bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 30
Exodus 30
Lao Bible 2012 (ພຣະຄຳພີສັກສິ)
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 31 →
1
“ຈົ່ງເຮັດແທ່ນບູຊາເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ.
2
ແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມຊຶ່ງແຕ່ລະຂ້າງມີ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດຂອງແທ່ນທັງສີ່ຫລ່ຽມນັ້ນ ໃຫ້ເປັນໄມ້ເນື້ອດຽວກັນກັບແທ່ນ.
3
ຈົ່ງໂອບດ້ານເທິງແລະຈອມຂອງແທ່ນທັງສີ່ດ້ານນັ້ນດ້ວຍຄຳສົດ ແລະຈົ່ງເຮັດຂອບຄຳອ້ອມຮອບແທ່ນດ້ວຍ.
4
ຈົ່ງເຮັດຫູສອງຫູເພື່ອໃຊ້ຫາມ ຈອດຕິດໄວ້ກັບຂອບລຸ່ມທັງສອງຂອບສຳລັບສອດຄານຫາມໃສ່.
5
ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
6
ໃຫ້ຕັ້ງແທ່ນບູຊານັ້ນໄວ້ຂ້າງນອກຜ້າກັ້ງ ຊຶ່ງກາງຢູ່ຕໍ່ໜ້າຫີບພັນທະສັນຍາ. ຢູ່ໃນທີ່ນັ້ນແຫຼະ ແມ່ນບ່ອນທີ່ເຮົາຈະພົບກັບເຈົ້າ.
7
ທຸກໆເຊົ້າເມື່ອອາໂຣນເຂົ້າມາບົວລະບັດຕະກຽງ ໃຫ້ລາວເຜົາເຄື່ອງຫອມເທິງແທ່ນບູຊານັ້ນ.
8
ໃຫ້ລາວເຮັດວິທີດຽວກັນກັບ ເມື່ອລາວໄຕ້ຕະກຽງໃນຕອນຄໍ່າ. ການເຜົາເຄື່ອງຫອມຖວາຍບູຊາແມ່ນໃຫ້ປະຕິບັດສືບໆໄປຕໍ່ໜ້າພຣະເຈົ້າຢາເວ ຕະຫລອດຊົ່ວເຊື້ອສາຍຂອງເຈົ້າ.
9
ຢ່າໄດ້ຖວາຍສິ່ງທີ່ຕ້ອງຫ້າມເທິງແທ່ນບູຊາ ບໍ່ວ່າເຄື່ອງຫອມຊະນິດໃດໆ, ສັດ, ພືດຜົນເປັນເມັດກໍຕາມ ແລະຢ່າຖອກເຫຼົ້າອະງຸ່ນໃສ່ແທ່ນ.
10
ທຸກໆປີໃດ ໃຫ້ປະໂຣຫິດອາໂຣນປະກອບພິທີຊຳລະແທ່ນບູຊາເທື່ອໜຶ່ງ ໂດຍໃຫ້ເອົາເລືອດຂອງສັດທີ່ຖວາຍສຳລັບການໄຖ່ບາບ ຫົດສົງໃສ່ຈອມແທ່ນທັງສີ່ດ້ານ. ໃຫ້ປະກອບພິທີນີ້ທຸກໆປີຕະຫລອດໄປ. ແລ້ວແທ່ນນີ້ກໍຈະເປັນແທ່ນບູຊາທີ່ບໍຣິສຸດທັງສິ້ນ ຊຶ່ງໄດ້ອຸທິດຖວາຍແກ່ພຣະເຈົ້າຢາເວ.”
11
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
12
“ເມື່ອເຈົ້າຈົດທະບຽນສຳມະໂນຄົວປະຊາຊົນອິດສະຣາເອນ ຈົ່ງໃຫ້ຊາຍແຕ່ລະຄົນຈ່າຍຄ່າຊີວິດຂອງຕົນແກ່ພຣະເຈົ້າຢາເວ ເພື່ອວ່າໄພອັນຕະລາຍຈະບໍ່ມາຖືກພວກເຂົາ ໃນຂະນະທີ່ມີການຈົດທະບຽນນັ້ນ.
