bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 14
Numbers 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 15 →
1
ປະຊາຊົນຕ່າງກໍຮ້ອງໄຫ້ດ້ວຍຄວາມທຸກໃຈຕະຫລອດທັງຄືນ.
2
ພວກເຂົາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ຕາຍຢູ່ທີ່ປະເທດເອຢິບ ຫລືຢູ່ທີ່ຖິ່ນແຫ້ງແລ້ງກັນດານກໍຍັງດີກວ່າ
3
ເປັນຫຍັງພຣະເຈົ້າຢາເວຈຶ່ງຈະນຳພວກເຮົາເຂົ້າໄປໃນດິນແດນນັ້ນ? ພວກເຮົາຈະຖືກຂ້າໃນສະໜາມຮົບ ແລະບັນດາລູກເມຍຂອງພວກເຮົາກໍຈະຖືກຈັບໄປ. ພວກເຮົາກັບຄືນໄປເອຢິບບໍ່ດີກວ່າບໍ?”
4
ສະນັ້ນ ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ໃຫ້ເລືອກເອົາຜູ້ນຳຜູ້ໜຶ່ງແລະກັບຄືນໄປປະເທດເອຢິບ.”
5
ແລ້ວໂມເຊແລະອາໂຣນກໍຂາບລົງດິນຕໍ່ໜ້າປະຊາຊົນທັງໝົດ.
6
ແຕ່ໂຢຊວຍລູກຊາຍຂອງນູນ ແລະກາເລັບລູກຊາຍຂອງເຢຟຸນເນ ສອງຄົນໃນຈຳນວນພວກນັກສືບສອດແນມ ໄດ້ຈີກເສື້ອຂອງຕົນດ້ວຍຄວາມເສຍໃຈ
7
ແລະເວົ້າຕໍ່ປະຊາຊົນວ່າ, “ດິນແດນຊຶ່ງພວກຂ້າພະເຈົ້າໄດ້ໄປສຳຫລວດເບິ່ງນັ້ນ ເປັນດິນແດນທີ່ດີເລີດ.
8
ຖ້າພຣະເຈົ້າຢາເວຫາກພໍໃຈນຳພວກເຮົາ ພຣະອົງກໍຈະນຳພາພວກເຮົາໄປທີ່ນັ້ນ ແລະມອບດິນແດນທີ່ອຸດົມແລະຮັ່ງມີໃຫ້ແກ່ພວກເຮົາ.
9
ຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເລີຍ ແລະຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ ແລະຈະຊົງທຳລາຍບັນດາພະທີ່ປົກປັກຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”
10
ຊຸມຊົນທັງໝົດກຳລັງຈະໃຊ້ຫີນແກວ່ງໃສ່ໂມເຊແລະອາໂຣນໃຫ້ຕາຍ, ແຕ່ໃນທັນໃດນັ້ນ ປະຊາຊົນໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດທີ່ເທິງຫໍເຕັນບ່ອນຊຸມນຸມ.
11
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຍັງຈະໝິ່ນປະໝາດເຮົາອີກດົນນານປານໃດ? ເຖິງແມ່ນວ່າ ເຮົາໄດ້ເຮັດການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາແລ້ວ ພວກເຂົາກໍຍັງປະຕິເສດທີ່ຈະໄວ້ວາງໃຈໃນເຮົາຕະຫລອດໄປບໍ?
12
ເຮົາຈະສົ່ງໂຣກລະບາດຮ້າຍແຮງທຳລາຍພວກເຂົາ ແຕ່ເຮົາຈະເຮັດໃຫ້ເຈົ້າເປັນພໍ່ຂອງຊົນຊາດໃຫຍ່ຊາດໜຶ່ງ ແລະມີອຳນາດຫລາຍກວ່າພວກເຂົາ.”
