bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 23
Exodus 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 24 →
1
ຢ່ານຳເອົາເລື່ອງບໍ່ຈິງໄປເລົ່າຕໍ່ໆກັນ ແລະຢ່າຊ່ວຍຄົນຜິດໂດຍໃຫ້ຄຳພະຍານບໍ່ຈິງ.
2
ຢ່າເຂົ້າຂ້າງສຽງສ່ວນຫລາຍເມື່ອພວກເຂົາເຮັດຜິດ ຫລືເມື່ອພວກເຂົາສະແດງຫຼັກຖານ ເພື່ອນຳໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ.
3
ຢ່າເຂົ້າຂ້າງຄະດີຂອງຄົນໃດ ແມ່ນແຕ່ຄົນຍາກຈົນກໍຕາມ.
4
ຖ້າເຈົ້າເຫັນງົວ ຫລືລໍຂອງສັດຕູແລ່ນຫລົງມາ ຈົ່ງເອົາໄປສົ່ງຄືນໃຫ້ເຂົາ.
5
ຖ້າລໍຂອງເຂົາລົ້ມລົງຍ້ອນບັນທຸກຂອງໜັກ ຈົ່ງຊ່ວຍເຂົາຍົກລໍນັ້ນຂຶ້ນ ຢ່າຍ່າງໜີໄປລ້າໆ.
6
ຈົ່ງໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນ ເມື່ອມີການສືບສວນໃນສານ.
7
ຢ່າໃສ່ຄຳກ່າວຫາຢ່າງຜິດໆ ແລະຢ່າປະຫານຊີວິດຄົນບໍຣິສຸດ ເພາະເຮົາຈະລົງໂທດຄົນທີ່ກະທຳຊົ່ວເຊັ່ນນັ້ນ.
8
ຢ່າຮັບສິນບົນ ເພາະສິນບົນເຮັດໃຫ້ຄົນຕາບອດຕໍ່ສິ່ງທີ່ຖືກຕ້ອງ ແລະບິດເບືອນຄະດີຂອງຜູ້ບໍ່ມີຄວາມຜິດ.
9
ຢ່າຂົ່ມເຫັງຄົນຕ່າງດ້າວ; ເຈົ້າຮູ້ຄວາມຮູ້ສຶກຂອງຄົນຕ່າງດ້າວວ່າເປັນແນວໃດ ເພາະພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວມາແລ້ວຢູ່ໃນປະເທດເອຢິບ.
10
ຈົ່ງຫວ່ານພືດ ແລະເກັບກ່ຽວຜົນລະປູກໃນນາຂອງເຈົ້າຕະຫລອດຫົກປີ.
11
ແຕ່ໃນປີທີເຈັດ ຈົ່ງປະໃຫ້ນານັ້ນວ່າງເປົ່າ ແລະຢ່າເກັບກ່ຽວຫຍັງທີ່ເກີດຂຶ້ນໃນນານັ້ນ. ຄົນຍາກຈົນອາດເກັບກິນສິ່ງທີ່ເກີດຂຶ້ນໃນນານັ້ນໄດ້ ແລະສັດປ່າທັງຫລາຍອາດກິນສິ່ງທີ່ເຫຼືອນັ້ນໄດ້. ຈົ່ງເຮັດຢ່າງດຽວກັນສຳລັບສວນອະງຸ່ນ ແລະສວນໝາກກອກເທດຂອງເຈົ້າ.
12
ຈົ່ງເຮັດວຽກຫົກວັນຕໍ່ອາທິດ ແລະຢ່າເຮັດວຽກໃນວັນທີເຈັດ ເພື່ອວ່າຄົນຮັບໃຊ້ ແລະຄົນຕ່າງດ້າວທີ່ເຮັດວຽກໃຫ້ເຈົ້າ ຕະຫລອດທັງສັດຂອງເຈົ້າຈະໄດ້ພັກຜ່ອນ.
