bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 19
Numbers 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 20 →
1
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊແລະອາໂຣນວ່າ,
2
“ຕໍ່ໄປນີ້ແມ່ນກົດບັນຍັດຂອງພຣະເຈົ້າຢາເວໄດ້ສັ່ງດັ່ງນີ້: ຈົ່ງບອກຊາວອິດສະຣາເອນໃຫ້ນຳງົວແມ່ສີແດງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິທັງບໍ່ເຄີຍໃຊ້ວຽກຈັກເທື່ອ
3
ມາໃຫ້ປະໂຣຫິດເອເລອາຊາ. ຈົ່ງເອົາງົວໂຕນີ້ໄປຂ້າປາດຄໍຢູ່ນອກຄ້າຍຊ້ອງໜ້າເພິ່ນ.
4
ໃຫ້ປະໂຣຫິດເອົາເລືອດບາງສ່ວນມາ ໃຊ້ນິ້ວມືຈຸ່ມລົງໃນນັ້ນ ແລະຊິດໄປທາງໜ້າຫໍເຕັນບ່ອນຊຸມນຸມເຈັດເທື່ອ.
5
ຈົ່ງເຜົາສັດທັງໂຕເຊັ່ນ: ໜັງ, ຊີ້ນ ແລະເຄື່ອງໃນໄສ້ພຸງຊ້ອງໜ້າປະໂຣຫິດ.
6
ແລ້ວໃຫ້ເພິ່ນເອົາໄມ້ສົນສີດາຈຳນວນໜຶ່ງ, ໃບຕົ້ນຫູສົບມັດໜຶ່ງ ແລະດ້າຍສີແດງເສັ້ນໜຶ່ງຖິ້ມໃສ່ໄຟ.
7
ຫລັງຈາກນັ້ນແລ້ວ ໃຫ້ເພິ່ນຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຮ່າງກາຍແລ້ວ ຈຶ່ງເຂົ້າໄປຢູ່ໃນຄ້າຍພັກໄດ້, ແຕ່ເພິ່ນຍັງເປັນມົນທິນຢູ່ຈົນຮອດຄໍ່າ.
8
ຊາຍຜູ້ທີ່ເຜົາງົວນັ້ນຕ້ອງຊັກເຄື່ອງນຸ່ງ ແລະອາບນໍ້າຊຳລະຮ່າງກາຍເໝືອນກັນ ແຕ່ລາວຍັງຈະເປັນມົນທິນຢູ່ຈົນຮອດຄໍ່າ.
9
ແລ້ວໃຫ້ຊາຍຜູ້ໜຶ່ງທີ່ບໍ່ເປັນມົນທິນຕາມກົດບັນຍັດໄປເກັບເອົາຂີ້ເຖົ່າຂອງງົວແມ່ ແລ້ວເອົາໄປວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍຕາມກົດບັນຍັດ ເພື່ອຊຸມຊົນອິດສະຣາເອນຈະໄດ້ເອົາມາໃຊ້ເປັນນໍ້າຊຳລະມົນທິນເພື່ອລົບລ້າງບາບ.
10
ຊາຍທີ່ຊ້ວນຂີ້ເຖົ່ານັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແຕ່ລາວຍັງຈະເປັນມົນທິນຈົນຮອດຄໍ່າ. ໃຫ້ຊາວອິດສະຣາເອນຫລືຊາວຕ່າງດ້າວທີ່ອາໄສຢູ່ນຳນັ້ນ ປະຕິບັດຕາມລະບຽບການນີ້ທຸກຍຸກທຸກສະໄໝສືບໄປ.”
11
“ຜູ້ໃດກໍຕາມທີ່ຈັບບາຍຊາກສົບຈະເປັນມົນທິນຢູ່ເຈັດວັນ.
12
ໃນວັນທີສາມ ແລະວັນທີເຈັດລາວຕ້ອງຊຳລະຕົນເອງດ້ວຍນໍ້າ ແລ້ວລາວກໍຈະບໍ່ເປັນມົນທິນ, ແຕ່ຖ້າລາວຫາກບໍ່ຊຳລະຕົນເອງໃນວັນທີສາມ ແລະວັນທີເຈັດ ລາວກໍຍັງເປັນມົນທິນຢູ່.
13
ຜູ້ໃດກໍຕາມທີ່ຈັບບາຍຊາກສົບ ແລະບໍ່ໄດ້ຊຳລະຕົນເອງຍັງຈະເປັນມົນທິນຢູ່ ຍ້ອນລາວບໍ່ໄດ້ຊຳລະລາວເອງ. ລາວໝິ່ນປະໝາດຫໍເຕັນສັກສິດຂອງພຣະເຈົ້າຢາເວ ແລະຢ່າຖືລາວວ່າເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ.
