bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 7
Numbers 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 8 →
1
ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ.
2
ແລ້ວບັນດາຫົວໜ້າຕະກຸນທັງຫລາຍ ທີ່ເປັນຜູ້ນຳໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ຄືພວກທີ່ຮັບຜິດຊອບໃນການຈົດສຳມະໂນຄົວ
3
ຕ່າງກໍນຳເອົາສິ່ງຂອງຂອງພວກຕົນມາຖວາຍຕໍ່ໜ້າພຣະເຈົ້າຢາເວດັ່ງນີ້: ກວຽນຫົກລຳກັບງົວເຖິກຫົກຄູ່, ກວຽນລຳໜຶ່ງຕໍ່ຜູ້ນຳສອງຄົນ ແລະງົວເຖິກໂຕໜຶ່ງຕໍ່ຜູ້ນຳຄົນໜຶ່ງ ເມື່ອນຳສິ່ງເຫຼົ່ານີ້ມາຕໍ່ໜ້າຫໍເຕັນສັກສິດແລ້ວ
4
ພຣະເຈົ້າຢາເວກໍບອກໂມເຊວ່າ,
5
“ຈົ່ງຮັບເອົາຂອງຖວາຍເຫຼົ່ານີ້ໄວ້ໃຊ້ໃນວຽກງານຂອງຫໍເຕັນບ່ອນຊຸມນຸມ ແລ້ວຈົ່ງມອບຕໍ່ໃຫ້ຊາວເລວີຕາມວຽກງານທີ່ພວກເຂົາຮັບຜິດຊອບນັ້ນ.”
6
ດັ່ງນັ້ນ ໂມເຊຈຶ່ງເອົາກວຽນແລະງົວມອບໃຫ້ຊາວເລວີ.
7
ເພິ່ນໄດ້ມອບກວຽນສອງລຳກັບງົວເຖິກສອງຄູ່ໃຫ້ພວກເກໂຊນ
8
ແລະກວຽນສີ່ລຳກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາແມ່ນຢູ່ໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງອາໂຣນ.
9
ແຕ່ໂມເຊບໍ່ໄດ້ມອບກວຽນແລະງົວໃຫ້ພວກໂກຮາດ ເພາະວ່າສິ່ງຂອງບໍຣິສຸດທີ່ພວກເຂົາເບິ່ງແຍງຮັກສານັ້ນ ຕ້ອງແບກຫາມໂດຍພວກເຂົາເອງ.
10
ບັນດາຜູ້ນຳຊາດອິດສະຣາເອນໄດ້ນຳເຄື່ອງຖວາຍ ສຳລັບການອຸທິດແທ່ນບູຊາມາໃຫ້ເຊັ່ນດຽວກັນ. ເມື່ອພວກເຂົາຕຽມພ້ອມທີ່ຈະຖວາຍຂອງຖວາຍທີ່ແທ່ນບູຊານັ້ນ
11
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ແຕ່ລະມື້ ຈົ່ງໃຫ້ຫົວໜ້າແຕ່ລະຄົນນຳເຄື່ອງມາຖວາຍບູຊາທີ່ແທ່ນ ຕາມຜຽນຂອງໃຜລາວໃຫ້ຄົບສິບສອງວັນ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36