bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Exodus 28
Exodus 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 29 →
1
“ຈົ່ງເອີ້ນອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວມາເຊັ່ນວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. ຈົ່ງແຍກພວກເຂົາຢູ່ຕ່າງຫາກ ຈາກປະຊາຊົນອິດສະຣາເອນ ເພື່ອວ່າພວກເຂົາຈະບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
2
ຈົ່ງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ແກ່ອາໂຣນອ້າຍຂອງເຈົ້າ ໃຫ້ສົມກຽດແລະສະຫງ່າງາມ.
3
ໃຫ້ເອີ້ນຊ່າງທີ່ມີສີມືທັງໝົດ ຄືຜູ້ທີ່ເຮົາໄດ້ໃຫ້ຄວາມສາມາດພິເສດແກ່ພວກເຂົານັ້ນມາ ແລະບອກພວກເຂົາເຮັດເຄື່ອງນຸ່ງໃຫ້ອາໂຣນ ເພື່ອວ່າລາວຈະໄດ້ຖວາຍຊີວິດຂອງລາວ ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
4
ຈົ່ງບອກພວກເຂົາໃຫ້ເຮັດແຜ່ນປົກເອິກ, ເສື້ອຄຸມສັ້ນເອໂຟດ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມຍາວມີແຂນ, ໝວກສຸບ ແລະຜ້າຮັດແອວ. ພວກເຂົາຕ້ອງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດເຫຼົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
5
ຈົ່ງໃຫ້ພວກຊ່າງສີມືໃຊ້ຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄຳ ແລະຜ້າປ່ານເນື້ອລະອຽດດີເຮັດເຄື່ອງເຫຼົ່ານີ້.
6
ຈົ່ງໃຫ້ພວກເຂົາເຮັດເສື້ອຄຸມສັ້ນເອໂຟດນີ້ດ້ວຍຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄຳ ແລະຜ້າປ່ານເນື້ອລະອຽດດີ ຕົບແຕ່ງດ້ວຍການຫຍິບແສ່ວ.
7
ຜ້າສອງຕ່ອນທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນກັບຂ້າງເສື້ອທັງສອງ.
8
ສ່ວນສາຍຮັດນັ້ນ ຈົ່ງໃຊ້ຜ້າປ່ານເນື້ອລະອຽດດີຊະນິດດຽວກັນກັບເສື້ອຄຸມສັ້ນເອໂຟດ ແລະຫຍິບຕິດກັບເສື້ອເລີຍ.
9
ຈົ່ງໃຊ້ແກ້ວໂກເມນສອງແຜ່ນ ຈາລຶກຊື່ຂອງລູກຊາຍສິບສອງຄົນຂອງຢາໂຄບ
10
ຕາມລຳດັບການເກີດ ໂດຍຫົກຊື່ທຳອິດນັ້ນໃຫ້ຈາລຶກໃສ່ແກ້ວຫີນແຜ່ນທີໜຶ່ງ ແລະອີກຫົກຊື່ຫລັງນັ້ນໃຫ້ຈາລຶກໃສ່ແກ້ວຫີນແຜ່ນທີສອງ.
11
ຈົ່ງໃຫ້ຊ່າງແກະສະຫລັກຜູ້ທີ່ຊຳນິຊຳນານ ຈາລຶກຊື່ລູກຊາຍສິບສອງຄົນຂອງຢາໂຄບ ໃສ່ແຜ່ນຫີນສອງແຜ່ນ ແລະເຮັດຂອບຄຳໃສ່ແຜ່ນຫີນນັ້ນ.
12
ຫີນສອງແຜ່ນຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນນັ້ນ ຈົ່ງໃຫ້ຕິດໃສ່ໄວ້ກັບເສື້ອຄຸມສັ້ນເອໂຟດເລີຍທີ່ເທິງບ່າໄຫລ່. ດ້ວຍເຫດນີ້ ອາໂຣນຈຶ່ງຈະຖືຊື່ຂອງພວກເຂົາໄວ້ເທິງບ່າໄຫລ່ຂອງຕົນ ເພື່ອເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວ.
13
ຈົ່ງເຮັດກະໂບກຄຳສອງອັນ
14
ແລະຕີສາຍສ້ອຍຄຳສົດສອງເສັ້ນ ຖັກກ້ຽວກັນຄືກັບເສັ້ນເຊືອກ ແລະມັດຕິດໄວ້ກັບກະໂບກຄຳນັ້ນ.”
