bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 46
Genesis 46
Lao Bible 2012 (ພຣະຄຳພີສັກສິ)
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 47 →
1
ຢາໂຄບໄດ້ມ້ຽນມັດເອົາສິ່ງຂອງທັງໝົດທີ່ຕົນມີຢູ່ ແລະໄປເມືອງເບເອນເຊບາ ບ່ອນທີ່ເພິ່ນໄດ້ຖວາຍບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງຕົນ.
2
ໃນຄືນນັ້ນ ພຣະເຈົ້າໄດ້ກ່າວກັບຢາໂຄບທາງຄວາມຝັນວ່າ, “ຢາໂຄບ ຢາໂຄບເອີຍ.” ເພິ່ນຂານຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
3
ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ ພຣະເຈົ້າຂອງພໍ່ເຈົ້າ, ບໍ່ຕ້ອງຢ້ານທີ່ຈະໄປປະເທດເອຢິບ. ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າທະວີຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ.
4
ເຮົາຈະໄປປະເທດເອຢິບກັບເຈົ້າ ແລະເຮົາຈະນຳເອົາເຊື້ອສາຍຂອງເຈົ້າ ກັບຄືນມາສູ່ດິນແດນນີ້ອີກ. ໂຢເຊັບຈະຢູ່ນຳເຈົ້າເມື່ອເວລາເຈົ້າຕາຍ.”
5
ແລ້ວຢາໂຄບກໍອອກໄປຈາກເມືອງເບເອນເຊບາ. ພວກລູກຊາຍໄດ້ເອົາພໍ່ຂອງພວກຕົນ, ພວກເດັກນ້ອຍ ແລະເມຍຂອງພວກເຂົາ ຂຶ້ນຂີ່ກວຽນທີ່ກະສັດເອຢິບໄດ້ສົ່ງມາຮັບ.
6
ພວກເຂົາເອົາຝູງສັດກັບຊັບສົມບັດທັງໝົດທີ່ມີໃນການາອານ ອອກເດີນທາງໄປສູ່ປະເທດເອຢິບ.
7
ຢາໂຄບໄດ້ນຳເອົາເຊື້ອສາຍທັງໝົດຂອງຕົນໄປນຳດັ່ງນີ້: ບັນດາລູກຊາຍຂອງເພິ່ນ, ບັນດາຫລານຊາຍຂອງເພິ່ນ, ບັນດາລູກສາວຂອງເພິ່ນ ແລະບັນດາຫລານສາວຂອງເພິ່ນ.
8
ເຊື້ອສາຍຂອງຢາໂຄບທີ່ໄປປະເທດເອຢິບກັບເພິ່ນມີຣູເບັນລູກຊາຍກົກຂອງເພິ່ນ
9
ແລະພວກລູກຊາຍຂອງຣູເບັນດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ.
10
ຊີເມໂອນແລະພວກລູກຊາຍຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະລູກທີ່ເກີດຈາກຍິງຊາວການາອານຊື່ວ່າ ຊາອູນ.
11
ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະເມຣາຣີ.
12
ຢູດາແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະເຊຣາ. (ສ່ວນເອຣະກັບໂອນານ ລູກຊາຍສອງຄົນຂອງຢູດານັ້ນ ຕາຍທີ່ການາອານ) ພ້ອມດ້ວຍລູກຊາຍຂອງເປເຣັດຊື່ວ່າ ເຮຊະໂຣນ ແລະຮາມູນ.
13
ອິດຊາຄາກັບພວກລູກຊາຍຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະຊີມໂຣນ.
14
ເຊບູໂລນກັບພວກລູກຊາຍຂອງຕົນ: ເສເຣັດ, ເອໂລນ ແລະຢາເລເອນ.
15
ຄົນເຫຼົ່ານັ້ນແມ່ນລູກຊາຍຂອງນາງເລອາ ທີ່ໄດ້ເກີດໃຫ້ຢາໂຄບໃນເມໂຊໂປຕາເມຍ ລວມທັງນາງດີນາລູກສາວຂອງຕົນດ້ວຍ. ເມື່ອນັບລວມທັງໝົດແລ້ວ ເຊື້ອສາຍທີ່ສືບມາຈາກນາງເລອາ ມີຢູ່ 33 ຄົນ.
16
ກາດແລະບັນດາລູກຊາຍຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ ແລະອາເຣລີ.
17
ອາເຊແລະພວກລູກຊາຍຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະນາງເສຣາລູກສາວຂອງລາວ ພ້ອມທັງລູກຊາຍຂອງເບຣິຢາ: ເຮເບແລະມັນກີເອນ.
18
ພວກ 16 ຄົນນີ້ແມ່ນເຊື້ອສາຍຂອງຢາໂຄບ ທີ່ສືບມາຈາກນາງຊີລະປາ ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງເລອາ ລູກສາວຂອງຕົນ.
