bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 7
Exodus 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 8 →
1
ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ເຮົາຈະເຮັດໃຫ້ເຈົ້າເປັນດັ່ງພຣະເຈົ້າຕໍ່ໜ້າກະສັດຟາໂຣ ແລະອາໂຣນອ້າຍຂອງເຈົ້າຈະເວົ້າຕໍ່ກະສັດຟາໂຣ ດັ່ງຜູ້ທຳນວາຍຂອງເຈົ້າ.
2
ຈົ່ງບອກອາໂຣນໃຫ້ຮູ້ທຸກໆສິ່ງທີ່ເຮົາສັ່ງເຈົ້ານັ້ນ ແລະແມ່ນອາໂຣນເອງ ທີ່ຈະເປັນຜູ້ບອກກະສັດຟາໂຣໃຫ້ປ່ອຍຊາວອິດສະຣາເອນ ອອກໄປຈາກປະເທດຂອງລາວ.
3
ແຕ່ເຮົາຈະເຮັດໃຫ້ກະສັດຟາໂຣໃຈແຂງ ທັງບໍ່ຍອມເຊື່ອຟັງເຈົ້າ ແມ່ນວ່າເຮົາຈະເຮັດການອິດທີຣິດ ແລະການອັດສະຈັນອັນຍິ່ງໃຫຍ່ນາໆປະການ ທີ່ປະເທດເອຢິບກໍຕາມ.
4
ຫລັງຈາກນັ້ນ ເຮົາຈະລົງໂທດປະເທດເອຢິບຢ່າງໜັກ ແລະຈະນຳປະຊາຊົນເຜົ່າຕ່າງໆຂອງເຮົາອອກໄປຈາກປະເທດ.
5
ຊາວເອຢິບຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ກໍຕໍ່ເມື່ອເຮົາໃຊ້ຣິດອຳນາດຂອງເຮົາຕໍ່ສູ້ພວກເຂົາ ແລະນຳຊາວອິດສະຣາເອນອອກໄປຈາກປະເທດຂອງພວກເຂົາເທົ່ານັ້ນ.”
6
ໂມເຊ ແລະອາໂຣນກໍປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
7
ເມື່ອທັງສອງໄດ້ເຂົ້າໄປກ່າວຕໍ່ກະສັດຟາໂຣນັ້ນ; ໂມເຊອາຍຸໄດ້ ແປດສິບປີແລະອາໂຣນອາຍຸໄດ້ ແປດສິບສາມປີ.
8
ພຣະເຈົ້າຢາເວໄດ້ບອກໂມເຊແລະອາໂຣນວ່າ,
9
“ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.”
10
ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປພົບກະສັດຟາໂຣ ແລະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງດິນ ຕໍ່ໜ້າບັນດາຂ້າຣາຊການ ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ.
11
ຝ່າຍກະສັດຟາໂຣກໍເອີ້ນບັນດານັກປາດ ແລະບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ.
12
ພວກເຂົາໄດ້ຖິ້ມໄມ້ຄ້ອນເທົ້າຂອງພວກເຂົາລົງ ແລະໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. ແຕ່ງູຂອງອາໂຣນໄດ້ກືນກິນງູຂອງພວກເຂົາ.
13
ເຖິງປານນັ້ນກໍຕາມ ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຢູ່ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້.
14
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ກະສັດຟາໂຣໃຈແຂງກະດ້າງດື້ດຶງຫລາຍ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ.
15
ສະນັ້ນ ໃຫ້ເຈົ້າໄປພົບກະສັດຟາໂຣໃນຕອນເຊົ້າ ເມື່ອລາວລົງໄປທີ່ແມ່ນໍ້ານິນ. ໃຫ້ຖືໄມ້ຄ້ອນເທົ້າທີ່ກາຍເປັນງູນັ້ນໄປນຳ ແລະຄອຍຖ້າລາວຢູ່ແຄມແມ່ນໍ້າ.
16
ແລ້ວຈົ່ງກ່າວຕໍ່ກະສັດຟາໂຣວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ໄດ້ໃຊ້ຂ້ານ້ອຍມາເພື່ອບອກໃຫ້ທ່ານປ່ອຍປະຊາຊົນຂອງພຣະອົງໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການພຣະອົງທີ່ຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ ທ່ານກໍຍັງບໍ່ເຊື່ອຟັງພຣະອົງ.
17
ບັດນີ້ ພຣະເຈົ້າຢາເວກ່າວວ່າ, ດ້ວຍເຫດການນີ້ ທ່ານຈະຮູ້ຈັກວ່າເຮົາແມ່ນພຣະເຈົ້າຢາເວ. ເບິ່ງເຖີດ ຂ້ານ້ອຍຈະເອົາໄມ້ຄ້ອນເທົ້າຕີນໍ້າ ແລະນໍ້າກໍຈະກາຍເປັນເລືອດ.
18
ປາຈະຕາຍໝົດ, ນໍ້າຈະເນົ່າເໝັນ ແລະຊາວເອຢິບກໍຈະດື່ມນໍ້າບໍ່ໄດ້.”’
19
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ຕະຫລອດທັງໜອງບຶງ ແລະອ່າງນໍ້າໃນປະເທດເອຢິບ. ແລ້ວນໍ້າໃນບ່ອນທັງໝົດນັ້ນຈະກາຍເປັນເລືອດ ແລະທົ່ວປະເທດກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງທີ່ເຮັດດ້ວຍໄມ້ ແລະໃນໄຫທີ່ເຮັດດ້ວຍຫີນ.”
20
ແລ້ວໂມເຊ ແລະອາໂຣນກໍເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ບອກນັ້ນທຸກປະການ ຕໍ່ໜ້າກະສັດຟາໂຣແລະບັນດາຂ້າຣາຊການຂອງເພິ່ນ ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນຕີໜ້ານໍ້າ ແລະນໍ້າກໍກາຍເປັນເລືອດຢູ່ໃນທຸກໆບ່ອນທີ່ມີນໍ້າ.
21
ຝູງປາໃນແມ່ນໍ້າຕາຍໝົດ ແລະນໍ້າກໍເນົ່າເໝັນ ຈົນຊາວເອຢິບດື່ມນໍ້າໃນແມ່ນໍ້າບໍ່ໄດ້ ເພາະວ່າມີເລືອດທົ່ວໄປໃນປະເທດເອຢິບ.
22
ແລ້ວບັນດາໝໍມົນຂອງກະສັດຟາໂຣກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທຳໄດ້ຄືກັນ ແລະກະສັດຟາໂຣແຮ່ງໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣຈຶ່ງບໍ່ເຊື່ອຟັງໂມເຊແລະອາໂຣນ.
23
ເພິ່ນບໍ່ສົນໃຈໃນເຫດການນັ້ນເລີຍ ແຕ່ກັບຄືນເມືອວັງຂອງເພິ່ນດ້ວຍທ່າທີ່ອັນເບີດເສີຍ.
24
ຊາວເອຢິບທົ່ວປະເທດຕ່າງກໍຂຸດນໍ້າສ້າງຕາມແຄມແມ່ນໍ້ານິນ ຍ້ອນວ່າພວກເຂົາດື່ມນໍ້າຢູ່ໃນແມ່ນໍ້ານິນບໍ່ໄດ້.
25
ເຈັດວັນຜ່ານໄປ ຫລັງຈາກທີ່ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້ານິນກາຍເປັນເລືອດ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40