bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 27
Exodus 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 28 →
1
“ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນເທດ. ສ່ວນແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະສູງ 1,3 ແມັດ.
2
ຈົ່ງເຮັດຍອດແທ່ນເປັນຮູບເຂົາສັດໄວ້ທັງສີ່ແຈ ແລະໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ; ຈົ່ງໂອບແທ່ນນັ້ນດ້ວຍທອງສຳຣິດ.
3
ຈົ່ງເຮັດໝໍ້ໃສ່ຂີ້ເຖົ່າຂອງໄຂມັນ, ເຮັດຊ້ວນ, ຖ້ວຍ, ຂໍເກາະ ແລະຖາດຮອງຖ່ານໄຟ. ເຄື່ອງໃຊ້ເຫຼົ່ານີ້ ຈົ່ງເຮັດດ້ວຍທອງສຳຣິດທັງໝົດ.
4
ຈົ່ງເຮັດຕະຂ່າຍທອງສຳຣິດໃສ່ເຕົາໄຟ ແລະຫລໍ່ຫູຈັບດ້ວຍທອງສຳຣິດໃສ່ແຕ່ລະແຈ.
5
ຕະຂ່າຍນີ້ໃຫ້ຢູ່ລຸ່ມຂອບຂອງແທ່ນ ແລະໃຫ້ຢ່ອນລົງມາຮອດແຕ່ກາງແທ່ນ.
6
ສ່ວນຄານຫາມນັ້ນ ຈົ່ງເຮັດດ້ວຍໄມ້ກະຖິນເທດ ແລະໂອບດ້ວຍທອງສຳຣິດ.
7
ແລ້ວໃຫ້ສອດໃສ່ຫູຂອງແທ່ນແຕ່ລະເບື້ອງໄວ້ ເພື່ອຫາມຍົກຍ້າຍໄປມາ.
8
ສ່ວນແທ່ນນັ້ນ ຈົ່ງເຮັດດ້ວຍໄມ້ກະດານແລະຄວັດລົງເປັນໝົ້ງ ຕາມແຜນທີ່ເຮົາໄດ້ສຳແດງໃຫ້ເຈົ້າເບິ່ງທີ່ເທິງພູເຂົານັ້ນ.
9
ສຳລັບຫໍເຕັນບ່ອນທີ່ເຮົາຢູ່ນັ້ນ ຈົ່ງອ້ອມດ້ວຍຜ້າກັ້ງທີ່ເຮັດຈາກຜ້າປ່ານເນື້ອລະອຽດດີ. ຜ້າກັ້ງທາງດ້ານໃຕ້ໃຫ້ຍາວ 44 ແມັດ
10
ຈັ້ງດ້ວຍເສົາທອງສຳຣິດ 20 ເສົາ ແລະຕີນຮອງເສົາທອງສຳຣິດ 20 ຕີນ ໂດຍມີຂໍເກາະກັບຄັນສອດຜ້າກັ້ງທີ່ເຮັດດ້ວຍເງິນ.
11
ສ່ວນທາງດ້ານເໜືອຂອງເດີ່ນນັ້ນ ຈົ່ງເຮັດຄືກັນກັບດ້ານໃຕ້ທຸກຢ່າງ.
12
ຜ້າກັ້ງທາງດ້ານຕາເວັນຕົກໃຫ້ຍາວຊາວສອງແມັດ ກັບມີເສົາສິບເສົາ ແລະມີຕີນຮອງເສົາສິບຕີນດ້ວຍ.
13
ທາງດ້ານຕາເວັນອອກຂອງປະຕູເຂົ້າ ຜ້າກັ້ງຊຶ່ງອ້ອມຮອບນັ້ນກໍໃຫ້ຍາວ 22 ແມັດ ເຊັ່ນກັນ.
14
ແຕ່ລະຂ້າງທາງດ້ານປະຕູເຂົ້າໃຫ້ມີຜ້າກັ້ງ 6,6 ແມັດ ພ້ອມເສົາສາມເສົາແລະຕີນຮອງສາມຕີນ.
16
ທີ່ທາງປະຕູເຂົ້ານັ້ນ ຈົ່ງໃຫ້ມີຜ້າກັ້ງເກົ້າແມັດ ຊຶ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງດ້ວຍການຫຍິບແສ່ວ. ຜ້າກັ້ງຜືນນີ້ ຈົ່ງໃຫ້ມີເສົາສີ່ເສົາແລະມີຕີນຮອງເສົາສີ່ຕີນຈັ້ງໄວ້.
17
ຄັນສອດຜ້າກັ້ງທີ່ເປັນເງິນນັ້ນ ຈົ່ງຕໍ່ເຂົ້າກັນກັບເສົາທັງໝົດຂອງຜ້າກັ້ງທີ່ອ້ອມຮອບຫໍເຕັນ ໂດຍມີຂໍເກາະເປັນເງິນ ແລະຕີນຮອງເສົາເປັນທອງສຳຣິດ.
18
ຜ້າກັ້ງອ້ອມຮອບໃຫ້ຍາວ 44 ແມັດ, ກວ້າງ 22 ແມັດ ແລະສູງ 2,2 ແມັດ. ສ່ວນຜ້າກັ້ງນັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ແລະຕີນຮອງເສົານັ້ນກໍໃຫ້ເຮັດດ້ວຍທອງສຳຣິດ.
19
ເຄື່ອງໃຊ້ທັງໝົດປະຈຳຫໍເຕັນພ້ອມທັງຫລັກສຽບຂອງຫໍເຕັນ ແລະຂອງຜ້າກັ້ງທີ່ອ້ອມຮອບຫໍເຕັນນັ້ນ ຈົ່ງເຮັດດ້ວຍທອງສຳຣິດທັງສິ້ນ.
20
ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ນຳນໍ້າມັນໝາກກອກເທດອັນດີທີ່ສຸດ ມາໃຫ້ເຈົ້າສຳລັບໄຕ້ຕະກຽງໃນເວລາກາງຄືນ ເພື່ອມັນຈະສ່ອງແສງສະຫວ່າງຢູ່ສະເໝີ.
21
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40