bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 17
Exodus 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 18 →
1
ຊຸມຊົນອິດສະຣາເອນທັງໝົດ ໄດ້ອອກຈາກຖິ່ນແຫ້ງແລ້ງກັນດານສີນ ໂດຍເຄື່ອນຍ້າຍໄປເປັນໄລຍະຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ແຕ່ຢູ່ໃນທີ່ນັ້ນພວກເຂົາບໍ່ມີນໍ້າດື່ມ.
2
ພວກເຂົາຈຶ່ງຈົ່ມຮ້າຍໃສ່ໂມເຊ ແລະເວົ້າວ່າ, “ຫານໍ້າໃຫ້ພວກເຮົາດື່ມແມ!” ໂມເຊຈຶ່ງຕອບວ່າ, “ເປັນຫຍັງຈຶ່ງພາກັນຈົ່ມ? ເປັນຫຍັງຈຶ່ງທົດລອງພຣະເຈົ້າຢາເວ?”
3
ແຕ່ປະຊາຊົນຫິວນໍ້າຫລາຍຈຶ່ງສືບຕໍ່ຈົ່ມຮ້າຍໂມເຊ ໂດຍເວົ້າວ່າ, “ເປັນຫຍັງທ່ານຈຶ່ງນຳພວກເຮົາອອກມາຈາກປະເທດເອຢິບ ເພື່ອໃຫ້ພວກເຮົາກັບລູກຫລານ ແລະຝູງສັດຕາຍຫິວນໍ້າຊັ້ນບໍ?”
4
ແລ້ວໂມເຊກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວດ້ວຍໃຈຮ້ອນຮົນວ່າ, “ຂ້ານ້ອຍຈະເຮັດແນວໃດດີກັບປະຊາຊົນເຫຼົ່ານີ້? ພວກເຂົາເກືອບຈະເອົາກ້ອນຫີນແກວ່ງໃສ່ຂ້ານ້ອຍ.”
5
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາຫົວໜ້າຂອງຊາວອິດສະຣາເອນບາງຄົນໄປກັບເຈົ້າ ແລະລ່ວງໜ້າປະຊາຊົນໄປກ່ອນ. ຈົ່ງຖືໄມ້ຄ້ອນເທົ້າທີ່ເຈົ້າໄດ້ໃຊ້ຕີນໍ້ານິນນັ້ນໄປນຳ.
6
ເຮົາຈະຢືນຢູ່ຂ້າງໜ້າເຈົ້າເທິງຫີນດານທີ່ພູເຂົາໂຮເຣັບ. ຈົ່ງໃຊ້ໄມ້ເທົ້າຂອງເຈົ້າຕີໂງ່ນຫີນ ແລະນໍ້າກໍຈະໄຫລອອກມາໃຫ້ປະຊາຊົນດື່ມ.” ໂມເຊຈຶ່ງປະຕິບັດຕາມທີ່ໄດ້ບອກນັ້ນ ຢູ່ທ່າມກາງບັນດາຜູ້ນຳຂອງປະຊາຊົນອິດສະຣາເອນ.
7
ສະນັ້ນ ບ່ອນນີ້ຈຶ່ງໄດ້ໃສ່ຊື່ວ່າ ມັດສາແລະເມຣີບາ ເພາະວ່າຊາວອິດສະຣາເອນໄດ້ຈົ່ມຮ້າຍທັງທົດລອງພຣະເຈົ້າຢາເວ ເມື່ອພວກເຂົາຖາມວ່າ, “ພຣະເຈົ້າຢາເວສະຖິດຢູ່ກັບພວກເຮົາຫລືບໍ່?”
8
ຊາວອາມາເຫຼັກໄດ້ຍົກທັບມາຕີຊາວອິດສະຣາເອນທີ່ເຣຟີດີມ.
9
ໂມເຊຈຶ່ງສັ່ງໂຢຊວຍວ່າ, “ມື້ອື່ນ ເຈົ້າຈົ່ງເລືອກເຟັ້ນເອົາບາງຄົນ ອອກໄປສູ້ຮົບກັບຊາວອາມາເຫຼັກ. ສ່ວນເຮົາເອງຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ.”
10
ໂຢຊວຍກໍເຮັດຕາມທີ່ໂມເຊສັ່ງຕົນ ແລະນຳຊາວອິດສະຣາເອນ ອອກໄປສູ້ຮົບກັບທະຫານອາມາເຫຼັກ ໃນຂະນະດຽວກັນນັ້ນ ໂມເຊກັບອາໂຣນ ແລະຮູເຣກໍໄດ້ຂຶ້ນໄປຢູ່ເທິງເນີນພູ.
11
ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊຍົກແຂນຂຶ້ນ ຊາວອິດສະຣາເອນກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊປ່ອຍແຂນລົງ ຝ່າຍອາມາເຫຼັກກໍເລີ່ມເປັນຝ່າຍໄດ້ໄຊຊະນະ.
12
ເມື່ອເຫັນແຂນຂອງໂມເຊອ່ອນລົງເພາະຄວາມອິດເມື່ອຍ ອາໂຣນກັບຮູເຣກໍໄດ້ຫາກ້ອນຫີນມາໃຫ້ໂມເຊນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນໂມເຊຍົກຂຶ້ນຈົນກວ່າຕາເວັນຕົກດິນ.
13
ໂດຍວິທີນີ້ ໂຢຊວຍຈຶ່ງໄດ້ຊະນະທະຫານອາມາເຫຼັກຢ່າງສິ້ນເຊີງ.
14
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງບັນທຶກເລື່ອງໄຊຊະນະນີ້ໄວ້ ເພື່ອຈະໄດ້ຈົດຈຳຕະຫລອດໄປ. ຈົ່ງບອກໂຢຊວຍວ່າ ເຮົາຈະທຳລາຍຊາວອາມາເຫຼັກໃຫ້ກ້ຽງ.”
15
ໂມເຊໄດ້ສ້າງແທ່ນບູຊາແທ່ນໜຶ່ງຂຶ້ນ ແລະໃສ່ຊື່ແທ່ນບູຊານີ້ວ່າ, “ພຣະເຈົ້າຢາເວເປັນທຸງໄຊຂອງຂ້ອຍ.”
16
ເພິ່ນໄດ້ກ່າວວ່າ, “ຈົ່ງຍົກສູງທຸງໄຊຂອງພຣະເຈົ້າຢາເວ ພຣະເຈົ້າຢາເວຈະສູ້ຮົບກັບຊາວອາມາເຫຼັກຕະຫລອດໄປ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40