bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 21
Numbers 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 22 →
1
ເມື່ອກະສັດອາຣາດທີ່ຢູ່ທາງພາກໃຕ້ຂອງດິນແດນການາອານ ໄດ້ຍິນວ່າຊາວອິດສະຣາເອນກຳລັງເດີນທາງມຸ້ງໜ້າມາທາງເມືອງອາທາຣິມ; ເພິ່ນຈຶ່ງນຳທະຫານອອກໄປໂຈມຕີພວກເຂົາ ແລະຈັບໄດ້ບາງຄົນມາເປັນຊະເລີຍເສິກ.
2
ແລ້ວພວກອິດສະຣາເອນກໍໄດ້ສາບານຕໍ່ພຣະເຈົ້າຢາເວວ່າ, “ຖ້າພຣະອົງຫາກໃຫ້ພວກຂ້ານ້ອຍຕີຊະນະປະຊາຊົນເຫຼົ່ານີ້ໄດ້ ພວກຂ້ານ້ອຍຈະອຸທິດຖວາຍພວກເຂົາຢ່າງບໍ່ມີເງື່ອນໄຂ ພ້ອມທັງເມືອງຕ່າງໆນັ້ນແກ່ພຣະອົງ ແລະຈະທຳລາຍພວກເຂົາໃຫ້ດັບກ້ຽງ.”
3
ພຣະເຈົ້າຢາເວໄດ້ຍິນສຽງຂອງຊາວອິດສະຣາເອນ ຈຶ່ງຊ່ວຍພວກເຂົາຕີຊະນະພວກການາອານ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງທຳລາຍຊາວເມືອງ ແລະເມືອງຕ່າງໆຂອງພວກເຂົາຖິ້ມໝົດ ແລະໄດ້ໃສ່ຊື່ບ່ອນນັ້ນວ່າໂຮມາ.
4
ຊາວອິດສະຣາເອນໄດ້ອອກຈາກພູເຂົາໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ
5
ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.”
6
ແລ້ວພຣະເຈົ້າຢາເວກໍໄດ້ສົ່ງງູພິດ ມາຕອດຊາວອິດສະຣາເອນຕາຍຢ່າງຫລວງຫລາຍ.
7
ປະຊາຊົນຈຶ່ງພາກັນມາຫາໂມເຊແລະກ່າວວ່າ, “ພວກເຮົາເຮັດບາບແລ້ວ ເມື່ອຈົ່ມຮ້າຍໃສ່ພຣະເຈົ້າຢາເວ ແລະຈົ່ມຮ້າຍໃສ່ທ່ານ. ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ໃຫ້ໄລ່ງູພິດເຫຼົ່ານີ້ໜີໄປເຖີດ.” ດັ່ງນັ້ນ ໂມເຊຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຂົາ.
8
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊໃຫ້ເຮັດງູເປັນທອງສຳຣິດຕອກຕິດໄວ້ກັບເສົາ ເພື່ອວ່າຜູ້ໃດຜູ້ໜຶ່ງທີ່ຖືກງູຕອດ ເມື່ອແນມເບິ່ງງູທອງສຳຣິດນັ້ນແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
9
ສະນັ້ນ ໂມເຊຈຶ່ງເຮັດງູທອງສຳຣິດຕອກໄວ້ກັບເສົາ. ຜູ້ໃດຜູ້ໜຶ່ງທີ່ຖືກງູພິດຕອດ ເມື່ອຫລຽວເບິ່ງງູທອງສຳຣິດນັ້ນແລ້ວ ກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
10
ຊາວອິດສະຣາເອນໄດ້ເຄື່ອນຍ້າຍເດີນທາງຕໍ່ໄປ ແລະພວກເຂົາໄດ້ມາຕັ້ງຄ້າຍທີ່ເມືອງໂອໂບດ.
11
ເມື່ອອອກຈາກເມືອງໂອໂບດແລ້ວ ພວກເຂົາໄດ້ເດີນທາງໄປຕັ້ງຄ້າຍພັກຢູ່ເມືອງຮ້າງທີ່ມີຊື່ວ່າ, ອາບາຣິມ ເມືອງນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານທາງທິດຕາເວັນອອກຂອງເຂດແດນຊາວໂມອາບ.
12
ຕໍ່ມາ ພວກເຂົາໄດ້ໄປຕັ້ງຄ້າຍພັກຢູ່ທີ່ຮ່ອມພູເຊເຣັດ.
13
ຈາກຮ່ອມພູເຊເຣັດ ພວກເຂົາໄດ້ຍົກຍ້າຍໄປຕັ້ງຄ້າຍຢູ່ທາງພາກເໜືອຂອງແມ່ນໍ້າອາກໂນນ ໃນຖິ່ນແຫ້ງແລ້ງກັນດານ ຊຶ່ງຢຽດຍາວອອກໄປສູ່ເຂດແດນຂອງຊາວອາໂມ. (ແມ່ນໍ້າອາກໂນນແມ່ນໃຊ້ເປັນເຂດແດນລະຫວ່າງຊາວໂມອາບແລະຊາວອາໂມ.)
