bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 36
Exodus 36
Lao Bible 2012 (ພຣະຄຳພີສັກສິ)
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 37 →
1
“ເບຊາເລນ, ໂອໂຮລີອາບ ກັບພວກຊ່າງສີມືຄົນອື່ນໆທັງໝົດ ຜູ້ທີ່ພຣະເຈົ້າຢາເວໄດ້ໃຫ້ສະຕິປັນຍາແລະຄວາມເຂົ້າໃຈນັ້ນ ຕ່າງກໍມີຄວາມສາມາດເຮັດສິ່ງທີ່ຈຳເປັນ ເພື່ອສ້າງຫໍເຕັນສັກສິດ ແລະທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.”
2
ໂມເຊໄດ້ເອີ້ນເບຊາເລນ, ໂອໂຮລີອາບ ກັບຄົນອື່ນໆທີ່ພຣະເຈົ້າຢາເວໄດ້ໃຫ້ຄວາມສາມາດ ພ້ອມທັງຜູ້ທີ່ມີຈິດໃຈຢາກຊ່ວຍປະກອບສ່ວນໃນວຽກງານກໍ່ສ້າງນັ້ນມາ ແລະໂມເຊໄດ້ບອກພວກເຂົາໃຫ້ເລີ່ມລົງມືເຮັດວຽກ.
3
ໂມເຊຈຶ່ງມອບສິ່ງຂອງທັງໝົດ ຊຶ່ງຊາວອິດສະຣາເອນໄດ້ຖວາຍເພື່ອກໍ່ສ້າງຫໍເຕັນສັກສິດນັ້ນ ໃຫ້ພວກເຂົາ, ແຕ່ວ່າຍັງມີຊາວອິດສະຣາເອນຄົນອື່ນສືບຕໍ່ນຳຂອງມາຖວາຍດ້ວຍສະມັກໃຈໃຫ້ໂມເຊທຸກເຊົ້າ.
4
ຕໍ່ມາ ພວກນາຍຊ່າງສີມື ທີ່ພວມເຮັດວຽກຢູ່ນັ້ນຈຶ່ງມາຫາໂມເຊ
5
ແລະບອກເພິ່ນວ່າ, “ປະຊາຊົນໄດ້ນຳສິ່ງຂອງມາໃຫ້ ຫລາຍກວ່າຄວາມຕ້ອງການຂອງວຽກງານທີ່ພຣະເຈົ້າຢາເວສັ່ງໃຫ້ເຮັດ.”
6
ສະນັ້ນ ໂມເຊຈຶ່ງອອກຄຳສັ່ງປະກາດໄປທົ່ວຄ້າຍພັກວ່າ, “ບໍ່ຕ້ອງໃຫ້ຜູ້ໃດນຳສິ່ງຂອງບໍລິຈາກຂອງຕົນ ມາຖວາຍສຳລັບກໍ່ສ້າງຫໍເຕັນສັກສິດອີກຕໍ່ໄປ.” ດັ່ງນັ້ນ ປະຊາຊົນຈຶ່ງບໍ່ໄດ້ນຳສິ່ງຂອງບໍລິຈາກຂອງຕົນມາອີກ
7
ກໍເພາະສິ່ງຂອງທີ່ໄດ້ນຳມາຖວາຍແລ້ວນັ້ນ ມີພຽງພໍຈົນເຫຼືອເກີນຄວາມຕ້ອງການ ໃນການດຳເນີນວຽກງານຕ່າງໆໃຫ້ສຳເລັດຜົນ.
8
ບັນດາຊ່າງທີ່ຊຳນິຊຳນານກວ່າໝູ່ ໄດ້ສ້າງຫໍເຕັນສັກສິດ. ພວກເຂົາເຮັດຜ້າກັ້ງຂອງເຕັນດ້ວຍຜ້າປ່ານເນື້ອລະອຽດດີເປັນຜ້າກັ້ງສິບຜືນ ຕໍ່າສັບປົນກັນກັບຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງແສ່ວຮູບເຄຣຸບໃສ່ຜ້າເຫຼົ່ານັ້ນດ້ວຍ.
9
ຜ້າແຕ່ລະຜືນມີຂະໜາດເທົ່າກັນຄື: ຍາວສິບສອງແມັດແລະກວ້າງສອງແມັດ.
10
ພວກເຂົາໄດ້ຫຍິບຜ້າກັ້ງຫ້າຜືນໃຫ້ເປັນຜ້າກັ້ງຜືນດຽວ ແລະອີກຫ້າຜືນກໍໄດ້ຫຍິບໃຫ້ຄືກັນ.
