bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 38
Exodus 38
Lao Bible 2012 (ພຣະຄຳພີສັກສິ)
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 39 →
1
ເພື່ອເຜົາເຄື່ອງຖວາຍບູຊາ ເບຊາເລນໄດ້ເຮັດແທ່ນດ້ວຍໄມ້ກະຖິນເທດ ໃຫ້ເປັນຮູບສີຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງນັ້ນວັດແທກໄດ້ 2,2 ແມັດ ແລະສູງ 1,3 ແມັດ.
2
ລາວໄດ້ເຮັດຍອດແທ່ນຕິດໄວ້ກັບແຈທັງສີ່ໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ ແລ້ວໂອບແທ່ນນັ້ນດ້ວຍທອງສຳຣິດ.
3
ສ່ວນເຄື່ອງໃຊ້ສຳລັບແທ່ນເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະຖາດຮອງຖ່ານໄຟນັ້ນ ເຮັດດ້ວຍທອງສຳຣິດ.
4
ແຕ່ທາງກາງແທ່ນລົງມາ ລາວໄດ້ເຮັດຕະຂ່າຍເປັນທອງສຳຣິດຕິດກັບຂອບຂອງແທ່ນ.
5
ແລ້ວລາວໄດ້ຫລໍ່ຫູຈັບເປັນທອງສຳຣິດໄວ້ທັງສີ່ຫລ່ຽມ.
6
ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂດຍໃຊ້ທອງສຳຣິດໂອບ
7
ແລະສອດຄາໄວ້ທີ່ຫູຂອງແທ່ນແຕ່ລະເບື້ອງ. ສ່ວນແທ່ນນັ້ນເຮັດດ້ວຍໄມ້ກະດານ ໂດຍຄວັດລົງເປັນໝົ້ງທາງກາງ.
8
ເບຊາເລນເຮັດຂັນແລະພານຮອງຂັນ ດ້ວຍທອງສຳຣິດຈາກແວ່ນແຍງຂອງພວກຜູ້ຍິງທີ່ບົວລະບັດຮັບໃຊ້ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
9
ສຳລັບເດີ່ນຫໍເຕັນທາງດ້ານໃຕ້ ລາວໄດ້ເອົາຜ້າປ່ານເນື້ອລະອຽດດີ ຍາວ 44 ແມັດ ມາອ້ອມຮອບໄວ້.
10
ໂດຍໃຊ້ເສົາ 20 ຕົ້ນກັບຕີນຮອງເສົາ 20 ອັນ ເປັນທອງສຳຣິດຈັ້ງໄວ້ ພ້ອມທັງຂໍເກາະເຮັດດ້ວຍເງິນ ແລະເຊືອກຜູກຜ້າກັ້ງ ທີ່ຜ້າອ້ອມຮອບນັ້ນກໍເຮັດດ້ວຍເງິນ.
11
ແລະທາງດ້ານເໜືອ ຜ້າອ້ອມຮອບນັ້ນກໍມີຂະໜາດດຽວກັນ.
12
ທາງດ້ານຕາເວັນຕົກໄດ້ໃຊ້ຜ້າປ່ານ 22 ແມັດ ເສົາສິບຕົ້ນ ແລະຕີນຮອງເສົາສິບອັນ. ສ່ວນຂໍເກາະແລະຄັນສອດຜ້າກັ້ງນັ້ນໄດ້ເຮັດດ້ວຍເງິນ.
13
ທາງດ້ານຕາເວັນອອກຊຶ່ງເປັນທາງປະຕູເຂົ້ານັ້ນ ຜ້າອ້ອມຮອບຫໍເຕັນກວ້າງຊາວສອງແມັດ.
14
ແຕ່ລະຂ້າງທາງປະຕູເຂົ້າໄດ້ໃຊ້ຜ້າກັ້ງຍາວ 6,6 ແມັດ ແລະເສົາສາມຕົ້ນກັບຕີນຮອງເສົາສາມອັນ.
16
ຜ້າອ້ອມຮອບຫໍເຕັນສັກສິດທັງໝົດໄດ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີ.
17
ສຳລັບຕີນຮອງເສົາໄດ້ເຮັດດ້ວຍທອງສຳຣິດ. ສ່ວນຂໍເກາະ, ເຊືອກຜູກຜ້າກັ້ງ ແລະກຸບປົກເທິງເສົານັ້ນເຮັດດ້ວຍເງິນ. ເສົາຈັ້ງຜ້າອ້ອມຮອບທັງໝົດໄດ້ຕໍ່ເຂົ້າກັນດ້ວຍຄັນຜ້າກັ້ງທີ່ເຮັດດ້ວຍເງິນ.
18
ສຳລັບຜ້າກັ້ງທາງປະຕູເຂົ້ານັ້ນເຮັດດ້ວຍຜ້າປ່ານເນື້ອລະອຽດດີ ປົນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມພ້ອມທັງໄດ້ຫຍິບແສ່ວຢ່າງຈົບດີ. ຜ້າກັ້ງນັ້ນຍາວເກົ້າແມັດ ແລະສູງສອງແມັດ ເທົ່າກັນກັບຜ້າກັ້ງອ້ອມຮອບຫໍເຕັນສັກສິດ.
