bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 24
Exodus 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 25 →
1
ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ.
2
ໃຫ້ເຈົ້າຄົນດຽວເທົ່ານັ້ນເຂົ້າມາໃກ້ພຣະເຈົ້າຢາເວ. ຄົນອື່ນຢ່າໃຫ້ຫຍັບເຂົ້າມາໃກ້. ສ່ວນປະຊາຊົນນັ້ນ ຢ່າໃຫ້ຂຶ້ນມາເທິງພູເປັນເດັດຂາດ.”
3
ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະກົດຕ່າງໆຂອງພຣະເຈົ້າຢາເວໄປບອກປະຊາຊົນ ແລະປະຊາຊົນທຸກຄົນໄດ້ຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ກ່າວ.”
4
ໂມເຊໄດ້ບັນທຶກຂໍ້ຄຳສັ່ງຂອງພຣະເຈົ້າຢາເວໄວ້. ມື້ຕໍ່ມາແຕ່ເຊົ້າ ໂມເຊໄດ້ສ້າງແທ່ນບູຊາໜຶ່ງແທ່ນຂຶ້ນທີ່ຕີນພູ ແລະໄດ້ຕັ້ງຫີນສິບສອງກ້ອນໄວ້ເປັນອະນຸສອນຄື: ກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ.
5
ຕໍ່ມາ ເພິ່ນໄດ້ໃຊ້ພວກຄົນໜຸ່ມອິດສະຣາເອນ ເຜົາເຄື່ອງບູຊາຖວາຍແລະເຜົາງົວທັງໂຕ ຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ.
6
ໂມເຊໄດ້ແບ່ງເລືອດສັດທີ່ຂ້ານັ້ນໃສ່ໄວ້ໃນຊາມເຄິ່ງໜຶ່ງ ແລະອີກເຄິ່ງໜຶ່ງເພິ່ນໄດ້ຊິດໃສ່ແທ່ນບູຊາ.
7
ແລ້ວເພິ່ນກໍອ່ານໜັງສືພັນທະສັນຍາດ້ວຍສຽງດັງສູ່ປະຊາຊົນຟັງ. ພວກເຂົາຕ່າງກໍເວົ້າວ່າ, “ພວກຂ້ານ້ອຍທັງໝົດຈະເຊື່ອຟັງພຣະເຈົ້າຢາເວ ແລະຈະເຮັດທຸກໆສິ່ງຕາມທີ່ພຣະອົງໄດ້ສັ່ງໄວ້.”
8
ແລ້ວໂມເຊກໍໄດ້ເອົາເລືອດໃນຊາມຊິດໃສ່ປະຊາຊົນ ແລະກ່າວວ່າ, “ອັນນີ້ແມ່ນເລືອດແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວຕັ້ງໄວ້ກັບພວກເຈົ້າ ເມື່ອພຣະອົງມອບພັນທະສັນຍານີ້ໃຫ້.”
9
ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະບັນດາຫົວໜ້າເຈັດສິບຄົນຂອງຊາດອິດສະຣາເອນ ຈຶ່ງພາກັນຂຶ້ນໄປເທິງພູ;
10
ແລະພວກເຂົາໄດ້ເຫັນພຣະເຈົ້າຂອງຊາດອິດສະຣາເອນ. ລຸ່ມຕີນຂອງພຣະອົງມີສິ່ງໜຶ່ງປູໄວ້ ເປັນຄືແກ້ວໄພທູນສະຫງ່າແຈ່ມໃສດັ່ງທ້ອງຟ້າ.
11
ພຣະອົງບໍ່ໄດ້ທຳລາຍບັນດາຫົວໜ້າຂອງຊາດອິດສະຣາເອນ; ພວກເຂົາໄດ້ເຫັນພຣະເຈົ້າ ແລ້ວພວກເຂົາກໍພາກັນກິນແລະດື່ມ.
12
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.”
13
ໂມເຊແລະໂຢຊວຍ ຜູ້ຊ່ວຍຂອງຕົນ ຈຶ່ງໄດ້ຕຽມຕົວ ແລະໂມເຊກໍເລີ່ມ ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ.
14
ໂມເຊໄດ້ກ່າວແກ່ພວກຜູ້ນຳຂອງຊາດອິດສະຣາເອນວ່າ, “ຈົ່ງຄອຍຖ້າພວກເຮົາຢູ່ທີ່ຄ້າຍພັກນີ້ ຈົນກວ່າພວກເຮົາກັບມາ. ອາໂຣນກັບຮູເຣຈະຢູ່ທີ່ນີ້ກັບພວກເຈົ້າ. ຖ້າມີເລື່ອງຫຍັງເກີດຂຶ້ນ ກໍໃຫ້ໄປຫາທ່ານທັງສອງນີ້ໄກ່ເກ່ຍໃຫ້.”
15
ເວລາໂມເຊຂຶ້ນໄປທີ່ເທິງພູເຂົານັ້ນ ເມກໄດ້ປົກຄຸມໜ່ວຍພູໄວ້.
16
ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍລົງມາທີ່ເທິງພູເຂົາຊີນາຍ. ໃນສາຍຕາຂອງຊາວອິດສະຣາເອນແລ້ວ ແສງນັ້ນເບິ່ງຄືໄຟທີ່ກຳລັງໄໝ້ເທິງພູເຂົາ. ເມກໄດ້ປົກຄຸມພູຢູ່ເປັນເວລາຫົກວັນ ແລະໃນວັນທີເຈັດ ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເມກທີ່ປົກຄຸມນັ້ນ.
18
ໂມເຊໄດ້ຍ່າງຂຶ້ນໄປເທິງພູເຂົາ ແລະເຂົ້າໄປໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນເປັນເວລາສີ່ສິບວັນ ແລະສີ່ສິບຄືນ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40