bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 29
Exodus 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 30 →
1
“ນີ້ແມ່ນສິ່ງທີ່ເຈົ້າຈະເຮັດໃນການອຸທິດຖວາຍອາໂຣນ ແລະພວກລູກຊາຍຂອງລາວ ເພື່ອບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະແກະເຖິກສອງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິມາຖວາຍ.
2
ຈົ່ງໃຊ້ແປ້ງຊະນິດດີທີ່ສຸດແຕ່ບໍ່ມີເຊື້ອແປ້ງ ແລະນໍ້າມັນໝາກກອກເທດມາເຮັດເຂົ້າຈີ່ ຊຶ່ງບາງຊະນິດນັ້ນບໍ່ຕ້ອງໃຊ້ນໍ້າມັນໝາກກອກເທດ ແລະເຂົ້າຈີ່ບາງຊະນິດຊຶ່ງເປັນແຜ່ນບາງໆ ຕ້ອງໃຊ້ນໍ້າມັນໝາກກອກເທດ.
3
ເມື່ອເຮັດແລ້ວໆ ຈົ່ງໃຫ້ເອົາເຂົ້າຈີ່ທັງໝົດໃສ່ກະຕ່າໜ່ວຍໜຶ່ງແລະຖວາຍແກ່ເຮົາ ເມື່ອພວກເຈົ້ານຳງົວໜຸ່ມ ແລະແກະເຖິກມາເຜົາຖວາຍ.
4
ຈົ່ງນຳອາໂຣນແລະພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ແລະໃຫ້ພວກເຂົາຮັບພິທີອາບນໍ້າຊຳລະ.
5
ເມື່ອອາບແລ້ວໆ ເຈົ້າຈົ່ງໃສ່ເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ອາໂຣນເຊັ່ນວ່າ: ເສື້ອຄຸມຍາວມີແຂນ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມສັ້ນເອໂຟດ, ແຜ່ນປົກເອິກ ແລະສາຍຮັດແອວ.
6
ຈົ່ງສຸບໝວກໃຫ້ລາວ ແລະມັດເຄື່ອງປະດັບທີ່ຈາລຶກວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ’ ໃສ່ທາງໜ້າໝວກ
7
ແລ້ວເຈົ້າຈົ່ງເອົານໍ້າມັນສັກສິດຫົດສົງທີ່ເທິງຫົວຂອງລາວ ແລະສະຖາປະນາລາວ.
8
ຈົ່ງນຳພວກລູກຊາຍຂອງອາໂຣນມາແລະນຸ່ງເຄື່ອງໃຫ້ ພ້ອມທັງຮັດສາຍແອວກັບສຸບໝວກໃຫ້ພວກເຂົາດ້ວຍ. ຈົ່ງສະຖາປະນາອາໂຣນກັບພວກລູກຊາຍຂອງລາວດ້ວຍວິທີນີ້. ພວກເຂົາແລະເຊື້ອສາຍຂອງພວກເຂົາຈະບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດຕະຫລອດໄປ.
10
ຈົ່ງເອົາງົວເຖິກມາທາງໜ້າຫໍເຕັນບ່ອນຊຸມນຸມ ແລະບອກອາໂຣນພ້ອມພວກລູກຊາຍຂອງລາວ ວາງມືລົງເທິງຫົວງົວເຖິກນັ້ນ.
11
ແລ້ວໃຫ້ເຈົ້າຂ້າປາດຄໍງົວເຖິກຊ້ອງໜ້າພຣະເຈົ້າຢາເວຢູ່ທາງປະຕູເຂົ້າຫໍເຕັນບ່ອນຊຸມນຸມ.
12
ເຈົ້າຈົ່ງເອົາເລືອດງົວບາງສ່ວນແລະໃຊ້ມືຂອງເຈົ້າ ຈຸ່ມລົງໃນເລືອດທາໃສ່ຍອດແທ່ນ. ແລ້ວຈົ່ງຖອກສ່ວນທີ່ເຫຼືອໃສ່ພື້ນຂອງແທ່ນບູຊາ.
13
ຕໍ່ໄປ ເຈົ້າຈົ່ງເອົາເຄື່ອງໃນໄຂມັນ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫຼັງທັງສອງໜ່ວຍພ້ອມໄຂມັນທີ່ຕິດຢູ່ນັ້ນ ເຜົາເທິງແທ່ນບູຊາຖວາຍແກ່ເຮົາ.
