bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 26
Numbers 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 27 →
1
ຫລັງຈາກໂຣກລະບາດໄດ້ຜ່ານພົ້ນໄປແລ້ວ ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊກັບເອເລອາຊາ ລູກຊາຍຂອງອາໂຣນວ່າ,
2
“ຈົ່ງຈົດຈຳນວນຜູ້ຊາຍທັງໝົດໃນແຕ່ລະຄອບຄົວຂອງຊຸມຊົນອິດສະຣາເອນ ຜູ້ທີ່ມີອາຍຸຊາວປີຂຶ້ນໄປແລະເປັນທະຫານໄດ້.”
3
ດັ່ງນັ້ນ ໂມເຊກັບເອເລອາຊາປະໂຣຫິດຈຶ່ງໄດ້ກ່າວກັບພວກເຂົາທີ່ທົ່ງຮາບພຽງໂມອາບ ຢູ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນ ກົງກັນຂ້າມກັບເມືອງເຢຣິໂກ. ແລະໄດ້ກ່າວວ່າ,
4
“ຈົ່ງຈົດບັນຊີຊາຍທັງໝົດຜູ້ທີ່ມີອາຍຸຊາວປີຂຶ້ນໄປ.” ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ຊາວອິດສະຣາເອນທີ່ໄດ້ອອກມາຈາກປະເທດເອຢິບມີດັ່ງນີ້:
5
ເຜົ່າຣູເບັນ (ຣູເບັນເປັນລູກຊາຍກົກຂອງຢາໂຄບ) ປະກອບດ້ວຍຕະກຸນຂອງຮານົກ, ປານລູ,
6
ເຮຊະໂຣນ ແລະການໝີ.
7
ຕະກຸນເຫຼົ່ານີ້ມີຈຳນວນພົນ 43.730 ຄົນ.
8
ບັນດາລູກຫລານເຫຼັນຂອງປານລູແມ່ນເອລີອາບ
9
ແລະພວກລູກຊາຍຂອງລາວມີ: ເນມູເອນ, ດາທານ ແລະອາບີຣາມ. (ດາທານແລະອາບີຣາມແມ່ນຜູ້ທີ່ຖືກເລືອກຂຶ້ນມາຈາກຊຸມຊົນ. ພວກເຂົາໄດ້ກະບົດຕໍ່ໂມເຊແລະອາໂຣນ ໂດຍເຂົ້າຮ່ວມເປັນພັກພວກກັບໂກຣາ ເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າຢາເວນັ້ນ.
10
ພື້ນດິນໄດ້ຍະກືນກິນພວກເຂົາ ແລະ ພວກເຂົາໄດ້ຕາຍໄປພ້ອມກັບໂກຣາ ຕະຫລອດທັງພັກພວກ 250 ຄົນໃນຕອນທີ່ຖືກໄຟເຜົາຜານນັ້ນ. ສິ່ງນີ້ໄດ້ເກີດຂຶ້ນເພື່ອເຕືອນປະຊາຊົນທັງຫລາຍ.
11
ແຕ່ພວກລູກຊາຍຂອງໂກຣາບໍ່ໄດ້ຖືກຂ້າ.)
12
ເຜົ່າຊີເມໂອນປະກອບດ້ວຍຕະກຸນເນມູເອນ, ຢາມິນ, ຢາກິນ,
13
ເຊຣາແລະໂຊນ.
14
ຕະກຸນເຫຼົ່ານີ້ມີຈຳນວນພົນ 22.200 ຄົນ.
15
ເຜົ່າກາດປະກອບດ້ວຍຕະກຸນຂອງເຊໂຟນ, ຮັກກີ, ຊູນີ,
16
ໂອຊະນີ, ເອຣີ,
17
ອາໂຣດ ແລະອາເຣລີ.
18
ຕະກຸນເຫຼົ່ານີ້ມີຈຳນວນພົນ 40.500 ຄົນ.
19
ເຜົ່າຢູດາປະກອບດ້ວຍຕະກຸນເຊລາ, ເປເຣັດ, ເຊຣາ, ເຮຊະໂຣນ ແລະຮາມູນ. (ລູກຊາຍສອງຄົນຂອງຢູດາ ຄືເອຣະ ແລະໂອນານໄດ້ຕາຍຢູ່ດິນແດນການາອານ.)