13
ທຸກຄົນທີ່ມີລາຍຊື່ໃນການຈົດທະບຽນ ຕ້ອງຈ່າຍເງິນໃນຈຳນວນທີ່ໄດ້ກຳນົດໄວ້ ຕາມອັດຕາຂອງສຳນັກນະມັດສະການ. ທຸກໆຄົນຈະຕ້ອງຈ່າຍເງິນຕາມຈຳນວນດັ່ງກ່າວນີ້ ເປັນການຖວາຍແກ່ພຣະເຈົ້າຢາເວ.
14
ທຸກໆຄົນທີ່ໄດ້ນັບເຂົ້າໃນການຈົດທະບຽນຄອບຄົວ ຄືຜູ້ທີ່ມີອາຍຸຕັ້ງແຕ່ 20 ປີ ຂຶ້ນໄປ ຕ້ອງຈ່າຍເງິນຕາມຈຳນວນນີ້ແກ່ພຣະເຈົ້າຢາເວ.
15
ເມື່ອພວກເຈົ້ານຳເອົາເງິນມາຖວາຍແກ່ພຣະເຈົ້າຢາເວ ເພື່ອຈະໄດ້ໄຖ່ຊີວິດຂອງເຈົ້າທັງຫຼາຍນັ້ນ ຄົນຮັ່ງມີກໍບໍ່ໃຫ້ເກີນເຄິ່ງເຊເຄນ ແລະຄົນຍາກຈົນກໍບໍ່ໃຫ້ຫລຸດໜ້ອຍກວ່າເຄິ່ງເຊເຄນ.
16
ຈົ່ງໂຮມເງິນທັງໝົດທີ່ໄດ້ຈາກປະຊາຊົນອິດສະຣາເອນນັ້ນ ນຳມາໃຊ້ຈ່າຍໃນການບົວລະບັດຫໍເຕັນບ່ອນຊຸມນຸມ. ເພື່ອເປັນທີ່ລະນຶກເຖິງຊົນຊາດອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ, ສຳລັບການໄຖ່ຊີວິດຂອງພວກເຈົ້າທັງຫຼາຍ.”
17
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
18
“ຈົ່ງເອົາທອງສຳຣິດມາຫລໍ່ເປັນຂັນແລະພານຮອງຂັນ. ຈົ່ງວາງຂັນນັ້ນໃຫ້ຢູ່ລະຫວ່າງຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາ ແລະຕັກນໍ້າໃສ່ໃນນັ້ນ.
19
ຈົ່ງໃຫ້ອາໂຣນ ແລະພວກລູກຊາຍຂອງລາວໃຊ້ນໍ້ານັ້ນລ້າງມືແລະຕີນຂອງພວກເຂົາ
20
ກ່ອນທີ່ຈະເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ຫລືເຂົ້າໄປໃກ້ແທ່ນບູຊາສຳລັບຖວາຍບູຊາດ້ວຍໄຟແດ່ພຣະເຈົ້າຢາເວ ເພື່ອວ່າພວກເຂົາຈະບໍ່ຕາຍ.
21
ພວກເຂົາຕ້ອງລ້າງມືແລະລ້າງຕີນ ເພື່ອພວກເຂົາຈະບໍ່ຕາຍ. ອັນນີ້ແມ່ນກົດເກນ ຊຶ່ງພວກເຂົາແລະເຊື້ອສາຍຂອງພວກເຂົາຈະຕ້ອງພາກັນຢຶດຖື ແລະຮັກສາໄວ້ສືບໆໄປ.”
22
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ,
23
“ຈົ່ງເອົາເຄື່ອງຫອມຊັ້ນດີທີ່ສຸດມາປຸງເຮັດນໍ້າຫອມເຊັ່ນ: ຢາງໄມ້ຫອມປະມານຫົກກິໂລກຼາມ ກຳຍານເປັນດິ້ວປະມານສາມກິໂລກຼາມ ໃບເຕີຍຫອມປະມານສາມກິໂລກຼາມ
24
ແລະກາລະບູນປະມານຫົກກິໂລກຼາມ (ທັງໝົດນີ້ໃຫ້ສັ່ງຕາມນໍ້າໜັກ ທາງການຂອງສຳນັກນະມັດສະການ). ປະສົມກັບນໍ້າມັນໝາກກອກເທດສີ່ລິດ
25
ເພື່ອເຮັດນໍ້າມັນສັກສິດປຸງແຕ່ງແບບນໍ້າຫອມ.