14
ສ່ວນຊີ້ນ, ໜັງ ແລະໄສ້ພຸງໃຫ້ເຜົາຢູ່ນອກຄ້າຍ. ອັນນີ້ແມ່ນການຖວາຍບູຊາ ເພື່ອລຶບລ້າງບາບຂອງພວກປະໂຣຫິດ.
15
ຈົ່ງເອົາແກະເຖິກໂຕໜຶ່ງມາ ແລະບອກໃຫ້ອາໂຣນກັບພວກລູກຊາຍຂອງລາວ ວາງມືລົງເທິງຫົວຂອງມັນ.
16
ຈົ່ງຂ້າແກະນັ້ນແລະເອົາເລືອດຂອງມັນ ໄປຖອກໃສ່ທັງສີ່ຂ້າງຂອງແທ່ນບູຊາ.
17
ໃຫ້ຕັດແກະເປັນຕ່ອນໆ ແລະລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລ້ວເອົາມາວາງໄວ້ເທິງຫົວແລະເທິງຕ່ອນອື່ນໆ.
18
ຈົ່ງເຜົາຕ່ອນແກະທັງໝົດນັ້ນທີ່ເທິງແທ່ນເປັນການຖວາຍບູຊາອາຫານແກ່ພຣະເຈົ້າຢາເວ. ກິ່ນຫອມຫວນຂອງເຄື່ອງບູຊານີ້ເຮັດໃຫ້ພຣະເຈົ້າຢາເວພໍໃຈ.
19
ຈົ່ງນຳແກະເຖິກໂຕໜຶ່ງມາອີກ ຄືໂຕທີ່ຈະໃຊ້ໃນການອຸທິດຖວາຍຕົວນັ້ນ ແລ້ວຈົ່ງບອກອາໂຣນແລະພວກລູກຊາຍຂອງລາວ ວາງມືລົງເທິງຫົວຂອງມັນ.
20
ຈົ່ງຂ້າແກະນັ້ນແລະເອົາເລືອດສ່ວນໜຶ່ງທາທີ່ປາຍໃບຫູຂ້າງຂວາຂອງອາໂຣນ ແລະພວກລູກຊາຍຂອງລາວ ແລະທາທີ່ຫົວໂປ້ມືແລະຫົວໂປ້ຕີນຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫຼືອນັ້ນໃຫ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ.
21
ຈົ່ງເອົາເລືອດສ່ວນໜຶ່ງເທິງແທ່ນບູຊາ ແລະນໍ້າມັນສັກສິດ ຊິດໃສ່ອາໂຣນກັບເຄື່ອງນຸ່ງຂອງລາວ ແລະຊິດໃສ່ພວກລູກຊາຍຂອງລາວ ຕະຫລອດທັງເຄື່ອງນຸ່ງຫົ່ມຂອງພວກເຂົາດ້ວຍ ແລ້ວລາວເອງພ້ອມກັບພວກລູກຊາຍ ແລະເຄື່ອງນຸ່ງຫົ່ມຂອງພວກເຂົາກໍຈະໄດ້ຮັບການອຸທິດຖວາຍແກ່ເຮົາທັງໝົດ.
22
ຈົ່ງຕັດເອົາໄຂມັນຂອງແກະເຖິກ, ໄຂມັນໃນຫາງ, ໄຂມັນທີ່ຫຸ້ມເຄື່ອງໃນ ແລະໜັງບາງໆຫຸ້ມຫໍ່ຕັບ ແລະໝາກໄຂ່ຫລັງທັງສອງໜ່ວຍພ້ອມທັງໄຂມັນທີ່ຕິດຫ້ອຍ ແລະຕົ້ນຂາໜ້າຂ້າງຂວາ.
23
ແລ້ວຈົ່ງເອົາເຂົ້າຈີ່ກ້ອນໜຶ່ງຂອງແຕ່ລະຢ່າງໃນກະຕ່າເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວນັ້ນຄື: ກ້ອນໜຶ່ງທີ່ເຮັດປະສົມກັບນໍ້າມັນໝາກກອກເທດ ອີກກ້ອນໜຶ່ງທີ່ບໍ່ປະສົມກັບນໍ້າມັນ ແລະກ້ອນນ້ອຍກ້ອນໜຶ່ງທີ່ເປັນແຜ່ນບາງໆ.
