.
32
ຖ້າຄົນໜຶ່ງຫາກໜີເຂົ້າໄປໃນເມືອງລີ້ໄພ ຢ່າຍອມໃຫ້ຄົນນັ້ນໃຊ້ເງິນຊື້ລາວເອງ ກັບເມືອເຮືອນກ່ອນປະໂຣຫິດຕາຍໄປ.
33
ຖ້າພວກເຈົ້າຫາກເຮັດເຊັ່ນນັ້ນ ກໍເທົ່າກັບເຮັດໃຫ້ດິນແດນທີ່ພວກເຈົ້າພວມອາໄສຢູ່ນັ້ນເປັນມົນທິນ. ເມື່ອຜູ້ຂ້າຄົນເຮັດໃຫ້ດິນແດນເປັນມົນທິນ ກໍບໍ່ມີພິທີໃດຈະຊຳລະມົນທີນໃຫ້ໝົດໄປຈາກດິນແດນໄດ້ ນອກຈາກການປະຫານຊີວິດຂອງຜູ້ຂ້າຄົນນັ້ນ.
34
ຢ່າເຮັດໃຫ້ດິນແດນທີ່ເຈົ້າອາໄສຢູ່ນັ້ນເປັນມົນທິນ ເພາະວ່າ ເຮົາແມ່ນພຣະເຈົ້າຢາເວ ແລະເຮົາສະຖິດຢູ່ທ່າມກາງປະຊາຊົນອິດສະຣາເອນ.”
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 36 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36