bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 1
Exodus 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 2 →
1
ຕໍ່ໄປນີ້ແມ່ນລາຍຊື່ພວກລູກຊາຍຂອງຢາໂຄບ ທີ່ໄດ້ອົບພະຍົບພ້ອມເພິ່ນໄປຢູ່ໃນປະເທດເອຢິບ ມີດັ່ງນີ້:
2
ຣູເບັນ, ຊີເມໂອນ, ເລວີ, ຢູດາ,
3
ອິດຊາຄາ, ເຊບູໂລນ, ເບັນຢາມິນ,
4
ດານ, ເນັບທາລີ, ກາດ ແລະອາເຊ ແຕ່ລະຄົນເອົາລູກເມຍຂອງຕົນໄປນຳດ້ວຍ.
5
ພວກລູກຫລານທີ່ໄປກັບຢາໂຄບມີທັງໝົດ 70 ຄົນ. ສ່ວນລູກຊາຍອີກຜູ້ໜຶ່ງຂອງເພິ່ນນັ້ນແມ່ນໂຢເຊັບ ຜູ້ທີ່ໄດ້ໄປຢູ່ໃນປະເທດເອຢິບກ່ອນແລ້ວ.
6
ຫຼັງຈາກນັ້ນ ໂຢເຊັບກັບພວກອ້າຍນ້ອງ ແລະບັນດາຄົນໃນລຸ້ນດຽວກັນກໍໄດ້ຕາຍໄປ
7
ແຕ່ເນື່ອງຈາກວ່າ ຊາວອິດສະຣາເອນໃນລຸ້ນຕໍ່ມາມີລູກຫລາຍ ຈົນນັບມື້ນັບຫລາຍຂຶ້ນ ແລະທັງມີກຳລັງພົນເຂັ້ມແຂງ ພວກເຂົາຈຶ່ງແຜ່ຜາຍກະຈັດກະຈາຍກັນຢູ່ເຕັມປະເທດເອຢິບ.
8
ຕໍ່ມາ ໄດ້ມີກະສັດຟາໂຣຄົນໃໝ່ຂຶ້ນປົກຄອງປະເທດເອຢິບ. ກະສັດຟາໂຣຜູ້ນີ້ບໍ່ຮູ້ເລື່ອງຫຍັງກ່ຽວກັບໂຢເຊັບເລີຍ.
9
ເພິ່ນໄດ້ປະກາດຕໍ່ປະຊາຊົນຂອງຕົນວ່າ, “ເບິ່ງດູ ຄົນອິດສະຣາເອນນັບມື້ນັບຫລາຍຂຶ້ນ ແລະມີກຳລັງພົນເຂັ້ມແຂງ ຊຶ່ງພວກເຂົາຈະຂົ່ມຂູ່ພວກເຮົາ.
10
ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະຫັນມາຕໍ່ສູ້ພວກເຮົາ ແລະອອກໄປຈາກ ປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫລາຍຂຶ້ນ.”
11
ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
12
ເຖິງແມ່ນວ່າ ຊາວເອຢິບຂົ່ມເຫັງຊາວອິດສະຣາເອນໜັກປານໃດກໍຕາມ ຈຳນວນຊາວອິດສະຣາເອນກໍຍິ່ງເພີ່ມທະວີຄູນຍິ່ງຂຶ້ນ ແລະແຜ່ຜາຍໄປທົ່ວປະເທດ ຈົນຊາວເອຢິບມີຄວາມຫວັ່ນເກງຊາວອິດສະຣາເອນ.
13
ຊາວເອຢິບໄດ້ເຮັດໃຫ້ຊີວິດຂອງຊາວອິດສະຣາເອນຂົມຂື່ນ ໂດຍບັງຄັບພວກເຂົາໃຫ້ເຮັດວຽກໜັກຢ່າງຂ້າທາດ
14
ຊາວເອຢິບໄດ້ບັງຄັບຊາວອິດສະຣາເອນ ໃຫ້ເຜົາດິນຈີ່ ແລະເຮັດວຽກກໍ່ສ້າງ ທັງເຮັດວຽກໜັກທຸກຊະນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີແຕ່ຢ່າງໃດເລີຍ.
15
ຕໍ່ມາ ກະສັດຟາໂຣແຫ່ງເອຢິບໄດ້ສັ່ງຊີຟາຣາ ແລະປູອາ ນາງໝໍຕຳແຍຊາວເຮັບເຣີສອງຄົນວ່າ,
16
“ເມື່ອພວກເຈົ້າໄປຊ່ວຍເອົາລູກອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍເປັນຜູ້ຊາຍໃຫ້ຂ້າຖິ້ມ, ແຕ່ຖ້າເດັກນ້ອຍເປັນຜູ້ຍິງໃຫ້ປະໄວ້.”
17
ແຕ່ນາງໝໍຕຳແຍທັງສອງເປັນຄົນຢຳເກງພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດຟາໂຣ ແລະປ່ອຍເດັກນ້ອຍຜູ້ຊາຍໃຫ້ມີຊີວິດຢູ່.
18
ເມື່ອເຫັນເປັນເຊັ່ນນີ້ ກະສັດຟາໂຣຈຶ່ງໄດ້ເອີ້ນນາງໝໍຕຳແຍທັງສອງມາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຕາມຄຳສັ່ງ? ເປັນຫຍັງພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?”
19
ພວກນາງຈຶ່ງຕອບວ່າ, “ຍິງຊາວເຮັບເຣີຕ່າງກັບຍິງຊາວເອຢິບ. ພວກເຂົາອອກລູກງ່າຍຫລາຍ. ກ່ອນທີ່ຜູ້ໃດຜູ້ໜຶ່ງໃນພວກຂ້ານ້ອຍຈະໄປເຖິງນັ້ນ ພວກເຂົາກໍໄດ້ອອກລູກກ່ອນແລ້ວ.”
20
ສະນັ້ນ ຊາວອິດສະຣາເອນຈຶ່ງມີຈຳນວນຄົນທະວີຄູນຂຶ້ນເລື້ອຍໆ ທັງມີກຳລັງເຂັ້ມແຂງຫລາຍ.
21
ເພາະນາງໝໍຕຳແຍທັງສອງຢຳເກງພຣະເຈົ້າ. ພຣະເຈົ້າຈຶ່ງດີຕໍ່ພວກນາງ ໂດຍໄດ້ໃຫ້ພວກນາງມີລູກຫລາຍຄົນ.
22
ແຕ່ກະສັດຟາໂຣກໍໄດ້ສັ່ງປະຊາຊົນຂອງຕົນວ່າ, “ລູກຜູ້ຊາຍທຸກໆຄົນຂອງຊາວເຮັບເຣີທີ່ເກີດໃໝ່ ໃຫ້ຖິ້ມລົງໃນແມ່ນໍ້ານິນ, ແຕ່ລູກຜູ້ຍິງຈົ່ງປະໄວ້ໃຫ້ມີຊີວິດຢູ່.”
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40