bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 20
Exodus 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 21 →
1
ຕໍ່ໄປແມ່ນຖ້ອຍຄຳຂອງພຣະເຈົ້າ ທີ່ໄດ້ສັ່ງປະຊາຊົນອິດສະຣາເອນ ດັ່ງນີ້:
2
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
3
ຢ່ານະມັດສະການພະອື່ນ ນອກຈາກເຮົາ.
4
ຢ່າສ້າງຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນ ອັນເປັນຕົວແທນຂອງສິ່ງທີ່ຢູ່ໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືຢູ່ໃຕ້ນໍ້າ.
5
ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ.
6
ແຕ່ເຮົາສຳແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະຖືຮັກສາບັນຍັດທັງຫລາຍຂອງເຮົາ ຫລາຍພັນເຊັ່ນຄົນ.
7
ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ພຣະເຈົ້າຢາເວຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນັ້ນ.
8
ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ.
9
ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ
10
ແຕ່ໃນວັນທີເຈັດ ເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ໃນວັນນີ້ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະສັດລ້ຽງຂອງເຈົ້າຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ.
11
ໃນຫົກວັນ ພຣະເຈົ້າຢາເວໄດ້ນິຣະມິດສ້າງຟ້າສະຫວັນແລະແຜ່ນດິນໂລກ, ທະເລ ແລະສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ໃນວັນທີເຈັດໄດ້ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວຈຶ່ງອວຍພອນວັນຊະບາໂຕ ແລະຕັ້ງໄວ້ເປັນວັນສັກສິດ.
12
ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ.
13
ຢ່າຂ້າຄົນ.
14
ຢ່າຫລີ້ນຊູ້ສູ່ຜົວເມຍຜູ້ອື່ນ.
15
ຢ່າລັກ.
16
ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
17
ຢ່າໄດ້ໂລບເອົາເຮືອນຊານບ້ານຊ່ອງຂອງເພື່ອນບ້ານຂອງເຈົ້າ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລືສິ່ງອື່ນໆອີກທີ່ລາວມີຢູ່.”
18
ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ແລະສຽງແກດັງກ້ອງສະໜັ່ນ ທັງເຫັນຟ້າແມບເຫລື້ອມ ແລະຄວັນໄຟພຸ່ງຂຶ້ນທີ່ພູເຂົານັ້ນ ພວກເຂົາກໍຢ້ານກົວຕົວສັ່ນແລະຫຍັບອອກຫ່າງໆ.
19
ພວກເຂົາຕ່າງກໍເວົ້າກັບໂມເຊວ່າ, “ຖ້າທ່ານກ່າວກັບພວກເຮົາ ພວກເຮົາຈະຍອມຟັງທ່ານ, ແຕ່ຖ້າພຣະເຈົ້າກ່າວແກ່ພວກເຮົາ ພວກເຮົາຈະຕ້ອງຕາຍເປັນແນ່.”
20
ໂມເຊຈຶ່ງໄດ້ກ່າວຕໍ່ປະຊາຊົນວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະເຮັດໃຫ້ພວກເຈົ້າສືບຕໍ່ຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ.”
21
ແຕ່ປະຊາຊົນຍັງສືບຕໍ່ຢືນຢູ່ຫ່າງໆ ແລະມີແຕ່ໂມເຊຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ.
22
ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກຊາວອິດສະຣາເອນວ່າ, “ພວກເຈົ້າໄດ້ເຫັນດ້ວຍຕົນເອງແລ້ວວ່າ ເຮົາໄດ້ກ່າວກັບພວກເຈົ້າອອກມາຈາກສະຫວັນ.
23
ຢ່າເຮັດຮູບພະເປັນເງິນເປັນຄຳ ໄວ້ຂາບໄຫວ້ຄຽງຄູ່ເຮົາເດັດຂາດ.
24
ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ.
25
ຖ້າພວກເຈົ້າສ້າງແທ່ນບູຊາທີ່ເປັນຫີນຖວາຍແກ່ເຮົາ ຢ່າເອົາຫີນທີ່ໃຊ້ເຫຼັກຕັດມາສ້າງ ເພາະແທ່ນບູຊາທີ່ສ້າງດ້ວຍຫີນທີ່ໃຊ້ເຫຼັກຕັດ ບໍ່ເໝາະສົມທີ່ຈະໃຊ້ນະມັດສະການເຮົາ.
26
ຢ່າເຮັດແທ່ນທີ່ມີຂັ້ນໄດຂຶ້ນ ເພາະມັນຈະເປັນເຫດໃຫ້ພວກເຈົ້າເຜີຍຂອງລັບໃສ່ແທ່ນນັ້ນ.”
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40