bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 40
Exodus 40
Lao Bible 2012 (ພຣະຄຳພີສັກສິ)
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
1
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
2
“ໃນມື້ທຳອິດຂອງເດືອນທີໜຶ່ງ ຈົ່ງຕັ້ງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມຂຶ້ນ.
3
ຈົ່ງເອົາຫີບພັນທະສັນຍາ ວາງໄວ້ໃນນັ້ນແລະກາງຜ້າກັ້ງບັງໄວ້.
4
ຈົ່ງຍົກໂຕະເຂົ້າມາ ແລະຈັດເຄື່ອງໃຊ້ທຸກຢ່າງປະຈຳໂຕະໄວ້. ແລ້ວຍົກຫລັກຕະກຽງເຂົ້າມາ ແລະໃຕ້ຕະກຽງໄວ້ເທິງຫລັກ.
5
ຈົ່ງຕັ້ງແທ່ນຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ໜ້າຫີບພັນທະສັນຍາ ແລະກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ.
6
ຈົ່ງຕັ້ງແທ່ນເຜົາບູຊາດ້ວຍໄຟໄວ້ຕໍ່ໜ້າທາງເຂົ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ.
7
ສ່ວນຂັນໃສ່ນໍ້າຊຳລະນັ້ນ ໃຫ້ວາງໄວ້ລະຫວ່າງຫໍເຕັນບ່ອນຊຸມນຸມກັບແທ່ນບູຊາແລະຕັກນໍ້າໃສ່ໄວ້.
8
ຈົ່ງເຮັດຜ້າອ້ອມຮອບຫໍເຕັນ ແລະກາງຜ້າກັ້ງໄວ້ທີ່ທາງປະຕູເຂົ້າ.
9
ແລ້ວຈົ່ງອຸທິດຖວາຍຫໍເຕັນສັກສິດ ແລະເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ໂດຍໃຊ້ນໍ້າມັນເຈີມສັກສິດຫົດສົງທັງໝົດ ແລະທຸກສິ່ງກໍຈະບໍຣິສຸດສັກສິດ.
10
ແລ້ວຈົ່ງອຸທິດຖວາຍແທ່ນບູຊາ ກັບເຄື່ອງໃຊ້ທັງໝົດປະຈຳແທ່ນນັ້ນ ໂດຍເອົານໍ້າມັນເຈີມສັກສິດຫົດສົງທັງໝົດ ແລະທຸກສິ່ງກໍຈະບໍຣິສຸດສັກສິດທີ່ສຸດ.
11
ຈົ່ງອຸທິດຖວາຍຊາມໃສ່ນໍ້າຊຳລະແລະຕີນຊາມ ໂດຍວິທີດຽວກັນນີ້.
12
ຈົ່ງນຳອາໂຣນກັບພວກລູກຊາຍຂອງລາວມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ແລະບອກໃຫ້ພວກເຂົາອາບນໍ້າຊຳລະຮ່າງກາຍ.
13
ຈົ່ງນຸ່ງເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ອາໂຣນ ແລະໃຊ້ນໍ້າມັນເຈີມສັກສິດຫົດສົງລາວ; ໂດຍວິທີນີ້ແຫລະ ລາວຈະໄດ້ອຸທິດຕົນເພື່ອເຂົ້າບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ
14
ແລ້ວຈົ່ງນຳພວກລູກຊາຍຂອງລາວມາ ແລະນຸ່ງເສື້ອຊັ້ນໃນໃຫ້ພວກເຂົາ.
15
ແລ້ວໃຊ້ນໍ້າມັນເຈີມສັກສິດຫົດສົງພວກເຂົາ ເໝືອນກັນກັບໄດ້ຫົດສົງພໍ່ຂອງພວກເຂົາ ເພື່ອວ່າພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດຄືກັນກັບພໍ່ຂອງພວກເຂົາ. ການໃຊ້ນໍ້າມັນເຈີມສັກສິດຫົດສົງນີ້ແມ່ນການສະຖາປະນາພວກເຂົາ ໃຫ້ເປັນປະໂຣຫິດຕະຫລອດໄປ.”
16
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
17
ດັ່ງນັ້ນ ໃນມື້ທີໜຶ່ງຂອງເດືອນທຳອິດຂອງປີທີສອງ ຫລັງຈາກພວກເຂົາໄດ້ອອກມາຈາກປະເທດເອຢິບ ພວກເຂົາກໍໄດ້ຕັ້ງຫໍເຕັນສັກສິດຂຶ້ນ.
18
ໂມເຊໄດ້ວາງຕີນເສົາລົງ ປະກອບຮ່າງຂອບໄມ້ກາງຫໍເຕັນສັກສິດ, ຕອກໄມ້ຂາງໃສ່ ແລະຕັ້ງເສົາຂຶ້ນ.