14
ດ້ວຍເຫດນີ້ ປື້ມບັນທຶກແຫ່ງບັ້ນຮົບຕ່າງໆຂອງພຣະເຈົ້າຢາເວ ຈຶ່ງມີຄຳຂຽນໄວ້ວ່າ, “...ເມືອງຂອງວາເຮັບໃນເຂດຂອງຊູຟາແລະຮ່ອມພູທັງຫລາຍ ແມ່ນໍ້າອາກໂນນ
15
ເນີນຂອງຮ່ອມພູທັງຫລາຍ ຊຶ່ງຢຽດຍາວອອກໄປສູ່ເມືອງອາຣະ ແລະຕໍ່ໃສ່ຊາຍແດນຂອງໂມອາບ.”
16
ຈາກທີ່ນັ້ນ ພວກເຂົາໄດ້ເດີນທາງຕໍ່ໄປຮອດບ່ອນໜຶ່ງທີ່ມີຊື່ວ່າ ບໍ່ນໍ້າ ຄືບ່ອນທີ່ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໃຫ້ປະຊາຊົນທັງໝົດມາເຕົ້າໂຮມກັນ ແລະເຮົາຈະໃຫ້ນໍ້າດື່ມແກ່ພວກເຈົ້າ.”
17
ໃນທີ່ນີ້ ຊາວອິດສະຣາເອນໄດ້ຮ້ອງເພງວ່າ, “ບໍ່ນໍ້າເອີຍ ຂ້າຂໍເອີ່ຍເຜີຍວາຈີ ເປັນດົນຕຼີບັນເລງເພງຈາກໃຈ; ເຈົ້າຜະລິດນໍ້າລໍ້າຄ່າກວ່າສິ່ງໃດ ນໍ້າສົດໄສໄຫລຫລັ່ງທັ່ງອອກມາ. ໃຕ້ຕະບອງຄອງອຳນາດແຫ່ງຣາຊາ ນຳປະຊາຂຸດຄົ້ນບໍ່ນໍ້າໄສ; ໃຕ້ໄມ້ຄ້ອນເທົ້າເຫຼົ່າຫົວໜ້ານຳພາ ພ້ອມປະຊາຕັ້ງໜ້າເຮັດຕາມ.” ພວກເຂົາໄດ້ຍ້າຍຈາກຖິ່ນແຫ້ງແລ້ງກັນດານໄປເຖິງມັດຕານາ
19
ແລະຈາກມັດຕານາເຖິງນາຮາລີເອນ ແລະຈາກນາຮາລີເອນເຖິງບາໂມດ
20
ແລະຈາກບາໂມດເຖິງຮ່ອມພູທີ່ເຂດແດນຂອງໂມອາບ ໃຕ້ຍອດພູປີສະກາຊຶ່ງແນມອອກໄປເຫັນຖິ່ນແຫ້ງແລ້ງກັນດານ.
21
ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງທູດນຳຂ່າວໄປບອກເຈົ້າສີໂຫນ ກະສັດຂອງຊາວອາໂມວ່າ,
22
“ກະລຸນາໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປແດ່ທ້ອນ. ພວກຂ້າພະເຈົ້າກັບຝູງສັດຈະໄປຕາມຖະໜົນ ແລະຈະບໍ່ເຂົ້າໄປໃນໄຮ່ນາຫລືສວນອະງຸ່ນເລີຍ ແລະຈະບໍ່ດື່ມນໍ້າຈາກບໍ່ໃດໆຂອງທ່ານ ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ ຈົນກວ່າຈະພົ້ນເຂດແດນຂອງທ່ານອອກໄປ.”
23
ແຕ່ເຈົ້າສີໂຫນບໍ່ອະນຸຍາດໃຫ້ປະຊາຊົນອິດສະຣາເອນ ຜ່ານເຂດແດນຂອງເພິ່ນໄປ. ເພິ່ນໄດ້ຮວບຮວມເອົາກອງທະຫານ ແລະຍົກທັບອອກໄປທີ່ຢາຮາດໃນຖິ່ນແຫ້ງແລ້ງກັນດານ ແລະບຸກໂຈມຕີຊາວອິດສະຣາເອນ.
24
ແຕ່ຊາວອິດສະຣາເອນໄດ້ທຳລາຍສັດຕູດ້ວຍຄົມດາບໃນສະໜາມຮົບຢ່າງຫລວງຫລາຍ ແລະຢຶດເອົາດິນແດນຂອງພວກເຂົາຈາກພາກເໜືອຂອງແມ່ນໍ້າອາກໂນນຈົນເຖິງຢັບໂບກ ໝາຍຄວາມວ່າຮອດຊາວອຳໂມນ ເພາະເຂດແດນຂອງຊາວອຳໂມນຖືກປ້ອງກັນໄວ້ຢ່າງເຂັ້ມແຂງ.