19
ສ່ວນຣາເຊັນ ເມຍຂອງຢາໂຄບ ມີລູກຊາຍສອງຄົນ: ໂຢເຊັບແລະເບັນຢາມິນ.
20
ຢູ່ໃນປະເທດເອຢິບ ໂຢເຊັບມີລູກຊາຍສອງຄົນຊື່ວ່າ ມານາເຊແລະເອຟຣາອິມ ທີ່ໄດ້ນຳນາງອາເສນາດລູກສາວຂອງໂປຕີເຟຣາປະໂຣຫິດແຫ່ງເມືອງເຮລີໂອໂປລີ.
21
ລູກຊາຍຂອງເບັນຢາມິນ ມີດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະອາກເດ.
22
ພວກສິບສີ່ຄົນນີ້ເປັນເຊື້ອສາຍຂອງຢາໂຄບ ທີ່ສືບມາຈາກນາງຣາເຊັນ.
23
ດານແລະລູກຊາຍຂອງຕົນຊື່ວ່າ ຮູຊິມ.
24
ເນັບທາລີແລະລູກຊາຍຂອງຕົນ ມີດັ່ງນີ້: ຢາເຊເອນ, ກູນີ, ເຢເຊ ແລະຊິນເລັມ.
25
ພວກເຈັດຄົນນີ້ເປັນເຊື້ອສາຍຂອງຢາໂຄບທີ່ສືບມາຈາກນາງບິນຮາ ເອື້ອຍລ້ຽງທີ່ລາບານໄດ້ມອບໃຫ້ນາງຣາເຊັນລູກສາວຂອງຕົນ.
26
ຈຳນວນເຊື້ອສາຍແທ້ໆທັງໝົດຂອງຢາໂຄບທີ່ໄປຢູ່ໃນປະເທດເອຢິບມີ 66 ຄົນ; ໂດຍບໍ່ນັບເມຍຂອງພວກລູກຊາຍຂອງເພິ່ນ.
27
ໂຢເຊັບມີລູກຊາຍທີ່ເກີດຢູ່ໃນປະເທດເອຢິບສອງຄົນ. ເມື່ອຮວບຮວມຄອບຄົວຂອງຢາໂຄບທັງໝົດ ທີ່ໄປຢູ່ໃນປະເທດເອຢິບແລ້ວມີ 70 ຄົນ.
28
ຢາໂຄບໄດ້ສົ່ງຢູດາໄປບອກໂຢເຊັບລ່ວງໜ້າ ເພື່ອໃຫ້ມາພົບພໍ່ຂອງຕົນທີ່ເຂດໂກເຊັນ. ເມື່ອພວກເຂົາມາຮອດ
29
ໂຢເຊັບຈຶ່ງຂີ່ລົດມ້າອອກໄປພົບພໍ່ຂອງຕົນທີ່ເຂດໂກເຊັນທັນທີ. ເມື່ອທັງສອງພົບກັນ ໂຢເຊັບຈຶ່ງຟ້າວກອດຄໍພໍ່ຂອງຕົນໄຫ້ສະອື້ນເປັນເວລານານ.
30
ຢາໂຄບເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ ເມື່ອໄດ້ເຫັນໜ້າລູກແລະຮູ້ວ່າລູກຍັງມີຊີວິດຢູ່.”
31
ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍ ຕະຫລອດທັງຄອບຄົວທັງໝົດຂອງພໍ່ຕົນວ່າ, “ຂ້ອຍຕ້ອງໄປບອກໃຫ້ກະສັດຮູ້ວ່າ ພວກອ້າຍນ້ອງກັບຄອບຄົວທັງໝົດຂອງພໍ່ຂ້ອຍ ທີ່ໄດ້ອາໄສຢູ່ໃນການາອານນັ້ນມາຮອດແລ້ວ.
32
ຂ້ອຍຈະບອກເພິ່ນວ່າ ພວກເຈົ້າເປັນຄົນລ້ຽງແກະແລະລ້ຽງງົວ ແລະພວກເຈົ້າໄດ້ເອົາຝູງແກະກັບຝູງງົວພ້ອມທຸກສິ່ງທີ່ມີນັ້ນມານຳ.
33
ເມື່ອກະສັດເອີ້ນພວກເຈົ້າໄປຖາມເຖິງວິຊາອາຊີບຂອງພວກເຈົ້າ
34
ໃຫ້ພວກເຈົ້າຕອບວ່າ, ພວກເຈົ້າລ້ຽງສັດເປັນອາຊີບເໝືອນດັ່ງບັນພະບຸລຸດຂອງພວກເຮົາ. ໂດຍວິທີນີ້ກະສັດກໍຈະອະນຸຍາດໃຫ້ພວກເຈົ້າອາໄສຢູ່ໃນເຂດໂກເຊັນໄດ້.” ໂຢເຊັບແນະນຳເຊັ່ນນີ້ ເພາະຊາວເອຢິບບໍ່ມັກພວກລ້ຽງແກະ.
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 47 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50