13
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງໄດ້ນຳປະຊາຊົນເຫຼົ່ານີ້ອອກມາຈາກປະເທດເອຢິບດ້ວຍຣິດອຳນາດຂອງພຣະອົງເອງ. ເມື່ອຊາວເອຢິບໄດ້ຍິນສິ່ງທີ່ພຣະອົງເຮັດຕໍ່ປະຊາຊົນຂອງພຣະອົງ
14
ພວກເຂົາກໍຈະບອກເລື່ອງນັ້ນໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ຄົນພວກນັ້ນໄດ້ຍິນແລ້ວວ່າພຣະອົງຄືພຣະເຈົ້າຢາເວ ສະຖິດຢູ່ທ່າມກາງພວກຂ້ານ້ອຍ ແລະພຣະເຈົ້າຢາເວໄດ້ປາກົດໜ້າຕໍ່ໜ້າໃຫ້ພວກຂ້ານ້ອຍເຫັນ, ແລະເປັນເສົາເມກຊຶ່ງຢຸດຢູ່ເທິງພວກຂ້ານ້ອຍ ແລະພຣະອົງຍັງໄດ້ນຳພາພວກຂ້ານ້ອຍໄປ ເປັນເສົາເມກໃນເວລາກາງເວັນ ແລະເປັນເສົາໄຟໃນເວລາກາງຄືນ.
15
ມາບັດນີ້ ຖ້າພຣະອົງຫາກຂ້າປະຊາຊົນຂອງພຣະອົງທັງໝົດ ຊົນຊາດທັງຫລາຍທີ່ໄດ້ຍິນເຖິງຊື່ສຽງຂອງພຣະອົງກໍຈະກ່າວວ່າ
16
‘ເພາະພຣະເຈົ້າຢາເວບໍ່ສາມາດນຳພາພວກເຂົາເຂົ້າໄປໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບພວກເຂົານັ້ນໄດ້. ພຣະອົງຈຶ່ງຂ້າປະຊາຊົນຂອງພຣະອົງເອງຢູ່ໃນຖິ່ນແຫ້ງແລ້ງກັນດານ.’
17
ສະນັ້ນ ບັດນີ້ພຣະເຈົ້າຢາເວອົງຍິ່ງໃຫຍ່ເອີຍ ຂ້ານ້ອຍຈຶ່ງວິງວອນຂໍພຣະອົງຊົງໂຜດສຳແດງຣິດອຳນາດຂອງພຣະອົງ ແລະເຮັດສິ່ງທີ່ພຣະອົງໄດ້ສັນຍາໄວ້ ເມື່ອພຣະອົງກ່າວວ່າ,
18
‘ພຣະເຈົ້າຢາເວຜູ້ບໍ່ຮ້າຍງ່າຍ, ຜູ້ສຳແດງຄວາມຮັກອັນໝັ້ນຄົງ ແລະຄວາມສັດຊື່ຕະຫລອດໄປ ພ້ອມທັງຍົກບາບໃຫ້ອະໄພແກ່ຜູ້ທີ່ກະບົດຕໍ່ສູ້ເຮົາ, ແຕ່ເຮົາຈະບໍ່ລະເລີຍທີ່ຈະລົງໂທດ ລູກຫລານຂອງຜູ້ທີ່ໄດ້ກະທຳບາບຕໍ່ສູ້ເຮົາເຖິງສາມສີ່ຊົ່ວເຊັ່ນຄົນ ສຳລັບການບາບຂອງພໍ່ແມ່ພວກເຂົາ.’
19
ຂໍຊົງຍົກໂທດບາບໃຫ້ຄົນເຫຼົ່ານີ້ເສຍເຖີດ ຕາມຄວາມຮັກອັນໝັ້ນຄົງ ເໝືອນດັ່ງທີ່ພຣະອົງໄດ້ຍົກໂທດບາບໃຫ້ພວກເຂົາ ຕອນທີ່ຫາກໍໄດ້ອອກມາຈາກປະເທດເອຢິບຈົນເຖິງທຸກວັນນີ້.”
20
ພຣະເຈົ້າຢາເວໄດ້ຕອບວ່າ, “ເຮົາຈະຍົກໂທດບາບໃຫ້ພວກເຂົາ ຕາມທີ່ເຈົ້າໄດ້ຂໍຮ້ອງມາ,
21
ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ທົ່ວແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ,
22
ບໍ່ມີໃຜຈັກຄົນໃນຈຳນວນຄົນເຫຼົ່ານີ້ ທີ່ໄດ້ເຫັນສະຫງ່າຣາສີຂອງເຮົາ ແລະການອັດສະຈັນແລະໝາຍສຳຄັນຕ່າງໆທີ່ເຮົາໄດ້ກະທຳ ຢູ່ໃນປະເທດເອຢິບແລະໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ທົດລອງເຮົາເຖິງສິບເທື່ອແລ້ວ ແຕ່ຍັງໄດ້ປະຕິເສດທີ່ຈະເຊື່ອຟັງເຮົາ.