19
ເພິ່ນໄດ້ຄຶງຜ້າມຸງປົກຫໍເຕັນສັກສິດ ແລະໃຊ້ຜ້າໜາປົກຊັ້ນນອກອີກ ຄືເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
20
ແລ້ວເພິ່ນກໍເອົາຫີນສອງແຜ່ນໃສ່ລົງໃນຫີບພັນທະສັນຍາ. ເພິ່ນສອດຄານຫາມຄາໄວ້ ແລະເອົາພຣະທີ່ນັ່ງແຫ່ງພຣະຄຸນຊຶ່ງເປັນຝາ ອັດເທິງຫີບນັ້ນ.
21
ເພິ່ນໄດ້ນຳຫີບນັ້ນມາໄວ້ທີ່ຫໍເຕັນສັກສິດ ແລະກາງຜ້າກັ້ງບັງໄວ້ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
22
ເພິ່ນໄດ້ຕັ້ງໂຕະໄວ້ໃນຫໍເຕັນບ່ອນຊຸມນຸມທາງຂ້າງດ້ານເໜືອນອກຜ້າກັ້ງຂອງຫໍເຕັນສັກສິດ
23
ແລະເອົາເຂົ້າຈີ່ ຊຶ່ງຖວາຍແກ່ພຣະເຈົ້າຢາເວນັ້ນວາງໄວ້ທີ່ເທິງໂຕະ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
24
ສ່ວນຫຼັກຕະກຽງນັ້ນ ເພິ່ນໄດ້ຕັ້ງໄວ້ໃນຫໍເຕັນບ່ອນຊຸມນຸມ ກົງກັນຂ້າມກັບໂຕະຂ້າງທາງດ້ານໃຕ້ຂອງຫໍເຕັນສັກສິດ
25
ເພິ່ນໄດ້ໄຕ້ຕະກຽງໄວ້ຊ້ອງໜ້າພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
26
ເພິ່ນນຳແທ່ນຄຳຊຶ່ງມີເຄື່ອງຫອມເຜົາຢູ່ມາວາງໄວ້ໃນຫໍເຕັນບ່ອນຊຸມນຸມ ຄືຕໍ່ໜ້າຜ້າກັ້ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
28
ເພິ່ນກາງຜ້າກັ້ງໄວ້ຢູ່ທີ່ທາງເຂົ້າຫໍເຕັນສັກສິດ
29
ແລະວາງແທ່ນເຜົາບູຊາຕໍ່ໜ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ຊຶ່ງຊື່ກັນກັບຜ້າກັ້ງ. ທີ່ເທິງແທ່ນນັ້ນ ເພິ່ນໄດ້ເຜົາເຄື່ອງບູຊາກັບຖວາຍພືດຜົນເປັນເມັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
30
ເພິ່ນໄດ້ຕັ້ງຂັນໃສ່ນໍ້າຊຳລະໄວ້ລະຫວ່າງຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາທັງຕັກນໍ້າໃສ່ໃຫ້ເຕັມ.
31
ໂມເຊກັບອາໂຣນ ແລະພວກລູກຊາຍຂອງລາວໄດ້ໃຊ້ນໍ້າໃນຂັນນີ້ ລ້າງມືແລະລ້າງຕີນ
32
ເມື່ອທຸກໆຄັ້ງທີ່ພວກເຂົາເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ຫລືເຂົ້າໄປໃກ້ທີ່ແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ນັ້ນທຸກປະການ.
33
ໂມເຊໄດ້ກາງຜ້າອ້ອມຮອບຫໍເຕັນສັກສິດແລະແທ່ນບູຊາ ແລ້ວກໍໄດ້ກາງຜ້າກັ້ງນັ້ນໄວ້ທີ່ທາງປະຕູເຂົ້າຫໍເຕັນ. ເພິ່ນໄດ້ເຮັດທຸກໆສິ່ງສຳເລັດຢ່າງຮຽບຮ້ອຍດີ.
34
ຕໍ່ມາ ເມກໄດ້ມາປົກຄຸມຫໍເຕັນບ່ອນຊຸມນຸມ ແລະແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປົກຄຸມເຕັມຢູ່ທີ່ຫໍເຕັນສັກສິດນັ້ນ.
35
ໂມເຊເຂົ້າໄປໃນຫໍເຕັນບ່ອນຊຸມນຸມບໍ່ໄດ້ ເພາະທີ່ນັ້ນມີເມກໜາແໜ້ນຫລາຍ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍເຕັມຢູ່ທົ່ວຫໍເຕັນສັກສິດ.
36
ຊາວອິດສະຣາເອນໄດ້ເຄື່ອນຍ້າຍຄ້າຍພັກຂອງພວກເຂົາໄປສູ່ທີ່ອື່ນ ກໍຕໍ່ເມື່ອເມກໄດ້ຫາຍໄປຈາກຫໍເຕັນສັກສິດ.
37
ຕາບໃດທີ່ເມກໄດ້ປົກຄຸມຢູ່ທີ່ນັ້ນ ພວກເຂົາບໍ່ໄດ້ອອກເດີນທາງໄປທີ່ອື່ນເດັດຂາດ.
38
ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ.
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40