19
ຜ້າກັ້ງທີ່ປະຕູເຂົ້ານັ້ນຖືກຈັ້ງດ້ວຍເສົາສີ່ຕົ້ນ ແລະຕີນຮອງເສົາສີ່ອັນເຮັດດ້ວຍທອງສຳຣິດ. ສ່ວນຂໍເກາະກັບກຸບປົກເສົາ ແລະເຊືອກຜູກຜ້າກັ້ງນັ້ນແມ່ນເຮັດດ້ວຍເງິນ.
20
ຫລັກສຽບທັງໝົດຂອງຫໍເຕັນສັກສິດ ແລະຂອງຜ້າກັ້ງອ້ອມຮອບຫໍເຕັນສັກສິດ ແມ່ນເຮັດດ້ວຍທອງສຳຣິດ.
21
ຕໍ່ໄປນີ້ແມ່ນບັນຊີຈຳນວນໂລຫະທີ່ໄດ້ໃຊ້ສ້າງຫໍເຕັນສັກສິດ, ຫໍເຕັນສັກສິດແຫ່ງຄຳພິຍານ ບ່ອນມີຫີນສອງແຜ່ນຈາລຶກຄຳສັ່ງຂອງພຣະເຈົ້າສິບຂໍ້ຖືກບັນຈຸໄວ້. ບັນຊີນີ້ໄດ້ຂຽນຂຶ້ນຕາມຄຳສັ່ງຂອງໂມເຊ ແລະຊາວເລວີ ເປັນຜູ້ລົງມືປະຕິບັດງານ ພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
22
ເບຊາເລນ ລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣຄົນໃນເຜົ່າຢູດາ ເປັນຜູ້ລົງມືເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
23
ໂອໂຮລີອາບ ລູກຊາຍຂອງອາຮີສາມັກຄົນເຜົ່າດານ ແລະຜູ້ຊ່ວຍຂອງເບຊາເລນ ເປັນຜູ້ແກະສະຫລັກ, ອອກແບບ ແລະຕໍ່າຜ້າປ່ານເນື້ອລະອຽດດີກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ.
24
ຄຳທັງໝົດທີ່ໄດ້ອຸທິດຖວາຍເພື່ອສ້າງຫໍເຕັນນີ້ ໜັກໜຶ່ງພັນກິໂລກຼາມ ຕາມອັດຕາຊັ່ງຂອງສຳນັກນະມັດສະການ.
25
ຈຳນວນເງິນທັງໝົດຈາກການຈົດທະບຽນສຳມະໂນຄົວນັ້ນໜັກສາມພັນສີ່ຮ້ອຍສາມສິບກິໂລກຼາມ ຕາມອັດຕາຊັ່ງຂອງສຳນັກນະມັດສະການ.
26
ເງິນຈຳນວນນີ້ໄດ້ເທົ່າກັບຈຳນວນເງິນ ທີ່ທຸກຄົນໄດ້ຈ່າຍໃຫ້ຕາມສຳມະໂນຄົວ ຄືແຕ່ລະຄົນໄດ້ຈ່າຍຕາມອັດຕາຂອງສຳນັກນະມັດສະການ. ເມື່ອສຳຫລວດເບິ່ງແລ້ວ ຕົວເລກຂອງການຈົດທະບຽນຄອບຄົວມີ 603.550 ຄົນ ທີ່ມີອາຍຸຊາວປີຂຶ້ນໄປ.
27
ຈາກເງິນທັງໝົດນັ້ນ ພວກເຂົາໄດ້ເອົາສາມພັນສີ່ຮ້ອຍກິໂລກຼາມ ໄປໃຊ້ເຮັດຕີນຮອງເສົາຂອງຫໍເຕັນແລະຂອງຜ້າກັ້ງຄື: ສາມສິບສີ່ກິໂລກຼາມຕໍ່ຕີນຮອງເສົາໜຶ່ງຕົ້ນ.
28
ສ່ວນເງິນທີ່ເຫຼືອສາມສິບກິໂລກຼາມນັ້ນ ເບຊາເລນໄດ້ເອົາເຮັດເຊືອກຜູກຜ້າກັ້ງ, ຂໍເກາະສຳລັບຈັບເສົາ ແລະກຸບປົກເທິງເສົາ.
29
ສ່ວນທອງສຳຣິດທີ່ໄດ້ອຸທິດຖວາຍນັ້ນ ເມື່ອຊັ່ງທັງໝົດແລ້ວໜັກໄດ້ 2.425 ກິໂລກຼາມ.
30
ທອງສຳຣິດຈຳນວນນີ້ໄດ້ເອົາເຮັດຕີນຮອງເສົາທາງປະຕູເຂົ້າຜ້າອ້ອມຫໍເຕັນບ່ອນຊຸມນຸມ, ເຮັດແທ່ນບູຊາ ແລະຕະຂ່າຍຂອງແທ່ນ, ເຄື່ອງໃຊ້ປະຈຳແທ່ນ,
31
ຕີນຮອງເສົາສຳລັບຜ້າອ້ອມຮອບ ແລະຕີນຮອງເສົາສຳລັບປະຕູເຂົ້າຜ້າອ້ອມຮອບຫໍເຕັນ ຫລັກສຽບທັງໝົດຂອງຫໍເຕັນສັກສິດ ແລະຫລັກສຽບທັງໝົດຂອງຜ້າອ້ອມຮອບເດີ່ນຫໍເຕັນ.
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 39 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40