bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 9
Exodus 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 10 →
1
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໄປຫາກະສັດຟາໂຣ ແລະບອກລາວອີກວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ.
2
ຖ້າເຈົ້າຍັງບໍ່ຍອມປ່ອຍພວກເຂົາໄປ
3
ມືຂອງພຣະເຈົ້າຢາເວຈະລົງໂທດເຈົ້າໂດຍຈະໃຫ້ເກີດໂຣກລະບາດຢ່າງຮ້າຍແຮງ ແກ່ຝູງສັດທັງຫລາຍຄື: ມ້າ, ລໍ, ອູດ, ງົວ, ແກະ ແລະແບ້.
4
ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ.
5
ພຣະເຈົ້າຢາເວໄດ້ກຳນົດໄວ້ວ່າ ພຣະເຈົ້າຢາເວຈະໃຫ້ສິ່ງນີ້ເກີດຂຶ້ນໃນມື້ອື່ນ.”’
6
ແລະມື້ຕໍ່ມາ ພຣະເຈົ້າຢາເວກໍເຮັດຕາມທີ່ພຣະອົງໄດ້ບອກໄວ້ນັ້ນຄື: ສັດຂອງຊາວເອຢິບຕາຍໝົດ ແຕ່ສັດຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ.
7
ກະສັດຟາໂຣສອບຖາມເຫດການທີ່ໄດ້ເກີດຂຶ້ນຈຶ່ງຮູ້ວ່າ ສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍແມ່ນແຕ່ໂຕດຽວ. ແຕ່ກະສັດຟາໂຣກໍຍັງໃຈແຂງກະດ້າງດື້ດຶງຢູ່ຕາມເຄີຍ ແລະບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ.
8
ແລ້ວພຣະເຈົ້າຢາເວກໍສັ່ງໂມເຊກັບອາໂຣນວ່າ, “ຈົ່ງກຳເອົາຂີ້ເຖົ່າໄຟສອງຫລືສາມກຳຈາກເຕົາ ແລະໃຫ້ໂມເຊຫວ່ານຂຶ້ນເທິງອາກາດຕໍ່ໜ້າກະສັດຟາໂຣ.
9
ແລ້ວຂີ້ເຖົ່ານັ້ນກໍຈະປິວໄປດັ່ງຂີ້ຝຸ່ນດິນເມັດນ້ອຍໆທົ່ວປະເທດເອຢິບ ແລະທຸກບ່ອນທີ່ຂີ້ຝຸ່ນດິນນີ້ຕົກຖືກຈະເກີດຕຸ່ມຝີຕາມຕົນຕົວ ຊຶ່ງແຕກເປັນບາດລາມໄປຕາມຮ່າງກາຍຂອງຄົນແລະສັດ.”
10
ສະນັ້ນ ໂມເຊກັບອາໂຣນຈຶ່ງກຳເອົາຂີ້ເຖົ່າໄຟໄປຢືນຢູ່ຕໍ່ໜ້າກະສັດຟາໂຣ; ໂມເຊຫວ່ານຂີ້ເຖົ່າໄຟນັ້ນຂຶ້ນສູ່ອາກາດ ແລະມັນກໍປິວໄປຕົກໃສ່ຄົນ ແລະສັດອັນເປັນເຫດໃຫ້ເກີດຕຸ່ມຝີ ແລະແຕກເປັນບາດແຜຕາມຕົນຕົວ.
11
ບັນດາໝໍມົນຂອງຊາວເອຢິບບໍ່ສາມາດມາປາກົດຕົວແຂ່ງກັບໂມເຊໄດ້ ເພາະເຂົາເອງກໍເປັນຕຸ່ມຝີຄືກັນກັບຊາວເອຢິບຄົນອື່ນໆ.
12
ແຕ່ພຣະເຈົ້າຢາເວຍັງໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງຢູ່ຄືເກົ່າ. ເພິ່ນບໍ່ຍອມຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
13
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໄປຫາກະສັດຟາໂຣຕັ້ງແຕ່ເຊົ້າມືດ ແລະບອກລາວວ່າພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.
