bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 1
Genesis 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 2 →
1
ເມື່ອພຣະເຈົ້າຕັ້ງຕົ້ນນິຣະມິດສ້າງຈັກກະວານ
2
ໂລກບໍ່ທັນມີຮູບຮ່າງແລະຍັງວ່າງເປົ່າຢູ່. ຄວາມມືດໄດ້ຫຸ້ມຫໍ່ມະຫາສະໝຸດອັນກວ້າງໃຫຍ່ໄພສານ ແລະພຣະວິນຍານຂອງພຣະເຈົ້າ ໄດ້ປົກຄຸມຢູ່ເທິງໜ້ານໍ້າ.
3
ພຣະເຈົ້າໄດ້ກ່າວວ່າ, “ໃຫ້ເກີດມີແສງແຈ້ງສ່ອງຂຶ້ນ.” ແລະກໍເປັນດັ່ງນັ້ນ.
4
ພຣະເຈົ້າໄດ້ເຫັນແຈ້ງນັ້ນແລ້ວເຫັນວ່າດີ. ພຣະເຈົ້າແຍກແຈ້ງອອກຈາກມືດ
5
ແລະພຣະເຈົ້າໄດ້ເອີ້ນແຈ້ງນັ້ນວ່າ, “ກາງເວັນ.” ແລະໄດ້ເອີ້ນມືດນັ້ນວ່າ, “ກາງຄືນ.” ມີເວລາຄໍ່າແລະເວລາເຊົ້າ ນັ້ນແມ່ນມື້ທີໜຶ່ງ.
6
ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີແຜ່ນຟ້າໃນລະຫວ່າງນໍ້າ ແຍກນໍ້າອອກຈາກກັນເປັນສອງສ່ວນ.”
7
ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະແຍກນໍ້າອອກຈາກກັນຄື: ນໍ້າທີ່ຢູ່ເທິງແຜ່ນຟ້າແລະນໍ້າທີ່ຢູ່ລຸ່ມແຜ່ນຟ້າ. ແລະກໍເປັນດັ່ງນັ້ນ.
8
ພຣະເຈົ້າໄດ້ເອີ້ນແຜ່ນຟ້ານັ້ນວ່າ, “ຟ້າ.” ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສອງ.
9
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າມາໂຮມກັນຢູ່ບ່ອນດຽວ ເພື່ອພື້ນດິນແຫ້ງຈະໄດ້ປາກົດຂຶ້ນ.” ແລະກໍເປັນດັ່ງນັ້ນ.
10
ພຣະເຈົ້າໄດ້ເອີ້ນບ່ອນແຫ້ງນັ້ນວ່າ, “ແຜ່ນດິນໂລກ.” ແລະບ່ອນທີ່ນໍ້າມາໂຮມກັນນັ້ນວ່າ, “ທະເລ.” ພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
11
ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ແຜ່ນດິນເກີດພືດທຸກຊະນິດທັງແນວເປັນເມັດແລະແນວເປັນໝາກຕາມຊະນິດຂອງມັນ.” ແລະກໍເປັນດັ່ງນັ້ນ.
12
ສະນັ້ນ ພືດທຸກຊະນິດຈຶ່ງເກີດຂຶ້ນຕາມຊະນິດຂອງມັນ. ພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
13
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສາມ.
14
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີດວງແຈ້ງໃນທ້ອງຟ້າ ແຍກກາງເວັນຈາກກາງຄືນ ແລະໃຫ້ເປັນເຄື່ອງໝາຍກຳນົດເວລາຂອງມື້, ປີ ແລະລະດູການ;
15
ໃຫ້ດວງແຈ້ງແຫ່ງຈັກກະວານນັ້ນ ສ່ອງແສງລົງມາເທິງແຜ່ນດິນໂລກ.” ແລະກໍເປັນດັ່ງນັ້ນ.
