bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 35
Exodus 35
Lao Bible 2012 (ພຣະຄຳພີສັກສິ)
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 36 →
1
ແລ້ວໂມເຊກໍເອີ້ນປະຊາຊົນອິດສະຣາເອນທັງໝົດມາປະຊຸມ. ເພິ່ນໄດ້ບອກພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຂອງພຣະເຈົ້າຢາເວທີ່ໃຫ້ພວກເຈົ້າປະຕິບັດ:
2
ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີເຈັດໃຫ້ພວກເຈົ້າຢຶດຖືເປັນວັນສັກສິດ ເປັນວັນສຳຄັນຂອງການພັກຜ່ອນທີ່ອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ.
3
ແມ່ນແຕ່ໄຟກໍບໍ່ໃຫ້ດັງໃນເຮືອນຂອງພວກເຈົ້າໃນວັນຊະບາໂຕ.”
4
ໂມເຊໄດ້ກ່າວຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຕໍ່ໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້:
5
ຈົ່ງນຳສິ່ງຂອງມາຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຕັມໃຈໃຫ້ ຈົ່ງນຳສິ່ງດັ່ງຕໍ່ໄປນີ້ມາຄື: ຄຳ, ເງິນ, ທອງສຳຣິດ;
6
ຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ; ຜ້າທີ່ເຮັດດ້ວຍຂົນແບ້;
7
ໜັງແກະເຖິກຍ້ອມສີແດງ; ໜັງສັດລະອຽດດີ; ໄມ້ກະຖິນເທດ;
8
ນໍ້າມັນໄຕ້ຕະກຽງ; ເຄື່ອງຫອມເພື່ອປຸງນໍ້າມັນເຈີມສັກສິດ ແລະເຄື່ອງຫອມສຳລັບເຜົາບູຊາ,
9
ແກ້ວໂກເມນກັບເພັດພອຍອື່ນໆສຳລັບປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ.”
10
“ຜູ້ໃດທີ່ມີສະຕິປັນຍາໃນທ່າມກາງພວກເຈົ້າ ໃຫ້ຜູ້ນັ້ນເຮັດສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື:
11
ຫໍເຕັນສັກສິດ, ຜ້າຄຸມເຕັນ ແລະຜ້າປົກເຕັນຊັ້ນນອກ, ຂໍເກາະ, ຮ່າງຂອບໄມ້, ຄານ, ເສົາ ແລະຕີນຮອງເສົາຂອງຫໍເຕັນ,
12
ຫີບພັນທະສັນຍາ, ຄານຫາມ, ຝາອັດຫີບພັນທະສັນຍາ ແລະຜ້າກັ້ງບັງຫີບພັນທະສັນຍາ;
13
ໂຕະ, ຄານຫາມຂອງໂຕະ ແລະເຄື່ອງໃຊ້ທັງໝົດປະຈຳໂຕະ ເຂົ້າຈີ່ເພື່ອການຖວາຍນັ້ນ;
14
ຫລັກຕະກຽງທີ່ໃຫ້ແສງສະຫວ່າງ ພ້ອມທັງເຄື່ອງໃຊ້ປະຈຳ; ຕະກຽງແລະນໍ້າມັນ;
15
ແທ່ນສຳລັບເຜົາເຄື່ອງຫອມແລະຄານຫາມ; ນໍ້າມັນເຈີມສັກສິດ; ເຄື່ອງຫອມເພື່ອເຜົາບູຊາ ຜ້າກັ້ງປະຕູເຂົ້າຫໍເຕັນສັກສິດ;
16
ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະຕະຂ່າຍທອງສຳຣິດ, ຄານຫາມ ແລະເຄື່ອງໃຊ້ປະຈຳແທ່ນບູຊາ ຂັນຊຳລະລ້າງແລະພານຮອງຂັນ;
17
ຜ້າກັ້ງອ້ອມຮອບຫໍເຕັນ; ເສົາແລະຕີນຮອງເສົາ; ຜ້າກັ້ງບັງທາງເຂົ້າຜ້າອ້ອມຫໍເຕັນ.
18
ຫລັກປັກ, ເຊືອກເນັ່ງຂອງຫໍເຕັນແລະເດີ່ນຂອງຫໍເຕັນສັກສິດ;
19
ເຄື່ອງອັນງົດງາມຂອງປະໂຣຫິດ ຄືເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງອາໂຣນ ແລະພວກລູກຊາຍຂອງລາວ ເມື່ອພວກເຂົາເຂົ້າມາບົວລະບັດຮັບໃຊ້ໃນບ່ອນສັກສິດ.”
