bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 7
Genesis 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 8 →
1
ພຣະເຈົ້າຢາເວໄດ້ບອກໂນອາວ່າ, “ຈົ່ງເຂົ້າໄປໃນເຮືອກັບຄອບຄົວທັງໝົດຂອງເຈົ້າ; ເຮົາເຫັນແລ້ວວ່າ ແມ່ນເຈົ້າຜູ້ດຽວເທົ່ານັ້ນໃນໝົດທັງໂລກນີ້ທີ່ເຮັດສິ່ງຊອບທຳ.
2
ຈົ່ງເອົາສັດທີ່ບໍ່ເປັນມົນທິນ ແນວລະເຈັດຄູ່, ແຕ່ສັດທີ່ເປັນມົນທິນນັ້ນໃຫ້ເອົາແນວລະຄູ່.
3
ໃຫ້ເອົານົກຊະນິດລະເຈັດຄູ່ເຊັ່ນດຽວກັນ. ເຮົາຢາກໃຫ້ສັດເຫຼົ່ານີ້ມີຊີວິດຢູ່ ແລະອອກແມ່ແຜ່ລູກຕໍ່ໄປເທິງແຜ່ນດິນໂລກ.
4
ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.”
5
ຝ່າຍໂນອາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.
6
ເມື່ອນໍ້າຖ້ວມໂລກນັ້ນ ໂນອາມີອາຍຸໄດ້ 600 ປີ.
7
ໂນອາພ້ອມດ້ວຍເມຍ ລູກຊາຍພ້ອມລູກໃພ້ທັງໝົດ ກໍພາກັນເຂົ້າໄປໃນເຮືອເພື່ອໜີນໍ້າຖ້ວມ.
8
ສັດແລະນົກ ໂຕຜູ້ແລະໂຕແມ່ແຕ່ລະຊະນິດ ທັງໂຕທີ່ເປັນມົນທິນ ແລະບໍ່ເປັນມົນທິນ
9
ກໍຖືກຕ້ອນເຂົ້າໄປໃນເຮືອພ້ອມກັບໂນອາຕາມພຣະເຈົ້າໄດ້ສັ່ງ.
10
ເຈັດວັນຕໍ່ມາ ນໍ້າກໍໄດ້ຖ້ວມແຜ່ນດິນໂລກ.
11
ເມື່ອໂນອາອາຍຸໄດ້ 600 ປີ, ຄືໃນວັນທີສິບເຈັດຂອງເດືອນທີສອງ ຟ້າສະຫວັນໄດ້ຖອກເທຫ່າຝົນລົງມາສູ່ໂລກ; ນໍ້າໃນບໍ່ ໃນເຫວ ແລະໃນຫ້ວຍຮ່ອງກໍໄດ້ພຸ່ງຂຶ້ນ;
12
ຝົນໄດ້ຕົກລົງມາສູ່ໂລກບໍ່ຂາດສາຍ ເປັນເວລາສີ່ສິບວັນສີ່ສິບຄືນ.
13
ໃນວັນດຽວກັນນັ້ນ ໂນອາພ້ອມດ້ວຍເມຍ ແລະລູກຊາຍທັງສາມຄົນຄື: ເຊມ, ຮາມ ແລະຢາເຟດພ້ອມທັງເມຍຂອງພວກເຂົາ ກໍພາກັນເຂົ້າໄປຢູ່ໃນເຮືອ.
14
ສັດທຸກໆຊະນິດກໍຖືກຕ້ອນເຂົ້າໄປໃນເຮືອເຊັ່ນ: ສັດປ່າ, ສັດບ້ານ, ສັດໃຫຍ່ແລະສັດນ້ອຍ ຕະຫລອດທັງນົກພ້ອມສັດທີ່ມີປີກທຸກຊະນິດ.
15
ສັດໂຕຜູ້ແລະໂຕແມ່ ຕາມແຕ່ລະຊະນິດຂອງມັນໄດ້ເຂົ້າໄປຢູ່ໃນເຮືອກັບໂນອາ
16
ຫລັງຈາກຈັດສັດທຸກຊະນິດ ແລະທຸກສິ່ງທີ່ມີຊີວິດພ້ອມກັບໂນອາເຂົ້າໃນເຮືອ ຕາມທີ່ພຣະເຈົ້າໄດ້ສັ່ງແລ້ວ ພຣະເຈົ້າຢາເວກໍໄດ້ອັດປະຕູເຮືອ.
17
ນໍ້າໄດ້ຖ້ວມສືບຕໍ່ກັນຕະຫລອດສີ່ສິບວັນສີ່ສິບຄືນ. ນໍ້າມາກຂຶ້ນເລື້ອຍໆຈົນເຮືອຂອງໂນອາຟູຢູ່ເໜືອໜ້າດິນ.
18
ນໍ້າມາກຂຶ້ນເລື້ອຍໆ ຈົນເຮືອຂອງໂນອາໄຫລໄປມາເທິງກະແສນໍ້າ.
19
ລະດັບນໍ້າໄດ້ສູງຂຶ້ນເລື້ອຍໆ ຈົນຖ້ວມພູຜາໜ່ວຍສູງສຸດ.
20
ໃນທີ່ສຸດ ນໍ້າໄດ້ຖ້ວມພູເຂົາໜ່ວຍສູງທີ່ສຸດຂຶ້ນໄປອີກເຈັດແມັດ.
21
ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກໄດ້ຕາຍໝົດຄື: ນົກທຸກໆຊະນິດ, ສັດທຸກໆຊະນິດ ແລະຄົນທຸກໆຄົນ.
22
ທຸກໆສິ່ງທີ່ຫາຍໃຈໄດ້ເທິງແຜ່ນດິນໂລກໄດ້ຕາຍໄປໝົດ.
23
ພຣະອົງໄດ້ທຳລາຍທຸກໆສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກເຊັ່ນ: ມະນຸດ, ສັດ ແລະນົກ. ມີແຕ່ຄອບຄົວຂອງໂນອາ ແລະສັດໃນເຮືອເທົ່ານັ້ນ ທີ່ຍັງເຫລືອຢູ່.
24
ລະດັບນໍ້າຖ້ວມຍັງສູງຢູ່ ເປັນເວລາ 150 ວັນ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50