24
ຈົ່ງວາງສິ່ງເຫຼົ່ານີ້ໃສ່ໃນອົ້ງມືຂອງອາໂຣນ ແລະພວກລູກຊາຍຂອງລາວ ແລ້ວບອກພວກເຂົາໃຫ້ຖວາຍແກວ່ງໄປແກວ່ງມາເພື່ອເປັນເຄື່ອງບູຊາແກວ່ງໄປແກວ່ງມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
25
ແລ້ວຈົ່ງຮັບເອົາສິ່ງເຫຼົ່ານີ້ຈາກມືຂອງພວກເຂົານຳໄປເຜົາເທິງແທ່ນບູຊາ ຄືເຜົາເທິງເຄື່ອງຊຶ່ງໄດ້ເຜົາບູຊາແລ້ວ ທີ່ມີກິ່ນຫອມຫວນເປັນທີ່ພໍພຣະໄທຕໍ່ໜ້າພຣະເຈົ້າຢາເວ; ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.
26
ຈົ່ງເອົາຊີ້ນໜ້າເອິກຂອງແກະເຖິກຊຶ່ງເປັນແກະສະຖາປະນາອາໂຣນ ໃຫ້ຖວາຍແກວ່ງໄປແກວ່ງມາສຳລັບເປັນເຄື່ອງບູຊາແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ ແລະຊີ້ນສ່ວນນີ້ຈະເປັນສ່ວນຂອງພວກເຈົ້າ.
27
ເມື່ອມີການສະຖາປະນາປະໂຣຫິດ ຊີ້ນໜ້າເອິກແລະຂາໜ້າຂອງແກະເຖິກ ທີ່ຈັດເອົາໄວ້ສຳລັບການສະຖາປະນາ ຈົ່ງໃຫ້ຖວາຍແກວ່ງໄປແກວ່ງມາຊຶ່ງເປັນເຄື່ອງບູຊາແກວ່ງໄປແກວ່ງມາ ແລະໃຫ້ປະໄວ້ຕ່າງຫາກສຳລັບພວກປະໂຣຫິດ.
28
ອັນນີ້ແມ່ນການຕັດສິນໃຈທີ່ບໍ່ປ່ຽນແປງຂອງເຮົາ. ເວລາທີ່ປະຊາຊົນຂອງເຮົາຖວາຍເພື່ອຄວາມສາມັກຄີທຳ ຊີ້ນໜ້າເອິກແລະຂາໜ້າຂອງແກະໃຫ້ເປັນສ່ວນຂອງປະໂຣຫິດ. ອັນນີ້ແມ່ນເຄື່ອງຖວາຍຂອງປະຊາຊົນທີ່ຖວາຍແກ່ພຣະເຈົ້າຢາເວ.
29
ເມື່ອປະໂຣຫິດອາໂຣນຕາຍໄປ ເຄື່ອງປະຈຳຕຳແໜ່ງປະໂຣຫິດຂອງລາວນັ້ນ ຕ້ອງມອບໃຫ້ແກ່ພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ໃສ່ ເມື່ອໄດ້ຮັບສະຖາປະນາໃຫ້ເປັນປະໂຣຫິດ.
30
ໃຫ້ລູກຜູ້ທີ່ຮັບການສະຖາປະນາເປັນປະໂຣຫິດແທນອາໂຣນ ຄືຜູ້ທີ່ຈະເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ເພື່ອບົວລະບັດຮັບໃຊ້ໃນບ່ອນສັກສິດນັ້ນ ໃສ່ເຄື່ອງປະຈຳຕຳແໜ່ງນີ້ເຈັດວັນ.
31
ຈົ່ງເອົາຊີ້ນແກະເຖິກ ຊຶ່ງໃຊ້ໃນການສະຖາປະນາອາໂຣນກັບພວກລູກຊາຍຂອງລາວ ມາຕົ້ມໃນບ່ອນສັກສິດ.
32
ຈົ່ງໃຫ້ພວກເຂົາກິນຊີ້ນແລະເຂົ້າຈີ່ທີ່ເຫຼືອຢູ່ໃນກະຕ່າທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
33
ພວກເຂົາຈະກິນຂອງທີ່ໄດ້ໃຊ້ແລ້ວໃນພິທີລຶບລ້າງບາບ ສຳລັບການສະຖາປະນານັ້ນກໍໄດ້. ມີແຕ່ປະໂຣຫິດເທົ່ານັ້ນທີ່ກິນໄດ້ເພາະແມ່ນອາຫານບໍຮິສຸດ.
34
ຖ້າຊີ້ນຫລືເຂົ້າຈີ່ບາງສ່ວນເຫຼືອກິນ ຈົນຮອດຕອນເຊົ້າຂອງວັນໃໝ່ ໃຫ້ເຜົາໄຟສາ; ຢ່າກິນເພາະເປັນຂອງບໍຣິສຸດ.
