bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 32
Exodus 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 33 →
1
ເມື່ອປະຊາຊົນອິດສະຣາເອນໄດ້ເຫັນວ່າ ໂມເຊພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມອາໂຣນ ແລະເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພວກເຮົາອອກມາຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ ໃຫ້ນຳພາພວກເຮົາສາ.”
2
ອາໂຣນຈຶ່ງບອກພວກເຂົາວ່າ, “ຈົ່ງປົດຕຸ້ມຫູຂອງເມຍ, ລູກຊາຍ ແລະລູກສາວຂອງພວກເຈົ້າທີ່ໃສ່ຢູ່ນັ້ນເອົາມາໃຫ້ຂ້ອຍ.”
3
ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຈຶ່ງໄດ້ປົດຕຸ້ມຫູຄຳຂອງຕົນ ມອບໃຫ້ອາໂຣນ.
4
ເພິ່ນໄດ້ຮວບຮວມເອົາຕຸ້ມຫູທັງໝົດ ແລະໃຊ້ເຄື່ອງມືຫລໍ່ເປັນຮູບງົວຄຳໂຕໜຶ່ງ. ຕໍ່ມາ ປະຊາຊົນກໍເວົ້າວ່າ, “ຊາວອິດສະຣາເອນເອີຍ ອັນນີ້ ແມ່ນພະຂອງພວກເຮົາຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.”
5
ແລ້ວອາໂຣນກໍໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງໄວ້ຕໍ່ໜ້າຮູບງົວຄຳ ແລະປະກາດວ່າ, “ມື້ອື່ນຈະມີການກິນລ້ຽງຖວາຍກຽດແກ່ພຣະເຈົ້າຢາເວ.”
6
ໃນມື້ຕໍ່ມາ ພວກເຂົາໄດ້ຕື່ນແຕ່ເຊົ້າໆ ພວກເຂົາໄດ້ເຜົາສັດທັງໂຕຖວາຍບູຊາ ແລະນຳເອົາສັດໂຕອື່ນມາຂ້າກິນເພື່ອຄວາມສາມັກຄີທຳ. ປະຊາຊົນຕ່າງກໍໄດ້ນັ່ງລົງກິນແລະດື່ມ ຊຶ່ງຕໍ່ມາກໍໄດ້ມີການເຕັ້ນລຳຖວາຍບູຊາຮູບເຄົາຣົບຢ່າງເຖິງໃຈ.
7
ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຟ້າວກັບລົງໄປດຽວນີ້ ເພາະປະຊາຊົນຂອງເຈົ້າ ຄືພວກທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນໄດ້ເຮັດບາບ ແລະປະຖິ້ມເຮົາສາແລ້ວ.
8
ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.”
9
ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ເຮົາຮູ້ວ່າປະຊາຊົນເຫຼົ່ານີ້ໃຈແຂງກະດ້າງດື້ດຶງພຽງໃດ.
10
ບັດນີ້ເຮົາໃຈຮ້າຍໃຫ້ພວກເຂົາແລ້ວ ແລະເຮົາຈະທຳລາຍພວກເຂົາຖິ້ມໝົດ. ຢ່າພະຍາຍາມຫ້າມເຮົາໄວ້ເລີຍ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ກາຍເປັນຊົນຊາດໃຫຍ່.”
11
ແຕ່ໂມເຊໄດ້ວິງວອນຂໍຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຕົນວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໂກດຮ້າຍຢ່າງຮຸນແຮງຕໍ່ປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊ່ວຍກູ້ເອົາອອກມາຈາກປະເທດເອຢິບ ດ້ວຍຣິດເດດອຳນາດອັນຍິ່ງໃຫຍ່ແລະມະຫັດສະຈັນຂອງພຣະອົງ?
12
ເປັນຫຍັງຈຶ່ງຈະເຮັດໃຫ້ຊາວເອຢິບຕ້ອງໄດ້ເວົ້າໃຫ້ພຣະອົງວ່າ ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກມາ ກໍເພື່ອວາງແຜນຂ້າພວກເຂົາຢູ່ໃນເທິງພູນີ້ ໂດຍທຳລາຍພວກເຂົາໃຫ້ໝົດສິ້ນໄປ? ຂໍຢ່າຊົງໂກດຮ້າຍ ແລະຢ່າທຳລາຍປະຊາຊົນຂອງພຣະອົງ.
