bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 13
Exodus 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 14 →
1
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
2
“ຈົ່ງອຸທິດຖວາຍລູກຊາຍກົກທຸກຄົນແກ່ເຮົາ. ລູກຊາຍກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕເປັນຂອງເຮົາ.”
3
ແລ້ວໂມເຊກໍກ່າວແກ່ປະຊາຊົນວ່າ, “ຈົ່ງຈົດຈຳວັນນີ້ ເປັນວັນທີ່ພວກເຈົ້າທັງຫລາຍໄດ້ອົບພະຍົບອອກຈາກປະເທດເອຢິບ ບ່ອນທີ່ພວກເຈົ້າຕົກເປັນທາດຮັບໃຊ້ນັ້ນ. ວັນນີ້ເປັນວັນທີ່ພຣະເຈົ້າຢາເວ ໄດ້ນຳພວກເຈົ້າອອກມາໂດຍຣິດອຳນາດອັນຍິ່ງໃຫຍ່. ສະນັ້ນ ຢ່າກິນເຂົ້າຈີ່ມີເຊື້ອແປ້ງໃດໆ.
4
ພວກເຈົ້າກຳລັງອອກໄປຈາກປະເທດເອຢິບໃນເດືອນທີໜຶ່ງວັນນີ້ ຄືເດືອນອາບີບ.
5
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
6
ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ແລະໃນວັນທີເຈັດໃຫ້ຈັດເທດສະການເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວ.
7
ໃນເວລາເຈັດວັນນີ້ ຢ່າກິນເຂົ້າຈີ່ມີເຊື້ອແປ້ງຢ່າງເດັດຂາດ ແລະທັງຢ່າໃຫ້ມີເຂົ້າຈີ່ທີ່ມີເຊື້ອແປ້ງໃດໆ ຕາມເຮືອນໃນດິນແດນທີ່ພວກເຈົ້າອາໄສຢູ່ນັ້ນ.
8
ໃນວັນເລີ່ມຕົ້ນເທດສະການ ຈົ່ງອະທິບາຍສູ່ພວກລູກຫລານຂອງພວກເຈົ້າຟັງວ່າ ພວກເຈົ້າເຮັດສິ່ງທັງໝົດນີ້ ກໍເພາະວ່າພຣະເຈົ້າຢາເວໄດ້ຊ່ວຍເຫລືອພວກເຈົ້າ ໃນສະໄໝທີ່ໜີອອກມາຈາກປະເທດເອຢິບນັ້ນ.
9
ແລະສິ່ງນີ້ໃຫ້ເຮັດເປັນສັນຍາລັກຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ຕາມແຂນ ຫລືຄຽນໄວ້ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າໃຫ້ສືບຕໍ່ເລົ່າ ແລະສຶກສາກົດບັນຍັດຂອງພຣະເຈົ້າຢາເວ; ເພາະວ່າພຣະເຈົ້າຢາເວໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.
10
ຈົ່ງສະຫລອງເທດສະການນີ້ທຸກໆປີເມື່ອກຳນົດມາເຖິງ.”
11
ແລ້ວໂມເຊກໍໄດ້ກ່າວວ່າ, “ພຣະເຈົ້າຢາເວຈະນຳພວກເຈົ້າເຂົ້າໄປສູ່ດິນແດນການາອານ ບ່ອນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນວ່າ ຈະຍົກໃຫ້ພວກເຈົ້າກັບບັນພະບຸລຸດຂອງພວກເຈົ້າ. ເມື່ອພຣະອົງມອບດິນແດນໃຫ້ພວກເຈົ້າແລ້ວ
12
ພວກເຈົ້າຕ້ອງຖວາຍລູກຊາຍກົກແກ່ພຣະເຈົ້າຢາເວ. ສັດໂຕເຖິກຫົວປີທຸກໆໂຕຂອງພວກເຈົ້າເປັນຂອງອົງພຣະຜູ້ເປັນເຈົ້າ.
13
ແຕ່ທຸກເທື່ອທີ່ມີລູກລໍໂຕເຖິກເກີດມາ ພວກເຈົ້າຕ້ອງເອົາແກະຫລືແບ້ໂຕເຖິກແລກເອົາໄວ້. ຖ້າພວກເຈົ້າບໍ່ຢາກແລກເອົາໄວ້ ກໍໃຫ້ຫັກຄໍໂຕລໍເຖິກນັ້ນຖິ້ມເສຍ. ພວກເຈົ້າຕ້ອງໄຖ່ຄືນລູກຊາຍກົກທຸກໆຄົນຂອງພວກເຈົ້າ.
14
ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້.
15
ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.
16
ສິ່ງນີ້ຈະເປັນເຄື່ອງໝາຍຜູກໄວ້ທີ່ແຂນ ຫລືຄຽນໄວ້ທີ່ໜ້າຜາກຂອງພວກເຈົ້າ. ມັນຈະເຕືອນພວກເຮົາວ່າ ພຣະເຈົ້າຢາເວໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.”’
17
ເມື່ອກະສັດຟາໂຣແຫ່ງເອຢິບໄດ້ປ່ອຍປະຊາຊົນອິດສະຣາເອນໄປນັ້ນ ພຣະເຈົ້າບໍ່ໄດ້ນຳພາພວກເຂົາຂຶ້ນໄປທາງດິນແດນຟີລິດສະຕິນ ເຖິງແມ່ນວ່າທາງນັ້ນຈະເປັນທາງໃກ້ກໍຕາມ. ພຣະເຈົ້າຄິດໃນໃຈວ່າ, “ເຮົາບໍ່ຕ້ອງການໃຫ້ປະຊາຊົນຄິດປ່ຽນໃຈກັບຄືນໄປທີ່ປະເທດເອຢິບ ເມື່ອພວກເຂົາເຫັນວ່າພວກເຂົາຕ້ອງເຮັດເສິກ.”
18
ດັ່ງນັ້ນ ພຣະອົງຈຶ່ງນຳພວກເຂົາອ້ອມໄປທາງຖິ່ນແຫ້ງແລ້ງກັນດານ ແລະມຸ້ງໜ້າໄປສູ່ທະເລແດງ. ຊາວອິດສະຣາເອນຕ່າງກໍມີອາວຸດຄົບມືເພື່ອຕຽມສູ້ຮົບ.
19
ໂມເຊເອົາຊາກສົບຂອງໂຢເຊັບໄປນຳ ເພາະໂຢເຊັບໄດ້ສັ່ງໄວ້ຢ່າງໜັກແໜ້ນ. ເພິ່ນໄດ້ສັ່ງໄວ້ວ່າ, “ເມື່ອພຣະເຈົ້າມາຊ່ວຍກູ້ເອົາພວກເຈົ້າ ພວກເຈົ້າຕ້ອງນຳເອົາຊາກສົບຂອງຂ້ອຍໄປຈາກທີ່ນີ້.”
20
ຊາວອິດສະຣາເອນໄດ້ອົບພະຍົບຈາກທ້ອງຖິ່ນຊຸກໂກດ ໄປຕັ້ງຄ້າຍພັກຢູ່ໃນທ້ອງຖິ່ນເອທາມ ທີ່ແຄມຖິ່ນແຫ້ງແລ້ງກັນດານ.
21
ໃນລະຫວ່າງການເດີນທາງນັ້ນ ພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກຊີ້ທາງໄປໃນເວລາກາງເວັນ ແລະມີເສົາໄຟເຍືອງທາງໄປໃນເວລາກາງຄືນ ເພື່ອພວກເຂົາຈະເດີນທາງທັງກາງເວັນແລະກາງຄືນໄດ້.
22
ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40