bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 12
Genesis 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 13 →
1
ພຣະເຈົ້າຢາເວໄດ້ບອກອັບຣາມວ່າ, “ຈົ່ງອອກໜີຈາກປະເທດ, ຍາດຕິພີ່ນ້ອງ ແລະບ້ານເກີດເມືອງນອນຂອງເຈົ້າ ແລະໄປສູ່ດິນແດນທີ່ເຮົາຈະຊີ້ແຈງໃຫ້ເຈົ້າເຫັນ.
2
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍ ແລະພວກເຂົາຈະກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າ ແລະໃຫ້ເຈົ້າມີຊື່ສຽງ ແລະເຈົ້າຈະໄດ້ເປັນທໍ່ພຣະພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ.
3
ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ, ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ ແລະໂດຍຜ່ານທາງເຈົ້າ ເຮົາຈະອວຍພອນຊົນຊາດທັງປວງ.”
4
ເມື່ອອັບຣາມອາຍຸໄດ້ 75 ປີ ເພິ່ນກໍອອກໜີຈາກເມືອງຮາຣານ ຕາມທີ່ພຣະເຈົ້າຢາເວໄດ້ບອກ ແລະໂລດກໍໄດ້ໄປນຳດ້ວຍ.
5
ອັບຣາມພານາງຊາຣາຍເມຍຂອງຕົນ ກັບໂລດຫລານຊາຍພ້ອມທັງຊັບສິ່ງຂອງ ແລະພວກຂ້ອຍໃຊ້ທີ່ໄດ້ໃນຮາຣານນັ້ນໄປນຳ ແລະພວກເຂົາໄດ້ພາກັນອອກເດີນທາງ ມຸ່ງໜ້າໄປສູ່ດິນແດນການາອານ. ເມື່ອມາເຖິງການາອານ
6
ອັບຣາມໄດ້ເດີນທາງຜ່ານປະເທດໄປຕໍ່ ຈົນຮອດຕົ້ນໄມ້ສັກສິດທີ່ໂມເຣ ຊຶ່ງເປັນບ່ອນສັກສິດຂອງເມືອງຊີເຄມ. (ໃນຄາວນັ້ນ ຊາວການາອານຍັງອາໄສຢູ່ໃນດິນແດນນີ້.)
7
ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາມ ແລະບອກເພິ່ນວ່າ, “ນີ້ແມ່ນດິນແດນ ທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ.” ແລ້ວຢູ່ໃນບ່ອນນີ້ ອັບຣາມໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວອົງທີ່ໄດ້ປາກົດແກ່ຕົນ.
8
ຫລັງຈາກນັ້ນ ເພິ່ນກໍໄດ້ຍົກຍ້າຍໄປທາງທິດໃຕ້ ສູ່ເນີນພູທາງທິດຕາເວັນອອກຂອງເມືອງເບັດເອນ ແລະເພິ່ນໄດ້ຕັ້ງຄ້າຍພັກພາອາໄສຢູ່ ລະຫວ່າງເມືອງເບັດເອນທາງທິດຕາເວັນຕົກ ແລະເມືອງອາອີທາງທິດຕາເວັນອອກ. ຢູ່ທີ່ນີ້ ອັບຣາມໄດ້ກໍ່ສ້າງແທ່ນບູຊາອີກໜຶ່ງແທ່ນຖວາຍແກ່ພຣະເຈົ້າຢາເວ ແລະໄດ້ຮ້ອງທູນອອກນາມຊື່ພຣະເຈົ້າຢາເວ.
9
ແລ້ວເພິ່ນກໍຍົກຍ້າຍໄປເປັນໄລຍະຢູ່ເລື້ອຍ ສູ່ທາງພາກໃຕ້ຂອງການາອານ.
