bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 26
Exodus 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 27 →
1
“ສຳລັບຂ້າງໃນຂອງຫໍເຕັນສັກສິດບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນຕໍ່າໃສ່ກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ. ຈົ່ງແສ່ວເຄຣຸບໃສ່ຜ້າເຫຼົ່ານັ້ນ.
2
ຜ້າແຕ່ລະຜືນນັ້ນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສອງແມັດແລະກວ້າງສອງແມັດ.
3
ຈົ່ງຫຍິບຜ້າຫ້າຜືນໃຫ້ຕໍ່ກັນເປັນຜືນດຽວ ແລະອີກຫ້າຜືນນັ້ນກໍໃຫ້ຫຍິບເປັນຜືນດຽວຄືກັນ.
4
ຈົ່ງເຮັດຫູຜ້າກັ້ງດ້ວຍຜ້າສີຟ້າ ຕາມແຂບຜ້າກັ້ງຊັ້ນນອກແຕ່ລະຜືນ.
5
ຈົ່ງເຮັດຫູຫ້າສິບອັນ ໃສ່ຜ້າຜືນທີໜຶ່ງຂອງຜ້າກັ້ງຊຸດທຳອິດ ແລະອີກຫ້າສິບຫູ ໃສ່ຜ້າຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ.
6
ຈົ່ງເຮັດຂໍຄຳຫ້າສິບອັນ ສຳລັບເກາະຜ້າກັ້ງໃຫ້ເປັນຫໍເຕັນສັກສິດດຽວກັນ.
7
ຈົ່ງເຮັດຜ້າປົກຄຸມຫໍເຕັນສັກສິດສິບເອັດຜືນດ້ວຍຂົນແບ້.
8
ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສາມແມັດ ແລະກວ້າງສອງແມັດ.
9
ໃຫ້ຫຍິບຜ້າກັ້ງຫ້າຜືນຕໍ່ກັນເປັນຜ້າປົກໜຶ່ງຊຸດ ແລະຫຍິບຫົກຜືນເປັນອີກຊຸດໜຶ່ງ. ສ່ວນຜືນທີຫົກນັ້ນໃຫ້ຢ່ອນລົງມາທາງໜ້າເຕັນ.
10
ແລ້ວຈົ່ງເຮັດຫູຫ້າສິບອັນໃສ່ຜ້າຜືນສຸດທ້າຍຂອງຜ້າປົກຊຸດທຳອິດ ແລະອີກຫ້າສິບອັນໃສ່ແຂບເທິງຂອງຜ້າປົກຊຸດທີສອງ.
11
ຈົ່ງເຮັດຂໍທອງສຳຣິດຫ້າສິບອັນ ສຳລັບໃຊ້ເກາະຜ້າປົກທັງສອງຊຸດນັ້ນ ໃຫ້ຕິດເຂົ້າກັນເປັນຜ້າປົກຄຸມຜືນໜຶ່ງເທົ່ານັ້ນ.
12
ແລ້ວຈົ່ງຫ້ອຍຜ້າເຄິ່ງຜືນທີ່ເຫຼືອນັ້ນທາງຂ້າງຫລັງຂອງຫໍເຕັນສັກສິດ.
13
ສ່ວນທີ່ເຫຼືອອັນລະເຄິ່ງແມັດຂອງແຕ່ລະຂ້າງນັ້ນ ຈົ່ງຫ້ອຍຢ່ອນລົງມາປົກຄຸມຂ້າງຂອງຫໍເຕັນສັກສິດ.
14
ຈົ່ງເຮັດສິ່ງປົກຄຸມອີກສອງຜືນ ຜ້າຜືນທຳອິດໃຫ້ເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະຜ້າຜືນອື່ນໃຫ້ເຮັດດ້ວຍໜັງສັດທີ່ລະອຽດດີເພື່ອໃຊ້ປົກຄຸມຊັ້ນນອກ.
15
ຈົ່ງເຮັດຮ່າງຂອບກາງຫໍເຕັນສັກສິດດ້ວຍໄມ້ກະຖິນເທດ ໂດຍຕັ້ງໃຫ້ທ່ຽງ.
16
ແຕ່ລະຮ່າງນັ້ນໃຫ້ຍາວ 4 ແມັດ ແລະກວ້າງ 66 ເຊັນ.
17
ແລ້ວໃຊ້ໄມ້ຄານສອງອັນຈັບຂອບເຂົ້າກັນໃຫ້ແໜ້ນ. ຮ່າງຂອບຜ້າກັ້ງຂອງຫໍເຕັນສັກສິດນັ້ນຕ້ອງມີຄານຈັບທຸກໆອັນ.
18
ຈົ່ງເຮັດຮ່າງຂອບໄມ້ຂອງຫໍເຕັນສັກສິດ 20 ຮ່າງ ທາງດ້ານໃຕ້
19
ແລະເຮັດຕີນຮອງດ້ວຍເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ໜຶ່ງຮ່າງຊຶ່ງຈັ້ງດ້ວຍຄານສອງອັນ.