25
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເອົາໝົດທຸກເມືອງຂອງຊາວອາໂມ ພ້ອມທັງເຮັດຊະໂບນກັບເມືອງທີ່ອ້ອມແອ້ມດ້ວຍ ແລະໄດ້ຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ.
26
ເຮັດຊະໂບນເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ; ເພິ່ນໄດ້ຊະນະກະສັດແຫ່ງໂມອາບຄົນກ່ອນ ແລ້ວກໍຢຶດຄອງເອົາດິນແດນທັງໝົດມາປົກຄອງ ຈົນຮອດແມ່ນໍ້າອາກໂນນ.
27
ເຫດສະນັ້ນ ຈຶ່ງມີນັກກະວີໄດ້ປະພັນເພງໄວ້ວ່າ “ເຊີນມາທີ່ເຮັດຊະໂບນ ເຈົ້າສີໂຫນພະນະຄອນ ມາບຸຣະນະສ້ອມແປງ ສ້າງນະຄອນເພພັງຂຶ້ນໃໝ່.
28
ມີຄັ້ງໜຶ່ງໃນນະຄອນນີ້ ທີ່ມີຊື່ວ່າເຮັດຊະໂບນ; ກອງທັບເຈົ້າສີໂຫນ ໄດ້ຮຸກຮານລາມໄປດັ່ງໄຟໄໝ້ ແລະໄດ້ທຳລາຍເມືອງອາຣະ ໃນດິນແດນໂມອາບຈົນໝົດ; ພ້ອມທັງກືນກິນ ອາກໂນນ ເມືອງໂພນພູດອຍເຜົາຜານກ້ຽງ.
29
ຊາວໂມອາບຖືກປາບສ້ຽງ ສູນເສຍຢ່າງຫລວງຫລາຍ; ເຈົ້າຜູ້ຝຶກຂາບໄຫວ້ ພະເຄໂມດເລີຍສິ້ນວອດວາຍ. ພະຂອງພວກເຈົ້ານັ້ນເຮັດໃຫ້ ຄົນປົບຫລົບໄພໄປຍົ່ວໆ; ຍິງຕ້ອງຖິ້ມຜົວຖິ້ມລູກ ເປັນຊະເລີຍຮັບໃຊ້ເຈົ້າອາໂມ.
30
ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທຳລາຍຖິ້ມໝົດ; ຕາຍຢາຍກັນຕາມທາງ ແຕ່ເຮັດຊະໂບນເຖິງດີໂບນພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາແດ່; ຄືບ່ອນທີ່ຢູ່ໃກ້ ກັບເຂດເມເດບາ”.
31
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຫຼັກແຫຼ່ງ ຢູ່ໃນເຂດຂອງຊາວອາໂມຕະຫລອດມາ
32
ແລະໂມເຊໄດ້ສົ່ງພວກນັກສືບເຂົ້າໄປສອດແນມເບິ່ງຊ່ອງທາງ ທີ່ດີທີ່ສຸດເພື່ອເຂົ້າໂຈມຕີເມືອງຢາເຊ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ແລະໄດ້ຂັບໄລ່ຊາວອາໂມທີ່ອາໄສຢູ່ໃນເມືອງເຫຼົ່ານີ້ອອກໄປ.
33
ແລ້ວຊາວອິດສະຣາເອນກໍລ້ຽວໄປຕາມທາງທີ່ມຸ່ງໜ້າສູ່ບາຊານ ແລ້ວເຈົ້າໂອກແຫ່ງເມືອງບາຊານກໍໄດ້ຍົກທັບອອກມາ ເພື່ອໂຈມຕີພວກເຂົາທີ່ເອັດເຣອີ.
34
ແຕ່ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຢ່າສູ່ຢ້ານເລີຍ ເຮົາຈະໃຫ້ເຈົ້າຕີຊະນະກະສັດຄົນນີ້, ຊະນະປະຊາຊົນທັງໝົດ ແລະຢຶດຄອງເອົາດິນແດນຂອງລາວ. ຈົ່ງເຮັດກັບເຈົ້າໂອກຄືກັນກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຂອງຊາວອາໂມຜູ້ທີ່ໄດ້ປົກຄອງທີ່ນະຄອນເຮັດຊະໂບນ.”
35
ສະນັ້ນ ຊາວອິດສະຣາເອນຈຶ່ງໄດ້ສັງຫານເຈົ້າໂອກ ພ້ອມທັງພວກລູກຊາຍກັບປະຊາຊົນທັງໝົດຂອງລາວໂດຍບໍ່ມີໃຜລອດຊີວິດເລີຍ ແລ້ວຢຶດເອົາດິນແດນມາປົກຄອງ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36