10
ໃນເວລານັ້ນ ໄດ້ເກີດມີການອຶດຢາກຢ່າງຮ້າຍແຮງໃນການາອານ ອັນເປັນເຫດໃຫ້ອັບຣາມຕ້ອງໄປອາໄສຢູ່ໃນປະເທດເອຢິບ ຊົ່ວໄລຍະໜຶ່ງ.
11
ເມື່ອໃກ້ຈະຮອດດ່ານເຂົ້າປະເທດ ເພິ່ນຈຶ່ງເວົ້າກັບເມຍຂອງຕົນວ່າ, “ຊາຣາຍ ນ້ອງເປັນຍິງທີ່ສວຍງາມ.
12
ເມື່ອຊາວເອຢິບເຫັນນ້ອງ ພວກເຂົາຄົງຈະເວົ້າວ່ານ້ອງເປັນເມຍຂອງອ້າຍ; ແລ້ວພວກເຂົາກໍຈະຂ້າອ້າຍເສຍ ແລະປ່ອຍໃຫ້ນ້ອງມີຊີວິດຢູ່.
13
ດັ່ງນັ້ນ ຈົ່ງບອກພວກເຂົາວ່າ ນ້ອງເປັນນ້ອງສາວຂອງອ້າຍ ແລະຍ້ອນນ້ອງ ພວກເຂົາຈຶ່ງຈະບໍ່ຂ້າອ້າຍ ແລະທັງຈະປະຕິບັດຕໍ່ອ້າຍເປັນຢ່າງດີ.”
14
ເມື່ອອັບຣາມຂ້າມເຂດແດນເຂົ້າໄປໃນປະເທດເອຢິບ. ຊາວເອຢິບເຫັນວ່າ ເມຍຂອງເພິ່ນງາມຫລາຍ.
15
ຂ້າຣາຊການຊາວເອຢິບບາງຄົນ ຈຶ່ງຍົກຍ້ອງຄວາມງາມຂອງນາງ ຕໍ່ກະສັດຂອງພວກເຂົາ; ສະນັ້ນ ນາງຈຶ່ງຖືກພາຕົວໄປທີ່ຣາຊວັງ.
16
ຍ້ອນຊາຣາຍ ກະສັດເອຢິບຈຶ່ງປະຕິບັດຕໍ່ອັບຣາມເປັນຢ່າງດີ ແລະຍັງມອບຝູງແກະ, ຝູງແບ້, ຝູງງົວ, ຝູງອູດ ແລະຄົນຮັບໃຊ້ຊາຍຍິງໃຫ້ດ້ວຍ.
17
ແຕ່ຍ້ອນກະສັດໄດ້ເອົາຊາຣາຍມາຢູ່ໃນຣາຊວັງ ພຣະເຈົ້າຢາເວຈຶ່ງເຮັດໃຫ້ກະສັດເອງ ແລະຄົນໃນຣາຊວັງເປັນພະຍາດຢ່າງຮ້າຍແຮງ.
18
ແລ້ວກະສັດເອຢິບກໍເອີ້ນອັບຣາມມາ ແລະສອບຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາແບບນີ້? ເປັນຫຍັງຈຶ່ງບໍ່ບອກເຮົາວ່າ ນາງເປັນເມຍຂອງເຈົ້າ?
19
ເປັນຫຍັງຈຶ່ງເວົ້າວ່າ ນາງເປັນນ້ອງສາວຂອງເຈົ້າ? ແລະປ່ອຍໃຫ້ເຮົາເອົານາງມາໄວ້ເປັນເມຍ. ນີ້ເມຍຂອງເຈົ້າ ຈົ່ງເອົານາງຄືນໄປແລະໜີໄປສາ.”
20
ແລ້ວກະສັດເອຢິບກໍສັ່ງຂ້າຣາຊການໃຫ້ພາອັບຣາມກັບເມຍຂອງລາວ ແລະເອົາສິ່ງຂອງທີ່ລາວມີຢູ່ ແລະໃຫ້ອອກໜີໄປຈາກປະເທດເອຢິບ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50