bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 19
Exodus 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 20 →
1
ຊາວອິດສະຣາເອນໄດ້ຍົກຍ້າຍໄປຈາກ ເຣຟີດີມ ແລະໃນວັນທີໜຶ່ງເດືອນທີສາມ ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢິບ ພວກເຂົາກໍໄດ້ເດີນທາງມາຮອດຖິ່ນແຫ້ງແລ້ງກັນດານຊີນາຍ. ໃນທີ່ນັ້ນພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ຕີນພູເຂົາຊີນາຍ
3
ແລະໂມເຊກໍໄດ້ຂຶ້ນໄປທີ່ເທິງພູເພື່ອເຂົ້າເຝົ້າພຣະເຈົ້າ. ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເທິງພູໃຫ້ບອກຊາວອິດສະຣາເອນ ເຊື້ອສາຍຂອງຢາໂຄບດັ່ງນີ້:
4
“ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ເຮັດຕໍ່ຊາວເອຢິບ ແລະທັງໄດ້ເຫັນເຮົານຳເອົາພວກເຈົ້າຂຶ້ນມາທີ່ນີ້ໃກ້ຊິດເຮົາຢ່າງໃດ ກໍດັ່ງນົກອິນຊີໃຊ້ປີກຍົກລູກຂອງຕົນຂຶ້ນຂີ່ຫລັງ.
5
ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາ ແລະຮັກສາພັນທະສັນຍາຂອງເຮົາ ພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. ທົ່ວທັງແຜ່ນດິນໂລກນີ້ເປັນຂອງເຮົາ, ແຕ່ພວກເຈົ້າຈະເປັນປະຊາຊົນທີ່ເຮົາເລືອກໄວ້
6
ແລະເປັນອານາຈັກແຫ່ງປະໂຣຫິດທັງເປັນຊົນຊາດບໍຣິສຸດສຳລັບເຮົາ.”
7
ສະນັ້ນ ໂມເຊຈຶ່ງລົງໄປທີ່ຄ້າຍພັກ ເອີ້ນບັນດາຫົວໜ້າປະຊາຊົນອິດສະຣາເອນມາປະຊຸມ ແລະບອກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນສູ່ພວກເຂົາຟັງ.
8
ປະຊາຊົນທັງໝົດຈຶ່ງຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ.” ແລ້ວໂມເຊກໍຂຶ້ນໄປແຈ້ງຕໍ່ພຣະເຈົ້າຢາເວ ຕາມທີ່ປະຊາຊົນໄດ້ຕອບນັ້ນ.
9
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ເຮົາຈະມາຫາເຈົ້າໃນເມກອັນຕຶບໜາ ເພື່ອວ່າປະຊາຊົນຈະໄດ້ຍິນເຮົາກ່າວແກ່ເຈົ້າ ແລະພວກເຂົາຈະໄດ້ເຊື່ອຟັງເຈົ້າຕະຫລອດໄປ.” ໂມເຊຈຶ່ງບອກພຣະເຈົ້າຢາເວຕາມທີ່ປະຊາຊົນໄດ້ຕອບມານັ້ນ
10
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ຈົ່ງໄປບອກປະຊາຊົນຊຳລະຕົວ ໃຫ້ສະອາດໃນມື້ນີ້ແລະມື້ອື່ນ ເພື່ອເຂົ້າມານະມັດສະການເຮົາ. ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ
11
ແລະມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນ ພຣະເຈົ້າຢາເວຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ.
12
ເຈົ້າຈົ່ງກຳນົດເຂດອ້ອມຮອບພູໄວ້ໃຫ້ປະຊາຊົນ ແລະບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫລືເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງຍ່າງຂຶ້ນໄປທີ່ນັ້ນຈະມີໂທດເຖິງຕາຍ;
13
ລາວຈະຖືກແກວ່ງດ້ວຍກ້ອນຫີນ ຫລືຖືກຍິງດ້ວຍລູກໜ້າທະນູ ແລະຢ່າຂ້າໂດຍໃຊ້ມືແຕະຕ້ອງລາວ. ຢ່າໄວ້ຊີວິດຜູ້ໃດຜູ້ໜຶ່ງ ບໍ່ວ່າຄົນຫລືສັດກໍຕາມ, ແຕ່ພໍເມື່ອສຽງແກດັງໃຫ້ບາງຄົນ ຂຶ້ນມາເທິງພູໄດ້.”