22
ຕະກຸນເຫຼົ່ານີ້ມີຈຳນວນພົນ 76.500 ຄົນ.
23
ເຜົ່າອິດຊາຄາປະກອບດ້ວຍຕະກຸນໂຕລາ, ປູອາ,
24
ຢາຊຸບ ແລະຊິມໂຣນ.
25
ຕະກຸນເຫຼົ່ານີ້ມີຈຳນວນພົນ 64.300 ຄົນ.
26
ເຜົ່າເຊບູໂລນປະກອບດ້ວຍຕະກຸນເສເຣັດ, ເອໂລນ ແລະຢາເລເອນ.
27
ຕະກຸນເຫຼົ່ານີ້ມີຈຳນວນພົນ 60.500 ຄົນ.
28
ເຜົ່າໂຢເຊັບມີລູກຊາຍສອງຄົນ ຄືມານາເຊແລະເອຟຣາອິມ.
29
ເຜົ່າມານາເຊ: ມາກີລູກຊາຍຂອງມານາເຊພໍ່ຂອງກີເລອາດ ແລະຕະກຸນດັ່ງຕໍ່ໄປນີ້ໄດ້ສືບເຊື້ອສາຍໃຫ້ກີເລອາດ ດັ່ງນີ້:
30
ຕະກຸນອີເອເຊ, ເຮເລັກ,
31
ອາສະຣິເອນ, ເຊເຄມ,
32
ເຊມີດາ ແລະເຮເຟ.
33
ເຊໂລເຟຮັດຜູ້ທີ່ເປັນລູກຊາຍຂອງເຮເຟບໍ່ມີລູກຊາຍ ມີແຕ່ລູກສາວ ຊຶ່ງມີຊື່ດັ່ງນີ້: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ.
34
ຕະກຸນເຫຼົ່ານີ້ມີຈຳນວນພົນ 52.700 ຄົນ.
35
ເຜົ່າເອຟຣາອິມປະກອບດ້ວຍຕະກຸນຊູເທລາ, ເບເຄ ແລະຕາຮານ.
36
ຕະກຸນຂອງເອຣານສືບເຊື້ອສາຍມາຈາກຊູເທລາ.
37
ຕະກຸນເຫຼົ່ານີ້ມີຈຳນວນພົນ 32.500 ຄົນ. ຕະກຸນເຫຼົ່ານີ້ແມ່ນສືບເຊື້ອສາຍມາຈາກໂຢເຊັບ.
38
ເຜົ່າເບັນຢາມິນປະກອບດ້ວຍຕະກຸນເບລາ, ອາຊະເບນ, ອາຮີຣາມ,
39
ເຊຟູຟາມ ແລະຮູຟາມ.
40
ສ່ວນຕະກຸນຂອງອາກດາ ແລະອານາມານແມ່ນໄດ້ສືບເຊື້ອສາຍມາຈາກເບລາ.
41
ຕະກຸນເຫຼົ່ານີ້ມີຈຳນວນພົນ 45.600 ຄົນ.
42
ເຜົ່າດານປະກອບດ້ວຍຕະກຸນຮູຊິມ,
43
ຊຶ່ງມີຈຳນວນພົນ 64.400 ຄົນ.
44
ເຜົ່າອາເຊປະກອບດ້ວຍຕະກຸນອີມນາ, ອີຊະວີ ແລະເບຣິຢາ.
45
ຕະກຸນເຮເບ ແລະມັນກີເອນໄດ້ສືບເຊື້ອສາຍມາຈາກເບຣິຢາ.
46
ອາເຊມີລູກສາວຜູ້ໜຶ່ງຊື່ວ່າ ເສຣາ.
47
ຕະກຸນເຫຼົ່ານີ້ມີຈຳນວນພົນ 53.400 ຄົນ.
48
ເຜົ່າເນັບທາລີປະກອບດ້ວຍຕະກຸນຢາເຊເອນ, ກູນີ,
49
ເຢເຊ ແລະຊິນເລັມ.
50
ຕະກຸນເຫຼົ່ານີ້ມີຈຳນວນພົນ 45.400 ຄົນ.
