bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 14
Genesis 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 15 →
1
ມີກະສັດສີ່ຄົນດັ່ງນີ້: ເຈົ້າອຳຣາເຟນແຫ່ງນະຄອນບາບີໂລນ, ເຈົ້າອາຣິໂອກແຫ່ງນະຄອນເອນລາຊາ, ເຈົ້າເຄໂດລາໂອເມແຫ່ງນະຄອນເອລາມ ແລະເຈົ້າຕີດານແຫ່ງນະຄອນກົວອິມ;
2
ກະສັດເຫຼົ່ານີ້ໄດ້ເຮັດເສິກກັບກະສັດຫ້າຄົນດັ່ງນີ້: ເຈົ້າເບຣາແຫ່ງນະຄອນໂຊໂດມ, ເຈົ້າບີຊາແຫ່ງນະຄອນໂກໂມຣາ, ເຈົ້າຊີນັບແຫ່ງນະຄອນອັດມາ, ເຈົ້າເຊເມເບແຫ່ງນະຄອນເຊບົວອິມ ແລະເຈົ້າແຫ່ງນະຄອນເບລາ (ຫລືໂຊອາ).
3
ກະສັດທັງຫ້າຄົນນີ້ຮ່ວມກັນເຂົ້າເປັນພັນທະມິດ ແລະໂຮມກຳລັງກັນຢູ່ໃນທົ່ງຮາບພຽງສິດດິມ ຊຶ່ງໃນປັດຈຸບັນນີ້ແມ່ນທະເລຕາຍ.
4
ກະສັດທັງຫ້ານັ້ນຢູ່ໃຕ້ອຳນາດຂອງກະສັດເຄໂດລາໂອເມ ເປັນເວລາສິບສອງປີ; ແຕ່ໃນປີທີສິບສາມ ບັນດາກະສັດທັງຫ້າກໍພາກັນກະບົດຂຶ້ນ.
5
ໃນປີທີສິບສີ່ ເຄໂດລາໂອເມພ້ອມທັງພັນທະມິດໄດ້ຍົກທັບມາປາບ ພວກເຣຟາອີມແຫ່ງນະຄອນອັດຊະຕາໂຣດ-ການາອີມ, ພວກຊູຊິມແຫ່ງນະຄອນຮາມ, ພວກເອມິມທີ່ທົ່ງນາຂອງນະຄອນກີຣິອາດທາອິມ,
6
ແລະພວກໂຮຣີທີ່ເນີນພູຂອງດິນແດນເອໂດມ; ໂດຍໄລ່ຕິດຕາມພວກເຂົາໄປ ຈົນຮອດເມືອງເອນປາຣານໃກ້ທະເລຊາຍ.
7
ແລ້ວພວກເຂົາກໍໄດ້ເຄື່ອນທັບມາເຖິງເມືອງກາເດັດ. (ເມືອງນີ້ມີຊື່ອີກວ່າເອນມິດສະປັດ.) ພວກເຂົາໄດ້ເອົາຊະນະທຸກເມືອງຂອງຊາວອາມາເຫຼັກ ຕະຫລອດທັງຊາວອາໂມ ທີ່ອາໄສຢູ່ໃນເມືອງຮາຊາໂຊນຕາມາ.
8
ຕໍ່ມາ ບັນດາກະສັດແຫ່ງນະຄອນໂຊໂດມ, ໂກໂມຣາ, ອັດມາ, ເຊບົວອິມ ແລະເບລາ (ທີ່ເອີ້ນວ່າໂຊອາ) ໄດ້ທ້ອນໂຮມກຳລັງກັນທີ່ທົ່ງຮາບພຽງສິດດິມ
9
ເພື່ອສູ້ຮົບກັບເຈົ້າເຄໂດລາໂອເມແຫ່ງນະຄອນເອລາມ, ເຈົ້າຕີດານແຫ່ງນະຄອນກົວອິມ, ເຈົ້າອຳຣາເຟນແຫ່ງນະຄອນບາບີໂລນ ແລະເຈົ້າອາຣິໂອກແຫ່ງນະຄອນເອນລາຊາຄື: ກະສັດຫ້າຄົນຕໍ່ສູ້ກະສັດສີ່ຄົນ.
10
ທີ່ທົ່ງຮາບພຽງຂອງສິດດິມເຕັມໄປດ້ວຍບໍ່ນໍ້າມັນດິບ ເວລາກະສັດແຫ່ງໂຊໂດມ ແລະໂກໂມຣາ ພະຍາຍາມເອົາຕົວຫລົບໜີຈາກການສູ້ຮົບ ທັງສອງຈຶ່ງຕົກລົງໃນບໍ່ນັ້ນ; ສ່ວນກະສັດຄົນອື່ນຕ່າງກໍຫລົບລີ້ ເອົາຕົວລອດໄປທາງເນີນພູ.
11
ກະສັດທັງສີ່ຢຶດເອົາສິ່ງຂອງທັງໝົດ ພ້ອມສະບຽງອາຫານໃນເມືອງໂຊໂດມ ແລະໂກໂມຣາ ແລ້ວໜີໄປຈາກເມືອງ.
12
ໂລດຜູ້ເປັນຫລານຊາຍຂອງອັບຣາມ ທີ່ອາໄສຢູ່ໃນເມືອງໂຊໂດມໃນເວລານັ້ນກໍຖືກຈັບໄປດ້ວຍ ແລະຊັບສິນເງິນຄຳທັງໝົດກໍຖືກຢຶດເອົາໄປເຊັ່ນກັນ.