14
ໃນເທື່ອນີ້ ເຮົາຈະບໍ່ລົງໂທດບັນດາຂ້າຣາຊການ ແລະປະຊາຊົນຂອງເຈົ້າເທົ່ານັ້ນ; ແຕ່ເຮົາຈະລົງໂທດເຈົ້າເຊັ່ນກັນເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພະອື່ນໃດເທົ່າທຽມເຮົາ.
15
ຖ້າເຮົາຍົກມືຂຶ້ນທຳຮ້າຍເຈົ້າ ແລະປະຊາຊົນຂອງເຈົ້າດ້ວຍພະຍາດອັນຮ້າຍແຮງ ພວກເຈົ້າກໍຈະດັບສູນກັນໝົດ.
16
ແຕ່ທີ່ເຮົາໃຫ້ເຈົ້າຍັງມີຊີວິດຢູ່ນີ້ ກໍເພື່ອໃຫ້ເຈົ້າໄດ້ເຫັນຣິດອຳນາດຂອງເຮົາ ແລະໃຫ້ນາມຊື່ຂອງເຮົາແຜ່ຂະຫຍາຍໄປທົ່ວເທິງແຜ່ນດິນໂລກ.
17
ແຕ່ຈົນບັດນີ້ ເຈົ້າກໍຍັງໃຈແຂງກະດ້າງດື້ດຶງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ.
18
ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະໃຫ້ໝາກເຫັບລູກໃຫຍ່ຕົກລົງຢ່າງໜັກ ຢ່າງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ.
19
ບັດນີ້ ຈົ່ງຕ້ອນຝູງສັດ ແລະສິ່ງຂອງຕ່າງໆໃນກາງແຈ້ງເຂົ້າສູ່ບ່ອນກຳບັງ. ຄົນທຸກຄົນແລະສັດທຸກໂຕທີ່ຢູ່ນອກ ຈະຖືກໝາກເຫັບລູກໃຫຍ່ຕົກໃສ່ຕາຍໝົດ.”’
20
ເມື່ອໄດ້ຍິນດັ່ງນີ້ ບັນດາຂ້າຣາຊການຂອງກະສັດຟາໂຣບາງຄົນກໍເກີດມີຄວາມຢ້ານ ໃນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວ; ພວກເຂົາຈຶ່ງນຳທາດຮັບໃຊ້ ແລະຝູງສັດຂອງພວກເຂົາເຂົ້າສູ່ບ່ອນກຳບັງ.
21
ແຕ່ຄົນອື່ນທີ່ບໍ່ສົນໃຈຕໍ່ຖ້ອຍຄຳຂອງພຣະເຈົ້າຢາເວ ກໍປ່ອຍໃຫ້ພວກທາດຮັບໃຊ້ ແລະຝູງສັດຂອງພວກເຂົາຢູ່ທົ່ງນາກາງແຈ້ງ.
22
ຕໍ່ມາ ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, “ຈົ່ງຍົກມືຂຶ້ນສູ່ຟ້າສະຫວັນ ແລະໝາກເຫັບໃຫຍ່ກໍຈະຕົກທົ່ວປະເທດເອຢິບ ຖືກຄົນ, ສັດທັງຫລາຍ ແລະພືດພັນທັງໝົດຕາມທົ່ງໄຮ່ທົ່ງນາ.”
23
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂອງຕົນຂຶ້ນສູ່ສະຫວັນ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ຟ້າຮ້ອງ, ໝາກເຫັບແລະໄຟໄດ້ຕົກລົງມາເທິງໜ້າດິນ. ແລະພຣະເຈົ້າຢາເວໄດ້ບັນດານໃຫ້ໝາກເຫັບດັ່ງຫ່າຝົນຕົກລົງເທິງປະເທດເອຢິບ.
24
ມີໝາກເຫັບແລະໄຟປົນໝາກເຫັບຕົກລົງມາຢ່າງໜັກ ແບບທີ່ບໍ່ເຄີຍມີມາຈັກເທື່ອ ໃນທົ່ວດິນແດນຂອງປະເທດເອຢິບ, ຕັ້ງແຕ່ເອຢິບເລີ້ມເປັນປະເທດມາ.