14
ແລ້ວໂມເຊກໍໄດ້ລົງມາແຕ່ພູ ແລະບອກປະຊາຊົນໃຫ້ຕຽມຕົວ ເພື່ອນະມັດສະການ. ພວກເຂົາໄດ້ຊັກເສື້ອຜ້າ
15
ແລະໂມເຊບອກພວກເຂົາຕື່ມວ່າ, “ໃນມື້ທີສາມ ຈົ່ງພາກັນຕຽມພ້ອມໃຫ້ດີ ແລະຢ່າສົມສູ່ກັນທາງເພດເປັນເດັດຂາດ.”
16
ໃນຕອນເຊົ້າມື້ທີສາມ ເກີດມີຟ້າຮ້ອງ, ຟ້າແມບ, ທັງມີເມກອັນຕຶບໜາ ປົກຄຸມຫຸ້ມຢູ່ຕາມເທິງພູເຂົານັ້ນ ແລະມີສຽງແກດັງກ້ອງສະໜັ່ນທົ່ວໄປ. ປະຊາຊົນທັງໝົດທີ່ຢູ່ໃນຄ້າຍພັກເກີດຢ້ານກົວຈົນຕົວສັ່ນ.
17
ໂມເຊໄດ້ນຳພວກເຂົາອອກຈາກຄ້າຍພັກໄປເຝົ້າພຣະເຈົ້າ ແລະຢຸດຢູ່ທີ່ຕີນພູ.
18
ພູເຂົາຊີນາຍທັງໜ່ວຍມີຄວັນປົກຄຸມຢູ່ ເພາະພຣະເຈົ້າຢາເວໄດ້ສະເດັດລົງມາໃນໄຟທີ່ເທິງພູນັ້ນ. ສະນັ້ນ ຄວັນທີ່ພຸ່ງຂຶ້ນມາ ຈຶ່ງຄືຄວັນທີ່ອອກມາຈາກເຕົາໄຟອັນໃຫຍ່ ແລະພູເຂົາທັງໜ່ວຍກໍສະທ້ານຫວັ່ນໄຫວຢ່າງໜັກ.
19
ສຽງແກໄດ້ດັງແຮງແລະແຮງຂຶ້ນ. ເມື່ອໂມເຊກ່າວອອກໄປ ພຣະເຈົ້າກໍຕອບເພິ່ນມາດ້ວຍສຽງຟ້າຮ້ອງ.
20
ພຣະເຈົ້າຢາເວໄດ້ສະເດັດລົງມາເທິງຈອມພູເຂົາຊີນາຍ, ພຣະເຈົ້າຢາເວເອີ້ນໂມເຊໃຫ້ຂຶ້ນໄປພົບພຣະອົງ ແລະໂມເຊກໍຂຶ້ນໄປ.
21
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງລົງໄປເຕືອນປະຊາຊົນ ບໍ່ໃຫ້ຂ້າມເຂດເຂົ້າມາເບິ່ງພຣະເຈົ້າຢາເວ, ຖ້າພວກເຂົາຂືນຂຶ້ນມາທີ່ນີ້ຈະມີຫລາຍຄົນຕາຍ.
22
ແມ່ນແຕ່ພວກປະໂຣຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍດີ ຕ້ອງຊຳລະຕົນ ຫລືຈະໃຫ້ພຣະເຈົ້າຢາເວລົງໂທດພວກເຂົາ.”
23
ໂມເຊຈຶ່ງຕອບພຣະເຈົ້າຢາເວວ່າ, “ຊາວອິດສະຣາເອນຂຶ້ນມາເທິງພູນີ້ບໍ່ໄດ້ດອກ ເພາະພຣະອົງໄດ້ສັ່ງພວກຂ້ານ້ອຍໃຫ້ເຄົາຣົບພູເຂົາສັກສິດ ແລະທັງໃຫ້ກຳນົດເຂດອ້ອມຮອບໄວ້ດ້ວຍ.”
24
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປນຳເອົາອາໂຣນຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສຳລັບພວກປະໂຣຫິດ ແລະປະຊາຊົນອິດສະຣາເອນນັ້ນ ຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາຢ່າງເດັດຂາດ ຫລືຈະໃຫ້ເຮົາລົງໂທດພວກເຂົາ.”
25
ໂມເຊຈຶ່ງໄດ້ລົງຈາກພູມາຫາປະຊາຊົນ ແລະໄດ້ກ່າວຖ້ອຍຄຳທັງຫລາຍນີ້ໃຫ້ພວກເຂົາຟັງ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40