11
ພວກເຂົາຍັງໄດ້ເຮັດຫູຜ້າກັ້ງເປັນສີຟ້າ ຕາມແຂບຜ້າກັ້ງຊັ້ນນອກແຕ່ລະຜືນອີກ.
12
ພວກເຂົາໄດ້ເຮັດຫູຜ້າກັ້ງຫ້າສິບຫູໃສ່ຜືນທຳອິດຂອງຜ້າກັ້ງຊຸດທີໜຶ່ງ ແລະອີກຫ້າສິບຫູໃສ່ຜ້າກັ້ງຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ.
13
ພວກເຂົາໄດ້ເຮັດຂໍຄຳຫ້າສິບຂໍສຳລັບໃຊ້ເກາະຜ້າກັ້ງ ເພື່ອເກາະຜ້າກັ້ງທັງສອງຜຶນໃຫ້ເປັນຫໍເຕັນສັກສິດດຽວກັນ.
14
ຕໍ່ມາ ພວກເຂົາໄດ້ເຮັດຜ້າປົກຄຸມຫໍເຕັນສັກສິດສິບເອັດຜືນດ້ວຍຂົນແບ້
15
ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ: ຍາວສິບສາມແມັດແລະກວ້າງສອງແມັດ.
16
ນອກນີ້ຍັງໄດ້ຫຍິບຜ້າຫ້າຜືນໃຫ້ເປັນຜ້າກັ້ງຊຸດໜຶ່ງ ແລະຫຍິບຜ້າຫົກຜືນໃຫ້ເປັນອີກຊຸດໜຶ່ງ.
17
ສ່ວນຜ້າຜືນສຸດທ້າຍຂອງຜ້າກັ້ງຊຸດທຳອິດນັ້ນ ພວກເຂົາໄດ້ເຮັດຫູໃສ່ຫ້າສິບອັນ ແລະເຮັດຕື່ມຫ້າສິບອັນໃສ່ເທິງແຂບຂອງຜ້າກັ້ງຊຸດທີສອງ.
18
ພວກເຂົາໄດ້ເຮັດຂໍທອງສຳຣິດຫ້າສິບຂໍ ສຳລັບໃຊ້ເກາະຜ້າກັງທັງສອງຊຸດນັ້ນ ໃຫ້ເຂົ້າກັນເປັນຜືນດຽວ
19
ແລະໄດ້ເຮັດຜ້າປົກຄຸມອີກສອງຊະນິດ ຄືຜ້າຜືນທຳອິດເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະຜ້າຜືນທີສອງໄດ້ເຮັດດ້ວຍໜັງສັດອັນລະອຽດດີ ເພື່ອໃຊ້ປົກຊັ້ນນອກ.
20
ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນສັກສິດດ້ວຍໄມ້ກະຖິນເທດ ໂດຍຕັ້ງຂຶ້ນໃຫ້ທ່ຽງດີ.
21
ແຕ່ລະຮ່າງຍາວສີ່ແມັດ ແລະກວ້າງຫົກສິບຫົກເຊັນ.
22
ໂດຍໄດ້ໃຊ້ໄມ້ຄານສອງທ່ອນ ຮ່າງຂອບກາງຫໍເຕັນສັກສິດຈຶ່ງສາມາດຕໍ່ເຂົ້າກັນໄດ້ ຢ່າງໜຽວແໜ້ນດີ. ຮ່າງຂອບກາງຫໍເຕັນມີຄານຈັບທຸກອັນ.
23
ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນສັກສິດຊາວຮ່າງຢູ່ທາງດ້ານໃຕ້
24
ແລະໄດ້ເຮັດຕີນຮອງຕີນເສົາດ້ວຍເງິນສີ່ສິບຕີນ ໂດຍໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ກາງຫໍເຕັນສັກສິດຮ່າງໜຶ່ງ ຊຶ່ງຈັ້ງດ້ວຍໄມ້ຄານສອງອັນ.
25
ພວກເຂົາໄດ້ເຮັດຮ່າງຂອບໄມ້ກາງຫໍເຕັນສັກສິດຊາວອັນຢູ່ທາງດ້ານເໜືອ
26
ແລະໄດ້ເຮັດຕີນຮອງເສົາສີ່ສິບອັນດ້ວຍເງິນ ໂດຍໄດ້ໃຊ້ຕີນຮອງເສົາສອງອັນ ຕໍ່ຮາງຂອບໄມ້ກາງຫໍເຕັນຮ່າງໜຶ່ງ.