23
ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົານັ້ນຈັກເທື່ອ. ພວກທີ່ໝິ່ນປະໝາດເຮົານັ້ນ ຈະບໍ່ມີຈັກຄົນໜຶ່ງຄົນດຽວທີ່ໄດ້ເຂົ້າໄປໃນທີ່ນັ້ນ.
24
ແຕ່ຍ້ອນກາເລັບ ຄົນຮັບໃຊ້ຂອງເຮົາ ມີທ່າທີແຕກຕ່າງຈາກຄົນເຫຼົ່ານີ້ ແລະລາວສັດຊື່ຕໍ່ເຮົາ ເຮົາຈະນຳພາລາວເຂົ້າໄປໃນດິນແດນທີ່ລາວໄດ້ໄປສຳຫລວດ ແລະເຊື້ອສາຍຂອງລາວຈະໄດ້ເປັນກຳມະສິດດິນແດນ
25
ຊຶ່ງເປັນຮ່ອມພູທີ່ຊາວອາມາເຫຼັກກັບຊາວການາອານອາໄສຢູ່ໃນເວລານີ້. ໃນມື້ອື່ນ ພວກເຈົ້າຈົ່ງກັບຄືນໄປໃນຖິ່ນແຫ້ງແລ້ງກັນດານຕາມສາຍທາງໄປສູ່ອ່າວອາກາບາ.”
26
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊກັບອາໂຣນວ່າ,
27
“ຄົນຊົ່ວເຫຼົ່ານີ້ ຈະຈົ່ມຮ້າຍໃສ່ເຮົາໄປອີກດົນນານປານໃດ? ເຮົາໄດ້ຍິນສຽງຈົ່ມຮ້າຍເຫຼົ່ານັ້ນພຽງພໍແລ້ວ
28
ບັດນີ້ ຈົ່ງໃຫ້ຄຳຕອບນີ້ແກ່ພວກເຂົາວ່າ, ‘ພຣະເຈົ້າຢາເວກ່າວວ່າ ເຮົາມີຊີວິດຢູ່ແນ່ນອນສັນໃດ ເຮົາຈະເຮັດຕາມທີ່ເຈົ້າໄດ້ຂໍຮ້ອງເຮົາສັນນັ້ນ.
29
ພວກເຈົ້າຈະຕາຍແລະຊາກສົບຂອງພວກເຈົ້າຈະກະຈັດກະຈາຍ ທົ່ວຖິ່ນແຫ້ງແລ້ງກັນດານ. ຍ້ອນພວກເຈົ້າຈົ່ມຮ້າຍໃສ່ເຮົາ ຄົນທີ່ມີອາຍຸຊາວປີຂຶ້ນໄປໃນພວກເຈົ້າ ຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນເດັດຂາດ.
30
ເຮົາໄດ້ສັນຍາວ່າຈະໃຫ້ພວກເຈົ້າຢູ່ທີ່ນັ້ນ ແຕ່ໃນພວກເຈົ້າຈະບໍ່ມີໃຜໄດ້ຢູ່ ນອກຈາກກາເລັບລູກຊາຍຂອງເຢຟຸນເນແລະໂຢຊວຍລູກຊາຍຂອງນູນ.
31
ພວກເຈົ້າໄດ້ເວົ້າວ່າ, ລູກຫລານຂອງພວກເຈົ້າຈະຖືກຈັບໄປ ແຕ່ເຮົາຈະນຳພວກເຂົາເຂົ້າໄປໃນດິນແດນທີ່ພວກເຈົ້າບໍ່ຍອມຮັບເອົາ ແລະທີ່ນັ້ນຈະເປັນບ້ານເຮືອນຂອງພວກເຂົາ.
32
ພວກເຈົ້າຈະຕາຍຢູ່ທີ່ຖິ່ນແຫ້ງແລ້ງກັນດານນີ້.
33
ພວກລູກຫລານຂອງພວກເຈົ້າຈະທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານ ເປັນເວລາສີ່ສິບປີ ຕ້ອງທົນທຸກລຳບາກຍ້ອນຄວາມບໍ່ສັດຊື່ຂອງພວກເຈົ້າ ຈົນກວ່າຄົນສຸດທ້າຍໃນພວກເຈົ້າຕາຍໄປ.
