bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 18
Exodus 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 19 →
1
ເຢທະໂຣພໍ່ເຖົ້າຂອງໂມເຊ ຜູ້ທີ່ເປັນປະໂຣຫິດແຫ່ງມີດີອານໄດ້ຍິນເຖິງທຸກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອໂມເຊ ແລະປະຊາຊົນອິດສະຣາເອນ ເມື່ອພຣະເຈົ້າຢາເວໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.
2
ສະນັ້ນ ເພິ່ນຈຶ່ງພາຊິບໂປຣາເມຍຂອງໂມເຊ ຜູ້ທີ່ຖືກປະໄວ້ກັບຕົນນັ້ນມາຫາໂມເຊ
3
ພ້ອມທັງເກໂຊມ ແລະເອລີເອເຊ ລູກຊາຍສອງຄົນຂອງນາງມາດ້ວຍ. (ໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າເປັນຄົນຕ່າງດ້າວໄດ້ມາອາໄສຢູ່ຕ່າງປະເທດ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍຜູ້ໜຶ່ງວ່າ ເກໂຊມ.
4
ເພິ່ນກ່າວອີກວ່າ, “ພຣະເຈົ້າຂອງພໍ່ຂ້ອຍເປັນຜູ້ຊ່ວຍເຫຼືອຂ້ອຍ ໃຫ້ພົ້ນຈາກການນຳລ່າສັງຫານຂອງກະສັດຟາໂຣແຫ່ງເອຢິບ.” ສະນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ໃຫ້ລູກຊາຍອີກຜູ້ໜຶ່ງວ່າ ເອລີເອເຊ.)
5
ເຢທະໂຣໄດ້ພາເມຍຂອງໂມເຊພ້ອມດ້ວຍລູກຊາຍທັງສອງຂອງນາງ ມາທີ່ຖິ່ນແຫ້ງແລ້ງກັນດານ ບ່ອນທີ່ໂມເຊໄດ້ຕັ້ງຄ້າຍພັກຢູ່ທີ່ພູຂອງພຣະເຈົ້າ.
6
ເພິ່ນໄດ້ສົ່ງຄົນໄປບອກໂມເຊວ່າ ພວກຕົນກຳລັງເດີນທາງມາ.
7
ດັ່ງນັ້ນ ໂມເຊຈຶ່ງອອກໄປພົບ ແລະຂາບລົງຕໍ່ໜ້າເຢທະໂຣ ແລະທັງຈູບເພິ່ນ. ພວກເພິ່ນໄດ້ຖາມເຖິງຄວາມສຸກທຸກຂອງກັນແລະກັນ ແລ້ວກໍພາກັນໄປສູ່ເຕັນບ່ອນພັກຂອງໂມເຊ.
8
ໂມເຊເລົ່າສູ່ເຢທະໂຣຟັງທຸກສິ່ງທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ກະສັດຟາໂຣແລະຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການ ທີ່ຊາວອິດສະຣາເອນໄດ້ປະເຊີນໃນການເດີນທາງ ແລະເຖິງການທີ່ພຣະເຈົ້າຢາເວໄດ້ໂຜດຊ່ວຍພວກເຂົາໃຫ້ພົ້ນຢ່າງໃດ.
9
ເມື່ອເຢທະໂຣໄດ້ຍິນຄຸນຄວາມດີໝົດທຸກເລື່ອງຢ່າງນີ້ແລ້ວ ເພິ່ນກໍຊົມຊື່ນຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳແກ່ຊາວອິດສະຣາເອນ ທີ່ຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ.
10
ແລະເພິ່ນໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ຜູ້ທີ່ໄດ້ໂຜດຊ່ວຍເຈົ້າທັງຫລາຍໃຫ້ພົ້ນຈາກຊາວເອຢິບແລະຈາກກະສັດຟາໂຣ ແລະໄດ້ຊ່ວຍຄົນຂອງພຣະອົງໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ.
11
ບັດນີ້ ຂ້ອຍຮູ້ແລ້ວວ່າ ພຣະເຈົ້າຢາເວຍິ່ງໃຫຍ່ກວ່າພະທັງຫລາຍ ເພາະພຣະອົງໄດ້ສຳແດງຄວາມຍິ່ງໃຫຍ່ນີ້ ເມື່ອຊາວເອຢິບໄດ້ເຮັດຕໍ່ຊາວອິດສະຣາເອນ ດ້ວຍການທາລຸນເຊັ່ນນັ້ນ.”
12
ແລ້ວເຢທະໂຣກໍຂ້າສັດເຜົາທັງໂຕ ແລະເອົາເຄື່ອງບູຊາອື່ນໆຖວາຍແກ່ພຣະເຈົ້າ; ຝ່າຍອາໂຣນ ແລະພວກຜູ້ນຳກໍໄດ້ໄປຮ່ວມກິນເຂົ້າຈີ່ຮ່ວມກັບພໍ່ເຖົ້າຂອງໂມເຊ ເພື່ອເປັນການນະມັດສະການພຣະເຈົ້າ.
13
ໃນມື້ຕໍ່ມາ ໂມເຊໄດ້ອອກມານັ່ງພິຈາລະນາເພື່ອຕັດສິນຄວາມໃຫ້ປະຊາຊົນ ເພິ່ນໄດ້ຫຍຸ້ງຢູ່ກັບວຽກແຕ່ເຊົ້າຈົນຮອດຄໍ່າ.
