bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 25
Numbers 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 26 →
1
ເມື່ອຊາວອິດສະຣາເອນໄດ້ມາຕັ້ງຄ້າຍພັກຢູ່ທີ່ຊິດຕິມນັ້ນ ພວກຜູ້ຊາຍຊາວອິດສະຣາເອນໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ.
2
ພວກແມ່ຍິງເຫຼົ່ານີ້ໄດ້ເຊີນພວກເຂົາເຂົ້າຮ່ວມ ບຸນສະຫລອງພິທີຖວາຍບູຊາໃນບ່ອນຂາບໄຫວ້ພະຂອງຊາວໂມອາບ. ພວກເຂົາໄດ້ກິນອາຫານທີ່ໄດ້ບູຊາແລ້ວແລະໄດ້ນົບຮູບພະທັງຫລາຍຂອງພວກເຂົາ
3
ຊາວອິດສະຣາເອນກໍໄດ້ຮ່ວມຂາບໄຫວ້ພະບາອານແຫ່ງເປອໍດ້ວຍ. ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍພວກເຂົາ
4
ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ໃຫ້ຈັບບັນດາຫົວໜ້າຂອງຊາດອິດສະຣາເອນທັງໝົດມາປະຫານຊີວິດຕໍ່ໜ້າຄົນທັງຫລາຍ. ຕໍ່ໜ້າພຣະເຈົ້າຢາເວ ແລະພຣະເຈົ້າຢາເວຈະບໍ່ໂກດຮ້າຍຊາວອິດສະຣາເອນຕໍ່ໄປ.”
5
ໂມເຊຈຶ່ງສັ່ງບັນດາເຈົ້າໜ້າທີ່ວ່າ, “ໃຫ້ແຕ່ລະຄົນໃນພວກເຈົ້າ ປະຫານຊີວິດທຸກໆຄົນໃນເຜົ່າຂອງພວກເຈົ້າທີ່ຂາບໄຫວ້ພະບາອານແຫ່ງເປອໍ.”
6
ມີຊາວອິດສະຣາເອນຜູ້ໜຶ່ງໄດ້ນຳຍິງຊາວມີດີອານຜູ້ໜຶ່ງ ເຂົ້າໄປໃນເຕັນຂອງຕົນຕໍ່ໜ້າໂມເຊ ແລະຊຸມຊົນທັງໝົດ ໃນຂະນະທີ່ກຳລັງໄວ້ທຸກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
7
ເມື່ອຟີເນຮາ ລູກຊາຍຂອງເອເລອາຊາ ແລະຫລານຊາຍຂອງປະໂຣຫິດອາໂຣນ ໄດ້ເຫັນເຊັ່ນນັ້ນ; ລາວຈຶ່ງຖືຫອກລຸກຂຶ້ນໄປຈາກທີ່ປະຊຸມຕິດຕາມຊາຍແລະຍິງຄູ່ນັ້ນເຂົ້າໄປໃນເຕັນ
8
ແລະຊັດຫອກຂອງຕົນໃສ່ ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມທຳລາຍຊາວອິດສະຣາເອນຢູ່ນັ້ນຈຶ່ງຢຸດຕິລົງ,
9
ແຕ່ໂຣກລະບາດນີ້ກໍໄດ້ທຳລາຍປະຊາຊົນອິດສະຣາເອນໄປແລ້ວ 24.000 ຄົນ.
10
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ,
11
“ເພາະສິ່ງທີ່ຟີເນຮາໄດ້ເຮັດນັ້ນ ເຮົາຈຶ່ງບໍ່ໂກດຮ້າຍປະຊາຊົນອິດສະຣາເອນອີກຕໍ່ໄປ. ລາວໄດ້ຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນໆນອກເໜືອຈາກເຮົາ. ດ້ວຍເຫດນີ້ ເຮົາຈຶ່ງບໍ່ໂກດຮ້າຍແລະທຳລາຍພວກເຂົາ.
12
ເພາະສະນັ້ນ ເຈົ້າຈົ່ງບອກລາວວ່າ, ເຮົາຈະຕັ້ງຄຳສັນຍາຢ່າງໜຶ່ງໄວ້ກັບລາວຕະຫລອດໄປ
13
ຄືລາວຕະຫລອດທັງເຊື້ອສາຍຂອງລາວຈະໄດ້ເປັນປະໂຣຫິດຮັບໃຊ້ເຮົາສືບໆໄປ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ ເພາະພວກເຂົາໄດ້ເຮັດບາບ.”
14
ຊາຍອິດສະຣາເອນທີ່ຖືກຂ້າຕາຍພ້ອມກັບຍິງມີດີອານນັ້ນຊື່ວ່າ ຊິມຣີ ລູກຊາຍຂອງສາລູ ຫົວໜ້າຄອບຄົວໃນເຜົ່າຊີເມໂອນ.
15
ສ່ວນຍິງຊາວມີດີອານນັ້ນຊື່ວ່າ ໂກຊະບີ ລູກສາວຂອງຊູເຣ ຫົວໜ້າຂອງໝວດໜຶ່ງໃນບັນດາຕະກຸນມີດີອານ.
16
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ,
17
“ຈົ່ງບຸກໂຈມຕີຊາວມີດີອານ ແລະທຳລາຍພວກເຂົາໃຫ້ກ້ຽງ.
18
ເພາະພວກເຂົາໄດ້ເຮັດຊົ່ວຕໍ່ເຈົ້າທີ່ເມືອງເປອໍ ແລະຍ້ອນໂກຊະບີຜູ້ທີ່ໄດ້ຖືກຂ້າໃນເວລາທີ່ເກີດໂຣກລະບາດນັ້ນ.”
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36