bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 2
Numbers 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 3 →
1
ພຣະເຈົ້າຢາເວໄດ້ແນະນຳໂມເຊແລະອາໂຣນດັ່ງຕໍ່ໄປນີ້
2
ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ.
3
ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ.
10
ທາງດ້ານໃຕ້ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ຣູເບັນ ເອລີຊູ, ລູກຊາຍຂອງເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍຂອງດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້ກອງພົນຂອງຣູເບັນຍົກອອກໄປເປັນພວກທີສອງ.
17
ຕໍ່ມາ ລະຫວ່າງສອງກອງພົນທີ່ນຳໜ້າກ່ອນ ແລະສອງກອງພົນທີ່ນຳຫລັງນັ້ນ ໃຫ້ຊາວເລວີຫາມຫໍເຕັນບ່ອນຊຸມນຸມຍົກອອກໄປ. ແຕ່ລະກອງພົນຈະຕ້ອງຍົກອອກໄປໃຫ້ເປັນລຳດັບແບບດຽວກັນ ແລະໃນບ່ອນທີ່ຕັ້ງຄ້າຍພັກກໍໃຫ້ຢູ່ໃນລະບຽບນີ້ຄື: ແຕ່ລະກອງພົນໃຫ້ຢູ່ພາຍໃຕ້ທຸງໄຊຂອງຕົນ.
18
ທາງດ້ານຕາເວັນຕົກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເອຟຣາອິມ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້ກອງພົນຂອງເອຟຣາອິມຍົກອອກໄປເປັນພວກທີສາມ.
25
ທາງດ້ານເໜືອໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງດານ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ 62.700 ຄົນ ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ 41.500 ຄົນ ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ 53.400 ຄົນ ລວມ: 157.600 ຄົນ ໃຫ້ກອງພົນຂອງດານຍົກອອກໄປເປັນພວກສຸດທ້າຍ.
32
ລວມຈຳນວນປະຊາຊົນອິດສະຣາເອນທັງໝົດ ທີ່ຖືກເກນເຂົ້າເປັນທະຫານຢູ່ໃນກອງພົນ ເປັນໝວດໝູ່ຕ່າງໆນັ້ນມີ: 603.550 ຄົນ.
33
ສ່ວນຊາວເລວີບໍ່ໄດ້ຖືກຈົດຊື່ລວມເຂົ້ານຳພວກອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊ.
34
ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36