bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 22
Exodus 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 23 →
1
ຖ້າຜູ້ໜຶ່ງລັກງົວຫລືແກະໄປຂ້າຫລືໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໂຕໜຶ່ງ ແລະໃຊ້ແກະຫ້າໂຕແທນແກະໂຕໜຶ່ງ.
2
ລາວຕ້ອງໃຊ້ຄືນສິ່ງທີ່ຕົນໄດ້ລັກນັ້ນ. ຖ້າລາວບໍ່ມີເງິນຊົດໃຊ້ຄືນ ລາວຈະຕ້ອງຖືກຂາຍໄປເປັນທາດຮັບໃຊ້ໃຫ້ກຸ້ມຄ່າເສຍຫາຍທີ່ຕົນໄດ້ລັກນັ້ນ. ຖ້າສັດຖືກລັກໄປນັ້ນເປັນງົວ, ລໍ ຫລືແກະທີ່ຍັງມີຊີວິດ ແລະຢູ່ໃນຄວາມຄອບຄອງຂອງຕົນ; ລາວຕ້ອງໃຊ້ຄືນສັດສອງໂຕແທນສັດໂຕໜຶ່ງ. ຖ້າຄົນຂີ້ລັກຖືກຈັບໄດ້ແລະຖືກຂ້າຕາຍ ໃນຂະນະທີ່ບຸກເຂົ້າໄປໃນເຮືອນຕອນກາງຄືນ ຜູ້ທີ່ຂ້ານັ້ນບໍ່ມີຄວາມຜິດໃນຖານຂ້າຄົນ, ແຕ່ຖ້າເຫດການເກີດຂຶ້ນໃນຕອນກາງເວັນ ລາວຈະມີຄວາມຜິດໃນຖານຂ້າຄົນ.
5
ຖ້າຜູ້ໜຶ່ງປ່ອຍສັດຂອງຕົນ ກິນຫຍ້າຢູ່ໃນໄຮ່ນາ ຫລືຢູ່ໃນສວນອະງຸ່ນ ແລະມັນຫລົງຝູງໄປກິນຜົນລະປູກ ທີ່ເກີດໃນໄຮ່ນາຂອງຄົນອື່ນ; ເຈົ້າຂອງສັດນັ້ນຕ້ອງໃຊ້ຈ່າຍຄ່າເສຍຫາຍຄືນ ເປັນຜົນລະປູກທີ່ດີທີ່ສຸດຈາກໄຮ່ນາ ແລະສວນອະງຸ່ນຂອງຕົນ ໃຫ້ແກ່ຜູ້ທີ່ໄດ້ຮັບຄວາມເສຍຫາຍນັ້ນ.
6
ຖ້າຜູ້ໜຶ່ງຈູດໄຮ່ນາຂອງຕົນ ແລະໄຟເລີຍລຸກລາມໄປໄໝ້ຫຍ້າໃນນາຂອງຄົນອື່ນ ທັງໄໝ້ຕົ້ນເຂົ້າທີ່ເກີດ ຫລືທີ່ໄດ້ກ່ຽວແລະກອງໄວ້ດ້ວຍ ຜູ້ທີ່ຈູດນານັ້ນຕ້ອງໃຊ້ຄ່າເສຍຫາຍທັງໝົດ.
7
ຖ້າຜູ້ໃດຜູ້ໜຶ່ງຮັບເງິນ ຫລືຂອງມີຄ່າຂອງເພື່ອນບ້ານທີ່ນຳມາຝາກໄວ້ກັບຕົນ ແລະຂອງເຫຼົ່ານັ້ນຊໍ້າຖືກລັກໄປຈາກເຮືອນຂອງຕົນ; ຖ້າຈັບໄດ້ໄລ່ທັນ ຜູ້ລັກນັ້ນຕ້ອງຈ່າຍໃຫ້ຄືນເຖິງສອງເທົ່າ.
