bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 47
Genesis 47
Lao Bible 2012 (ພຣະຄຳພີສັກສິ)
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 48 →
1
ດັ່ງນັ້ນ ໂຢເຊັບຈຶ່ງພາອ້າຍຫ້າຄົນຂອງຕົນໄປພົບກະສັດ. ເພິ່ນບອກກະສັດວ່າ, “ພໍ່ແລະພວກອ້າຍນ້ອງຂອງຂ້ານ້ອຍໄດ້ມາແຕ່ການາອານແລ້ວ ພ້ອມກັບຝູງແກະແລະຝູງງົວ ຕະຫລອດທັງທຸກສິ່ງທີ່ພວກເຂົາມີຢູ່. ດຽວນີ້ພວກເຂົາເຈົ້າອາໄສຢູ່ເຂດໂກເຊັນ.”
2
ແລ້ວໂຢເຊັບກໍແນະນຳພວກອ້າຍຂອງຕົນຕໍ່ກະສັດ.
3
ກະສັດຖາມວ່າ, “ພວກເຈົ້າມີອາຊີບຫຍັງ?” ພວກເຂົາຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍມີອາຊີບເປັນຜູ້ລ້ຽງສັດ ຄືກັບບັນພະບຸລຸດຂອງພວກຂ້ານ້ອຍ.
4
ພວກຂ້ານ້ອຍມາຂໍອາໄສຢູ່ປະເທດນີ້ ເພາະໃນການາອານເກີດການອຶດຢາກຢ່າງຮ້າຍແຮງ ຈົນບໍ່ມີທົ່ງຫຍ້າສຳລັບລ້ຽງຝູງສັດ. ກະລຸນາໂຜດໃຫ້ພວກຂ້ານ້ອຍໄດ້ອາໄສຢູ່ໃນເຂດໂກເຊັນນັ້ນເຖີດ.”
5
ກະສັດກ່າວແກ່ໂຢເຊັບວ່າ, “ບັດນີ້ ພໍ່ແລະພວກອ້າຍນ້ອງຂອງເຈົ້າໄດ້ມາຮອດແລ້ວ
6
ດິນແດນຂອງປະເທດເອຢິບກໍເປັນຂອງພວກເຂົາຄືກັນ. ພວກເຂົາຕັ້ງຫຼັກແຫຼ່ງຢູ່ໃນເຂດໂກເຊັນໄດ້ ບ່ອນທີ່ມີດິນດີທີ່ສຸດໃນປະເທດນີ້. ນອກຈາກນີ້ ຖ້າເຈົ້າຮູ້ວ່າ ໃນພວກເຂົາຜູ້ໜຶ່ງຜູ້ໃດມີຄວາມສາມາດ ກໍໃຫ້ຮັບລ້ຽງຝູງສັດຂອງເຮົາດ້ວຍ.”
7
ແລ້ວໂຢເຊັບກໍໄດ້ພາຢາໂຄບພໍ່ຂອງຕົນເຂົ້າໄປພົບກະສັດ. ຢາໂຄບອວຍພອນກະສັດ
8
ແລະກະສັດໄດ້ຖາມຢາໂຄບວ່າ, “ເຈົ້າອາຍຸໄດ້ຈັກປີແລ້ວ?”
9
ຢາໂຄບຕອບວ່າ, “ຊີວິດທີ່ທ່ອງທ່ຽວໄປມາຂອງຂ້ານ້ອຍ ມີຢູ່ 130 ປີ. ເປັນເວລາສັ້ນແລະລຳບາກ ບໍ່ຄືຊີວິດທີ່ທ່ອງທ່ຽວໄປມາຂອງບັນພະບຸລຸດຂອງຂ້ານ້ອຍ.”
10
ຢາໂຄບອວຍພອນກະສັດແລະອຳລາກັບໄປ.
11
ໂຢເຊັບໄດ້ຈັດທີ່ດິນໃຫ້ພໍ່ກັບພວກອ້າຍຂອງຕົນຢູ່ໃນປະເທດເອຢິບ ໂດຍເລືອກເອົາດິນຕອນດີທີ່ສຸດຢູ່ໃກ້ກັບເມືອງຣາມາເຊັດ ໃຫ້ເປັນສົມບັດຂອງພວກເຂົາຕາມທີ່ກະສັດໄດ້ສັ່ງ.
12
ໂຢເຊັບໄດ້ຈັດຫາສະບຽງອາຫານໃຫ້ພໍ່, ບັນດາອ້າຍນ້ອງ ແລະຄອບຄົວຂອງພວກເຂົາທຸກໆຄົນ ຕະຫລອດທັງພວກເດັກນ້ອຍທີ່ໄດ້ຕິດຕາມມານຳນັ້ນ.
13
ການອຶດຢາກຄັ້ງນີ້ຮ້າຍແຮງທີ່ສຸດ ຈົນວ່າຢູ່ໃນປະເທດອື່ນໆບໍ່ມີອາຫານກິນ ແລະປະຊາຊົນເອຢິບກັບຊາວການາອານກໍອ່ອນເພຍຍ້ອນການອຶດຢາກ.