14
ຖ້າຫາກມີຄົນໜຶ່ງຕາຍໃນຫໍເຕັນແຫ່ງໜຶ່ງ ທຸກຄົນທີ່ຢູ່ໃນຫໍເຕັນ ຫລືເຂົ້າໄປໃນທີ່ນັ້ນ ຈະເປັນມົນທິນຢູ່ເຈັດວັນຕາມກົດບັນຍັດ.
15
ໄຫກັບໝໍ້ທຸກໜ່ວຍທີ່ບໍ່ມີຝາອັດ ໃນຫໍເຕັນນັ້ນ ຈະເປັນມົນທິນເຊັ່ນດຽວກັນ.
16
ຖ້າຫາກມີຄົນໜຶ່ງຄົນໃດຈັບບາຍຄົນທີ່ຖືກຂ້າຕາຍ ຫລືຕາຍຕາມທຳມະດານອກຫໍເຕັນ ຫລືຖ້າຫາກມີຄົນໜຶ່ງຄົນໃດຈັບບາຍກະດູກຫລືຂຸມຝັງສົບ ຜູ້ນັ້ນຈະເປັນມົນທິນຢູ່ເຈັດວັນ.
17
ເພື່ອຊຳລະມົນທິນໃຫ້ເອົາຂີ້ເຖົ່າຂອງງົວແມ່ສີແດງທີ່ເຜົາແລ້ວນັ້ນມາໃສ່ໃນຖ້ວຍ ແລະປົນກັບນໍ້າທີ່ສະອາດ.
18
ໃນກໍລະນີທຳອິດ ໃຫ້ຜູ້ໜຶ່ງທີ່ບໍ່ເປັນມົນທິນນັ້ນ ເອົາໃບຕົ້ນຫູສົບມັດໜຶ່ງ ຈຸ່ມລົງໃນນໍ້າແລະຊິດໃສ່ຜ້າເຕັນ, ໃສ່ທຸກໆສິ່ງ ແລະໃສ່ຄົນທີ່ຢູ່ໃນຫໍເຕັນ. ໃນກໍລະນີທີສອງ ໃຫ້ຜູ້ໜຶ່ງທີ່ບໍ່ເປັນມົນທິນຕາມກົດບັນຍັດ ເອົານໍ້າຊິດໃສ່ຜູ້ທີ່ໄດ້ຈັບບາຍກະດູກຄົນ ຫລືຊາກສົບຄົນຕາຍ ຫລືຂຸມຝັງສົບ.
19
ໃນວັນທີສາມ ແລະວັນທີເຈັດໃຫ້ບຸກຄົນຜູ້ທີ່ບໍ່ເປັນມົນທິນຊິດນໍ້າໃສ່ຜູ້ເປັນມົນທິນ. ໃນວັນທີເຈັດໃຫ້ລາວຊຳລະບຸກຄົນນັ້ນ ຄືຜູ້ທີ່ຫລັງຈາກຊັກເຄື່ອງນຸ່ງ ແລະອາບນໍ້າແລ້ວ ບໍ່ເປັນມົນທິນຕາມກົດບັນຍັດເມື່ອຕາເວັນຕົກດິນ.
20
ຄົນໃດທີ່ເປັນມົນທິນ ແລະບໍ່ໄດ້ຊຳລະຕົນເອງກໍຍັງເປັນມົນທິນຢູ່ ເພາະລາວບໍ່ໄດ້ໃຊ້ນໍ້າຊຳລະຕົນເອງ. ລາວໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະເຈົ້າຢາເວເປັນມົນທິນ ແລະຈະບໍ່ໄດ້ເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ.
21
ພວກເຈົ້າຕ້ອງປະຕິບັດຕາມລະບຽບການນີ້ທຸກຍຸກທຸກສະໄໝສືບໄປ. ຄົນຜູ້ທີ່ຊິດນໍ້ານັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນເໝືອນກັນ; ຜູ້ໃດທີ່ແຕະຕ້ອງນໍ້ານັ້ນ ຍັງເປັນມົນທິນຢູ່ຈົນຮອດຄໍ່າຕາມກົດບັນຍັດ.
22
ສິ່ງໃດທີ່ຄົນເປັນມົນທິນຈັບບາຍກໍເປັນມົນທິນ ແລະຜູ້ໃດທີ່ຈັບບາຍ ຜູ້ນັ້ນກໍຍັງເປັນມົນທິນຢູ່ຈົນຮອດຄໍ່າ.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36