25
ສິ່ງສາລະພັດໃນທົ່ງນາກາງແຈ້ງທົ່ວປະເທດ ຕະຫລອດທັງຄົນ ແລະສັດໄດ້ຖືກໝາກເຫັບໃຫຍ່ ຕົກລົງມາທຳລາຍຈົນຈິບຫາຍໝົດ. ພືດຜົນພ້ອມທັງຕົ້ນໄມ້ໃນທົ່ງໄຮ່ທົ່ງນາກໍລົ້ມທະລາຍຕາຍກ້ຽງ.
26
ມີແຕ່ເຂດໂກເຊັນ ບ່ອນທີ່ຊາວອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກໃສ່.
27
ກະສັດຟາໂຣໄດ້ໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບ ແລະເວົ້າວ່າ, “ໃນເທື່ອນີ້ ເຮົາໄດ້ເຮັດຜິດບາບແລ້ວ; ພຣະເຈົ້າຢາເວເປັນຝ່າຍຖືກ ແລະເຮົາກັບປະຊາຊົນຂອງເຮົາເປັນຝ່າຍຜິດ.
28
ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເຖີດ ໝາກເຫັບແລະຟ້າຮ້ອງໄດ້ລົງໂທດເຮົາໜັກພໍແລ້ວ ເຮົາຂໍສັນຍາວ່າຈະປ່ອຍໃຫ້ພວກເຈົ້າໄປ; ພວກເຈົ້າບໍ່ຈຳເປັນຢູ່ທີ່ນີ້ອີກຕໍ່ໄປດອກ.”
29
ໂມເຊຈຶ່ງບອກກະສັດຟາໂຣວ່າ, “ເມື່ອຂ້ານ້ອຍອອກໄປຈາກເມືອງນີ້ແລ້ວ ຂ້ານ້ອຍຈະຍົກມືຂຶ້ນພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. ສຽງຟ້າຮ້ອງຈະຢຸດແລະໝາກເຫັບກໍຈະບໍ່ມີອີກ ເພື່ອທ່ານຈະໄດ້ຮູ້ວ່າແຜ່ນດິນໂລກນີ້ເປັນຂອງພຣະເຈົ້າຢາເວ.
30
ແຕ່ຂ້ານ້ອຍຮູ້ຢູ່ວ່າ ທ່ານກັບບັນດາຂ້າຣາຊການຂອງທ່ານ ຈະຍັງບໍ່ຢຳເກງພຣະເຈົ້າຢາເວພຣະເຈົ້າເທື່ອ.”
31
ຕົ້ນປ່ານ ແລະຕົ້ນເຂົ້າເດືອຍໄດ້ຖືກທຳລາຍໝົດກ້ຽງ ເພາະຕົ້ນປ່ານກຳລັງອອກດອກ ແລະຕົ້ນເຂົ້າເດືອຍກໍກຳລັງມີຮວງ.
32
ແຕ່ເຂົ້າບະເລນັ້ນບໍ່ໄດ້ຖືກທຳລາຍ ເພາະຍັງບໍ່ທັນພົ້ນດິນຂຶ້ນມາເທື່ອ.
33
ໂມເຊຈຶ່ງອຳລາກະສັດຟາໂຣໄປ. ຫລັງຈາກອອກຈາກຕົວເມືອງແລ້ວ ເພິ່ນກໍໄດ້ຍົກມືຂຶ້ນພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. ສຽງຟ້າຮ້ອງ, ໝາກເຫັບ ແລະຝົນຈຶ່ງເຊົາຕົກ.
34
ເມື່ອກະສັດຟາໂຣໄດ້ເຫັນເປັນແນວນັ້ນ ເພິ່ນກໍກະທຳບາບອີກ. ເພິ່ນເອງແລະຂ້າຣາຊການແຮ່ງເກີດໃຈແຂງກະດ້າງດື້ດຶງຂຶ້ນຫລາຍກວ່າເກົ່າ
35
ແລະເພິ່ນບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງໂມເຊທຸກປະການ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40