13
ຂໍໃຫ້ລະນຶກເຖິງພວກຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ອັບຣາຮາມ, ອີຊາກ ແລະຢາໂຄບ. ໂຜດລະນຶກເຖິງພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບພວກເຂົາວ່າ ພຣະອົງຈະໃຫ້ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະຈະໃຫ້ພວກເຂົາໄດ້ດິນແດນທັງໝົດທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກຳມະສິດຂອງພວກເຂົາຕະຫລອດໄປ.”
14
ສະນັ້ນ ພຣະເຈົ້າຢາເວຈຶ່ງປ່ຽນການຕັດສິນໃຈ ແລະບໍ່ໄດ້ນຳເອົາຄວາມຈິບຫາຍມາສູ່ປະຊາຊົນຂອງພຣະອົງ ຕາມທີ່ພຣະອົງໄດ້ກ່າວນັ້ນ.
15
ໂມເຊໄດ້ລົງຈາກພູໄປພ້ອມທັງຖືແຜ່ນຫີນສອງແຜ່ນ ຊຶ່ງແຕ່ລະຂ້າງຖືກຈາລຶກດ້ວຍຂໍ້ຄຳສັ່ງຕ່າງໆ.
16
ແມ່ນພຣະເຈົ້າເອງທີ່ໄດ້ເຮັດແຜ່ນຫີນ ແລະຈາລຶກຂໍ້ຄຳສັ່ງຂອງພຣະເຈົາໃສ່ໃນນັ້ນ.
17
ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນພວມຮ້ອງເອະອະກັນຢູ່ ລາວຈຶ່ງເວົ້າກັບໂມເຊວ່າ, “ຂ້ອຍຄືໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍພັກ.”
18
ໂມເຊໄດ້ຕອບວ່າ, “ບໍ່ແມ່ນສຽງຮ້ອງໄຊໂຢຫລືສຽງຍອມແພ້ ແຕ່ແມ່ນສຽງຮ້ອງລຳທຳເພງຕ່າງຫາກ.”
19
ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ.
20
ເພິ່ນເຂົ້າໄປຢຶດເອົາຮູບງົວນ້ອຍທີ່ຫລໍ່ດ້ວຍຄຳຖິ້ມໃສ່ໄຟ ບົດສິ່ງທີ່ເສດເຫລືອເປັນຂີ້ເຖົ່າໃຫ້ໝຸ່ນລະອຽດ ແລະປົນລົງໃນນໍ້າໃຫ້ຊາວອິດສະຣາເອນດື່ມ.
21
ແລ້ວເພິ່ນກໍຖາມອາໂຣນວ່າ, “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງຫລວງຫຼາຍເຊັ່ນນີ້?”
22
ອາໂຣນໄດ້ຕອບວ່າ, “ຢ່າຮ້າຍໃຫ້ຂ້ອຍເທາະ ເຈົ້າກໍຮູ້ຢູ່ເຕັມໃຈແລ້ວບໍ່ແມ່ນຫລືວ່າປະຊາຊົນເຫຼົ່ານີ້ພ້ອມທີ່ຈະເຮັດບາບຢູ່ແລ້ວ.
23
ພວກເຂົາມາເວົ້າກັບຂ້ອຍວ່າ, ‘ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂມເຊ ຜູ້ນຳພາພວກເຮົາອອກມາຈາກປະເທດເອຢິບ. ສະນັ້ນ ໃຫ້ພວກເຮົາເຮັດຮູບພະເພື່ອນຳພາພວກເຮົາສາ.’
24
ຂ້ອຍໄດ້ຂໍໃຫ້ພວກເຂົານຳເຄື່ອງເອ້ທີ່ເປັນຄຳມາໃຫ້ຂ້ອຍ ແລະຜູ້ທີ່ມີກໍປົດອອກມາໃຫ້ຂ້ອຍໂລດ. ຂ້ອຍໄດ້ໂຍນເຄື່ອງເອ້ເຫຼົ່ານັ້ນຖິ້ມໃສ່ໄຟ ແລະຈາກສິ່ງເຫຼົ່ານັ້ນກໍອອກມາເປັນຮູບງົວຄຳໂຕນີ້ແຫຼະ.”
25
ໂມເຊໄດ້ຮູ້ວ່າແມ່ນອາໂຣນ ທີ່ເປັນຜູ້ປ່ອຍປະຊາຊົນໃຫ້ເຮັດຕາມໃຈ ແລະຂາດການຄວບຄຸມຢັບຢັ້ງ ໂດຍທີ່ພວກເຂົາຢູ່ທ່າມກາງເຫຼົ່າສັດຕູ.