51
ຈຳນວນຜູ້ຊາຍຊາວອິດສະຣາເອນທັງໝົດມີ 601.730 ຄົນ.
52
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
53
“ຈົ່ງແບ່ງດິນແດນໃຫ້ແກ່ຊາວອິດສະຣາເອນເຜົ່າຕ່າງໆຕາມຈຳນວນປະຊາຊົນ.
54
ໃນການແບ່ງປັນດິນແດນເທື່ອນີ້ ຈົ່ງໃຊ້ສະຫລາກເປັນວິທີແບ່ງປັນ ແລະເຜົ່າໃດທີ່ມີຈຳນວນຄົນຫລາຍ ກໍຈະໄດ້ສ່ວນແບ່ງດິນແດນຫລາຍ ແລະເຜົ່າໃດທີ່ມີຈຳນວນຄົນໜ້ອຍ ກໍຈະໄດ້ສ່ວນແບ່ງດິນແດນໜ້ອຍ.”
57
ສ່ວນເຜົ່າເລວີນັ້ນປະກອບດ້ວຍຕະກຸນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ.
58
ເຊື້ອສາຍຂອງພວກເຂົາໄດ້ຮວມເອົາທັງຕະກຸນຍ່ອຍດັ່ງນີ້: ລິບນີເຮັບໂຣນ, ມາຮະລີ, ມູຊີ ແລະໂກຣາ. ໂກຮາດເປັນພໍ່ຂອງອຳຣາມ.
59
ເມຍຂອງລາວແມ່ນໂຢເກເບັດ ລູກສາວຂອງເລວີທີ່ເກີດໃນປະເທດເອຢິບ. ນາງໄດ້ເກີດລູກຊາຍໃຫ້ອຳຣາມສອງຄົນ ດັ່ງນີ້: ອາໂຣນ ແລະ ໂມເຊກັບລູກສາວຜູ້ໜຶ່ງຊື່ມີຣີອາມ.
60
ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະອີທາມາ.
61
ນາດາບແລະອາບີຮູໄດ້ຕາຍ ຕອນທີ່ພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມຕໍ່ໜ້າພຣະເຈົ້າຢາເວ.
62
ລູກຊາຍຂອງຊາວເລວີທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີຈຳນວນ 23.000 ຄົນ. ພວກເຂົາບໍ່ໄດ້ຖືກນັບຮ່ວມເຂົ້າກັບປະຊາຊົນອິດສະຣາເອນເຜົ່າອື່ນໆ ຍ້ອນພວກເຂົາຈະບໍ່ໄດ້ຮັບຊັບສົມບັດສ່ວນໃດໆຢູ່ໃນຊາດອິດສະຣາເອນ.
63
ໂມເຊແລະເອເລອາຊາເປັນຜູ້ຈົດທະບຽນຕະກຸນຕ່າງໆເຫຼົ່ານີ້ ເມື່ອເພິ່ນໄດ້ເຮັດສຳມະໂນຄົວຊາວອິດສະຣາເອນທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກໜຶ່ງຂອງແມ່ນໍ້າຈໍແດນກົງກັນຂ້າມເມືອງເຢຣິໂກ.
64
ຕາມບັນຊີທີ່ໂມເຊແລະປະໂຣຫິດອາໂຣນໄດ້ຈົດທະບຽນປະຊາຊົນອິດສະຣາເອນເທື່ອທຳອິດໃນຖິ່ນແຫ້ງແລ້ງກັນດານຊີນາຍນັ້ນ ບໍ່ມີຜູ້ຊາຍລຸ້ນກ່ອນແມ່ນແຕ່ຄົນດຽວທີ່ມີຊີວິດຢູ່.
65
ເພາະພຣະເຈົ້າຢາເວໄດ້ກ່າວຕໍ່ພວກເຂົາໄວ້ວ່າ, ພວກເຂົາທຸກຄົນຈະຕ້ອງຕາຍໃນຖິ່ນແຫ້ງແລ້ງກັນດານ ແລະກໍໄດ້ເປັນດັ່ງນັ້ນທຸກປະການ ຍົກເວັ້ນແຕ່ກາເລັບລູກຊາຍຂອງເຢຟຸນເນ ແລະໂຢຊວຍລູກຊາຍຂອງນູນ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36