bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 12
Exodus 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 13 →
1
ພຣະເຈົ້າຢາເວໄດ້ບອກໂມເຊກັບອາໂຣນໃນປະເທດເອຢິບວ່າ,
2
“ຈົ່ງຕັ້ງເດືອນນີ້ໃຫ້ເປັນເດືອນທີໜຶ່ງຂອງປີສຳລັບພວກເຈົ້າ.
3
ຈົ່ງໃຫ້ຄຳແນະນຳເຫຼົ່ານີ້ແກ່ຊຸມຊົນອິດສະຣາເອນທັງໝົດວ່າ: ໃນມື້ທີສິບຂອງເດືອນນີ້ໃຫ້ຊາຍທຸກຄົນໃນແຕ່ລະຄອບຄົວ ເລືອກເອົາລູກແກະຫລືລູກແບ້ເຖິກໂຕໜຶ່ງໄວ້.
4
ຖ້າຄອບຄົວໃດມີໜ້ອຍຄົນທີ່ຈະກິນສັດໂຕໜຶ່ງບໍ່ໝົດ ກໍໃຫ້ພວກເຂົາລວມກັບເພື່ອນບ້ານທີ່ຢູ່ໃກ້ຄຽງກິນສັດໂຕໜຶ່ງ ໂດຍໃຫ້ຄິດໄລ່ຕາມຈຳນວນຄົນ ແລະຄວາມສາມາດຂອງແຕ່ລະຄົນທີ່ຈະກິນໄດ້ເທົ່າໃດ.
5
ລູກແກະຫລືລູກແບ້ທີ່ຈະເລືອກເອົານັ້ນຈະຕ້ອງເປັນໂຕເຖິກອາຍຸໜຶ່ງປີ ແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ.
6
ແລ້ວໃນຕອນແລງຂອງມື້ທີສິບສີ່ຂອງເດືອນ ໃຫ້ຊຸມຊົນອິດສະຣາເອນທັງໝົດພາກັນຂ້າສັດຂອງພວກຕົນ.
7
ຈົ່ງໃຫ້ປະຊາຊົນເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ.
8
ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.
9
ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນທັງໝົດຄື: ທັງຫົວ, ທັງຂາ ແລະເຄື່ອງໃນໄສ້ພຸງ.
10
ພວກເຈົ້າບໍ່ຕ້ອງໃຫ້ສິ່ງໃດໆເຫຼືອຮອດມື້ເຊົ້າ ຖ້າມີສິ່ງເຫຼືອຢູ່ກໍໃຫ້ເຜົາໄຟຖິ້ມເສຍ.
11
ໃຫ້ພວກເຈົ້າກິນໄວໆເພາະພວກເຈົ້າຕ້ອງນຸ່ງເຄື່ອງຕຽມອອກເດີນທາງ ພ້ອມທັງຕ້ອງສຸບເກີບ ແລະຖືໄມ້ຄ້ອນເທົ້າ. ການກີນລ້ຽງນີ້ ແມ່ນການສະຫລອງປັດສະຄາຂອງພຣະເຈົ້າຢາເວ.
12
ໃນຄືນນັ້ນ ເຮົາຈະຜ່ານດິນແດນປະເທດເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະລູກສັດໂຕເຖິກຫົວປີທຸກໆໂຕ ແລະເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວ.
13
ເລືອດທີ່ປະຕູເຮືອນນັ້ນ ຈະເປັນໝາຍສຳຄັນບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.
14
ພວກເຈົ້າຕ້ອງສະຫລອງວັນນີ້ເປັນວັນສຳຄັນ ເພື່ອໃຫ້ລະນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຈົ້າ. ຈົ່ງສະຫລອງວັນນີ້ຕະຫລອດໄປ.
15
ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
16
ໃນມື້ທີໜຶ່ງ ແລະໃນມື້ທີເຈັດ ພວກເຈົ້າຕ້ອງມາເຕົ້າໂຮມກັນນະມັດສະການເຮົາ. ຢ່າເຮັດວຽກໃດໆໃນສອງມື້ນັ້ນ ແຕ່ໃຫ້ພວກເຈົ້າຕຽມອາຫານກິນໄດ້.
