bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 39
Exodus 39
Lao Bible 2012 (ພຣະຄຳພີສັກສິ)
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 40 →
1
ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
2
ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະດ້າຍຄຳເຮັດເສື້ອຄຸມສັ້ນເອໂຟດ.
3
ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ.
4
ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້.
5
ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
6
ພວກເຂົາໄດ້ຝັງແກ້ວໂກເມນໃສ່ກະໂບກຄຳຢ່າງຊຳນິຊຳນານ ພ້ອມທັງຈາລຶກຊື່ລູກຊາຍຂອງຢາໂຄບສິບສອງຄົນໃສ່ດ້ວຍ.
7
ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນເອໂຟດ ເພື່ອໃຫ້ລະນຶກເຖິງສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
8
ແຜ່ນປົກເອິກນັ້ນແມ່ນໄດ້ໃຊ້ວັດຖຸຊະນິດດຽວກັນກັບເຮັດເສື້ອຄຸມສັ້ນເອໂຟດ ແລະຫຍິບແສ່ວແບບດຽວກັນ.
9
ສ່ວນແຜ່ນປົກເອິກນັ້ນໄດ້ເຮັດເປັນສີ່ຫລ່ຽມມົນທົນ ພັບເຄິ່ງກາງໄດ້ ແລະແຕ່ລະຂ້າງມີຊາວສອງເຊັນ.
10
ພວກເຂົາຍັງຕີຂອບຄຳແລະຝັງແກ້ວສີ່ແຖວໃສ່ເທິງແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໄດ້ຝັງທັບທິມ, ພອຍເຫລືອງ, ໂກເມນ;
11
ໃນແຖວທີສອງໄດ້ຝັງມໍຣະກົດ, ໄພທູນ ແລະເພັດ;
12
ໃນແຖວທີສາມໄດ້ຝັງນິນ, ໂມລາ ແລະເພທາຍສີມ່ວງ;
13
ແລະໃນແຖວທີສີ່ໄດ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ.
14
ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ.
15
ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ.
16
ພວກເຂົາໄດ້ເຮັດຂອບຄຳສອງອັນ ເຮັດແຫວນສອງວົງ ແລະຈອດຕິດກັບສົ້ນເບື້ອງເທິງຂອງແຜ່ນປົກເອິກ.
17
ພວກເຂົາໄດ້ມັດສົ້ນຂອງສາຍສ້ອຍຄຳສອງສາຍໃສ່ກັບແຫວນຄຳສອງວົງ ທີ່ໄດ້ຈອດຕິດກັບແຜ່ນປົກເອິກ
18
ແລະມັດສົ້ນສາຍສ້ອຍຄຳສອງສາຍອີກ ໃສ່ກັບແຜ່ນປົກເອິກ ເພື່ອໃຫ້ຮັດເອິກຕິດກັບບ່າ ແລະຕິດກັບແຖບເສື້ອຄຸມສັ້ນເອໂຟດໄດ້.
19
ພວກເຂົາເຮັດແຫວນຄຳສອງວົງ ເພື່ອໃຊ້ເປັນຫູຕິດໃສ່ກັບສົ້ນເສື້ອເບື້ອງລຸ່ມ ຂອງແຜ່ນປົກເອິກຂ້າງໃນໂດຍໃຫ້ມັນຕິດກັບເສື້ອຄຸມສັ້ນເອໂຟດ.
20
ພວກເຂົາໄດ້ເຮັດແຫວນຄຳອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງ ທີ່ເບື້ອງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ.
21
ເພື່ອບໍ່ໃຫ້ມັນຫລວມແລະຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
22
ເສື້ອຄຸມຍາວທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ໄດ້ເຮັດດ້ວຍຜ້າຂົນແກະສີຟ້າທັງໝົດ.
23
ເສື້ອນີ້ໄດ້ຫຍິບເປັນເສື້ອຄໍສຸບ ແລະແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ.
24
ຢູ່ທີ່ຕີນຂອງເສື້ອຄຸມນັ້ນ ພວກເຂົາໄດ້ປັກຮູບໝາກພີລາເປັນຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມສັບກັນໄປກັບໝາກກະດິ່ງທີ່ເຮັດດ້ວຍຄຳສົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
27
ພວກເຂົາໄດ້ຫຍິບເສື້ອຄຸມຍາວມີແຂນສຳລັບອາໂຣນ ແລະພວກລູກຊາຍຂອງລາວ,
28
ພ້ອມທັງເຮັດຜ້າປົກຫົວ, ໝວກສຸບ, ສົ້ງຂາສັ້ນ,
29
ແລະສາຍແອວ ດ້ວຍຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
30
ສ່ວນເຄື່ອງເອ້ທີ່ເປັນເຄື່ອງໝາຍເຖິງການອຸທິດຕົວ ພ້ອມທັງຈາລຶກຖ້ອຍຄຳວ່າ, “ອຸທິດຖວາຍແດ່ພຣະເຈົ້າຢາເວ” ນັ້ນແມ່ນເຮັດດ້ວຍຄຳສົດທັງໝົດ.
31
ພວກເຂົາໄດ້ມັດເຄື່ອງເອ້ນັ້ນຕິດໃສ່ກັບໝວກທີ່ດ້ານໜ້າດ້ວຍເຊືອກສີຟ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
32
ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
33
ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ;
34
ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ, ຜ້າປົກຄຸມທີ່ເຮັດດ້ວຍໜັງສັດອັນລະອຽດດີແລະຜ້າກັ້ງບັງ;
35
ຫີບໃສ່ແຜ່ນຫີນພັນທະສັນຍາພ້ອມທັງຄານຫາມ ແລະຝາອັດຫີບ;
36
ໂຕະແລະເຄື່ອງໃຊ້ທຸກຢ່າງປະຈຳໂຕະແລະເຂົ້າຈີ່ຖວາຍ;
37
ຫລັກຕັ້ງຕະກຽງທີ່ເຮັດດ້ວຍຄຳສົດ, ຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບຕະກຽງ ແລະນໍ້າມັນສຳລັບໄຕ້ຕະກຽງ;
38
ແທ່ນຄຳ ນໍ້າມັນເຈີມສັກສິດ ເຄື່ອງຫອມສຳລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ;
39
ແທ່ນທອງສຳຣິດພ້ອມດ້ວຍຕະຂ່າຍທີ່ເຮັດດ້ວຍທອງສຳຣິດ, ຄານຫາມປະຈຳແທ່ນ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ; ຂັນຊຳລະ ແລະພານຮອງຂັນ;
40
ຜ້າກັ້ງສຳລັບອ້ອມຮອບຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ພ້ອມທັງເສົາ ແລະຕີນຮອງເສົາ; ຜ້າກັ້ງສຳລັບປະຕູທາງເຂົ້າ ແລະເຊືອກເນັ່ງ, ຫລັກສຽບຂອງຫໍເຕັນ, ອຸປະກອນທັງໝົດທີ່ໃຊ້ປະຈຳຫໍເຕັນ;
41
ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ.
42
ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
43
ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 40 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40