13
ແຕ່ມີຊາຍຄົນໜຶ່ງປົບໜີມາໄດ້ ຈຶ່ງບອກເລື່ອງໃຫ້ອັບຣາມຄົນເຮັບເຣີຮູ້ ຊຶ່ງໃນເວລານັ້ນເພິ່ນອາໄສຢູ່ໃກ້ຕົ້ນໄມ້ສັກສິດຂອງມຳເຣ ຊາວອາໂມ. ມຳເຣເປັນອ້າຍຂອງເອັດຊະໂຄນ ແລະອາເນ. ສ່ວນຄົນພວກນີ້ເປັນພັນທະມິດຂອງອັບຣາມ.
14
ເມື່ອອັບຣາມໄດ້ຍິນວ່າ ຫລານຊາຍຂອງຕົນຖືກຈັບໄປ; ເພິ່ນຈຶ່ງລະດົມເອົານັກຮົບຈຳນວນ 318 ຄົນ ໃນຄ້າຍພັກຂອງຕົນ ແລະໄລ່ຕິດຕາມກະສັດທັງສີ່ໄປຈົນເຖິງເມືອງດານ.
15
ຢູ່ໃນທີ່ນັ້ນ ອັບຣາມໄດ້ແຍກກຳລັງອອກເປັນສອງໝວດ; ແລ້ວເພິ່ນກໍບຸກໂຈມຕີສັດຕູໃນເວລາກາງຄືນ ແລະເອົາຊະນະພວກເຂົາ. ຄົນຂອງອັບຣາມຍັງໄດ້ໄລ່ຕິດຕາມພວກເຂົາໄປຈົນເຖິງເມືອງໂຮບາ ທາງທິດເໜືອຂອງເມືອງດາມັສກັດ,
16
ແລະຢຶດເອົາຊັບສົມບັດເງິນຄຳກັບເຂົ້າຂອງທັງໝົດຄືນມາໄດ້. ເພິ່ນຍັງນຳເອົາໂລດຫລານຊາຍຂອງຕົນແລະຊັບສົມບັດຂອງລາວ ພ້ອມທັງພວກແມ່ຍິງ ແລະຄົນອື່ນໆກັບຄືນມາດ້ວຍ.
17
ເມື່ອອັບຣາມກັບຄືນມາແຕ່ສູ້ຮົບ ແລະຊະນະເຈົ້າເຄໂດລາໂອເມ ແລະພັນທະມິດ; ກະສັດແຫ່ງນະຄອນໂຊໂດມກໍອອກມາຕ້ອນຮັບເພິ່ນຢູ່ທີ່ຮ່ອມພູຊາເວ (ມີຊື່ອີກວ່າຮ່ອມພູຂອງກະສັດ).
18
ແລ້ວເຈົ້າເມຄີເຊເດັກຜູ້ທີ່ເປັນກະສັດແຫ່ງນະຄອນຊາເລັມ ທັງເປັນປະໂຣຫິດຂອງພຣະເຈົ້າອົງສູງສຸດ ກໍເອົາເຂົ້າຈີ່ກັບເຫຼົ້າອະງຸ່ນໃຫ້ອັບຣາມ ແລະອວຍພອນເພິ່ນ
19
ໂດຍກ່າວວ່າ, “ຂໍໃຫ້ພຣະເຈົ້າອົງຍິ່ງໃຫຍ່ແລະສູງສຸດ ຜູ້ສ້າງສະຫວັນ ແລະແຜ່ນດິນໂລກ;
20
ຈົ່ງຫັນມາອວຍພອນໃຫ້ອັບຣາມເຖີດ ສາທຸການແດ່ພຣະເຈົ້າຜູ້ໃຫ້ຊະນະເຫຼົ່າສັດຕູ.” ແລ້ວອັບຣາມກໍໄດ້ຖວາຍໜຶ່ງສ່ວນສິບໃນສິ່ງຂອງທັງໝົດ ຊຶ່ງເພິ່ນໄດ້ມາຈາກການສູ້ຮົບນັ້ນ ໃຫ້ແກ່ເມຄີເຊເດັກ.
21
ກະສັດແຫ່ງນະຄອນໂຊໂດມກ່າວແກ່ອັບຣາມວ່າ, “ເຈົ້າຈົ່ງເອົາສິ່ງຂອງເຫຼົ່ານັ້ນໄປເຖີດ ຂໍສົ່ງຄົນຂອງເຮົາທັງໝົດຄືນກໍພໍແລ້ວ.”
22
ແຕ່ອັບຣາມຕອບວ່າ, “ຂ້ານ້ອຍສາບານໄວ້ຢ່າງເຄັ່ງຄັດ ຢູ່ຊ້ອງໜ້າພຣະເຈົ້າຢາເວພຣະເຈົ້າຜູ້ສູງສຸດ ພຣະຜູ້ສ້າງສະຫວັນກັບແຜ່ນດິນໂລກແລ້ວວ່າ,
23
ຂ້ານ້ອຍຈະບໍ່ເອົາສິ່ງໃດສິ່ງໜຶ່ງທີ່ເປັນຂອງທ່ານ ແມ່ນແຕ່ດ້າຍຫຍິບ ຫລືສາຍຮັດເກີບເສັ້ນໜຶ່ງ ເພື່ອທ່ານຈະບໍ່ກ່າວວ່າ, ‘ແມ່ນເຮົາທີ່ເຮັດໃຫ້ອັບຣາມເປັນຄົນຮັ່ງມີ.’
24
ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ ເວັ້ນໄວ້ແຕ່ສິ່ງທີ່ຄົນຂອງຂ້ານ້ອຍໄດ້ໃຊ້ໄປແລ້ວ ແລະສ່ວນທີ່ເຫຼືອນັ້ນ ຈົ່ງໃຫ້ພັນທະມິດຂອງຂ້ານ້ອຍແບ່ງປັນກັນສາ ຄື: ອາເນ, ເອັດຊະໂຄນ ແລະມຳເຣ.”
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50