14
ໂຢເຊັບທ້ອນໂຮມເອົາເງິນທັງໝົດທີ່ໄດ້ມາຈາກການຂາຍເຂົ້າ ນຳໄປຖອກທີ່ຄັງຂອງຣາຊວັງ.
15
ເມື່ອຊາວເອຢິບແລະຊາວການາອານຈ່າຍເງິນໝົດແລ້ວ ຊາວເອຢິບຈຶ່ງຫຸ້ມກັນມາຫາໂຢເຊັບ ແລະເວົ້າວ່າ, “ຂໍອາຫານໃຫ້ພວກຂ້ານ້ອຍກິນແດ່ທ້ອນ ຢ່າປະໃຫ້ພວກຂ້ານ້ອຍຕ້ອງຫິວຕາຍເລີຍ. ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະເງິນຂອງພວກຂ້ານ້ອຍກໍໄດ້ຈ່າຍໄປຈົນໝົດແລ້ວ.”
16
ໂຢເຊັບຈຶ່ງຕອບວ່າ, “ຖ້າພວກເຈົ້າໝົດເງິນແທ້ ໃຫ້ນຳສັດມາແລກປ່ຽນເອົາເຂົ້າ.”
17
ດັ່ງນັ້ນ ພວກເຂົາຈຶ່ງເອົາສັດຂອງຕົນມາໃຫ້ໂຢເຊັບ ແລະເພິ່ນກໍເອົາອາຫານແລກປ່ຽນເອົາສັດ ເປັນຕົ້ນ: ມ້າ, ແກະ, ແບ້, ງົວ ແລະລໍ. ໃນປີນັ້ນ ເພິ່ນໄດ້ຈ່າຍອາຫານໃຫ້ແກ່ປະຊາຊົນ ໂດຍວິທີແລກປ່ຽນກັບສັດຕ່າງໆຂອງພວກເຂົາ.
18
ປີຕໍ່ມາ ພວກເຂົາກໍພາກັນມາຫາໂຢເຊັບອີກ ແລະເວົ້າວ່າ, “ທ່ານເອີຍ ພວກຂ້ານ້ອຍຂໍເວົ້າຄວາມຈິງສູ່ທ່ານຟັງ ໂດຍບໍ່ໄດ້ປິດບັງຫຍັງເລີຍຄື: ເງິນຂອງພວກຂ້ານ້ອຍກໍໝົດແລ້ວ ແລະສັດຂອງພວກຂ້ານ້ອຍກໍເປັນຂອງທ່ານແລ້ວ. ດຽວນີ້ ພວກຂ້ານ້ອຍບໍ່ເຫຼືອຫຍັງພໍເອົາມາໃຫ້ທ່ານແລກປ່ຽນ ນອກຈາກພວກຂ້ານ້ອຍເອງກັບທີ່ດິນເທົ່ານັ້ນ.
19
ຢ່າປ່ອຍໃຫ້ພວກຂ້ານ້ອຍຕ້ອງອຶດຕາຍເທາະ. ກະລຸນາຫາທາງຊ່ວຍພວກຂ້ານ້ອຍແດ່ທ້ອນ ຢ່າປ່ອຍໃຫ້ທີ່ດິນຂອງພວກຂ້ານ້ອຍຫວ່າງເປົ່າລ້າໆເລີຍ. ຂໍທ່ານຈົ່ງຊື້ທີ່ດິນຂອງພວກຂ້ານ້ອຍເພື່ອແລກເອົາອາຫານ. ພວກຂ້ານ້ອຍຍິນດີຍອມເປັນຄົນຮັບໃຊ້ຂອງກະສັດ ແລະທີ່ດິນຂອງພວກຂ້ານ້ອຍກໍໃຫ້ເປັນຂອງເພິ່ນດ້ວຍ. ຈົ່ງເອົາເຂົ້າໃຫ້ພວກຂ້ານ້ອຍເພື່ອພວກຂ້ານ້ອຍຈະບໍ່ອຶດຕາຍ ແລະເອົາເຂົ້າປູກໃຫ້ພວກຂ້ານ້ອຍເພື່ອທີ່ດິນຈະບໍ່ຖືກປະປ່ອຍໃຫ້ວ່າງເປົ່າລ້າໆ.”
20
ໂຢເຊັບໄດ້ຊື້ເອົາທີ່ດິນທັງໝົດໃນປະເທດເອຢິບໃຫ້ກະສັດ. ຊາວເອຢິບທຸກຄົນຈຳເປັນຕ້ອງຂາຍທີ່ດິນຂອງຕົນ ຍ້ອນວ່າການອຶດຢາກເທື່ອນີ້ຮ້າຍແຮງທີ່ສຸດ ແລະທີ່ດິນທັງໝົດໃນປະເທດເອຢິບກໍກາຍເປັນຂອງກະສັດ.
21
ໂຢເຊັບໄດ້ນຳພາຊາວເອຢິບມາເປັນຄົນຮັບໃຊ້ ແລະເຂດແດນຈາກສົ້ນສຸດຂອງປະເທດເບື້ອງນີ້ຈຸເບື້ອງອື່ນ.