8
ແຕ່ຖ້າຈັບຄົນຂີ້ລັກບໍ່ໄດ້ ຜູ້ຮັບຝາກຕ້ອງຖືກນຳໄປຍັງສະຖານທີ່ນະມັດສະການ ເພື່ອສະແດງຕົນວ່າບໍ່ໄດ້ລັກສິ່ງຂອງໃດໆຂອງເພື່ອນບ້ານທີ່ມາຝາກໄວ້ກັບຕົນນັ້ນ.
9
ໃນທຸກໆກໍລະນີ ທີ່ມີການຜິດຖຽງກັນກ່ຽວກັບເລື່ອງຊັບສົມບັດ, ບໍ່ວ່າແມ່ນງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລືສິ່ງຂອງໃດໆທີ່ເສຍໄປ, ຕ້ອງນຳທັງສອງຝ່າຍທີ່ອ້າງວ່າ ຊັບສົມບັດນັ້ນເປັນຂອງຕົນໄປຍັງສະຖານທີ່ນະມັດສະການ. ຜູ້ທີ່ພຣະເຈົ້າໄດ້ບອກວ່າເປັນຝ່າຍຜິດ ຕ້ອງໃຊ້ຄືນໃຫ້ຄູ່ຄວາມເຖິງສອງເທົ່າ.
10
ຖ້າຜູ້ໜຶ່ງຮັບເອົາລໍ, ງົວ, ແກະ ຫລືສັດຊະນິດອື່ນໆ ທີ່ເພື່ອນບ້ານນຳມາຝາກລ້ຽງ ແລະຖ້າສັດນັ້ນຕາຍ ຫລືບາດເຈັບ ຫລືມີຜູ້ໄລ່ຕ້ອນເອົາໄປໂດຍບໍ່ມີພະຍານຮູ້ເຫັນ
11
ຕ້ອງໃຫ້ຜູ້ທີ່ຮັບຝາກນັ້ນສາບານຕົວຕໍ່ເພື່ອນບ້ານແລະຕໍ່ໜ້າພຣະເຈົ້າຢາເວວ່າ ຕົນບໍ່ໄດ້ລັກສັດຂອງຜູ້ທີ່ນຳມາຝາກໄວ້ນັ້ນ ຖ້າສັດນັ້ນບໍ່ໄດ້ຖືກລັກ ຜູ້ເປັນເຈົ້າຂອງສັດນັ້ນຕ້ອງຍອມຮັບຄວາມເສຍຫາຍ ແລະຜູ້ຮັບຝາກນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ.
12
ແຕ່ຖ້າສັດນັ້ນຖືກລັກໄປ ຜູ້ຮັບຝາກຕ້ອງໃຊ້ຄ່າທົດແທນຄືນໃຫ້ແກ່ເຈົ້າຂອງສັດ.
13
ຖ້າສັດຖືກສັດປ່າກັດຕາຍ ຜູ້ຮັບລ້ຽງຕ້ອງນຳຫຼັກຖານມາຢັ້ງຢືນ; ລາວບໍ່ຈຳເປັນຕ້ອງໃຊ້ຄ່າສັດທີ່ຖືກສັດປ່າກັດຕາຍ.
14
ຖ້າຜູ້ໃດຜູ້ໜຶ່ງຢືມສັດລ້ຽງຈາກເພື່ອນບ້ານຂອງຕົນ ແລະສັດນັ້ນຖືກອັນຕະລາຍ ຫລືຕາຍໄປລະຫວ່າງເຈົ້າຂອງສັດບໍ່ຢູ່ ກໍໃຫ້ຜູ້ຢືມນັ້ນຊົດໃຊ້ຄືນ.
15
ແຕ່ຖ້າເຈົ້າຂອງສັດນັ້ນຢູ່ ຜູ້ຢືມນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. ຖ້າເປັນການເຊົ່າກໍໃຫ້ຄິດແຕ່ຄ່າເຊົ່າເທົ່ານັ້ນກໍພໍ.
