bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 37
Exodus 37
Lao Bible 2012 (ພຣະຄຳພີສັກສິ)
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 38 →
1
ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
2
ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ.
3
ລາວໄດ້ຫລໍ່ຫູຄຳເພື່ອສອດຄານຫາມໃສ່ສີ່ຫູຕິດໄວ້ກັບແຈທັງສີ່ຄືຂ້າງລະສອງຫູ.
4
ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂອບດ້ວຍຄຳ
5
ແລະສອດຄານຫາມເຂົ້າໃສ່ຫູໄວ້ທີ່ຂ້າງຫີບແຕ່ລະຂ້າງ.
6
ຝາອັດຫີບນັ້ນເຮັດດ້ວຍຄຳສົດທີ່ຍາວ 110 ເຊັນ ແລະກວ້າງ 66 ເຊັນ.
7
ລາວໄດ້ຫລໍ່ເຄຣຸບສອງໂຕດ້ວຍຄຳ ຕິດໃສ່ກັບແຕ່ລະສົ້ນຂອງຝາອັດ ໂດຍໃຫ້ສົ້ນສຸດຂອງປີກທັງສອງພືອອກ ເປັນເນື້ອດຽວກັນກັບຝາອັດຫີບ.
9
ເຄຣຸບນັ້ນແມ່ນໄດ້ປິ່ນໜ້າເຂົ້າຫາກັນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ.
10
ເບຊາເລນໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ.
11
ແລ້ວໄດ້ໂອບໂຕະນັ້ນດ້ວຍຄຳສົດ ແລະເຮັດຂອບໂຕະນັ້ນດ້ວຍຄຳສົດຄືກັນ.
12
ສ່ວນຂອບນອກຂອງໂຕະນັ້ນ ລາວໄດ້ເຮັດຂອບຄຳໃສ່ອ້ອມຮອບກວ້າງ 7,5 ເຊັນ.
13
ລາວໄດ້ເຮັດຫູເປັນຄຳຕິດໄວ້ທີ່ແຈໂຕະທັງສີ່ຂ້າງອີກ.
14
ເພື່ອສອດຄານຫາມເຂົ້າໃສ່ຫູຄຳທີ່ຕິດກັບໂຕະນັ້ນ
15
ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
16
ສຳລັບເຄື່ອງໃຊ້ເທິງໂຕະເພື່ອຖອກຖວາຍເຄື່ອງດື່ມບູຊາເຊັ່ນ: ຈານ, ຈອກ, ໄຫ, ແລະຖ້ວຍ ແມ່ນໄດ້ເຮັດດ້ວຍຄຳສົດທັງໝົດ.
17
ເບຊາເລນໄດ້ເຮັດຫລັກຮອງຕະກຽງດ້ວຍຄຳສົດ. ລາວໄດ້ຕີຕີນ ແລະລຳຕົວຂອງຫລັກນັ້ນໃຫ້ເປັນຮູບດອກໄມ້ ມີທັງດອກຈູມດອກບານ ແລະກີບດອກໄມ້ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ.
18
ລາວໄດ້ເຮັດກິ່ງຫົກກິ່ງແຍກອອກຈາກລຳຕົວຂອງຫລັກຕະກຽງນັ້ນ ຄືຂ້າງລະສາມກິ່ງ.
19
ແຕ່ລະກິ່ງໃນຫົກກິ່ງນັ້ນໄດ້ປະດັບປະດາດ້ວຍຮູບດອກໄມ້ ທີ່ມີລວດລາຍເໝືອນດັ່ງດອກໝາກບົກ ທັງມີກີບແລະມີກາບອີກດ້ວຍ.
20
ສ່ວນລຳຂອງຫລັກຕະກຽງນັ້ນໄດ້ປະດັບປະດາດ້ວຍດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກ ທັງມີກີບແລະກາບເຊັ່ນກັນ.
21
ຢູ່ລຸ່ມຂອງກິ່ງທັງສາມຄູ່ມີດອກໄມ້ຈູມດອກໜຶ່ງ ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ.
22
ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ.
23
ລາວໄດ້ເຮັດຕະກຽງເຈັດໜ່ວຍໃສ່ຫລັກຮອງຕະກຽງນັ້ນ ສ່ວນຄີມຄີບໄສ້ຕະກຽງ ແລະຖາດໃສ່ຄີມແມ່ນໄດ້ເຮັດດ້ວຍຄຳສົດ.
24
ເບຊາເລນໄດ້ໃຊ້ຄຳສົດປະມານ 35 ກິໂລກຼາມ ເຮັດຫລັກຕະກຽງແລະເຄື່ອງໃຊ້ທຸກຢ່າງສຳລັບຫລັກຕະກຽງ.
25
ເບຊາເລນໄດ້ເຮັດແທ່ນສຳລັບເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ. ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທິນ ຊຶ່ງແຕ່ລະຂ້າງແທກໄດ້ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດແທນທັງສີ່ຫລ່ຽມນັ້ນໄດ້ເຮັດເປັນໄມ້ທ່ອນດຽວກັນກັບແທ່ນ.
26
ແທ່ນນັ້ນແມ່ນໂອບດ້ວຍຄຳສົດ ຄືໂອບທາງດ້ານເທິງທັງສີ່ດ້ານພ້ອມກັບຈອມ ແລະເຮັດຂອບຄຳອ້ອມຮອບແທ່ນດ້ວຍ.
27
ເບຊາເລນໄດ້ເຮັດຫູສອດຄານຫາມສອງຫູ ຕິດກັບຂອບລຸ່ມທັງສອງຂ້າງເພື່ອສອດຄານຫາມໃສ່.
28
ຄານຫາມນັ້ນເຮັດດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
29
ເບຊາເລນໄດ້ເຮັດນໍ້າມັນເຈີມສັກສິດ ແລະເຄື່ອງຫອມສັກສິດ ຕາມແບບວິທີປຸງນໍ້າຫອມ.
← Chapter 36
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 38 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40