bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 36
Numbers 36
Lao Bible 2012 (ພຣະຄຳພີສັກສິ)
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
1
ບັນດາຫົວໜ້າຄອບຄົວຕ່າງໆຢູ່ໃນຕະກຸນກີເລອາດ ລູກຊາຍຂອງມາກີ ແລະຫລານຊາຍຂອງມານາເຊລູກຊາຍຂອງໂຢເຊັບ ໄດ້ມາຫາໂມເຊກັບພວກຜູ້ນຳຄົນອື່ນໆ.
2
ພວກເຂົາກ່າວວ່າ, “ພຣະເຈົ້າຢາເວໄດ້ສັ່ງທ່ານ ໃຫ້ແບ່ງປັນດິນແດນແກ່ປະຊາຊົນອິດສະຣາເອນ ໂດຍວິທີໃຊ້ສະຫລາກ. ພຣະເຈົ້າຢາເວຍັງໄດ້ສັ່ງທ່ານໃຫ້ຍົກດິນແດນ ທີ່ເປັນສ່ວນຂອງເຊໂລເຟຮັດພີ່ນ້ອງຂອງພວກເຮົາໃຫ້ພວກລູກສາວຂອງລາວ.
3
ບັດນີ້ ຖ້າພວກເຂົາຫາກແຕ່ງງານກັບຜູ້ຊາຍຢູ່ໃນເຜົ່າອື່ນຂອງອິດສະຣາເອນ ຊັບສິນຂອງພວກເຂົາຈະເປັນຂອງເຜົ່ານັ້ນ ແລະສ່ວນແບ່ງໃນດິນແດນຂອງພວກເຮົາກໍຈະຫລຸດນ້ອຍລົງ.
4
ໃນປີຄົບຮອບຫ້າສິບປີ ເມື່ອທີ່ດິນທີ່ໄດ້ຂາຍໄປນັ້ນຖືກສົ່ງຄືນໃຫ້ແກ່ເຈົ້າຂອງເດີມ ທີ່ດິນຂອງພວກເຂົາຈະຖືກເພີ່ມເຂົ້າກັບເຜົ່າຂອງຝ່າຍຊາຍ ທີ່ພວກເຂົາໄດ້ແຕ່ງງານນຳນັ້ນ ແລະເຜົ່າຂອງພວກເຮົາກໍຈະເປັນຝ່າຍສູນເສຍ.”
5
ດັ່ງນັ້ນ ໂມເຊຈຶ່ງບອກປະຊາຊົນໃຫ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ດັ່ງນີ້: “ເລື່ອງທີ່ເຜົ່າມານາເຊເວົ້າມານັ້ນແມ່ນຖືກຕ້ອງ
6
ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, ‘ພວກລູກສາວຂອງເຊໂລເຟຮັດມີສິດທີ່ຈະແຕ່ງງານກັບໃຜກໍໄດ້ ແຕ່ຕ້ອງແມ່ນຄົນໃນເຜົ່າດຽວກັນ.’
7
ທີ່ດິນຂອງຊາວອິດສະຣາເອນແຕ່ລະຄົນຈະຍັງຄົງຢູ່ໃນເຜົ່າຂອງຕົນ.
8
ຍິງທຸກໆຄົນທີ່ສືບທອດມໍຣະດົກຢູ່ໃນເຜົ່າໜຶ່ງຂອງຊາດອິດສະຣາເອນ ຕ້ອງແຕ່ງງານກັບຊາຍທີ່ຢູ່ໃນເຜົ່ານັ້ນ. ໃນທຳນອງນີ້ ຊາວອິດສະຣາເອນແຕ່ລະຄົນຈະໄດ້ສືບມໍຣະດົກຂອງບັນພະບຸລຸດຂອງຕົນ
9
ແລະຊັບສິນກໍຈະບໍ່ຕົກເປັນຂອງຄົນໃນເຜົ່າອື່ນ. ແຕ່ລະເຜົ່າຈະສືບຕໍ່ເປັນກຳມະສິດຊັບສິນທີ່ດິນໃນເຜົ່າຂອງຕົນເອງ.”
10
ສະນັ້ນ ບັນດາລູກສາວຂອງເຊໂລເຟຮັດຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະໂນອາ ຈຶ່ງເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະພວກເຂົາກໍໄດ້ແຕ່ງງານກັບຊາຍໃນເຊື້ອສາຍດຽວກັນ
12
ພວກເຂົາແຕ່ງງານກັບຊາຍໃນຕະກຸນຂອງເຜົ່າມານາເຊລູກຊາຍຂອງໂຢເຊັບ ແລະຊັບສິນທີ່ດິນຂອງພວກເຂົາກໍຍັງຢູ່ໃນເຜົ່າພໍ່ຂອງພວກຕົນຕໍ່ໄປ.
13
ລະບຽບການຕ່າງໆເຫຼົ່ານີ້ແມ່ນພຣະເຈົ້າຢາເວ ທີ່ໄດ້ມອບໃຫ້ແກ່ຊາວອິດສະຣາເອນໂດຍຜ່ານທາງໂມເຊ ໃນທົ່ງພຽງຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກ.
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36