bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 6
Exodus 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 7 →
1
ແລ້ວພຣະເຈົ້າຢາເວກໍໄດ້ຕອບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດຕໍ່ກະສັດຟາໂຣ. ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ປ່ອຍປະຊາຊົນຂອງເຮົາໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປຈາກດິນແດນຂອງລາວ.”
2
ພຣະເຈົ້າໄດ້ກ່າວແກ່ໂມເຊແລະເວົ້າວ່າ, “ເຮົາແມ່ນພຣະເຈົ້າຢາເວ
3
ເຮົາໄດ້ປາກົດແກ່ອັບຣາຮາມ, ອີຊາກ ແລະຢາໂຄບ ໃນຖານະພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສຳແດງເຮົາເອງ ໃຫ້ພວກເຂົາຮູ້ຈັກນາມຊື່ອັນສັກສິດຂອງເຮົາຄື ພຣະເຈົ້າຢາເວ.
4
ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາໂດຍສັນຍາວ່າ ຈະຍົກດິນແດນການາອານໃຫ້ແກ່ພວກເຂົາ ຄືດິນແດນທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ.
5
ມາບັດນີ້ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ຜູ້ທີ່ຖືກຊາວເອຢິບບັງຄັບໃຫ້ເປັນທາດຮັບໃຊ້ ແລະເຮົາໄດ້ຈົດຈຳພັນທະສັນຍາຂອງເຮົາ.
6
ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ.
7
ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
8
ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’
9
ແລ້ວໂມເຊກໍນຳຖ້ອຍຄຳເຫຼົ່ານີ້ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າຈິດໃຈຂອງພວກເຂົາເປັນທຸກ ທັງອ່ອນເພຍ ແລະເສຍກຳລັງໃຈ ຍ້ອນຖືກບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຊື່ອຟັງໂມເຊ.
10
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ຈົ່ງໄປບອກກະສັດຟາໂຣແຫ່ງປະເທດເອຢິບວ່າ ລາວຈະຕ້ອງປ່ອຍປະຊາຊົນອິດສະຣາເອນ ອອກໄປຈາກປະເທດຂອງລາວ.”
12
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.”
13
ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.”
14
ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
15
ຊີເມໂອນມີລູກຊາຍຫົກຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະຊາອູນຜູ້ທີ່ເກີດຈາກຍິງຊາວການາອານ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
16
ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
17
ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີ ແລະຊີເມອີ, ແລະພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ.
18
ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ.
19
ເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຫຼົ່ານີ້ແມ່ນເຜົ່າຂອງເລວີ ຕະຫລອດທັງເຊື້ອສາຍຂອງພວກເຂົາດ້ວຍ.
20
ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
21
ອີຊະຮາມີລູກຊາຍສາມຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະຊີກະຣີ.
22
ອຸດຊີເອນມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະສິດທະຣີ.
23
ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
24
ໂກຣາມີລູກຊາຍສາມຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະອາບີອາສັບ. ຄົນເຫຼົ່ານີ້ໄດ້ກາຍເປັນບັນພະບຸລຸດຂອງເຜົ່າໂກຣາ.
25
ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ.
26
ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.”
27
ແມ່ນສອງຄົນນີ້ແຫຼະ ທີ່ໄດ້ບອກກະສັດຟາໂຣແຫ່ງເອຢິບ ປ່ອຍປະຊາຊົນອິດສະຣາເອນໃຫ້ເປັນອິດສະຫລະ.
28
ເມື່ອພຣະເຈົ້າຢາເວກ່າວແກ່ໂມເຊຢູ່ໃນປະເທດເອຢິບນັ້ນ
29
ພຣະອົງບອກວ່າ, “ເຮົາແມ່ນພຣະເຈົ້າຢາເວ. ຈົ່ງບອກກະສັດຟາໂຣແຫ່ງເອຢິບເຖິງເລື່ອງຕ່າງໆທີ່ເຮົາໄດ້ບອກເຈົ້າ.”
30
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40