bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 25
Exodus 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 26 →
1
ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊໄວ້ວ່າ,
2
“ຈົ່ງບອກຊາວອິດສະຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບຂອງຖວາຍຈາກທຸກໆຄົນທີ່ເຕັມໃຈໃຫ້.
3
ຂອງຖວາຍນັ້ນຈະຕ້ອງແມ່ນ: ຄຳ, ເງິນ, ທອງສຳຣິດ;
4
ຜ້າປ່ານເນື້ອລະອຽດດີ, ຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້;
5
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
6
ນໍ້າມັນໄຕ້ຕະກຽງ; ເຄື່ອງເທດປຸງນໍ້າມັນເຈີມສັກສິດ ເພື່ອໃຊ້ຫົດສົງແລະໃຊ້ເຮັດເຄື່ອງຫອມເຜົາບູຊາ.
7
ແກ້ວໂກເມນແລະເພັດພອຍຊະນິດຕ່າງໆ ສຳລັບຕົບແຕ່ງເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ.
8
ຊາວອິດສະຣາເອນຕ້ອງສ້າງຫໍເຕັນສັກສິດສຳລັບເຮົາ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ.
9
ຈົ່ງເຮັດຫໍເຕັນສັກສິດແລະເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ.
10
ຈົ່ງເຮັດຫີບໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
11
ຈົ່ງໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະໃຫ້ເຮັດຂອບຄຳອ້ອມຮອບຫີບ.
12
ຈົ່ງເອົາຄຳຫລໍ່ຫູເພື່ອສອດຄານຫາມສີ່ຫູນັ້ນຕິດໃສ່ກັບແຈທັງສີ່ຄືຂ້າງລະສອງຫູ.
13
ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ
14
ແລະຈົ່ງສອດຄານຫາມເຂົ້າໃສ່ຫູຂອງຂ້າງຫີບແຕ່ລະຂ້າງ.
15
ຈົ່ງສອດຄານຫາມນັ້ນຄາໄວ້ເລີຍ ຢ່າຖອດອອກ.
16
ແລ້ວຈົ່ງເອົາຫີນສອງແຜ່ນທີ່ຈາລຶກຂໍ້ຄຳສັ່ງຂອງເຮົາ ທີ່ເຮົາຈະໃຫ້ເຈົ້ານັ້ນໃສ່ລົງໃນຫີບ.
17
ຈົ່ງເອົາຄຳສົດເຮັດຝາອັດຫີບ ຊຶ່ງຍາວ 110 ເຊັນ ແລະກວ້າງ 66 ເຊັນ.
18
ແລ້ວເຈົ້າຈົ່ງເອົາຄຳມາຫລໍ່ເຄຣຸບ ສອງຕົນຕິດໃສ່ກັບແຕ່ລະສົ້ນຂອງຝາອັດຫີບນັ້ນ. ຈົ່ງເຮັດໃຫ້ມັນເປັນເນື້ອດຽວກັບຝາອັດຫີບ.
20
ໃຫ້ເຄຣຸບນັ້ນປິ່ນໜ້າເຂົ້າຫາກັນຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ ແລະໃຫ້ສົ້ນສຸດຂອງປີກທັງສອງຂ້າງທີ່ພືອອກນັ້ນ ຕິດກັບຝາອັດຫີບໃຫ້ເປັນເນື້ອດຽວກັນ.
21
ຈົ່ງເອົາຫີນສອງແຜ່ນໃສ່ລົງໃນຫີບນັ້ນ ແລະເອົາຝາອັດຫີບຢອງໄວ້ຢູ່ທາງເທິງ.
22
ເຮົາຈະພົບກັບເຈົ້າຢູ່ທີ່ເທິງຝາອັດຫີບນັ້ນ ຄືຢູ່ລະຫວ່າງເທິງປີກທັງສອງຂອງເຄຣຸບ; ໃນທີ່ນັ້ນ ເຮົາຈະໃຫ້ກົດບັນຍັດຕ່າງໆຂອງເຮົາແກ່ປະຊາຊົນອິດສະຣາເອນ.
