bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 31
Numbers 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 32 →
1
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ,
2
“ໃຫ້ລົງໂທດຊາວມີດີອານສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ປະຊາຊົນອິດສະຣາເອນ. ຫລັງຈາກນັ້ນແລ້ວ ເຈົ້າຈະຕາຍ.”
3
ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງຕຽມຕົວເຮັດເສິກ ເພື່ອວ່າພວກເຈົ້າຈະໂຈມຕີຊາວມີດີອານໄດ້ ແລະລົງໂທດພວກເຂົາສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ພຣະເຈົ້າຢາເວ.
4
ແຕ່ລະເຜົ່າຂອງຊາດອິດສະຣາເອນເກນທະຫານໃຫ້ໄດ້ໜຶ່ງພັນຄົນ.”
5
ສະນັ້ນ ແຕ່ລະເຜົ່າຈຶ່ງໄດ້ເກນເອົາທະຫານໜຶ່ງພັນຄົນ ເມື່ອລວມກັນແລ້ວມີທະຫານ 12.000 ຄົນ ຕຽມອອກສູ້ຮົບ.
6
ໂມເຊໄດ້ສົ່ງທະຫານເຫຼົ່ານີ້ອອກສູ້ຮົບພາຍໃຕ້ການບັນຊາຂອງຟີເນຮາ ລູກຊາຍຂອງປະໂຣຫິດເອເລອາຊາ. ຟີເນຮາຮັບຜິດຊອບສິ່ງຂອງໃນຫໍເຕັນ ແລະແກສຳລັບເປົ່າເປັນສັນຍານສູ້ຮົບ.
7
ພວກເຂົາໄດ້ເຂົ້າໂຈມຕີພວກມີດີອານ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ ແລະຂ້າຜູ້ຊາຍທຸກຄົນຖິ້ມ
8
ຕະຫລອດທັງກະສັດມີດີອານຫ້າຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະເຣບາ. ພວກເຂົາໄດ້ຂ້າບາລາອາມລູກຊາຍຂອງເບອໍດ້ວຍ.
9
ປະຊາຊົນອິດສະຣາເອນໄດ້ຈັບເອົາແມ່ຍິງ ແລະເດັກນ້ອຍມີດີອານມາເປັນຊະເລີຍ ແລະຢຶດເອົາຝູງງົວກັບຝູງແກະຕະຫລອດທັງຊັບສົມບັດຂອງພວກເຂົາ
10
ແລະຈູດເມືອງ ພ້ອມຄ້າຍພັກຂອງພວກເຂົາຖິ້ມໝົດ.
11
ພວກເຂົາໄດ້ຢຶດເອົາສິ່ງຂອງ ພ້ອມກັບຊະເລີຍເສິກ ແລະສັດທັງໝົດ
12
ມາມອບໃຫ້ໂມເຊແລະເອເລອາຊາ ຜູ້ເປັນປະໂຣຫິດ ແລະຊຸມຊົນອິດສະຣາເອນທີ່ຄ້າຍພັກທົ່ງພຽງໂມອາບ ຢູ່ຟາກໜຶ່ງຂອງແມ່ນໍ້າຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣິໂກ.
13
ໂມເຊ, ເອເລອາຊາ ແລະພວກຜູ້ນຳອື່ນໆຂອງຊຸມຊົນທັງໝົດ ໄດ້ອອກຈາກຄ້າຍພັກມາຕ້ອນຮັບກອງທັບທີ່ກັບມາ.
14
ໂມເຊໄດ້ຮ້າຍພວກນາຍທະຫານ, ພວກຜູ້ບັນຊາການກອງພັນ ແລະພວກຜູ້ບັນຊາກອງຮ້ອຍທີ່ນຳທັບກັບຄືນມານັ້ນວ່າ,
15
“ເປັນຫຍັງຈຶ່ງໄວ້ຊີວິດພວກແມ່ຍິງເຫຼົ່ານີ້?
16
ບໍ່ຈື່ບໍວ່າແມ່ນຍິງມີດີອານທີ່ໄດ້ເຮັດຕາມຄຳແນະນຳຂອງບາລາອາມ ແລະທີ່ເປອໍ ໄດ້ນຳພາປະຊາຊົນບໍ່ໃຫ້ສັດຊື່ຕໍ່ພຣະເຈົ້າຢາເວ. ເຫດການນັ້ນເປັນເຫດໃຫ້ປະຊາຊົນຂອງພຣະອົງຕ້ອງລົ້ມຕາຍດ້ວຍໂຣກລະບາດ.