20
ປະຊາຊົນອິດສະຣາເອນທັງໝົດໄດ້ພາກັນແຍກຍ້າຍຈາກໂມເຊໄປ
21
ແລະທຸກຄົນທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳຂອງມາຖວາຍແກ່ພຣະເຈົ້າຢາເວ ເພື່ອນຳໄປສ້າງຫໍເຕັນບ່ອນຊຸມນຸມ. ພວກເຂົາໄດ້ນຳທຸກສິ່ງທີ່ຈຳເປັນໃຊ້ໃນການນະມັດສະການ ແລະໃນການເຮັດເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງປະໂຣຫິດມາຖວາຍ.
22
ທຸກຄົນທີ່ເຕັມໃຈໃຫ້ທັງຍິງແລະຊາຍກໍໄດ້ນຳເຄື່ອງເອ້ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະເຄື່ອງເອ້ຕ່າງໆເປັນຄຳຢ່າງອື່ນມາຖວາຍແກ່ພຣະເຈົ້າຢາເວ.
23
ຜູ້ທີ່ມີຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້, ໜັງແກະເຖິກຍ້ອມສີແດງຫລືໜັງສັດລະອຽດດີ ກໍໄດ້ນຳເອົາຂອງເຫຼົ່ານັ້ນມາຖວາຍ.
24
ຜູ້ທີ່ສາມາດບໍລິຈາກເງິນ ຫລືທອງສຳຣິດກໍໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ແລະຜູ້ທີ່ມີໄມ້ກະຖິນເທດ ຊຶ່ງສາມາດໃຊ້ຢ່າງໜຶ່ງຢ່າງໃດໃນວຽກງານນີ້ກໍໄດ້ນຳມາຖວາຍຄືກັນ.
25
ສ່ວນແມ່ຍິງທີ່ຊຳນິຊຳນານໃນການປັ່ນຜ້າປ່ານ ກໍໄດ້ເອົາເສັ້ນປ່ານເນື້ອລະອຽດດີ ແລະຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມມາຖວາຍ.
26
ພວກເຂົາໄດ້ເຮັດເສັ້ນດ້າຍດ້ວຍຂົນແບ້ມາຖວາຍຄືກັນ.
27
ພວກຜູ້ນຳໄດ້ເອົາແກ້ວໂກເມນ ແລະເພັດພອຍຢ່າງອື່ນມາ ເພື່ອໃຊ້ໃນການປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ
28
ທັງໄດ້ນຳເອົາເຄື່ອງເທດຊະນິດຕ່າງໆ, ນໍ້າມັນໄຕ້ຕະກຽງ, ນໍ້າມັນເຈີມສັກສິດ ແລະສຳລັບເຄື່ອງຫອມໃຊ້ເຜົາບູຊາມາຖວາຍດ້ວຍ.
29
ປະຊາຊົນອິດສະຣາເອນທັງຍິງແລະຊາຍຜູ້ທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳເຄື່ອງຖວາຍຂອງພວກເຂົາມາປະກອບສ່ວນໃນວຽກງານ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ ໃຫ້ພວກເຂົາເຮັດນັ້ນທຸກປະການ.
30
ໂມເຊໄດ້ກ່າວຕໍ່ຊາວອິດສະຣາເອນວ່າ, “ພຣະເຈົ້າຢາເວໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ.
31
ພຣະເຈົ້າໃຫ້ລາວໄດ້ຮັບຣິດອຳນາດ ມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳຊະນິດອື່ນໆອີກ
32
ສຳລັບວາງແຜນແລະອອກແບບຢ່າງລະອຽດປານີດໃນການເຮັດເຄື່ອງຄຳ, ເຄື່ອງເງິນ ແລະເຄື່ອງທອງສຳຣິດ;
33
ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງໃສ່ກະໂບກ ແລະສຳລັບແກະສະຫລັກໄມ້ໄດ້ດີ; ພ້ອມທັງວິຊາການໃນວຽກງານດ້ານສີລະປະກຳດ້ານອື່ນໆອີກ.
34
ພຣະອົງຍັງໄດ້ບັນດານໃຫ້ລາວກັບໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານ ມີຄວາມສາມາດໃນການສິດສອນຖ່າຍທອດຄວາມຮູ້ດ້ານວິຊາສີລະປະກຳນີ້ ໃຫ້ແກ່ຄົນອື່ນອີກດ້ວຍ.
35
ພຣະອົງຍັງໃຫ້ພວກເຂົາມີສະຕິປັນຍາ ແລະຄວາມສາມາດໃນວຽກງານຫລາຍຢ່າງຄື: ວຽກງານຂອງນັກແກະສະຫລັກ, ນັກອອກແບບ, ນັກຫຍິບປັກຖັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ແລະການຕໍ່າຜ້າຊະນິດອື່ນໆອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະເປັນຊ່າງທີ່ຊຳນິຊຳນານໃນການອອກແບບເຊັ່ນກັນ.”
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 36 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40