26
ຈົ່ງໃຊ້ນໍ້າມັນສັກສິດນີ້ຫົດສົງຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາ,
27
ໂຕະແລະເຄື່ອງໃຊ້ປະຈຳໂຕະ, ຫລັກຕະກຽງແລະເຄື່ອງໃຊ້ປະຈຳຫລັກຕະກຽງທັງໝົດ ແລະແທ່ນສຳລັບເຜົາເຄື່ອງຫອມ,
28
ແທ່ນບູຊາສຳລັບເຜົາເຄື່ອງຖວາຍບູຊາ, ພ້ອມເຄື່ອງໃຊ້ປະຈຳແທ່ນທັງໝົດ, ຕະຫລອດທັງຂັນແລະພານຮອງຂັນດ້ວຍ.
29
ຈົ່ງອຸທິດຖວາຍສິ່ງເຫຼົ່ານັ້ນດ້ວຍວິທີດັ່ງກ່າວນີ້ ແລະສິ່ງທັງໝົດກໍຈະສັກສິດທີ່ສຸດ ແລະຖ້າຜູ້ໃດຫລືສິ່ງໃດແຕະຕ້ອງຖືກສິ່ງເຫຼົ່ານີ້ ຜູ້ນັ້ນຫລືສິ່ງນັ້ນກໍຈະຖືກສຳພັດກັບຣິດອຳນາດແຫ່ງຄວາມສັກສິດ.
30
ແລ້ວຈົ່ງໃຊ້ນໍ້າມັນສັກສິດຫົດສົງອາໂຣນພ້ອມກັບພວກລູກຊາຍຂອງລາວ ແລະສະຖາປະນາພວກເຂົາໃຫ້ເປັນຜູ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
31
ຈົ່ງບອກປະຊາຊົນວ່າ, ‘ອັນນີ້ ແມ່ນນໍ້າມັນສັກສິດຂອງເຮົາ ທີ່ຈະຕ້ອງໃຊ້ຫົດສົງຕະຫລອດໄປ.
32
ຢ່າໃຊ້ນໍ້າມັນນີ້ຫົດສົງຄົນທຳມະດາ ແລະຢ່າໃຊ້ສູດນີ້ເພື່ອປະສົມນໍ້າມັນຊະນິດອື່ນໆອີກ. ນໍ້າມັນນີ້ເປັນນໍ້າມັນສັກສິດ. ສະນັ້ນ ເຈົ້າຈົ່ງຮັກສາໄວ້ໃຫ້ສັກສິດ.
33
ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
34
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເອົາເຄື່ອງຫອມແນວລະຊະນິດ ຈຳນວນເທົ່າກັນມາຄື: ພືດພັນຊະນິດຫອມ, ຊາມົດ, ມະຫາຫິງ ແລະກຳຍານບໍຣິສຸດ.
35
ຈົ່ງໃຊ້ສິ່ງເຫຼົ່ານີ້ປຸງເປັນເຄື່ອງຫອມ ແລະປະສົມກັນເໝືອນດັ່ງປຸງນໍ້າຫອມ. ຈົ່ງຕື່ມເກືອໃສ່ເພື່ອຮັກສາໃຫ້ເຄື່ອງຫອມນັ້ນບໍຣິສຸດແລະສັກສິດ.
36
ຈົ່ງເອົາສ່ວນໜຶ່ງມາຕຳໃຫ້ໝຸ່ນລະອຽດ ແລ້ວນຳໄປທີ່ຫໍເຕັນບ່ອນຊຸມນຸມ ແລະໂຮຍໃສ່ຕໍ່ໜ້າຫີບພັນທະສັນຍາ. ຈົ່ງຮັກສາເຄື່ອງຫອມນີ້ໄວ້ໃຫ້ສັກສິດທີ່ສຸດ.
37
ຢ່າໃຊ້ສູດດຽວກັນນີ້ເພື່ອປຸງເຄື່ອງຫອມສຳລັບພວກເຈົ້າເອງ. ຈົ່ງໃຫ້ຖືວ່າເປັນສິ່ງບໍຣິສຸດທີ່ອຸທິດຖວາຍແກ່ພຣະເຈົ້າຢາເວ.
38
ຖ້າໃຜເຮັດເຄື່ອງຫອມເຊັ່ນນີ້ ຫລືໃຊ້ສຳລັບຜູ້ໜຶ່ງຜູ້ໃດທີ່ບໍ່ແມ່ນປະໂຣຫິດແລ້ວ ຜູ້ນັ້ນກໍຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 31 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40