35
ຈົ່ງເຮັດພິທີສະຖາປະນາອາໂຣນແລະພວກລູກຊາຍຂອງລາວໃຫ້ຄົບເຈັດວັນ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ທຸກປະການ.
36
ແຕ່ລະມື້ ເຈົ້າຕ້ອງຖວາຍງົວເຖິກເປັນເຄື່ອງບູຊາເພື່ອເປັນການລຶບລ້າງບາບ. ການຖວາຍບູຊານີ້ຈະເປັນການຊຳລະແທ່ນບູຊາ. ແລ້ວຈົ່ງຫົດສົງແທ່ນບູຊານີ້ດ້ວຍນໍ້າມັນໝາກກອກເທດ ເພື່ອໃຫ້ສັກສິດ.
37
ຈົ່ງເຮັດດັ່ງນີ້ທຸກໆວັນ ຕະຫລອດເຈັດວັນ. ແລ້ວແທ່ນນັ້ນກໍຈະສັກສິດທີ່ສຸດ ແລະຖ້າຜູ້ໃດຫລືສິ່ງໃດແຕະຕ້ອງຖືກແທ່ນນັ້ນ ຄົນນັ້ນແລະສິ່ງນັ້ນກໍຈະຖືກສຳພັດ ກັບຣິດອຳນາດແຫ່ງຄວາມສັກສິດຂອງແທ່ນບູຊາ.”
38
“ໃນທຸກໆວັນຕະຫລອດໄປ ຈົ່ງຖວາຍລູກແກະເຖິກສອງໂຕອາຍຸໜຶ່ງປີເທິງແທ່ນບູຊາ.
39
ຈົ່ງນຳລູກແກະໂຕໜຶ່ງມາຖວາຍໃນຕອນເຊົ້າ ແລະນຳອີກໂຕໜຶ່ງມາຖວາຍໃນຕອນແລງ.
40
ໃນເວລາທີ່ຖວາຍລູກແກະໂຕທີ່ໜຶ່ງນັ້ນ ຈົ່ງຖວາຍຍອດແປ້ງປະມານໜຶ່ງກິໂລກຼາມ ປົນກັບນໍ້າມັນໝາກກອກເທດໜຶ່ງລິດ. ຈົ່ງຖວາຍເຫຼົ້າອະງຸ່ນໜຶ່ງລິດຄືກັນ.
41
ສ່ວນແກະໂຕທີສອງນັ້ນ ຈົ່ງຖວາຍໃນຕອນແລງພ້ອມກັບຍອດແປ້ງ ນໍ້າມັນໝາກກອກເທດສົດ ແລະເຫຼົ້າອະງຸ່ນໃນອັດຕາເທົ່າກັນກັບທີ່ຖວາຍໃນຕອນເຊົ້າ. ອັນນີ້ແມ່ນການຖວາຍອາຫານແກ່ພຣະເຈົ້າຢາເວ ແລະກິ່ນຫອມຫວນຂອງເຄື່ອງຖວາຍນັ້ນຈຶ່ງເຮັດໃຫ້ເປັນທີ່ພໍໃຈ.
42
ການເຜົາຖວາຍບູຊາແກ່ເຮົາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ຈົ່ງໃຫ້ປະຕິບັດກັນສືບໆໄປ. ແມ່ນໃນບ່ອນນີ້ ທີ່ເຮົາຈະພົບກັບພວກເຈົ້າ ແລະກ່າວແກ່ພວກເຈົ້າ.
43
ໃນທີ່ນັ້ນ ເຮົາຈະພົບກັບປະຊາຊົນອິດສະຣາເອນ ແລະສະຫງ່າຣາສີອັນສຸກໃສຂອງເຮົາຈາກທີ່ນັ້ນກໍຈະເຮັດໃຫ້ບ່ອນນັ້ນສັກສິດ.
44
ເຮົາຈະເຮັດໃຫ້ຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາສັກສິດ ແລະເຮົາຈະຕັ້ງອາໂຣນກັບພວກລູກຊາຍຂອງລາວໃຫ້ໃຊ້ຊີວິດຢູ່ຕ່າງຫາກ ເພື່ອບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
45
ເຮົາຈະຢູ່ທ່າມກາງປະຊາຊົນອິດສະຣາເອນ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.
46
ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ ກໍເພື່ອເຮົາຈະຢູ່ທ່າມກາງພວກເຂົາ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40