27
ສຳລັບດ້ານຫລັງຂອງຫໍເຕັນສັກສິດ ຄືດ້ານຕາເວັນຕົກ ພວກເຂົາໄດ້ເຮັດຂອບໄມ້ກາງຫົກອັນ
28
ແລະອີກສອງຮ່າງສຳລັບແຈຂອງຫໍເຕັນສັກສິດ.
29
ສ່ວນແຈຂອງຮ່າງຂອບໄມ້ກາງຫໍເຕັນສັກສິດເຫຼົ່ານັ້ນ ໄດ້ຕໍ່ເຂົ້າກັນຂ້າງລຸ່ມ ແລະເລີຍຂຶ້ນໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນແມ່ນໄດ້ເຮັດຕາມດັ່ງກ່າວມານີ້.
30
ດັ່ງນັ້ນ ເມື່ອລວມກັນແລ້ວຈຶ່ງໄດ້ມີຮ່າງຂອບໄມ້ຫໍເຕັນແປດຮ່າງ ກັບມີຕີນຮອງທີ່ເຮັດດ້ວຍເງິນສິບຫົກອັນ ຄືແຕ່ລະຮ່າງຂອບໄມ້ໃຊ້ຕີນຮອງສອງອັນ.
31
ພວກເຂົາໄດ້ເຮັດຂາງດ້ວຍໄມ້ກະຖິນເທດສິບຫ້າອັນ. ໄມ້ຂາງຫ້າອັນໃດໃຊ້ສຳລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ.
32
ໄມ້ຂາງອີກຫ້າອັນໄດ້ໃຊ້ສຳລັບຈັ້ງຮ່າງຂອບໄມ້ຫໍເຕັນສັກສິດອີກດ້ານໜຶ່ງ ແລະອີກຫ້າອັນນັ້ນໄດ້ໃຊ້ສຳລັບຈັ້ງຮ່າງຂອບໄມ້ຂອງຫໍເຕັນສັກສິດທາງດ້ານຫລັງ ຄືດ້ານຕາເວັນຕົກ.
33
ສ່ວນຂາງໂຕກາງທີ່ໃຊ້ຈັ້ງຮ່າງຂອບໄມ້ເຄິ່ງໜຶ່ງຂຶ້ນໄປນັ້ນ ຢຽດຈາກສົ້ນໜຶ່ງຂອງຫໍເຕັນຫາອີກສົ້ນໜຶ່ງ.
34
ພວກເຂົາໄດ້ໂອບຮ່າງຂອບໄມ້ນັ້ນດ້ວຍຄຳ ແລະໄດ້ເຮັດຫູຂອງຮ່າງຂອບໄມ້ດ້ວຍຄຳຄືກັນ ເພື່ອຈັບຂາງນັ້ນໄວ້ ສ່ວນຂາງນັ້ນກໍໄດ້ໂອບດ້ວຍຄຳຄືກັນ.
35
ພວກເຂົາໄດ້ເຮັດຜ້າກັ້ງຜືນໜຶ່ງທີ່ຕໍ່າດ້ວຍຜ້າປ່ານເນື້ອລະອຽດດີ ປົນຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະໄດ້ແສ່ວຮູບເຄຣຸບໃສ່ຜ້ານັ້ນ.
36
ພວກເຂົາໄດ້ເຮັດເສົາສີ່ເສົາດ້ວຍໄມ້ກະຖິນເທດ ແລະໄດ້ເອົາຄຳໂອບດ້ວຍ. ພວກເຂົາໄດ້ເຮັດຂໍຄຳເກາະໃສ່ ແລະໄດ້ເຮັດຕີນຮອງເສົາສີ່ອັນເປັນເງິນເພື່ອໃຫ້ຈັ້ງໄວ້.
37
ສຳລັບປະຕູຫໍເຕັນນັ້ນ ພວກເຂົາໄດ້ເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ທີ່ຕໍ່າປົນຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງໄດ້ຕົບແຕ່ງດ້ວຍການຫຍິບແສ່ວຢ່າງລະອຽດດີດ້ວຍ.
38
ສຳລັບຜ້າກັ້ງນັ້ນ ພວກເຂົາໄດ້ເຮັດເສົາຫ້າເສົາຕິດໃສ່ກັບຂໍເກາະ ແລະໃຊ້ຄຳໂອບທັງເສົາແລະເຊືອກທີ່ຫ້ອຍຜ້າກັ້ງນັ້ນດ້ວຍ. ສ່ວນຕີນຮອງເສົາຫ້າອັນນັ້ນ ແມ່ນໄດ້ເຮັດດ້ວຍທອງສຳຣິດ.
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 37 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40