22
ຍັງແຕ່ທີ່ດິນຂອງພວກປະໂຣຫິດເທົ່ານັ້ນທີ່ເພິ່ນບໍ່ໄດ້ຊື້ເອົາ. ພວກປະໂຣຫິດບໍ່ໄດ້ຂາຍທີ່ດິນຂອງພວກຕົນ ເພາະກະສັດໃຫ້ເງິນອຸດໜູນແກ່ພວກເຂົາ.
23
ໂຢເຊັບກ່າວແກ່ປະຊາຊົນວ່າ, “ພວກເຈົ້າເຫັນແລ້ວວ່າ ມື້ນີ້ຂ້ອຍໄດ້ຊື້ເອົາພວກເຈົ້າ ພ້ອມທີ່ດິນຂອງພວກເຈົ້າມາເປັນຂອງກະສັດ. ອັນນີ້ແມ່ນເຂົ້າປູກເພື່ອໃຫ້ພວກເຈົ້າເອົາໄປຫວ່ານໃນນາ.
24
ເມື່ອຮອດລະດູເກັບກ່ຽວ ພວກເຈົ້າຕ້ອງເອົາຜົນລະປູກໜຶ່ງສ່ວນຫ້າໃຫ້ກະສັດ. ສ່ວນທີ່ເຫຼືອນັ້ນ ໃຫ້ເປັນຂອງພວກເຈົ້າເພື່ອເປັນເຂົ້າປູກ ແລະສຳລັບກິນໃນຄອບຄົວ.”
25
ພວກເຂົາຕອບວ່າ, “ທ່ານໄດ້ເຮັດດີຕໍ່ພວກຂ້ານ້ອຍໂດຍຊ່ວຍເອົາຊີວິດຂອງພວກຂ້ານ້ອຍໄວ້. ພວກຂ້ານ້ອຍຍິນດີເປັນຄົນຮັບໃຊ້ຂອງກະສັດ.”
26
ດັ່ງນັ້ນ ໂຢເຊັບຈຶ່ງໄດ້ແຕ່ງກົດໝາຍປົກຄອງທີ່ດິນໄວ້ໃນປະເທດເອຢິບຄື: ຜົນລະປູກໜຶ່ງສ່ວນຫ້າເປັນຂອງກະສັດ. ກົດໝາຍນີ້ຍັງໃຊ້ກັນຈົນເຖິງທຸກວັນນີ້. ມີແຕ່ທີ່ດິນຂອງພວກປະໂຣຫິດເທົ່ານັ້ນທີ່ບໍ່ເປັນຂອງກະສັດ.
27
ຊາວອິດສະຣາເອນທີ່ອາໄສໃນປະເທດເອຢິບຢູ່ໃນເຂດໂກເຊັນ ໄດ້ຮັ່ງມີເປັນດີຂຶ້ນພ້ອມທັງມີລູກຫລານຢ່າງຫລວງຫລາຍ.
28
ຢາໂຄບອາໄສຢູ່ໃນປະເທດເອຢິບສິບເຈັດປີ ຈົນເພິ່ນມີອາຍຸໜຶ່ງຮ້ອຍສີ່ສິບເຈັດປີ.
29
ເມື່ອຢາໂຄບຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ ເພິ່ນຈຶ່ງເອີ້ນເອົາໂຢເຊັບລູກຊາຍຂອງຕົນມາ ແລະເວົ້າວ່າ, “ຈົ່ງວາງມືໃສ່ວ່າງຂາຂອງພໍ່ ແລະສາບານຢ່າງໜັກແໜ້ນວ່າ ເຈົ້າຈະບໍ່ຝັງພໍ່ໄວ້ໃນປະເທດເອຢິບນີ້.
30
ພໍ່ຕ້ອງການໃຫ້ລູກຝັງສົບຂອງພໍ່ໄວ້ຢູ່ໃນບ່ອນຝັງສົບຂອງປູ່ຍ່າຕາຍາຍຂອງພວກເຮົາ; ຈົ່ງເອົາຊາກສົບຂອງພໍ່ອອກໜີຈາກປະເທດເອຢິບ ແລະຝັງໄວ້ຢູ່ໃນຖໍ້າຂອງບັນພະບຸລຸດຂອງພວກເຮົາ.” ໂຢເຊັບຕອບວ່າ, “ລູກຈະເຮັດຕາມທີ່ພໍ່ຕ້ອງການ.”
31
ຢາໂຄບເວົ້າວ່າ, “ຈົ່ງສາບານຕໍ່ພໍ່ວ່າລູກຈະເຮັດດັ່ງນັ້ນ.” ໂຢເຊັບໄດ້ສາບານ. ແລ້ວຢາໂຄບກໍໂມທະນາຂອບພຣະຄຸນ ໂດຍກົ້ມຂາບລົງເທິງທີ່ຫົວຕຽງນອນຂອງຕົນ.
← Chapter 46
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 48 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50