16
ຖ້າຊາຍຄົນໜຶ່ງຫລອກລວງຍິງສາວບໍຣິສຸດທີ່ຍັງບໍ່ມີຄູ່ໝັ້ນ ລາວກໍຕ້ອງຈ່າຍຄ່າແຕ່ງດອງແກ່ນາງ ແລະຮັບນາງມາເປັນເມຍຂອງຕົນ.
17
ແຕ່ຖ້າພໍ່ຂອງຍິງນັ້ນບໍ່ຍິນຍອມໃຫ້ນາງແຕ່ງງານກັບຊາຍນັ້ນ ລາວຕ້ອງເສຍເງິນເທົ່າກັບຄ່າດອງ ຕາມທຳນຽມສູ່ຂໍຍິງສາວບໍຣິສຸດ.
18
ຢ່າໄວ້ຊີວິດຍິງທີ່ໃຊ້ເວດມົນຄາຖາ.
19
ຢ່າໄວ້ຊີວິດຄົນທີ່ສົມສູ່ທາງເພດກັບສັດ.
20
ຈົ່ງປະຫານຊີວິດຜູ້ທີ່ຖວາຍບູຊາແກ່ພະອື່ນ ນອກຈາກພຣະເຈົ້າຢາເວ.
21
ຢ່າຂົ່ມເຫັງຫລືບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ.
22
ຢ່າຂົ່ມເຫັງແມ່ໝ້າຍຫລືລູກກຳພ້າ.
23
ຖ້າພວກເຈົ້າຂົ່ມເຫັງພວກເຂົາ ເມື່ອພວກເຂົາຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາແນ່ນອນ.
24
ແລະເຮົາຈະໂກດຮ້າຍ ແລະຂ້າພວກເຈົ້າເສຍໃນສົງຄາມດ້ວຍຄົມດາບ. ເມຍຂອງພວກເຈົ້າຈະເປັນໝ້າຍ ແລະລູກຂອງພວກເຈົ້າກໍຈະເປັນກຳພ້າພໍ່.
25
ຖ້າເຈົ້າໃຫ້ປະຊາຊົນຜູ້ຍາກຈົນຂອງເຮົາຢືມເງິນ ຢ່າເຮັດຄືວ່າຕົນເປັນເຈົ້າໜີ້ ແລະຮຽກຮ້ອງເອົາດອກເບ້ຍນຳພວກເຂົາ.
26
ຖ້າເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງສົ່ງເຂົາຄືນກ່ອນຕາເວັນຕົກດິນ
27
ເພາະວ່າລາວມີເສື້ອຄຸມຜືນດຽວເທົ່ານັ້ນ ເພື່ອປົກຄຸມລາວໃຫ້ອົບອຸ່ນ; ບໍ່ດັ່ງນັ້ນ ລາວຈະເອົາຫຍັງຕຸ້ມຫົ່ມນອນ. ເມື່ອລາວຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຕອບລາວ ເພາະວ່າເຮົາເປັນຜູ້ມີໃຈເມດຕາ.
28
ຢ່າດ່າວ່າພຣະເຈົ້າ ແລະຢ່າສາບແຊ່ງຜູ້ນຳຊົນຊາດຂອງພວກເຈົ້າ.
29
ຈົ່ງນຳພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ຕ້ອງຖວາຍຕາມກຳນົດນັ້ນມາຖວາຍແກ່ເຮົາ. ຈົ່ງຖວາຍລູກຊາຍກົກຂອງພວກເຈົ້າແກ່ເຮົາ.
30
ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະແກະຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີຢູ່ກັບແມ່ຂອງມັນເຈັດວັນ ແລະໃນວັນທີແປດໃຫ້ນຳມາຖວາຍແກ່ເຮົາ.
31
ພວກເຈົ້າເປັນປະຊາຊົນບໍຣິສຸດຂອງເຮົາ. ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງກິນຊີ້ນສັດໃດໆທີ່ຖືກສັດປ່າກັດຕາຍ ຈົ່ງຖິ້ມໃຫ້ໝາກິນເສຍ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40