13
ຈົ່ງເອົາໃຈໃສ່ເຊື່ອຟັງທຸກສິ່ງທີ່ເຮົາໄດ້ບອກພວກເຈົ້ານັ້ນ. ຢ່າພາວັນນາອະທິຖານຫາບັນດາພະອື່ນ ແລະຢ່າເອີ່ຍເຖິງແມ່ນແຕ່ຊື່ຂອງພະເຫຼົ່ານັ້ນ.
14
ຈົ່ງສະຫລອງເທດສະການສາມຄັ້ງຕໍ່ປີ ເພື່ອຍົກຍໍໃຫ້ກຽດເຮົາ.
15
ໃນເດືອນອາບີບ ເດືອນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບນັ້ນ ຈົ່ງສະຫລອງມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕາມພິທີທີ່ເຮົາໄດ້ບອກພວກເຈົ້າ. ຢ່າກິນເຂົ້າຈີ່ ມີເຊື້ອແປ້ງໃດໆໃນເຈັດວັນ ຕາມກຳນົດຂອງພິທີນັ້ນ. ຢ່າເຂົ້າມານະມັດສະການເຮົາໂດຍບໍ່ມີເຄື່ອງຖວາຍ.
16
ຈົ່ງສະຫລອງເທດສະການວັນເກັບກ່ຽວ ເມື່ອພວກເຈົ້າເລີ່ມເກັບກ່ຽວຜົນລະປູກຜົນແຮກທີ່ເກີດຈາກແຮງງານຂອງເຈົ້າ ຊຶ່ງເຈົ້າໄດ້ຫວ່ານພືດລົງໃນນາ. ຈົ່ງສະຫລອງເທດສະການວັນເກັບພືດຜົນປາຍປີ ເມື່ອເຈົ້າເກັບພືດຜົນຈາກທົ່ງນາອັນເປັນຜົນງານຂອງເຈົ້າ.
17
ທຸກໆປີໃດໃນເທດສະການສາມປາງນີ້ ໃຫ້ພວກຜູ້ຊາຍເຂົ້າມາຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
18
ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອພວກເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ໄຂມັນສັດທີ່ຂ້າຖວາຍແກ່ເຮົາໃນລະຫວ່າງເທດສະການສາມປາງນີ້ ບໍ່ໃຫ້ມີເຫຼືອຈົນຮອດຕອນເຊົ້າຂອງມື້ໃໝ່.
19
ຈົ່ງນຳພືດຜົນທີ່ດີເລີດ ຊຶ່ງໄດ້ເກັບກ່ຽວຄັ້ງແຮກ ມາທີ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະ ຫລືລູກແບ້ດ້ວຍນໍ້ານົມແມ່ຂອງມັນ.
20
ເຮົາຈະໃຊ້ເທວະດານຳໜ້າໄປ ເພື່ອປົກປັກຮັກສາພວກເຈົ້າໃນການເດີນທາງ ທັງຈະນຳພວກເຈົ້າໄປບ່ອນທີ່ເຮົາໄດ້ຈັດແຈງໄວ້.
21
ຈົ່ງເອົາໃຈໃສ່ ແລະເຊື່ອຟັງເທວະດາ. ຢ່າຂັດຂືນ ເພາະແມ່ນເຮົາເອງທີ່ເປັນຜູ້ສັ່ງເທວະດານັ້ນ ແລະເພິ່ນຈະບໍ່ຍົກໂທດໃຫ້ແກ່ການຂັດຂືນໃດໆທັງສິ້ນ.
22
ແຕ່ຖ້າພວກເຈົ້າເຊື່ອຟັງເທວະດານັ້ນ ແລະເຮັດຕາມທຸກໆສິ່ງທີ່ເຮົາໄດ້ສັ່ງໄວ້ ເຮົາຈະຕໍ່ສູ້ສັດຕູທັງຫລາຍຂອງພວກເຈົ້າ.
23
ເທວະດາຂອງເຮົາຈະນຳໜ້າພວກເຈົ້າໄປ ແລະຈະພາພວກເຈົ້າເຂົ້າໄປໃນດິນແດນຂອງຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ ແລະຊາວເຢບູດ ແລະເຮົາຈະທຳລາຍພວກເຂົາທັງໝົດ.
