bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 34
Genesis 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 35 →
1
ວັນໜຶ່ງ ນາງດີນາລູກສາວຂອງຢາໂຄບແລະນາງເລອາ ໄດ້ໄປຢ້ຽມຢາມຍິງຊາວການາອານບາງຄົນ.
2
ເມື່ອຊີເຄມ ລູກຊາຍຂອງຮາໂມຊາວຮີວີ ທີ່ເປັນຜູ້ປົກຄອງໃນຂົງເຂດນີ້ ເຫັນດີນາ; ລາວຈຶ່ງຈັບເອົານາງໄປຂົ່ມຂືນ.
3
ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວຈຶ່ງຫລົງຮັກນາງ ແລະພະຍາຍາມໃຫ້ນາງຮັກຕົນຄືນ.
4
ຊາຍຄົນນີ້ຈຶ່ງເວົ້າກັບພໍ່ຂອງຕົນວ່າ, “ຈົ່ງໄປຂໍຍິງຜູ້ນີ້ໃຫ້ລູກເອົາມາເປັນເມຍແດ່.”
5
ຢາໂຄບຮູ້ວ່າ, ລູກສາວຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ, ແຕ່ເພິ່ນບໍ່ກ້າເຮັດຫຍັງລົງໄປເທື່ອ ຈົນກວ່າພວກລູກຊາຍຂອງເພິ່ນ ທີ່ໄດ້ອອກໄປລ້ຽງສັດທີ່ທົ່ງນານັ້ນກັບມາທຸກຄົນກ່ອນ.
6
ຮາໂມພໍ່ຂອງຊີເຄມໄດ້ມາປຶກສາກັບຢາໂຄບ
7
ແລະເປັນເວລາພໍດີກັບທີ່ພວກລູກຊາຍຂອງຢາໂຄບພາກັນກັບມາແຕ່ທົ່ງນາ. ເມື່ອຮູ້ວ່ານາງດີນາຖືກຂົ່ມຂືນ. ພວກເຂົາຈຶ່ງຄຽດແຄ້ນ ແລະທຸກໃຈຫລາຍທີ່ຊີເຄມໄດ້ເຮັດເຊັ່ນນັ້ນ ອັນເປັນການໝິ່ນປະໝາດຄົນອິດສະຣາເອນ ໂດຍໄດ້ຂົ່ມຂືນລູກສາວຂອງຢາໂຄບ.
8
ຮາໂມເວົ້າຕໍ່ພວກເຂົາວ່າ, “ຊີເຄມລູກຊາຍຂອງຂ້ອຍຫລົງຮັກລູກສາວຂອງເຈົ້າ ຂໍໃຫ້ພວກເຂົາໄດ້ແຕ່ງງານກັນສາ
9
ໃຫ້ພວກເຮົາມາຕົກລົງກັນວ່າ ຄົນຂອງຂ້ອຍ ແລະຄົນຂອງເຈົ້າແຕ່ງງານກັນໄດ້.
10
ແລ້ວພວກເຈົ້າກໍສາມາດຢູ່ໃນດິນແດນຂອງພວກເຮົານີ້ນຳກັນ; ພວກເຈົ້າຈະຢູ່ບ່ອນໃດກໍໄດ້ ຈະຄ້າຂາຍແລະມີທີ່ດິນເປັນຂອງຕົນເອງໄດ້ຕາມໃຈມັກ.”
11
ແລ້ວຊີເຄມກໍເວົ້າກັບພໍ່ແລະອ້າຍຂອງດີນາວ່າ, “ກະລຸນາຍົກນາງໃຫ້ຂ້ອຍສາ ແລະຂ້ອຍຈະໃຫ້ທຸກສິ່ງຕາມທີ່ພວກເຈົ້າຕ້ອງການ.