16
ສະນັ້ນ ພຣະເຈົ້າຈຶ່ງສ້າງດວງແຈ້ງໃຫຍ່ສອງດວງຄື: ດວງຕາເວັນເພື່ອຄອບຄອງກາງເວັນ ແລະດວງຈັນເພື່ອຄອບຄອງກາງຄືນ; ພຣະອົງຍັງສ້າງດວງດາວອື່ນໆອີກ.
17
ພຣະເຈົ້າໄດ້ກຳນົດຕຳແໜ່ງດວງແຈ້ງທັງຫລາຍໄວ້ໃນຈັກກະວານໃຫ້ສ່ອງແສງລົງມາສູ່ໂລກ
18
ເພື່ອຄອບຄອງກາງເວັນກັບກາງຄືນ ແລະໃຫ້ແຍກແຈ້ງຈາກມືດ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
19
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສີ່.
20
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ສັດຫລາຍຈຳພວກເກີດຂຶ້ນຢູ່ໃນນໍ້າ ແລະໃຫ້ມີນົກບິນໄປມາໃນທ້ອງຟ້າອາກາດ.”
21
ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງສັດທະເລຂະໜາດໃຫຍ່ ພ້ອມກັບບັນດາສັດນໍ້າທີ່ມີຊີວິດເຄື່ອນໄຫວໄປມາຕາມຊະນິດຂອງມັນ ເກີດຂື້ນຢ່າງບໍຣິບູນໃນນໍ້ານັ້ນ; ນົກທຸກປະເພດຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
22
ພຣະເຈົ້າໄດ້ອວຍພອນສັດເຫຼົ່ານັ້ນ ໃຫ້ພາກັນແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມນໍ້າທະເລ ແລະທັງໃຫ້ມີຝູງນົກແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມແຜ່ນດິນໂລກ.
23
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫ້າ.
24
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີສັດຈຳພວກຕ່າງໆຄື: ສັດບ້ານ, ສັດປ່າ ແລະສັດຍ່າງຍ້າຍເລືອຄານ ເກີດຂຶ້ນທົ່ວແຜ່ນດິນໂລກ.” ແລະກໍເປັນດັ່ງນັ້ນ.
25
ສະນັ້ນ ພຣະເຈົ້າຈຶ່ງໄດ້ສ້າງສັດປ່າຕາມຊະນິດຂອງມັນ, ສັດບ້ານຕາມຊະນິດຂອງມັນ ແລະສັດຍ່າງຍ້າຍເລືອຄານຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
26
ແລ້ວພຣະເຈົ້າໄດ້ກ່າວວ່າ, “ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ; ບໍ່ວ່າສັດລ້ຽງຫລືສັດປ່າ, ສັດໃຫຍ່ຫລືສັດນ້ອຍກໍດີ.”
27
ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງມະນຸດໃຫ້ມີຮູບລັກສະນະຂອງພຣະອົງ ຕາມພຣະລັກສະນະຂອງພຣະເຈົ້າ. ພຣະອົງໄດ້ນິຣະມິດສ້າງພວກເຂົາໃຫ້ເປັນຊາຍແລະຍິງ
28
ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.”
29
ພຣະເຈົ້າໄດ້ກ່າວວ່າ, “ເຮົາໃຫ້ພືດເປັນເມັດ ແລະໝາກໄມ້ທຸກຊະນິດແກ່ເຈົ້າເປັນອາຫານ,
30
ແຕ່ສຳລັບສັດປ່າ ແລະນົກທຸກຊະນິດນັ້ນ ເຮົາໃຫ້ຫຍ້າກັບພືດໃບຂຽວທັງໝົດເປັນອາຫານ.” ແລະກໍເປັນດັ່ງນັ້ນ.
31
ພຣະເຈົ້າໄດ້ເຫັນວ່າທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາ ແລ້ວກໍໄດ້ເຫັນວ່າດີຫລາຍ. ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫົກ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50