bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 31
Exodus 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 32 →
1
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ,
2
“ເຮົາໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ
3
ໃຫ້ໄດ້ຮັບຣິດອຳນາດຂອງເຮົາ. ເຮົາໄດ້ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳທຸກໆຢ່າງ
4
ສຳລັບວາງແຜນແລະອອກແບບຢ່າງລະອຽດໃນການເຮັດເຄື່ອງຄຳ, ເງິນ ແລະທອງສຳຣິດ;
5
ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງລົງໃນກະໂບກ; ສຳລັບແກະສະຫລັກໄມ້ ແລະສຳລັບວິຊາການໃນວຽກງານສີລະປະກຳຊະນິດອື່ນໆອີກ.
6
ເຮົາໄດ້ເລືອກເອົາໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານຄືກັນ ເພື່ອໃຫ້ເຮັດວຽກຮ່ວມກັນກັບເບຊາເລນ. ເຮົາໄດ້ໃຫ້ພວກຊ່າງສີມືຄົນອື່ນໆມີສະຕິປັນຍາຄືກັນ ເພື່ອວ່າພວກເຂົາຈະສາມາດເຮັດທຸກໆສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດເຊັ່ນ:
7
ຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາພ້ອມທັງຝາອັດ, ເຄື່ອງປະກອບທຸກໆຊະນິດຂອງຫໍເຕັນ,
8
ໂຕະແລະເຄື່ອງໃຊ້ທັງໝົດປະຈຳໂຕະ, ຫລັກຕະກຽງເປັນຄຳສົດ ແລະເຄື່ອງໃຊ້ປະຈຳຕະກຽງ, ແທ່ນສຳລັບເຜົາເຄື່ອງຫອມ,
9
ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ, ຂັນແລະພານທອງ,
10
ເຄື່ອງສະຫງ່າງາມປະຈຳຕຳແໜ່ງປະໂຣຫິດຂອງອາໂຣນ ແລະພວກລູກຊາຍຂອງລາວ ເພື່ອໃສ່ໃນເວລາພວກເຂົາເຂົ້າມາບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
11
ສ່ວນນໍ້າມັນສັກສິດ ແລະເຄື່ອງຫອມເພື່ອຖວາຍສຳລັບສະຖານທີ່ບໍຣິສຸດນັ້ນ ຈົ່ງໃຫ້ພວກເຂົາເຮັດຢ່າງຖືກຕ້ອງຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ທຸກປະການ.”
12
ພຣະເຈົ້າຢາເວໄດ້ສັ່ງໂມເຊ. ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ຈົ່ງນັບຖືວັນຊະບາໂຕເປັນວັນພັກຜ່ອນຂອງເຮົາ ເພາະມັນແມ່ນໝາຍສຳຄັນລະຫວ່າງເຈົ້າແລະເຮົາສືບໄປເປັນນິດ ເພື່ອສະແດງວ່າ ເຮົາແມ່ນພຣະເຈົ້າຢາເວ ໄດ້ຮັບເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ.
14
ຈົ່ງຮັກສາວັນພັກຜ່ອນນີ້ ເພາະເປັນວັນສັກສິດ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.
15
ຈົ່ງເຮັດວຽກຂອງພວກເຈົ້າໃນຫົກວັນ ແຕ່ໃນວັນທີ່ເຈັດໃຫ້ຖືເປັນວັນພັກຜ່ອນເພື່ອອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.
16
ໃຫ້ປະຊາຊົນອິດສະຣາເອນຢຶດຖືວັນຊະບາໂຕ ຕະຫຼອດຊົ່ວອາຍຸຂອງພວກເຂົາ ໃຫ້ເປັນພັນທະສັນຍາອັນຕະຫຼອດໄປ.
17
ມັນເປັນໝາຍສຳຄັນລະຫວ່າງປະຊາຊົນອິດສະຣາເອນກັບເຮົາຕະຫລອດໄປ ເພາະວ່າພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກໃນຫົກວັນ ແລະໃນວັນທີເຈັດ ພຣະອົງໄດ້ຢຸດກິດຈະການທັງໝົດແລະພັກຜ່ອນ.”
18
ເມື່ອພຣະເຈົ້າໄດ້ກ່າວກັບໂມເຊທີ່ເທິງພູເຂົາຊີນາຍຈົບແລ້ວ ພຣະອົງໄດ້ເອົາຫີນສອງແຜ່ນ ຊຶ່ງໄດ້ຈາລຶກຂໍ້ຄຳສັ່ງຂອງພຣະອົງ ຊຶ່ງຂຽນໂດຍພຣະຫັດ(ມື)ຂອງພຣະເຈົ້າເອງນັ້ນ ຍື່ນໃຫ້ໂມເຊ.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40