26
ສະນັ້ນ ໂມເຊຈຶ່ງໄດ້ມາຢືນຢູ່ທີ່ທາງປະຕູເຂົ້າຄ້າຍ ແລະຮ້ອງຂຶ້ນວ່າ, “ຜູ້ໃດທີ່ຢູ່ຝ່າຍພຣະເຈົ້າຢາເວ ຈົ່ງມາທາງພີ້” ປະຊາຊົນໃນເຜົ່າເລວີທັງໝົດໄດ້ມາເຂົ້າກັບໂມເຊ
27
ແລ້ວເພິ່ນກໍບອກວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນສັ່ງພວກເຈົ້າທຸກຄົນ ໃຫ້ຈັບດາບແລະໄປທົ່ວຄ້າຍແຕ່ປະຕູນີ້ເຖິງປະຕູນັ້ນ ຂ້າບັນດາອ້າຍເອື້ອຍນ້ອງ ໝູ່ຄູ່ແລະເພື່ອນບ້ານຂອງຕົນ.”
28
ພວກເລວີຈຶ່ງເຮັດຕາມທີ່ໂມເຊສັ່ງ ໂດຍໄດ້ຂ້າປະມານສາມພັນຄົນໃນມື້ນັ້ນ.
29
ສະນັ້ນ ໂມເຊຈຶ່ງກ່າວແກ່ພວກເລວີວ່າ, “ວັນນີ້ ພວກເຈົ້າໄດ້ອຸທິດຖວາຍພວກເຈົ້າເອງ ເປັນປະໂຣຫິດເພື່ອບົວລະບັດຮັບໃຊ້ພຣະເຈົ້າຢາເວ ໂດຍໄດ້ຂ້າບັນດາລູກຊາຍ ແລະອ້າຍເອື້ອຍນ້ອງຂອງພວກເຈົ້າ. ສະນັ້ນ ພຣະອົງຈຶ່ງໄດ້ອວຍພອນໃຫ້ແກ່ພວກເຈົ້າໃນວັນນີ້.”
30
ໃນມື້ຕໍ່ມາ ໂມເຊໄດ້ກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ເຮັດບາບຢ່າງຮ້າຍແຮງຫລາຍ. ແຕ່ບັດນີ້ ເຮົາຈະຂຶ້ນໄປພົບພຣະເຈົ້າຢາເວຢູ່ເທິງພູເຂົາ ບາງທີເຮົາອາດຂໍຮ້ອງພຣະອົງ ໃຫ້ຍົກບາບແກ່ພວກເຈົ້າກໍເປັນໄປໄດ້.”
31
ແລ້ວໂມເຊກໍກັບໄປເຝົ້າພຣະເຈົ້າຢາເວ ແລະໄດ້ກ່າວວ່າ, “ປະຊາຊົນເຫຼົ່ານີ້ໄດ້ເຮັດບາບຢ່າງຮ້າຍແຮງຫລາຍ. ພວກເຂົາໄດ້ເອົາຄຳຫລໍ່ເປັນພະແລະຂາບໄຫວ້.
32
ກະລຸນາຍົກບາບໃຫ້ພວກເຂົາດ້ວຍ; ຖ້າບໍ່ດັ່ງນັ້ນ ຈົ່ງລຶບຊື່ຂອງຂ້ານ້ອຍອອກຈາກປື້ມບັນຊີແຫ່ງຊີວິດປະຊາຊົນຂອງພຣະອົງສາເຖີດ.”
33
ພຣະເຈົ້າຢາເວຈຶ່ງຕອບໂມເຊວ່າ, “ຜູ້ໃດເຮັດບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປື້ມບັນຊີຂອງເຮົາ.
34
ບັດນີ້ຈົ່ງໄປສາ ນຳປະຊາຊົນໃຫ້ໄປເຖິງບ່ອນທີ່ເຮົາໄດ້ບອກເຈົ້ານັ້ນ. ຈົ່ງຈົດຈຳໄວ້ວ່າ ເທວະດາຂອງເຮົາຈະນຳໜ້າເຈົ້າໄປ. ເມື່ອເຖິງເວລາທີ່ໄດ້ກຳນົດໄວ້ແລ້ວ ເຮົາຈະລົງໂທດພວກທີ່ໄດ້ເຮັດບາບນັ້ນ.”
35
ສະນັ້ນ ພຣະເຈົ້າຢາເວຈຶ່ງບັນດານໃຫ້ປະຊາຊົນເກີດໂຣກລະບາດ ເພາະພວກເຂົາໄດ້ບັງຄັບອາໂຣນໃຫ້ເຮັດງົວຄຳ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40