15
“ຈົ່ງເຮັດແຜ່ນປົກເອິກໃຫ້ປະໂຣຫິດ ເພື່ອໃຊ້ໃນການຕັດສິນພຣະປະສົງຂອງພຣະເຈົ້າ. ໃຫ້ໃຊ້ຜ້າແບບດຽວກັນກັບຜ້າທີ່ເຮັດເສື້ອຄຸມສັ້ນເອໂຟດ ພ້ອມກັບຕົບແຕ່ງຢ່າງດຽວກັນດ້ວຍ.
16
ສ່ວນແຜ່ນປົກເອິກນັ້ນ ຈົ່ງເຮັດເປັນສີ່ຫລ່ຽມມົນທົນ ພັບທາງກາງໄດ້; ແຕ່ລະຂ້າງໃຫ້ມີຊາວສອງເຊັນ.
17
ແລ້ວຈົ່ງໃຫ້ຝັງແກ້ວສີ່ແຖວໃສ່ຕາມແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໃຫ້ຝັງທັບທິມ, ພອຍເຫລືອງ, ໂກເມນ;
18
ໃນແຖວທີສອງໃຫ້ຝັງມໍຣະກົດ, ໄພທູນ ແລະເພັດ;
19
ໃນແຖວທີສາມໃຫ້ຝັງນິນ, ໂມຣາ ແລະເພທາຍສີມ່ວງ;
20
ສ່ວນຢູ່ໃນແຖວທີສີ່ນັ້ນໃຫ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ. ແກ້ວທັງໝົດນີ້ໃຫ້ຝັງລົງໃສ່ໃນກະໂບກຄຳ.
21
ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ຈົ່ງໃຫ້ຈາລຶກຊື່ລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ.
22
ຈົ່ງຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ ແລະມັດຕິດກັນກັບແຜ່ນປົກເອິກນັ້ນ.
23
ຈົ່ງເຮັດແຫວນຄຳສອງວົງ ແລະມັດຕິດໃສ່ກັບສົ້ນເທິງຂອງແຜ່ນປົກເອິກ
24
ພ້ອມທັງມັດສ້ອຍຄຳສອງເສັ້ນໃສ່ກັບແຫວນສອງວົງນັ້ນ.
25
ປາຍສາຍສ້ອຍອີກສອງຂ້າງ ໃຫ້ມັດຕິດກັບກະໂບກຄຳ. ດ້ວຍວິທີນີ້ ມັນຈຶ່ງຖືກມັດຕິດໄວ້ທາງໜ້າກັບສາຍຮັດເສື້ອຄຸມສັ້ນເອໂຟດ ທັງສອງເບື້ອງທີ່ບ່າໄຫລ່ໄດ້.
26
ຈົ່ງເຮັດແຫວນຄຳສອງວົງແລະມັດເປັນຫູຕິດໄວ້ ທີ່ແຈລຸ່ມທັງສອງຂ້າງຂອງແຜ່ນປົກເອິກທາງໃນ ທີ່ຕິດກັບເສື້ອຄຸມສັ້ນເອໂຟດ.
27
ຈົ່ງເຮັດແຫວນຄຳອີກສອງວົງຜູກຕິດກັນກັບທາງລຸ່ມຂອງສາຍດຶງ ທັງສອງຂ້າງທາງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ທີ່ໃກ້ກັບສາຍດຶງແລະເທິງສາຍແອວປ່ານນັ້ນ.
28
ໃຫ້ຜູກຫູແຜ່ນປົກເອິກຕິດກັບຫູເສື້ອຄຸມສັ້ນເອໂຟດດ້ວຍເຊືອກສີຟ້າ ເພື່ອໃຫ້ແຜ່ນປົກເອິກຮັດຕິດກັບເອິກທີ່ເທິງສາຍແອວ ແລະບໍ່ໃຫ້ມັນຫລຸດລົງມາໄດ້.
29
ເມື່ອອາໂຣນເຂົ້າໄປສະຖານທີ່ສັກສິດ ລາວຈະໃສ່ແຜ່ນປົກເອິກ ຊຶ່ງຈາລຶກຊື່ຂອງເຜົ່າຕ່າງໆຂອງຊາດອິດສະຣາເອນ ກໍເພື່ອວ່າຈະເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວສືບໆໄປ.
30
ຈົ່ງໃສ່ອຸຣິມແລະທຸມມິມ ໄວ້ໃນແຜ່ນປົກເອິກແຫ່ງການພິພາກສາ ແລະຂອງສອງສິ່ງນີ້ຈະຢູ່ທີ່ຫົວໃຈຂອງອາໂຣນ ເມື່ອລາວເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວ. ອາໂຣນຈະຮັບພາລະການພິພາກສາປະຊາຊົນອິດສະຣາເອນໄວ້ທີ່ຫົວໃຈຂອງຕົນສະເໝີຕໍ່ໜ້າພຣະເຈົ້າຢາເວ.”