17
ຈົ່ງຖືຮັກສາພິທີກິນເຂົ້າຈີ່ ບໍ່ມີເຊື້ອແປ້ງນີ້ໄວ້ ເພາະໃນວັນນີ້ເອງ ທີ່ເຮົາໄດ້ນຳປະຊາຊົນເຜົ່າຕ່າງໆຂອງພວກເຈົ້າອອກໄປຈາກປະເທດເອຢິບ. ຈົ່ງຖືວັນນີ້ເປັນວັນສະຫລອງປະຈຳປີຕະຫລອດໄປທຸກຊົ່ວອາຍຸຄົນ.
18
ໃນຕອນຄໍ່າຂອງມື້ທີສິບສີ່ ເດືອນທີໜຶ່ງ ຈົນເຖິງຕອນຄໍ່າຂອງມື້ທີຊາວເອັດ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ.
19
ໃນເຈັດວັນນີ້ ຢ່າໃຫ້ມີເຊື້ອແປ້ງຢູ່ໃນເຮືອນ. ຖ້າຄົນໃດຄົນໜຶ່ງກິນເຂົ້າຈີ່ມີເຊື້ອແປ້ງ ບໍ່ວ່າເປັນຄົນຕ່າງດ້າວ ຫລືເປັນຄົນອິດສະຣາເອນກໍຕາມ ລາວຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
21
ໂມເຊໄດ້ເອີ້ນບັນດາຫົວໜ້າຂອງຊາວອິດສະຣາເອນມາຮ່ວມປະຊຸມກັນ ແລະກ່າວຕໍ່ພວກເຂົາວ່າ, “ໃຫ້ພວກເຈົ້າແຕ່ລະຄົນໄປເລືອກເອົາລູກແກະ ຫລືລູກແບ້ເຖິກໂຕໜຶ່ງມາຂ້າ ເພື່ອເປັນການສະຫລອງປັດສະຄາ.
22
ຈົ່ງເອົາໃບຫູສົບມັດໜຶ່ງຈຸ່ມລົງໃນຂັນ ທີ່ມີເລືອດແລະທາເລືອດນັ້ນໃສ່ອ້ອມຂອບວົງປະຕູ. ຢ່າໃຫ້ຜູ້ໃດຜູ້ໜຶ່ງອອກຈາກເຮືອນຈົນກວ່າຈະຮຸ່ງເຊົ້າ.
23
ເມື່ອພຣະເຈົ້າຢາເວຜ່ານດິນແດນເອຢິບໄປ ເພື່ອຂ້າຊາວເອຢິບນັ້ນ ພຣະເຈົ້າຢາເວຈະເຫັນເລືອດທີ່ທາອ້ອມຂອບໄມ້ວົງປະຕູ ແລະຈະບໍ່ໃຫ້ທູດແຫ່ງຄວາມຕາຍ ເຂົ້າໄປໃນເຮືອນ ແລະປະຫານພວກເຈົ້າ.
24
ພວກເຈົ້າພ້ອມທັງລູກຫລານ ຈົ່ງຖືຄຳສັ່ງນີ້ຕະຫລອດໄປ.
25
ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາວ່າ ຈະມອບໃຫ້ພວກເຈົ້ານັ້ນ ພວກເຈົ້າຕ້ອງໄດ້ຈັດພິທີນີ້ຂຶ້ນ.
26
ເມື່ອພວກລູກຫລານຖາມວ່າ, ‘ພິທີນີ້ມີຄວາມໝາຍວ່າຢ່າງໃດ?’
27
ໃຫ້ພວກເຈົ້າຕອບວ່າ, ‘ແມ່ນພິທີສະຫລອງປັດສະຄາ ເພື່ອຖວາຍແກ່ພຣະເຈົ້າຢາເວ ເພາະວ່າພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນຢູ່ໃນປະເທດເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ.”’ ຈາກນັ້ນ ຊາວອິດສະຣາເອນກໍໄດ້ພາກັນຄຸເຂົ່າລົງແລະນ້ອມນະມັດສະການ.
28
ແລ້ວພວກເຂົາກໍພາກັນໄປເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນໄວ້ນັ້ນທຸກປະການ.
29
ແລ້ວໃນຕອນທ່ຽງຄືນ ພຣະເຈົ້າຢາເວກໍໄດ້ຂ້າລູກຊາຍກົກທັງໝົດໃນປະເທດເອຢິບ ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣຜູ້ທີ່ຈະສືບບັນລັງ ເຖິງລູກຊາຍກົກຂອງນັກໂທດຜູ້ທີ່ຖືກຄຸມຂັງຢູ່ໃນຄຸກມືດ; ລູກສັດໂຕເຖິກຫົວປີກໍໄດ້ຖືກຂ້າຄືກັນ.
