bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 11
Exodus 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 12 →
1
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ເຮົາຈະນຳການລົງໂທດອີກຢ່າງໜຶ່ງເທົ່ານັ້ນ ມາສູ່ກະສັດຟາໂຣ ແລະປະຊາຊົນຂອງລາວ. ຫລັງຈາກນັ້ນລາວຈະປ່ອຍພວກເຈົ້າໄປ. ຕາມຄວາມຈິງແລ້ວ ລາວຈະໄລ່ພວກເຈົ້າທຸກຄົນໃຫ້ອອກໄປຈາກທີ່ນີ້.
2
ບັດນີ້ ຈົ່ງບອກຊາວອິດສະຣາເອນທຸກຄົນໃຫ້ຂໍເອົາເຄື່ອງເງິນ, ເຄື່ອງຄຳຈາກເພື່ອນບ້ານຂອງພວກເຂົາ.”
3
ພຣະເຈົ້າຢາເວໄດ້ເຮັດໃຫ້ຄົນເອຢິບຢຳເກງຄົນອິດສະຣາເອນ. ແທ້ຈິງແລ້ວ ບັນດາຂ້າຣາຊການ ແລະປະຊາຊົນທັງໝົດຕ່າງກໍຍອມຮັບວ່າ ໂມເຊເປັນບຸລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ.
4
ແລ້ວໂມເຊກໍໄດ້ກ່າວຕໍ່ກະສັດຟາໂຣວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ໃນຕອນປະມານທ່ຽງຄືນ ເຮົາຈະຜ່ານໄປທົ່ວປະເທດເອຢິບ
5
ແລະລູກຊາຍກົກໃນປະເທດເອຢິບທັງໝົດຈະຕາຍຄື: ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣຜູ້ທີ່ຈະສືບຕໍ່ຄອງຣາຊບັນລັງ ຕະຫລອດເຖິງລູກຊາຍກົກຂອງຄົນຮັບໃຊ້ຍິງໂມ້ແປ້ງ. ສັດໂຕເຖິກຫົວປີກໍຈະຕາຍໝົດຄືກັນ.
6
ສຽງຮ້ອງໄຫ້ຈະດັງກ້ອງສະໜັ່ນທົ່ວປະເທດເອຢິບ ຢ່າງບໍ່ເຄີຍມີມາກ່ອນຫລືຈະບໍ່ມີອີກຈັກເທື່ອ.
7
ແຕ່ໃນໝູ່ບ້ານຂອງຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນແລະສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວໄດ້ໃຫ້ມີຄວາມແຕກຕ່າງກັນ ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ.’
8
ບັນດາຂ້າຣາຊການທັງໝົດຂອງທ່ານຈະມາຫາຂ້ານ້ອຍ ແລະພາກັນຂາບລົງ ແລະຈະຂໍຮ້ອງຂ້ານ້ອຍ ໃຫ້ນຳພາປະຊາຊົນຂອງຂ້ານ້ອຍທັງໝົດນີ້ອອກໄປຈາກປະເທດ. ຫລັງຈາກນັ້ນແລ້ວ ຂ້ານ້ອຍຈຶ່ງຈະຈາກໄປ.” ແລ້ວໂມເຊກໍຈາກກະສັດຟາໂຣໄປດ້ວຍໃຈໂກດຮ້າຍທີ່ສຸດ.
9
ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ກະສັດຟາໂຣຈະສືບຕໍ່ບໍ່ຍອມຟັງເຈົ້າ ເພື່ອເຮົາຈະໄດ້ເຮັດການອັດສະຈັນຕ່າງໆຕື່ມອີກໃນປະເທດເອຢິບ.”
10
ໂມເຊແລະອາໂຣນໄດ້ເຮັດການອັດສະຈັນເຫຼົ່ານັ້ນຊ້ອງໜ້າກະສັດຟາໂຣ, ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະເພິ່ນບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນອອກໜີໄປຈາກປະເທດ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40