23
ຈົ່ງເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດທີ່ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ.
24
ຈົ່ງໂອບໂຕະນັ້ນດ້ວຍຄຳສົດ ແລະຈົ່ງແນບຂອບໂຕະດ້ວຍຄຳສົດຄືກັນ.
25
ສ່ວນຂອບນອກຂອງໂຕະທີ່ເດ່ອອກມານັ້ນໃຫ້ກວ້າງເຈັດເຊັນເຄິ່ງພ້ອມແນບຂອບຄຳໃສ່ອ້ອມຮອບ.
26
ຈົ່ງເຮັດຫູເປັນຄຳຕິດໃສ່ໄວ້ທີ່ແຈຂາທັງສີ່.
27
ຫູຊຶ່ງໃຊ້ສອດຄານຫາມນັ້ນໃຫ້ຕິດກັບຂອບຂອງໂຕະ.
28
ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
29
ສ່ວນຈານ, ຈອກ, ໄຫ ແລະຖ້ວຍເພື່ອໃຊ້ໃນການຖວາຍບູຊາເຫຼົ້າອະງຸ່ນນັ້ນ ຂອງເຫຼົ່ານີ້ໃຫ້ເຮັດດ້ວຍຄຳສົດ.
30
ຈົ່ງວາງໂຕະໄວ້ຢູ່ຕໍ່ໜ້າຫີບພັນທະສັນຍາ ແລະທີ່ເທິງໂຕະນັ້ນ ຈົ່ງວາງເຂົ້າຈີ່ທີ່ຖວາຍບູຊາແກ່ເຮົາຕະຫລອດໄປ.
31
ຈົ່ງເຮັດຕີນຮອງຕະກຽງດ້ວຍຄຳສົດ; ຕີນແລະລຳໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ມີທັງດອກຈູມດອກບານ ແລະກີບດອກໄມ້ໃຫ້ຕິດເປັນເນື້ອດຽວກັນກັບຕີນຮອງຂອງຕະກຽງ.
32
ໃຫ້ມີກິ່ງຫົກກິ່ງແຍກອອກຈາກລຳຂອງຕີນຕະກຽງນັ້ນຂ້າງລະສາມກິ່ງ.
33
ແຕ່ລະກິ່ງໃນຫົກກິ່ງນັ້ນ ໃຫ້ປະດັບປະດາດ້ວຍຮູບດອກໄມ້ສາມດອກ ຊຶ່ງມີລວດລາຍເໝືອນດອກໝາກບົກບານ ຄືມີທັງກີບແລະກາບດ້ວຍ.
34
ສ່ວນລຳຂອງຕີນຕະກຽງນັ້ນໃຫ້ປະດັບປະດາດ້ວຍຮູບດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກບານມີກີບ ແລະມີກາບເຊັ່ນກັນ.
35
ຢູ່ລຸ່ມຂອງກິ່ງທັງສາມຄູ່ ມີດອກໄມ້ຈູມດອກໜຶ່ງຕິດເປັນເນື້ອດຽວກັນກັບຕີນຂອງຕະກຽງ.
36
ຈົ່ງເອົາຄຳສົດມາຕີເປັນດອກໄມ້ຈູມ, ກິ່ງແລະຕີນຕະກຽງເຮັດໃຫ້ເປັນເນື້ອດຽວກັນ.
37
ຈົ່ງເຮັດຕະກຽງເຈັດໜ່ວຍໃສ່ຕີນຕະກຽງ ແລະໄຕ້ໃຫ້ມັນສ່ອງແສງອອກໄປເປັນໜ້າກະດານ.
38
ຄີມຄີບໄສ້ຕະກຽງແລະຖາດໃສ່ຄີມນັ້ນ ຈົ່ງເຮັດດ້ວຍຄຳສົດ.
39
ຕີນຕະກຽງກັບເຄື່ອງໃຊ້ທຸກຢ່າງ ຈົ່ງເຮັດດ້ວຍຄຳສົດປະມານ 35 ກິໂລກຼາມ.
40
ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ.”
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40