bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 10
Exodus 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 11 →
1
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເຂົ້າໄປພົບກະສັດຟາໂຣ. ເຮົາໄດ້ເຮັດໃຫ້ກະສັດຟາໂຣກັບບັນດາຂ້າຣາຊການຂອງລາວມີໃຈແຂງກະດ້າງດື້ດຶງ ເພື່ອເຮົາຈະສຳແດງໝາຍສຳຄັນກັບການອັດສະຈັນເຫຼົ່ານີ້ໃນທ່າມກາງພວກເຂົາ
2
ແລ້ວພວກເຈົ້າກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທຳໃຫ້ຊາວເອຢິບໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆເຫຼົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”
3
ສະນັ້ນ ໂມເຊແລະອາໂຣນຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນນານປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.
4
ຖ້າເຈົ້າຍັງສືບຕໍ່ປະຕິເສດຢູ່ໃນມື້ອື່ນນີ້ ເຮົາຈະໃຫ້ຝູງຕັກແຕນເຂົ້າມາໃນປະເທດຂອງເຈົ້າ.
5
ມັນຈະມາເປັນຈຳນວນຫລວງຫລາຍປົກຄຸມຢູ່ທົ່ວໄປ ຈົນເບິ່ງບໍ່ເຫັນໜ້າດິນ. ມັນຈະກິນທຸກໆສິ່ງທີ່ໝາກເຫັບບໍ່ໄດ້ທຳລາຍ ແມ່ນແຕ່ຕົ້ນໄມ້ທີ່ເຫຼືອຢູ່.
6
ມັນຈະເຂົ້າໄປຢູ່ເຕັມຣາຊວັງ ເຂົ້າໄປໃນເຮືອນຂອງບັນດາຂ້າຣາຊການ ແລະເຮືອນຂອງປະຊາຊົນທຸກຄົນ. ມັນໂຫດຮ້າຍກວ່າສິ່ງໃດໆທັງໝົດ ທີ່ບັນພະບຸລຸດຂອງເຈົ້າເຄີຍໄດ້ເຫັນມາ.”’ ແລ້ວໂມເຊກໍໄດ້ອຳລາກະສັດຟາໂຣກັບໄປ.
7
ບັນດາຂ້າຣາຊການຈຶ່ງຖາມກະສັດຟາໂຣວ່າ, “ຊາຍຄົນນີ້ຍັງຈະເຮັດໃຫ້ພວກເຮົາເດືອດຮ້ອນຢູ່ອີກເຫິງປານໃດ? ຈົ່ງປ່ອຍຊາວອິດສະຣາເອນໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສາ. ທ່ານບໍ່ເຫັນບໍວ່າ ເອຢິບກຳລັງຈິບຫາຍວາຍວອດພຽງໃດແລ້ວ?”
8
ສະນັ້ນ ເຂົາຈຶ່ງໄປເຊີນໂມເຊ ແລະ ອາໂຣນໃຫ້ກັບຄືນມາພົບກະສັດຟາໂຣອີກ ແລະເພິ່ນກ່າວຕໍ່ພວກເພິ່ນວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ແຕ່ມີຜູ້ໃດຈະໄປແດ່?”
9
ໂມເຊຕອບວ່າ, “ພວກຂ້ານ້ອຍຈະໄປໝົດທຸກຄົນ ລວມທັງເດັກນ້ອຍແລະຜູ້ເຖົ້າ. ພວກຂ້ານ້ອຍຈະເອົາລູກຊາຍຍິງ, ຝູງແກະ, ຝູງແບ້ ແລະພ້ອມທັງຝູງງົວໄປດ້ວຍ ເພາະພວກຂ້ານ້ອຍຈະຈັດເທດສະການ ເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວຂອງພວກຂ້ານ້ອຍ.”
10
ກະສັດຟາໂຣຈຶ່ງກ່າວຂຶ້ນທັນທີວ່າ, “ບໍ່ໄດ້ ເຮົາສາບານໃນນາມຂອງພຣະເຈົ້າຢາເວວ່າ ຈະບໍ່ຍອມປ່ອຍໃຫ້ພວກເຈົ້າເອົາພວກຜູ້ຍິງແລະເດັກນ້ອຍໄປນຳ ມັນຈະແຈ້ງແລ້ວວ່າ ພວກເຈົ້າກຳລັງວາງແຜນກໍ່ການກະບົດ.
11
ບໍ່ໄດ້ ຖ້າພວກເຈົ້າຢາກໄປນະມັດສະການພຣະເຈົ້າຢາເວ ກໍໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປ.” ແລ້ວໂມເຊແລະອາໂຣນກໍຖືກໄລ່ໃຫ້ອອກໄປຈາກວັງຂອງກະສັດຟາໂຣ.
12
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຍົກມືຂຶ້ນເທິງປະເທດເອຢິບ ເພື່ອນຳເອົາຕັກແຕນມາ. ມັນຈະກິນທຸກໆສິ່ງທີ່ງອກຂຶ້ນ ແລະທຸກໆສິ່ງທີ່ເຫຼືອຈາກຖືກໝາກເຫັບທຳລາຍ.”