17
ສະນັ້ນ ບັດນີ້ໃຫ້ຂ້າເດັກນ້ອຍຜູ້ຊາຍ ແລະແມ່ຍິງທຸກໆຄົນທີ່ເຄີຍໄດ້ຮ່ວມເພດກັບຜູ້ຊາຍຖິ້ມ
18
ແຕ່ຈົ່ງໄວ້ຊີວິດຍິງສາວບໍຣິສຸດທຸກໆຄົນສຳລັບພວກເຈົ້າເອງ.
19
ໃຫ້ພວກເຈົ້າທຸກຄົນທີ່ໄດ້ຂ້າຄົນຫລືຈັບບາຍຊາກສົບ ອອກຢູ່ນອກຄ້າຍພັກເປັນເວລາເຈັດວັນ. ໃນວັນທີສາມກັບວັນທີເຈັດໃຫ້ພວກເຈົ້າ ແລະພວກແມ່ຍິງທີ່ຖືກຈັບມານັ້ນເຮັດພິທີຊຳລະຕົວ.
20
ໃຫ້ຊຳລະເສື້ອຜ້າທຸກໆໂຕ ແລະ ທຸກໆສິ່ງທີ່ເຮັດດ້ວຍໜັງສັດ, ຂົນແບ້ ແລະໄມ້.”
21
ປະໂຣຫິດເອເລອາຊາໄດ້ບອກພວກນັກຮົບທີ່ຫາກໍກັບມາແຕ່ເຮັດເສິກນັ້ນວ່າ, “ອັນນີ້ແມ່ນລະບຽບການທີ່ພຣະເຈົ້າຢາເວໄດ້ໃຫ້ໂມເຊ.
22
ທຸກໆສິ່ງທີ່ໄຟໄໝ້ບໍ່ໄດ້ ເຊັ່ນວ່າ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ກົ່ວ ແລະຊືນ ໃຫ້ເຮັດພິທີຊຳລະມົນທິນໂດຍໃຊ້ໄຟເຜົາ. ສ່ວນສິ່ງອື່ນໃຫ້ໃຊ້ນໍ້າລ້າງເພື່ອຊຳລະ.
24
ໃນມື້ທີເຈັດໃຫ້ຊັກເຄື່ອງນຸ່ງຫົ່ມຂອງພວກເຈົ້າ ແລ້ວພວກເຈົ້າກໍຈະບໍ່ເປັນມົນທິນຕາມກົດບັນຍັດ ແລະກັບເຂົ້າໄປໃນຄ້າຍພັກໄດ້.”
25
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
26
“ໃຫ້ເຈົ້າແລະເອເລອາຊາພ້ອມດ້ວຍບັນດາຫົວໜ້າຄອບຄົວຂອງຊຸມຊົນຄົນອື່ນໆ ພາກັນນັບສິ່ງຂອງທັງໝົດ ທີ່ໄດ້ຢຶດມາຕະຫລອດທັງຊະເລີຍເສິກແລະສັດດ້ວຍ.
27
ຈົ່ງແບ່ງສິ່ງຂອງເຫຼົ່ານັ້ນອອກເປັນສອງສ່ວນເທົ່າກັນຄື: ສ່ວນໜຶ່ງສຳລັບທະຫານທີ່ໄດ້ອອກໄປສູ້ຮົບ ແລະອີກສ່ວນໜຶ່ງສຳລັບຊຸມຊົນ.
28
ສຳລັບສ່ວນທີ່ເປັນຂອງນັກຮົບນັ້ນ ຈົ່ງຫັກເອົາໜຶ່ງໃນຫ້າຮ້ອຍເປັນຂອງຖວາຍສຳລັບພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍເສິກ, ງົວ, ລໍ, ແກະ ແລະແບ້ກໍດີ.
29
ຈົ່ງມອບສ່ວນນີ້ໃຫ້ປະໂຣຫິດເອເລອາຊາ ຕາມພິທີຖວາຍເຄື່ອງອຸດໜູນພິເສດແກ່ພຣະເຈົ້າຢາເວ.
30
ສຳລັບສ່ວນຂອງຊຸມຊົນນັ້ນເໝືອນກັນ ໃຫ້ຫັກເອົາໜຶ່ງໃນຫ້າສິບ ມອບໃຫ້ແກ່ພວກເລວີທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍ, ງົວ, ລໍ, ແກະ ແລະແບ້ກໍດີ.”