31
“ເສື້ອຄຸມຍາວບໍ່ມີແຂນທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ຈົ່ງໃຫ້ເຮັດດ້ວຍຜ້າຂົນແກະສີຟ້າໝົດທັງໂຕ.
32
ຈົ່ງຫຍິບເປັນເສື້ອຄໍສຸບທັງລຽບຕາມຄໍ. ເສື້ອນີ້ໃຫ້ແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ.
33
ທີ່ຕີນຂອງເສື້ອຄຸມ ໃຫ້ປັກຮູບໝາກພີລາດ້ວຍຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ສັບກັນໄປກັບໝາກກະດິ່ງຄຳ.
35
ຈົ່ງໃຫ້ອາໂຣນໃສ່ເສື້ອຄຸມນີ້ ເມື່ອລາວເຂົ້າໄປບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. ເມື່ອລາວເຂົ້າມາຫາເຮົາໃນບ່ອນສັກສິດຕໍ່ໜ້າພຣະເຈົ້າຢາເວ ຫລືເມື່ອລາວອອກໄປ ໝາກກະດິ່ງຈະດັງຂຶ້ນ ແລະລາວກໍຈະບໍ່ຕາຍ.
36
ຈົ່ງເຮັດເຄື່ອງປະດັບດ້ວຍຄຳສົດ ແລະຈາລຶກຊື່ໃສ່ວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ.’
37
ຈົ່ງມັດເຄື່ອງປະດັບນັ້ນດ້ວຍເຊືອກສີຟ້າຕິດທາງໜ້າໝວກ.
38
ຈົ່ງໃຫ້ອາໂຣນໃສ່ເຄື່ອງປະດັບນັ້ນປິ່ນມາທາງໜ້າ ເພື່ອວ່າພຣະເຈົ້າຢາເວຈະຮັບເອົາການຖວາຍທຸກຢ່າງ ທີ່ປະຊາຊົນອິດສະຣາເອນຖວາຍ ເຖິງແມ່ນວ່າປະຊາຊົນໄດ້ເຮັດຜິດບາງສິ່ງບາງຢ່າງໃນການຖວາຍກໍຕາມ.
39
ຈົ່ງຫຍິບເສື້ອຄຸມຍາວມີແຂນຂອງອາໂຣນດ້ວຍຜ້າປ່ານເນື້ອລະອຽດດີ ແລະໝວກສຸບກໍໃຫ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີຄືກັນ. ສ່ວນສາຍແອວນັ້ນກໍເຊັ່ນດຽວກັນ ຈົ່ງຕົບແຕ່ງດ້ວຍການຫຍິບແສ່ວຢ່າງສວຍງາມ.
40
ຈົ່ງຫຍິບເສື້ອຄຸມ, ສາຍຮັດແອວ ແລະໝວກສຸບໃຫ້ພວກລູກຊາຍຂອງອາໂຣນເຊັ່ນດຽວກັນ ເພື່ອໃຫ້ພວກເຂົາໄດ້ຮັບກຽດແລະສະຫງ່າງາມ.
41
ເຈົ້າຈົ່ງນຸ່ງເຄື່ອງເຫຼົ່ານີ້ໃຫ້ອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວ. ແລ້ວຈົ່ງແຕ່ງຕັ້ງແລະອຸທິດຖວາຍພວກເຂົາ ໂດຍໃຊ້ນໍ້າມັນເຈີມສັກສິດທີ່ເຮັດດ້ວຍໝາກກອກເທດຫົດສົງ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
42
ຈົ່ງຫຍິບສົ້ງຂາສັ້ນດ້ວຍຜ້າປ່ານໃຫ້ພວກເຂົາ ໃຫ້ຍາວຕັ້ງແຕ່ແອວລົງມາຮອດຂາໂຕ້ ເພື່ອປົກປິດຕົວຂອງພວກເຂົາ.
43
ອາໂຣນກັບພວກລູກຊາຍຂອງລາວຕ້ອງນຸ່ງສົ້ງຂາສັ້ນຢູ່ປະຈຳ ເມື່ອພວກເຂົາເຂົ້າມາຫໍເຕັນບ່ອນຊຸມນຸມ ຫລືເຂົ້າມາໃກ້ແທ່ນບູຊາເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນກົດເກນອັນຖາວອນ ຊຶ່ງອາໂຣນແລະເຊື້ອສາຍຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.”
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40