30
ໃນຄືນນັ້ນ ກະສັດຟາໂຣ, ບັນດາຂ້າຣາຊການ ແລະຊາວເອຢິບທັງໝົດຕ່າງກໍຕື່ນຂຶ້ນມາ. ສຽງຮ້ອງໄຫ້ຄໍ່າຄວນອຶກກະທຶກ ໄດ້ດັງສະໜັ່ນໄປທົ່ວປະເທດເອຢິບ ເພາະວ່າທຸກບ້ານ ທຸກເຮືອນໃດກໍມີຄົນຕາຍ.
31
ໃນຄືນນັ້ນເອງ ກະສັດຟາໂຣໄດ້ເອີ້ນໂມເຊ ແລະອາໂຣນມາພົບ ແລະບອກວ່າ, “ໃຫ້ພວກເຈົ້າພາຊາວອິດສະຣາເອນອອກໄປສາ ຈົ່ງໜີອອກໄປຈາກປະເທດຂອງເຮົາດຽວນີ້ ໄປນະມັດສະການພຣະເຈົ້າຢາເວຕາມທີ່ພວກເຈົ້າຂໍຮ້ອງສາເຖີດ.
32
ໃຫ້ເອົາຝູງແກະຝູງແບ້ກັບຝູງງົວຂອງພວກເຈົ້າໜີໄປນຳ ແລະຈົ່ງພາວັນນາອະທິຖານຂໍຊົງໂຜດອວຍພອນເຮົາດ້ວຍ.”
33
ຊາວເອຢິບໄດ້ຂໍຮ້ອງຊົນຊາດນີ້ໃຫ້ຟ້າວອອກໜີໄປຈາກປະເທດ. ພວກເຂົາໄດ້ເວົ້າວ່າ, “ພວກເຮົາຈະຕາຍກັນໝົດຖ້າພວກເຈົ້າບໍ່ໜີໄປ.”
34
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຈັດຕຽມເອົາແປ້ງດິບທີ່ບໍ່ທັນມີເຊື້ອແປ້ງເທື່ອ ພ້ອມດ້ວຍຮາງນວດແປ້ງຫໍ່ໃສ່ເສື້ອຄຸມຊັ້ນນອກແບກໄປ.
35
ພວກເຂົາກະທຳຕາມທີ່ໂມເຊໄດ້ສັ່ງໄວ້ ຄືໄດ້ຂໍໃຫ້ເອົາເຄື່ອງເງິນ, ເຄື່ອງຄຳແລະເສື້ອຜ້ານຳຊາວເອຢິບ.
36
ພຣະເຈົ້າຢາເວໄດ້ເຮັດໃຫ້ຊາວເອຢິບຢຳເກງຊາວອິດສະຣາເອນ ແລະມອບສິ່ງຂອງໃຫ້ພວກເຂົາຕາມທີ່ຊາວອິດສະຣາເອນຂໍຮ້ອງເອົາ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເອົາຊັບສົມບັດຂອງຊາວເອຢິບໄປ.
37
ຊາວອິດສະຣາເອນພາກັນອອກໄປຈາກເມືອງຣາມາເຊັດ ມຸ້ງໜ້າສູ່ເມືອງຊຸກໂກດ. ຜູ້ເດີນທາງມີປະມານຫົກແສນຄົນໂດຍບໍ່ນັບຜູ້ຍິງແລະເດັກນ້ອຍ.
38
ນອກຈາກນີ້ກໍຍັງມີຄົນເຊື້ອຊາດອື່ນໆ ຝູງແກະຝູງແບ້ແລະຝູງງົວ ເດີນທາງໄປນຳອີກດ້ວຍ.
39
ພວກເຂົາໄດ້ເອົາກ້ອນເຂົ້າຈີ່ດິບທີ່ນຳມາຈາກປະເທດເອຢິບ ຊຶ່ງຍັງບໍ່ທັນໃສ່ເຊື້ອແປ້ງເທື່ອນັ້ນ ປີ້ງກິນເປັນອາຫານ. ຍ້ອນວ່າພວກເຂົາຖືກຂັບໄລ່ໃຫ້ອອກຈາກປະເທດເອຢິບຢ່າງກະທັນຫັນ. ສະນັ້ນ ພວກເຂົາຈຶ່ງບໍ່ມີເວລາພໍທີ່ຈະຕຽມອາຫານ ຫລືເຮັດເຂົ້າຈີ່ມີເຊື້ອແປ້ງໄວ້ກິນ.
