bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 17
Numbers 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 18 →
1
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
2
“ຈົ່ງບອກປະຊາຊົນອິດສະຣາເອນໃຫ້ເອົາໄມ້ຄ້ອນເທົ້າສິບສອງອັນມາໃຫ້ເຈົ້າຄື: ໄມ້ຄ້ອນເທົ້າອັນໜຶ່ງຈາກຜູ້ນຳແຕ່ລະເຜົ່າ. ຈົ່ງຂຽນຊື່ຂອງຜູ້ນຳເຜົ່າໃສ່ໄມ້ຄ້ອນເທົ້າແຕ່ລະອັນ
3
ແລະໃຫ້ຂຽນຊື່ອາໂຣນໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ.
4
ຈົ່ງນຳໄມ້ຄ້ອນເທົ້າເຫຼົ່ານີ້ໄປທີ່ຫໍເຕັນບ່ອນຊຸມນຸມ ແລະວາງລົງຕໍ່ໜ້າຫີບພັນທະສັນຍາບ່ອນທີ່ເຮົາພົບກັບເຈົ້າ.
5
ແລ້ວໄມ້ຄ້ອນເທົ້າຂອງໃຜທີ່ເຮົາໄດ້ເລືອກເອົາ ກໍຈະອອກດອກ. ດ້ວຍວິທີນີ້ ເຮົາຈະເຮັດໃຫ້ຊາວອິດສະຣາເອນເຊົາຈົ່ມຮ້າຍໃສ່ພວກເຈົ້າ.”
6
ດັ່ງນັ້ນ ໂມເຊຈຶ່ງກ່າວແກ່ຊາວອິດສະຣາເອນ ແລະຜູ້ນຳຂອງພວກເຂົາແຕ່ລະຄົນກໍໄດ້ນຳໄມ້ຄ້ອນເທົ້າອັນໜຶ່ງມາໃຫ້ເຜົ່າລະອັນຄື: ທັງໝົດມີຢູ່ສິບສອງອັນແລະມີໄມ້ຄ້ອນເທົ້າຂອງອາໂຣນຮ່ວມຢູ່ດ້ວຍ.
7
ແລ້ວໂມເຊກໍເອົາໄມ້ຄ້ອນເທົ້າເຫຼົ່ານັ້ນໄປໄວ້ໃນຫໍເຕັນ ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ.
8
ວັນຕໍ່ມາ ເມື່ອໂມເຊໄດ້ເຂົ້າໄປໃນຫໍເຕັນ ເພິ່ນຈຶ່ງໄດ້ເຫັນວ່າໄມ້ຄ້ອນເທົ້າຂອງອາໂຣນ ຊຶ່ງເປັນຂອງເຜົ່າເລວີນັ້ນອອກດອກຄື: ດອກຈູມ, ດອກບານ ແລະມີໝາກອາມອນສຸກຄ້າຍໆໝາກບົກຕິດຢູ່ດ້ວຍ
9
ໂມເຊໄດ້ເອົາໄມ້ຄ້ອນເທົ້າທັງໝົດອອກຈາກຕໍ່ໜ້າພຣະເຈົ້າຢາເວ ໄປໃຫ້ຊາວອິດສະຣາເອນທັງໝົດເບິ່ງ. ພວກເຂົາໄດ້ເຫັນເຫດການທີ່ເກີດຂຶ້ນ ແລະຫົວໜ້າຂອງແຕ່ລະເຜົ່າ ຈຶ່ງຮັບເອົາໄມ້ຄ້ອນເທົ້າຂອງໃຜລາວຄືນ.
10
ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.”
11
ໂມເຊກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.
12
ປະຊາຊົນອິດສະຣາເອນໄດ້ເວົ້າກັບໂມເຊວ່າ, “ພວກເຮົາກຳລັງຈະຈິບຫາຍ ພວກເຮົາໝົດກຳລັງເສຍແລ້ວ, ພວກເຮົາທັງໝົດຈະຕາຍ
13
ທຸກໆຄົນທີ່ເຂົ້າໄປໃກ້ຫໍເຕັນສັກສິດຂອງພຣະເຈົ້າຢາເວຕ້ອງຕາຍ ພວກເຮົາທັງໝົດຈະບໍ່ຕາຍໝົດບໍ?”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36