12
ພວກເຈົ້າຕ້ອງການສິ່ງໃດໃຫ້ບອກມາ ຈະຄິດຄ່າດອງສູງເທົ່າໃດ ຕາມທີ່ພວກເຈົ້າຕ້ອງການກໍໄດ້; ຂ້ອຍຈະໃຫ້ທຸກສິ່ງທີ່ພວກເຈົ້າຂໍມາ. ຂໍພຽງແຕ່ໃຫ້ຂ້ອຍໄດ້ນາງມາເປັນເມຍກໍພໍ.”
13
ພວກລູກຊາຍຂອງຢາໂຄບຈຶ່ງຕອບຊີເຄມແລະຮາໂມໃນທຳນອງຫລອກລວງ ເພາະຊີເຄມໄດ້ເຮັດໃຫ້ນ້ອງສາວຂອງພວກເຂົາຖືກອັບອາຍ.
14
ພວກເຂົາເວົ້າວ່າ, “ພວກເຮົາບໍ່ຍອມໃຫ້ນາງດີນາແຕ່ງງານກັບຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ເພາະເປັນການເສຍກຽດສັກສີສຳລັບພວກເຮົາ.
15
ມີເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຈະລົງລອຍກັນໄດ້ຄື: ພວກເຈົ້າຕ້ອງເປັນຄືພວກເຮົາ. ຜູ້ຊາຍຂອງພວກເຈົ້າທຸກຄົນຕ້ອງຮັບພິທີຕັດ.
16
ແລ້ວພວກເຮົາກໍຈະຍອມໃຫ້ແຕ່ງງານກັນໄດ້. ພວກເຮົາຈະຢູ່ຮ່ວມກັນແລະເປັນປະຊາຊົນຊາດດຽວກັນ.
17
ແຕ່ຖ້າພວກເຈົ້າບໍ່ຍິນຍອມຮັບເອົາຂໍ້ສະເໜີຂອງພວກເຮົາແລ້ວ ພວກເຮົາກໍຈະໄປເອົານາງດີນາກັບຄືນມາ ແລະພາກັນອອກໜີຈາກດິນແດນນີ້ໄປ.”
18
ຮາໂມແລະລູກຊາຍເຫັນວ່າເງື່ອນໄຂນັ້ນເປັນທີ່ພໍໃຈແລ້ວ
19
ດັ່ງນັ້ນ ຊີເຄມຈຶ່ງຮັບເອົາໂລດໂດຍບໍ່ໃຫ້ເສຍເວລາ ຍ້ອນວ່າລາວຮັກດີນາລູກສາວຂອງຢາໂຄບຫລາຍ. ຊີເຄມເປັນຄົນສຳຄັນທີ່ສຸດໃນຄອບຄົວ.
20
ແລ້ວຮາໂມກັບລູກຊາຍຂອງຕົນກໍໄປບ່ອນປະຊຸມທີ່ປະຕູເມືອງ ແລະເວົ້າກັບຊາວເມືອງວ່າ,
21
“ຄົນພວກນີ້ເປັນມິດກັບພວກເຮົາ; ຈົ່ງໃຫ້ພວກເຂົາອາໄສຢູ່ໃນດິນແດນນີ້ ແລະສາມາດໄປມາຕາມໃຈມັກເທີ້ນ. ດິນແດນກໍຍັງມີກວ້າງຂວາງຢູ່ສຳລັບພວກເຂົາ. ຈົ່ງໃຫ້ລູກສາວຂອງພວກເຂົາແຕ່ງງານກັບລູກຊາຍຂອງພວກເຮົາ ແລະໃຫ້ລູກສາວຂອງພວກເຮົາແຕ່ງງານກັບລູກຊາຍຂອງພວກເຂົາ.
22
ແຕ່ພວກເຂົາຈະຍິນຍອມຢູ່ນຳພວກເຮົາ ແລະເປັນປະຊາຊົນດຽວກັບພວກເຮົາໄດ້ນັ້ນ ກໍມີຢູ່ເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຕ້ອງເຮັດດັ່ງນີ້: ໃຫ້ຜູ້ຊາຍຂອງພວກເຮົາທຸກຄົນຮັບພິທີຕັດຄືພວກເຂົາ.