40
ຊາວອິດສະຣາເອນໄດ້ອາໄສຢູ່ໃນປະເທດເອຢິບເປັນເວລາ ສີ່ຮ້ອຍສາມສິບປີ.
41
ພໍດີສິ້ນປີທີສີ່ຮ້ອຍສາມສິບ ປະຊາຊົນໝົດທຸກເຜົ່າຂອງພຣະເຈົ້າຢາເວ ກໍໄດ້ອອກໄປຈາກປະເທດເອຢິບ.
42
ຄືນວັນນັ້ນ ເປັນຄືນທີ່ຄວນຈົດຈຳໄວ້ເປັນທີ່ລະນຶກອັນຍິ່ງໃຫຍ່ເຖິງພຣະເຈົ້າຢາເວ ເພາະໄດ້ຊົງນຳພາພວກເຂົາອອກຈາກປະເທດເອຢິບ. ຄືນວັນນັ້ນ ຈຶ່ງເປັນຄືນຂອງພຣະເຈົ້າຢາເວທີ່ຊາວອິດສະຣາເອນທັງໝົດຖືເປັນທີ່ລະນຶກຕະຫລອດຊົ່ວອາຍຸຂອງພວກເຂົາ.
43
ແລ້ວພຣະເຈົ້າຢາເວກໍບອກໂມເຊແລະອາໂຣນວ່າ, “ຕໍ່ໄປນີ້ ແມ່ນກົດລະບຽບກ່ຽວກັບພິທີສະຫລອງປັດສະຄາ ຄືຢ່າໃຫ້ຄົນຕ່າງຊາດຮ່ວມກິນປັດສະຄາ
44
ແຕ່ທາດຮັບໃຊ້ຜູ້ທີ່ນາຍໄດ້ຊື້ມາ ແລະເຂົ້າພິທີຕັດແລ້ວໃຫ້ຮ່ວມກິນນຳໄດ້.
45
ຢ່າໃຫ້ຄົນທີ່ອາໄສຢູ່ຊົ່ວຄາວ ຫລືລູກຈ້າງກິນອາຫານສຳລັບພິທີສະຫລອງປັດສະຄາ.
46
ອາຫານທັງໝົດໃຫ້ກິນຢູ່ໃນເຮືອນ ແລະຢ່ານຳອອກໄປກິນນອກເຮືອນ. ຢ່າຫັກກະດູກສັດທີ່ຕົນໄດ້ຂ້າກິນໃນພິທີນີ້.
47
ໃຫ້ຊຸມຊົນອິດສະຣາເອນທັງໝົດສະຫລອງເທດສະການນີ້.
48
ແຕ່ຢ່າໃຫ້ຄົນທີ່ບໍ່ໄດ້ຮັບພິທີຕັດຮ່ວມກິນນຳ. ຖ້າຄົນຕ່າງຊາດຜູ້ໜຶ່ງໃນທ່າມກາງພວກເຂົາຢາກຈະຈັດປັດສະຄາ ຖວາຍກຽດແກ່ພຣະເຈົ້າຢາເວ ຕ້ອງໃຫ້ຜູ້ຊາຍທຸກໆຄົນໃນຄອບຄົວຜູ້ນັ້ນຮັບພິທີຕັດເສຍກ່ອນ. ແລ້ວພວກເຂົາກໍຈະເຂົ້າຮ່ວມໃນພິທີນີ້ໄດ້ ໂດຍຮັບການປະຕິບັດເໝືອນກັບວ່າ ຕົນເປັນຊາວອິດສະຣາເອນມາແຕ່ກຳເນີດ.
49
ກົດລະບຽບອັນດຽວກັນນີ້ໃຫ້ໃຊ້ສຳລັບຄົນອິດສະຣາເອນແຕ່ກຳເນີດ ແລະສຳລັບຄົນຕ່າງດ້າວຜູ້ທີ່ອາໄສຢູ່ນຳພວກເຈົ້າຄືກັນ.”
50
ຊາວອິດສະຣາເອນທັງໝົດໄດ້ເຮັດຕາມກົດລະບຽບ ທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ແລະອາໂຣນທຸກປະການ.
51
ໃນວັນນັ້ນເອງ ພຣະເຈົ້າຢາເວໄດ້ນຳຊາວອິດສະຣາເອນເຜົ່າຕ່າງໆອອກໄປຈາກດິນແດນປະເທດເອຢິບ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40