24
ຢ່າຂາບໄຫວ້ພະຂອງພວກເຂົາ ຫລືນະມັດສະການພະເຫຼົ່ານັ້ນເດັດຂາດ ແລະຢ່ານຳເອົາພິທີປະຕິບັດທາງສາສະໜາຂອງພວກເຂົາມາໃຊ້. ຈົ່ງທຳລາຍບັນດາພະຂອງພວກເຂົາ ພ້ອມທັງທັບເສົາຫີນສັກສິດໃຫ້ໝຸ່ນທະລາຍ.
25
ຖ້າພວກເຈົ້ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ເຮົາກໍຈະອວຍພອນພວກເຈົ້າ ບໍຣິບູນໄປດ້ວຍອາຫານການກິນແລະນໍ້າດື່ມ ທັງຈະບັນດານໃຫ້ພວກເຈົ້າພົ້ນຈາກຄວາມເຈັບໄຂ້ໄດ້ປ່ວຍທຸກຊະນິດ.
26
ໃນດິນແດນຂອງພວກເຈົ້າຈະບໍ່ມີແມ່ຍິງຫລຸລູກຫລືເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ.
27
ເຮົາຈະເຮັດໃຫ້ຄົນຕໍ່ສູ້ພວກເຈົ້າຢ້ານກົວເຮົາ. ເຮົາຈະນຳຄວາມສັບສົນວຸ້ນວາຍມາໃນທ່າມກາງຄົນຕໍ່ສູ້ພວກເຈົ້າ ແລະຈະເຮັດໃຫ້ສັດຕູຂອງພວກເຈົ້າທຸກໆຄົນແລ່ນພ່າຍໜີໄປ.
28
ເຮົາຈະເຮັດໃຫ້ສັດຕູຂອງພວກເຈົ້າແຕກຕື່ນເສຍຂວັນ; ເຮົາຈະຂັບໄລ່ຊາວຮີວີ, ຊາວການາອານ ແລະຊາວຮິດຕີ ອອກໜີໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ.
29
ເຮົາຈະບໍ່ຂັບໄລ່ພວກເຂົາອອກໄປໃນລະຫວ່າງປີດຽວກັນໂລດ; ຖ້າເຮົາເຮັດເຊັ່ນນັ້ນ ດິນແດນຈະວ່າງເປົ່າ ແລະສັດປ່າກໍຈະທະວີຫລາຍໂພດສຳລັບພວກເຈົ້າ.
30
ແຕ່ເຮົາຈະຂັບໄລ່ພວກເຂົາອອກໄປເທື່ອລະເລັກລະນ້ອຍ ຈົນພວກເຈົ້າມີຈຳນວນພຽງພໍ ເພື່ອຢຶດຄອງເອົາດິນແດນເປັນກຳມະສິດ.
31
ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ ຕັ້ງແຕ່ອ່າວອາກາບາຈົນເຖິງທະເລເມດີແຕຣາເນ ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊີນາຍຈົນເຖິງແມ່ນໍ້າເອີຟຣັດ. ເຮົາຈະໃຫ້ພວກເຈົ້າມີອຳນາດເໜືອປະຊາຊົນຕ່າງໆໃນດິນແດນ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ.
32
ຢ່າເຮັດຂໍ້ຕົກລົງໃດໆກັບພວກເຂົາ ຫລືກັບບັນດາພະຂອງພວກເຂົາ.
33
ຢ່າຍອມໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງພວກເຈົ້າ. ຖ້າພວກເຈົ້າຍອມ ພວກເຂົາຈະພາພວກເຈົ້າເຮັດບາບຕໍ່ສູ້ເຮົາ. ຖ້າພວກເຈົ້າຂາບໄຫວ້ພະຂອງພວກເຂົາ ການກະທຳເຊັ່ນນັ້ນກໍຈະເປັນບ້ວງແຮ້ວອັນຮ້າຍກາດ ສຳລັບດັກຈັບພວກເຈົ້າເອງ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40