34
ພວກເຈົ້າຈະໄດ້ຮັບຜົນກຳເພາະການບາບຂອງພວກເຈົ້າເປັນເວລາ 40 ປີນັ້ນຄື: ໜຶ່ງປີຕໍ່ໜຶ່ງວັນຂອງສີ່ສິບວັນ ຕາມເວລາທີ່ພວກເຈົ້າໄດ້ໃຊ້ສຳຫລວດດິນແດນນັ້ນ. ພວກເຈົ້າຈະຮູ້ວ່າການເປັນສັດຕູກັບເຮົານັ້ນເປັນຢ່າງໃດ.
35
ເຮົາແມ່ນພຣະເຈົ້າຢາເວ ເຮົາໄດ້ກ່າວວ່າ ເຮົາຈະເຮັດເຊັ່ນນີ້ຕໍ່ຄົນຢ່າງພວກເຈົ້າ ທີ່ຮ່ວມຫົວກັນຕໍ່ສູ້ເຮົາ. ພວກເຈົ້າແຕ່ລະຄົນຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”’
36
ຄົນທີ່ໂມເຊໄດ້ສົ່ງໄປສຳຫລວດດິນແດນນຳລາຍງານບໍ່ຈິງມາເວົ້າ ຊຶ່ງພາໃຫ້ປະຊາຊົນຈົ່ມຮ້າຍຕໍ່ສູ້ພຣະອົງ. ສະນັ້ນ ຈຶ່ງເຮັດໃຫ້ພວກເຂົາເປັນໂຣກລະບາດຮ້າຍແຮງ ແລະຕາຍໄປຕໍ່ໜ້າພຣະເຈົ້າຢາເວ.
38
ໃນຈຳນວນນັກສືບສອດແນມສິບສອງຄົນນັ້ນ ມີແຕ່ໂຢຊວຍລູກຊາຍຂອງນູນແລະກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ມີຊີວິດຢູ່.
39
ເມື່ອໂມເຊໄດ້ບອກເຖິງຖ້ອຍຄຳເຫຼົ່ານີ້ໃຫ້ຊາວອິດສະຣາເອນທັງໝົດຟັງ, ພວກເຂົາກໍພາກັນຮ້ອງໄຫ້ທຸກໂສກຢ່າງຂົມຂື່ນ.
40
ພວກເຂົາໄດ້ລຸກຂື້ນຕັ້ງແຕ່ເຊົ້າໆ ແລະພວກເຂົາໄດ້ຂື້ນໄປເທິງເນີນພູສູງໂດຍເວົ້າວ່າ, “ບັດນີ້ ພວກເຮົາພ້ອມແລ້ວທີ່ຈະໄປສູ່ດິນແດນບ່ອນທີ່ພຣະເຈົ້າຢາເວໄດ້ຊົງສັນຍາໄວ້. ພວກເຮົາຍອມຮັບວ່າພວກເຮົາໄດ້ເຮັດບາບແລ້ວ.”
41
ແຕ່ໂມເຊໄດ້ບອກວ່າ, “ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ພວກເຈົ້າຈະບໍ່ໄດ້ຮັບໄຊຊະນະດອກ
42
ຢ່າໄປເລີຍ ເພາະພຣະເຈົ້າຢາເວຈະບໍ່ສະຖິດຢູ່ນຳພວກເຈົ້າ ແລະພວກເຈົ້າຈະພ່າຍແພ້ພວກສັດຕູ.
43
ເມື່ອພວກເຈົ້າປະເຊີນໜ້າກັບຊາວອາມາເຫຼັກ ແລະຊາວການາອານໃນທີ່ນັ້ນ ພວກເຈົ້າຈະຕາຍຢູ່ໃນສະໜາມຮົບ; ເພາະວ່າພວກເຈົ້າບໍ່ຍິນຍອມເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ, ພຣະເຈົ້າຢາເວຈະບໍ່ສະຖິດຢູ່ນຳພວກເຈົ້າ.”
44
ແຕ່ພວກເຂົາກໍຍັງຕັ້ງໃຈຂຶ້ນໄປເທິງເນີນພູສູງ ໂດຍທີ່ຫີບພັນທະສັນຍາຂອງພຣະເຈົ້າຢາເວແລະໂມເຊຍັງຢູ່ໃນຄ້າຍ.
45
ແລ້ວພວກອາມາເຫຼັກແລະພວກການາອານທີ່ຢູ່ໃນທີ່ນັ້ນກໍໄດ້ໂຈມຕີຄືນ ແລະຂັບໄລ່ພວກເຂົາໃຫ້ພ່າຍແພ້ຢ່າງສິ້ນເຊີງທີ່ເມືອງໂຮມາ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36