31
ໂມເຊ ແລະປະໂຣຫິດເອເລອາຊາກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
32
ຕໍ່ໄປນີ້ແມ່ນລາຍຊື່ສິ່ງຂອງທີ່ນັກຮົບຢຶດມາໄດ້ ໂດຍບໍ່ນັບສິ່ງຂອງທີ່ພວກເຂົາຮັກສາໄວ້ເອງ ມີດັ່ງນີ້: ແກະແລະແບ້ 675.000 ໂຕ, ງົວ 72.000 ໂຕ, ລໍ 61.000 ໂຕ ແລະຍິງສາວບໍຣິສຸດ 32.000 ຄົນ.
36
ສຳລັບສ່ວນທີ່ເປັນຂອງນັກຮົບນັ້ນ ມີແກະແລະແບ້ລວມທັງໝົດ 337.500 ໂຕ, 675 ໂຕ ຖວາຍແກ່ພຣະເຈົ້າຢາເວ; ງົວ 36.000 ໂຕ ເປັນຂອງນັກຮົບແລະ 72 ໂຕ ຖວາຍແກ່ພຣະເຈົ້າຢາເວ; ລໍ 30.500 ໂຕ ເປັນຂອງນັກຮົບແລະ 61 ໂຕ ຖວາຍແກ່ພຣະເຈົ້າຢາເວ ແລະຍິງສາວບໍຣິສຸດ 16.000 ຄົນ ເປັນຂອງບັນດານັກຮົບ ແລະ 32 ຄົນ ຖວາຍແກ່ພຣະເຈົ້າຢາເວ.
41
ສະນັ້ນ ໂມເຊຈຶ່ງໄດ້ມອບເຄື່ອງຖວາຍພິເສດແກ່ພຣະເຈົ້າຢາເວນີ້ ໃຫ້ປະໂຣຫິດເອເລອາຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
42
ສຳລັບສ່ວນຂອງຊຸມຊົນນັ້ນ ມີເທົ່າກັບສ່ວນຂອງນັກຮົບ ດັ່ງນີ້: ແກະແລະແບ້ 337.500 ໂຕ, ງົວ 36.000 ໂຕ, ລໍ 30.500 ໂຕ ແລະຍິງສາວບໍຣິສຸດ 16.000 ຄົນ.
47
ໂມເຊໄດ້ຫັກໜຶ່ງໃນຫ້າສິບຂອງຊະເລີຍແລະສັດມອບໃຫ້ແກ່ພວກເລວີ ຜູ້ທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
48
ແລ້ວພວກນາຍທະຫານທີ່ບັນຊາການກອງທັບກໍໄດ້ມາຫາໂມເຊ
49
ແລະລາຍງານວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ນັບທະຫານທີ່ຢູ່ໃຕ້ບັນຊາການເບິ່ງ ແລະເຫັນວ່າບໍ່ມີແມ່ນແຕ່ຄົນດຽວຂາດຫາຍໄປ.
50
ສະນັ້ນ ພວກຂ້ານ້ອຍຈຶ່ງໄດ້ນຳເຄື່ອງເອ້ເປັນຄຳທີ່ຢຶດເອົາມາໄດ້ມີດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະສາຍຄໍ. ພວກຂ້ານ້ອຍຂໍຖວາຍສິ່ງເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວເປັນການໄຖ່ຊີວິດ ເພື່ອວ່າພຣະອົງຈະປົກປັກຮັກສາພວກຂ້ານ້ອຍ.”
51
ໂມເຊແລະປະໂຣຫິດເອເລອາຊາໄດ້ຮັບເອົາຄຳແລະເຄື່ອງເອ້ເປັນຄຳທັງໝົດນັ້ນ.
52
ຄຳທັງໝົດທີ່ບັນດານາຍທະຫານໄດ້ຖວາຍແກ່ພຣະເຈົ້າຢາເວ ມີ 16.750 ເຊເຄນ (ປະມານ 200 ກິໂລກຼາມ).
53
ສ່ວນພວກນາຍທະຫານກໍໄດ້ຮັກສາສິ່ງທີ່ພວກເຂົາຢຶດມາໄດ້ນັ້ນໄວ້ເປັນຂອງຕົນເອງ.
54
ດັ່ງນັ້ນ ໂມເຊແລະປະໂຣຫິດເອເລອາຊາ ຈຶ່ງໄດ້ນຳເຄື່ອງຄຳຈາກນາຍພັນ ນາຍຮ້ອຍ ໄປໄວ້ທີ່ຫໍເຕັນບ່ອນຊຸມນຸມ ເພື່ອໃຫ້ເປັນທີ່ລະນຶກເຖິງປະຊາຊົນອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36