13
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະພຣະເຈົ້າຢາເວກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາສູ່ປະເທດເອຢິບຕະຫລອດເວັນຕະຫລອດຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງຕັກແຕນມາຢ່າງຫລວງຫລາຍ.
14
ມັນເກາະມັນໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫລືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ.
15
ຝູງຕັກແຕນໄດ້ໄຕ່ໄປມາຫຸ້ມໜ້າດິນຈົນດຳໄປໝົດ; ທຸກໆສິ່ງທີ່ເຫຼືອຈາກໝາກເຫັບທຳລາຍຖືກມັນກິນໝົດ ລວມທັງໝາກໄມ້ໃນຕົ້ນ ພືດຫລືຕົ້ນໄມ້ໃນປະເທດເອຢິບ ບໍ່ມີສິ່ງໃດທີ່ມີສີຂຽວເຫຼືອຢູ່ເລີຍ.
16
ແລ້ວກະສັດຟາໂຣກໍຟ້າວເອີ້ນໂມເຊກັບອາໂຣນມາ ແລະກ່າວວ່າ, “ເຮົາໄດ້ເຮັດຜິດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຕໍ່ພວກເຈົ້າ.
17
ບັດນີ້ ຈົ່ງຍົກບາບກຳໃຫ້ເຮົາອີກເທື່ອໜຶ່ງແດ່ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃຫ້ນຳເອົາການລົງໂທດອັນຮ້າຍແຮງນີ້ໜີໄປຈາກເຮົາເສຍ.”
18
ໂມເຊຈຶ່ງອຳລາກະສັດຟາໂຣໄປ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ.
19
ແລ້ວພຣະເຈົ້າຢາເວກໍປ່ຽນລົມແຕ່ທິດຕາເວັນອອກ ເປັນລົມແຮງຈາກທິດຕາເວັນຕົກ ພັດເອົາຕັກແຕນໄປຕົກໃສ່ອ່າວຊູແອດ. ບໍ່ມີຕັກແຕນແມ່ນແຕ່ໂຕດຽວເຫຼືອຢູ່ໃນປະເທດເອຢິບ.
20
ແຕ່ພຣະເຈົ້າຢາເວຍັງເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງຢູ່ຄືເກົ່າ ແລະເພິ່ນບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ.
21
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບຈະມືດໄປໝົດ.”
22
ໂມເຊໄດ້ຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບກໍມຶດໄປໝົດຕະຫລອດສາມວັນ.
23
ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
24
ສະນັ້ນ ກະສັດຟາໂຣຈຶ່ງເອີ້ນໂມເຊມາ ແລະກ່າວວ່າ, “ພວກເຈົ້າໄປນະມັດສະການພຣະເຈົ້າຢາເວສາ; ໃຫ້ເອົາຜູ້ຍິງ ແລະເດັກນ້ອຍໄປໄດ້. ສ່ວນຝູງແກະກັບແບ້ ແລະຝູງງົວນັ້ນໃຫ້ປະໄວ້ທີ່ນີ້.”
25
ໂມເຊຕອບວ່າ, “ຖ້າເປັນເຊັ່ນນັ້ນ ທ່ານຕ້ອງໃຫ້ພວກຂ້ານ້ອຍຈັດຫາສັດທີ່ຈະຂ້າເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
26
ພວກຂ້ານ້ອຍຕ້ອງເອົາສັດຂອງພວກຂ້ານ້ອຍໄປນຳ ແລະບໍ່ໃຫ້ເຫຼືອຢູ່ໃນທີ່ນີ້ຈັກໂຕເລີຍ. ພວກຂ້ານ້ອຍເອງຈະເປັນຜູ້ເລືອກເອົາສັດທີ່ຈະຂ້າເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ແລະຈົນໄປຮອດທີ່ນັ້ນແລ້ວ ພວກຂ້ານ້ອຍກໍຍັງບໍ່ຮູ້ວ່າຈະເອົາສັດໂຕໃດຖວາຍບູຊາແກ່ພຣະເຈົ້າຢາເວ.”
27
ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣມີໃຈໃຈແຂງກະດ້າງດື້ດຶງຕໍ່ໄປ. ດັ່ງນັ້ນ ເພິ່ນຈຶ່ງບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ.
28
ເພິ່ນກ່າວຕໍ່ໂມເຊວ່າ, “ອອກໜີໄປຈາກນີ້ ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກຈັກເທື່ອ ຖ້າເຈົ້າມາໃຫ້ເຮົາເຫັນ ເຈົ້າຈະຕ້ອງຕາຍ.”
29
ໂມເຊຕອບວ່າ, “ທ່ານກ່າວຖືກຕ້ອງແລ້ວ ຂ້ານ້ອຍຈະບໍ່ເຫັນໜ້າທ່ານອີກຈັກເທື່ອ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40