14
ເມື່ອເຢທະໂຣໄດ້ເຫັນທຸກໆສິ່ງທີ່ໂມເຊເຮັດ ເພິ່ນຈຶ່ງຖາມວ່າ, “ວຽກທັງໝົດທີ່ເຈົ້າກຳລັງເຮັດຢູ່ນີ້ເພື່ອປະຊາຊົນບໍ່ແມ່ນບໍ? ດ້ວຍເຫດໃດເຈົ້າຈຶ່ງເຮັດຜູ້ດຽວ ໂດຍປ່ອຍປະຊາຊົນໃຫ້ຢືນຢູ່ທີ່ນີ້ແຕ່ເຊົ້າຮອດຄໍ່າ ເພື່ອຂໍຄວາມເຫັນຈາກເຈົ້າ?”
15
ແລ້ວໂມເຊກໍຕອບວ່າ, “ຂ້ອຍຈຳເປັນຕ້ອງເຮັດເຊັ່ນນີ້ ຍ້ອນປະຊາຊົນມາຫາເພື່ອຮຽນຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ.
16
ເມື່ອມີສອງຄົນໂຕ້ຖຽງກັນ ພວກເຂົາກໍມາຫາຂ້ອຍ ແລະຂ້ອຍຕ້ອງຕັດສິນໃຫ້ ລະຫວ່າງເຂົາທັງສອງວ່າແມ່ນໃຜເປັນຜູ້ຖືກ ແລະພ້ອມດຽວກັນນັ້ນຂ້ອຍກໍຕ້ອງສັ່ງສອນພວກເຂົາ ໃຫ້ຮູ້ເຖິງກົດເກນແລະຂໍ້ຄຳສັ່ງຂອງພຣະເຈົ້າ.”
17
ແລ້ວເຢທະໂຣກໍບອກວ່າ, “ເຈົ້າເຮັດຢ່າງນີ້ບໍ່ແມ່ນວິທີທີ່ດີ.
18
ເຈົ້າຈະເຮັດໃຫ້ເຈົ້າເອງອ່ອນເພຍເສຍກຳລັງ ພ້ອມທັງປະຊາຊົນເຫຼົ່ານີ້ດ້ວຍ. ວຽກການນີ້ໜັກເຫຼືອກຳລັງທີ່ເຈົ້າຜູ້ດຽວຈະເຮັດໄດ້.
19
ບັດນີ້ ຂ້ອຍຂໍໃຫ້ຄຳແນະນຳທີ່ດີແກ່ເຈົ້າ ແລະພຣະເຈົ້າຈະສະຖິດຢູ່ກັບເຈົ້າ. ເປັນການຖືກຕ້ອງທີ່ເຈົ້າເປັນຜູ້ແທນຂອງປະຊາຊົນຕໍ່ພຣະເຈົ້າ ແລະນຳການໂຕ້ຖຽງກັນສະເໜີຕໍ່ພຣະເຈົ້າ.
20
ເຈົ້າຈົ່ງສັ່ງສອນພວກເຂົາໃຫ້ຮູ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະອະທິບາຍສູ່ພວກເຂົາຟັງວ່າ ຄວນດຳເນີນຊີວິດຢ່າງໃດແລະຄວນປະຕິບັດຫຍັງແດ່.
21
ແຕ່ນອກຈາກນີ້ ເຈົ້າຄວນເລືອກເຟັ້ນເອົາຄົນທີ່ມີຄວາມສາມາດບາງຄົນໃນທ່າມກາງປະຊາຊົນທັງໝົດ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ. ພວກຜູ້ປົກຄອງນັ້ນຈະຕ້ອງເປັນຄົນຢຳເກງພຣະເຈົ້າ ທັງໄວ້ວາງໃຈໄດ້ແລະບໍ່ກິນສິນບົນ.
22
ໃຫ້ພວກເຂົາຮັບໜ້າທີ່ເປັນຜູ້ຕັດສິນປະຈຳ. ສ່ວນກໍລະນີໃຫຍ່ໆໃຫ້ເຂົານຳມາແຈ້ງຕໍ່ເຈົ້າ, ແຕ່ສ່ວນຄະດີເລັກນ້ອຍ ໃຫ້ພວກເຂົາຕັດສິນກັນເອງ. ໃນເມື່ອພວກເຂົາຊ່ວຍຮັບແບກພາລະຮ່ວມກັບເຈົ້າ ວິທີນີ້ຈະເຮັດໃຫ້ການງານຂອງເຈົ້າເບົາລົງ.
23
ຖ້າເຮັດເຊັ່ນນີ້ ແລະເມື່ອພຣະເຈົ້າສັ່ງການແລ້ວ ເຈົ້າກໍຈະບໍ່ອ່ອນເພຍເສຍກຳລັງເຈົ້າເອງ ແລະປະຊາຊົນພວກນີ້ທຸກຄົນຈະກັບບ້ານໃຜເຮືອນລາວ ໂດຍທີ່ບັນຫາຂອງແຕ່ລະຄົນໄດ້ຮັບການແກ້ໄຂໄປດ້ວຍດີ.”
24
ໂມເຊໄດ້ຮັບເອົາຄຳແນະນຳທຸກປະການຂອງເຢທະໂຣ
25
ແລະໄດ້ເລືອກເຟັ້ນເອົາຄົນທີ່ມີຄວາມສາມາດຈາກຊາວອິດສະຣາເອນທັງໝົດ. ເພິ່ນໄດ້ແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງພັນຄົນ, ຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ.
26
ພວກເຂົາໄດ້ເຮັດໜ້າທີ່ເປັນຜູ້ຕັດສິນຄວາມປະຈຳ ໂດຍນຳຄະດີໃຫຍ່ໆມາຫາໂມເຊ; ສ່ວນຄະດີເລັກນ້ອຍນັ້ນ ພວກເຂົາພິຈາລະນາຕັດສິນກັນເອງ.
27
ແລ້ວໂມເຊກໍອຳລາເຢທະໂຣ ແລະເຢທະໂຣໄດ້ກັບຄືນເມືອບ້ານເມືອງຂອງຕົນ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40