20
ຈົ່ງເຮັດຮ່າງຂອບໄມ້ 20 ຮ່າງ ທາງດ້ານເໜືອຂອງຫໍເຕັນສັກສິດ,
21
ແລະຕີນຮອງເປັນເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນ ຕໍ່ຮ່າງຂອບໄມ້ເຕັນໜຶ່ງຮ່າງ.
22
ສຳລັບດ້ານຫລັງຂອງຫໍເຕັນສັກສິດນັ້ນ ຄືດ້ານຕາເວັນຕົກ ຈົ່ງເຮັດຮ່າງຂອບໄມ້ຫໍເຕັນຫົກຮ່າງ
23
ແລະຮ່າງຂອບໄມ້ສອງຮ່າງສຳລັບແຈຂອງຫໍເຕັນສັກສິດ.
24
ສ່ວນແຈຂອງຮ່າງຂອບໄມ້ ຈົ່ງຕໍ່ເຂົ້າກັນທາງຂ້າງລຸ່ມ ແລະເລີຍໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ຈົ່ງເຮັດດັ່ງທີ່ກ່າວມານີ້.
25
ດັ່ງນັ້ນ ເມື່ອລວມກັນແລ້ວກໍຈະມີຮ່າງຂອບໄມ້ຫໍເຕັນແປດຮ່າງ ແລະມີຕີນຮອງທີ່ເຮັດດ້ວຍເງິນ 16 ຕີນ ຄືແຕ່ລະຮ່າງຂອບໄມ້ມີຕີນຮອງສອງຕີນ.
26
ຈົ່ງເຮັດຂາງດ້ວຍໄມ້ກະຖິນເທດ 15 ອັນ. ໄມ້ຂາງຫ້າອັນໃຊ້ສຳລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ.
27
ໄມ້ຂາງອີກຫ້າອັນໃຊ້ສຳລັບຈັ້ງຮ່າງຂອບໄມ້ຫໍເຕັນສັກສິດອີກດ້ານໜຶ່ງ ແລະອີກຫ້າອັນເພື່ອໃຊ້ຈັ້ງຮ່າງຂອບໄມ້ຫໍເຕັນສັກສິດທາງດ້ານຫລັງ ຄືດ້ານຕາເວັນຕົກ.
28
ສ່ວນຂາງໂຕກາງທີ່ໃຊ້ຈັ້ງຮ່າງຂອບໄມ້ເຄິ່ງໜຶ່ງຂຶ້ນໄປ ຈົ່ງໃຫ້ຢຽດຈາກສົ້ນໜຶ່ງຂອງຫໍເຕັນຫາອີກສົ້ນໜຶ່ງ.
29
ຈົ່ງໂອບຮ່າງຂອບໄມ້ນັ້ນດ້ວຍຄຳ ແລະເຮັດຫູຂອງຮ່າງຂອບນັ້ນດ້ວຍຄຳຄືກັນ ເພື່ອຈັບຂາງໃຫ້ແໜ້ນເຂົ້າກັນ ສ່ວນຂາງນັ້ນກໍຈົ່ງໂອບດ້ວຍຄຳຄືກັນ.
30
ຈົ່ງຕັ້ງຫໍເຕັນສັກສິດຂຶ້ນຕາມແບບ ຊຶ່ງເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູເຂົານັ້ນ.
31
ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍດ້າຍເປັນສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອລະອຽດດີ. ຈົ່ງແສ່ວຮູບເຄຣຸບໃສ່ຜ້າຜືນນັ້ນ.
32
ຈົ່ງແຂວນຜ້າກັ້ງຜືນນັ້ນໄວ້ ໂດຍໃຊ້ຂໍເກາະໃສ່ກັບເສົາໄມ້ກະຖິນເທດສີ່ເສົາ ຊຶ່ງໂອບດ້ວຍຄຳ ແລະຕັ້ງໃສ່ຕີນຮອງເສົາເປັນເງິນສີ່ຕີນ.
33
ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ.
34
ຈົ່ງເອົາຝາອັດຫີບພັນທະສັນຍາໄວ້.
35
ຢູ່ທາງຂ້າງນອກຂອງບ່ອນສັກສິດທີ່ສຸດນັ້ນ ຈົ່ງຕັ້ງໂຕະໃສ່ທາງດ້ານເໜືອຂອງຫໍເຕັນສັກສິດ ແລະຕັ້ງຫລັກຕະກຽງໃສ່ທາງດ້ານໃຕ້.
36
ສຳລັບທາງເຂົ້າຫໍເຕັນນັ້ນ ຈົ່ງເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງໂດຍຜ້າຫຍິບແສ່ວດ້ວຍ.
37
ສຳລັບຜ້າກັ້ງນັ້ນ ຈົ່ງເຮັດເສົາດ້ວຍໄມ້ກະຖິນເທດຫ້າເສົາໂອບດ້ວຍຄຳ ແລະມີຂໍຄຳເກາະຜ້າກັ້ງໄວ້; ຈົ່ງຫລໍ່ຕີນຮອງເສົາເປັນທອງສຳຣິດຫ້າຕີນສຳລັບຕັ້ງເສົາ.”
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40