bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 5
Exodus 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 6 →
1
ຕໍ່ມາ ໂມເຊກັບອາໂຣນໄດ້ເຂົ້າໄປພົບກະສັດຟາໂຣແຫ່ງເອຢິບ ແລະກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນບອກວ່າ, ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອພວກເຂົາຈະໄດ້ຈັດເທດສະການຍ້ອງຍໍຖວາຍກຽດແກ່ເຮົາ.”’
2
ກະສັດຟາໂຣຖາມວ່າ, “ພຣະເຈົ້າຢາເວແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.”
3
ໂມເຊແລະອາໂຣນຕອບຄືນວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ປາກົດແກ່ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາເດີນທາງເປັນໄລຍະສາມວັນ ໄປທີ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບຫລືດ້ວຍເສິກສົງຄາມ.”
4
ແຕ່ກະສັດຟາໂຣແຫ່ງເອຢິບກ່າວແກ່ພວກເພິ່ນວ່າ, “ໂມເຊແລະອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຢາກໃຫ້ປະຊາຊົນ ປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບໃຊ້ເຫຼົ່ານີ້ກັບຄືນໄປເຮັດວຽກດຽວນີ້!
5
ປະຊາຊົນພວກນີ້ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ. ບັດນີ້ ພວກເຈົ້າຢາກໃຫ້ພວກເຂົາເຊົາເຮັດວຽກຊັ້ນບໍ?”
6
ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ,
7
“ຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ,
8
ແຕ່ເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ ບໍ່ໃຫ້ຫລຸດແມ່ນແຕ່ກ້ອນດຽວ. ພວກເຂົາກຽດຄ້ານ ດ້ວຍເຫດນີ້ ພວກເຂົາຈຶ່ງມາຂໍອະນຸຍາດນຳເຮົາ ເພື່ອໄປຂ້າສັດຖວາຍບູຊາແກ່ພຣະເຈົ້າຂອງພວກເຂົາ
9
ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.”
10
ແລ້ວຜູ້ຄຸມງານ ແລະຫົວໜ້າຄົນງານກໍໄດ້ອອກມາ ແລະເວົ້າກັບຊາວອິດສະຣາເອນວ່າ, “ຕໍ່ໄປນີ້ ກະສັດຟາໂຣຈະບໍ່ໃຫ້ເຟືອງແກ່ພວກເຈົ້າອີກ.
11
ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.”
12
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງແຍກຍ້າຍກັນໄປຊອກຫາເຟືອງຢູ່ທົ່ວປະເທດເອຢິບ.
13
ຝ່າຍພວກຜູ້ຄຸມງານກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມທຸກໆວັນ ດັ່ງທີ່ພວກເຂົາໄດ້ເຮັດມາ ເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ.
14
ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?”
15
ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້?
16
ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ຈຳນວນເທົ່າເດີມ ບໍ່ພຽງແຕ່ເທົ່ານັ້ນ ພວກຂ້ານ້ອຍຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດຟາໂຣເປັນຜູ້ເຮັດຜິດ.”
17
ກະສັດຟາໂຣຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານແລະບໍ່ຢາກເຮັດວຽກ ດັ່ງນັ້ນ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແກ່ພຣະເຈົ້າຢາເວ.
18
ບັດນີ້ ໃຫ້ພາກັນກັບໄປເຮັດວຽກສາ ພວກເຈົ້າຈະບໍ່ໄດ້ຮັບເຟືອງອີກ ແຕ່ຕ້ອງເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມ.”
19
ເມື່ອຫົວໜ້າຄົນງານຊາວອິດສະຣາເອນໄດ້ເຫັນວ່າ ພວກຕົນກຳລັງຖືກບີບບັງຄັບເຮັດດິນຈີ່ ໃຫ້ໄດ້ຈຳນວນຄືແຕ່ກ່ອນ ກໍພາກັນເປັນທຸກໃຈຫລາຍ.
20
ພໍອອກຈາກວັງຂອງກະສັດຟາໂຣມາ ພວກເຂົາກໍເຫັນໂມເຊ ແລະອາໂຣນກຳລັງຢືນຄອຍຖ້າພວກເຂົາຢູ່.
21
ພວກເຂົາຈຶ່ງເວົ້າຕໍ່ໂມເຊ ແລະອາໂຣນວ່າ, “ພຣະເຈົ້າຢາເວຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະພຣະອົງຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນກຽດຊັງພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ກໍເທົ່າກັບວ່າເອົາດາບໃຫ້ພວກເຂົາຂ້າພວກເຮົາຖິ້ມ.”
22
ແລ້ວໂມເຊກໍຮ້ອງທູນຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດໃດພຣະອົງຈຶ່ງບໍ່ເມດຕາໄພ່ພົນຂອງພຣະອົງ? ເປັນຫຍັງພຣະອົງຈຶ່ງໃຊ້ຂ້ານ້ອຍມາທີ່ນີ້?
23
ຕັ້ງແຕ່ຂ້ານ້ອຍໄດ້ເຂົ້າໄປພົບກະສັດຟາໂຣໃນນາມຂອງພຣະອົງ; ໄພ່ພົນຂອງພຣະອົງຊໍ້າຖືກຂົ່ມເຫັງຢ່າງໂຫດຮ້າຍ ແລະບໍ່ເຫັນພຣະອົງຊ່ວຍໄພ່ພົນຂອງພຣະອົງໃຫ້ພົ້ນເລີຍ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40