23
ຝູງສັດທັງຫລາຍພ້ອມດ້ວຍສິ່ງຂອງທັງໝົດຂອງພວກເຂົາ ຈະເປັນຂອງພວກເຮົາບໍ່ແມ່ນບໍ? ດັ່ງນັ້ນ ຈົ່ງຍອມຮັບເອົາເງື່ອນໄຂຂອງພວກເຂົາ ແລະໃຫ້ພວກເຂົາຢູ່ນຳກັນກັບພວກເຮົາເຖີດ.”
24
ປະຊາຊົນທຸກຄົນຕ່າງກໍເຫັນດີເຫັນພ້ອມນຳສິ່ງທີ່ຮາໂມກັບຊີເຄມໄດ້ສະເໜີມານັ້ນ; ສະນັ້ນ ຜູ້ຊາຍທຸກຄົນໃນເມືອງນີ້ຈຶ່ງພາກັນຮັບພິທີຕັດ.
25
ສາມວັນຕໍ່ມາ ໃນຂະນະທີ່ພວກຜູ້ຊາຍຊາວເມືອງຍັງເຈັບປວດຢູ່ ເພາະຮັບພິທີຕັດນັ້ນ; ລູກຊາຍສອງຄົນຂອງຢາໂຄບ ຄືຊີເມໂອນແລະເລວີຜູ້ເປັນອ້າຍຂອງນາງດີນາ ໄດ້ຖືດາບເຂົ້າໄປໃນເມືອງຢ່າງບໍ່ມີໃຜຄິດສົງໄສ ແລະສັງຫານພວກຜູ້ຊາຍທັງໝົດໃນເມືອງຖິ້ມ
26
ລວມທັງຮາໂມ ແລະຊີເຄມລູກຊາຍຂອງລາວດ້ວຍ. ແລ້ວພວກເຂົາກໍໄດ້ພານາງດີນາໜີອອກຈາກເຮືອນຂອງຊີເຄມ.
27
ຫລັງຈາກສັງຫານພວກຜູ້ຊາຍຢູ່ໃນເມືອງແລ້ວ ລູກຊາຍຄົນອື່ນໆຂອງຢາໂຄບກໍປຸ້ນສະດົມເມືອງ ເພື່ອແກ້ແຄ້ນໃຫ້ນາງດີນານ້ອງສາວຂອງພວກຕົນ ເພາະຖືກໝິ່ນປະໝາດ.
28
ພວກເຂົາຢຶດເອົາແກະ, ງົວ, ລໍ ແລະສິ່ງຂອງໃນເມືອງແລະໃນທົ່ງນາໄປໝົດ.
29
ພວກເຂົາຍັງຢຶດເອົາຂອງມີຄ່າທັງຈັບເອົາຜູ້ຍິງແລະເດັກນ້ອຍ ແລ້ວຂົນເອົາທຸກສິ່ງໃນເຮືອນໄປຈົນກ້ຽງ.
30
ຢາໂຄບຈຶ່ງເວົ້າກັບຊີເມໂອນແລະເລວີວ່າ, “ພວກເຈົ້າກໍ່ເລື່ອງເດືອດຮ້ອນມາໃຫ້ຂ້ອຍແລ້ວ; ບັດນີ້ ຊາວການາອານ, ຊາວເປຣີຊີ ແລະປະຊາຊົນທຸກຄົນໃນດິນແດນນີ້ຈະກຽດຊັງຂ້ອຍ. ຖ້າປະຊາຊົນເຫຼົ່ານີ້ພ້ອມໃຈກັນມາໂຈມຕີ ຄອບຄົວພວກເຮົາກໍຈະຖືກທຳລາຍຖິ້ມໝົດ ເພາະຄົນຂອງພວກເຮົາມີບໍ່ຫລາຍ.”
31
ແຕ່ພວກເຂົາຕອບວ່າ, “ພວກເຮົາບໍ່ອາດຍອມໃຫ້ພວກເຂົາ ເຮັດຕໍ່ນ້ອງສາວຂອງພວກເຮົາເໝືອນດັ່ງຍິງໂສເພນີດອກ.”
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50