bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 38
Genesis 38
Lao Bible 2012 (ພຣະຄຳພີສັກສິ)
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 39 →
1
ໃນເວລານັ້ນ ຢູດາໄດ້ໜີຈາກພວກອ້າຍນ້ອງຂອງຕົນ ແລະໄປອາໄສຢູ່ນຳຊາຍຄົນໜຶ່ງຊື່ວ່າ ຮີຣາ. ຮີຣາເປັນຄົນມາຈາກເມືອງອາດຸນລຳ.
2
ຢູ່ໃນທີ່ນັ້ນ ຢູດາໄດ້ພົບກັບລູກສາວຂອງຊູອາຊາວການາອານ. ລາວຈຶ່ງແຕ່ງງານກັບນາງ
3
ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ເອຣະ.
4
ນາງຖືພາອີກ ແລະເກີດລູກຊາຍອີກຜູ້ໜຶ່ງໃຫ້ລາວຊື່ວ່າ ໂອນານ.
5
ນາງໄດ້ລູກຊາຍອີກເປັນຄົນທີສາມແລະໃສ່ຊື່ໃຫ້ວ່າ ເຊລາ. ເວລາລູກຊາຍຜູ້ນີ້ເກີດມາ ຢູດາອາໄສຢູ່ທີ່ເມືອງອັກຊິບ.
6
ເມື່ອເອຣະໃຫຍ່ແລ້ວ ພໍ່ໄດ້ແຕ່ງເມຍໃຫ້ລາວຊື່ວ່າ ຕາມາ.
7
ເອຣະປະພຶດຊົ່ວ ແລະພຣະເຈົ້າຢາເວບໍ່ພໍໃຈນຳລາວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ລາວຕາຍ.
8
ເມື່ອເປັນເຊັ່ນນີ້ຢູດາກໍເວົ້າຕໍ່ໂອນານວ່າ, “ຈົ່ງເອົາເມຍຂອງອ້າຍເຈົ້າສາ ເພື່ອສືບທອດຕະກຸນໄວ້, ແຕ່ໃຫ້ຖືນາງເປັນເອື້ອຍໃພ້ຢູ່.”
9
ແຕ່ໂອນານຮູ້ວ່າ ເດັກນ້ອຍທີ່ຈະເກີດມານັ້ນບໍ່ແມ່ນລູກຂອງຕົນ. ດັ່ງນັ້ນ ເມື່ອລາວນອນກັບເມຍຂອງອ້າຍເທື່ອໃດ ລາວກໍເຮັດໃຫ້ນໍ້າກາມຕົກເຮ່ຍເທື່ອນັ້ນ ເພື່ອວ່າລາວຈະບໍ່ໄດ້ມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ.
10
ສິ່ງທີ່ລາວກະທຳນັ້ນ ບໍ່ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະອົງເຮັດໃຫ້ລາວຕາຍຄືກັນ.
11
ແລ້ວຢູດາກໍເວົ້າຕໍ່ຕາມາລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອບ້ານພໍ່ຂອງເຈົ້າສາ ແລະຢູ່ເປັນຍິງໝ້າຍຄອຍຖ້າໃຫ້ເຊລາລູກຊາຍຂອງຂ້ອຍໃຫຍ່.” ເພິ່ນເວົ້າເຊັ່ນນີ້ຍ້ອນເພິ່ນຢ້ານວ່າ ເຊລາອາດຈະຖືກຂ້າຄືກັນກັບອ້າຍຂອງລາວ. ສະນັ້ນ ຕາມາຈຶ່ງກັບຄືນເມືອຢູ່ບ້ານນຳພໍ່ຂອງຕົນ.
12
ຢູ່ມາອີກດົນນານ ເມຍຂອງຢູດາກໍຕາຍໄປ. ເມື່ອຢູດາໝົດກຳນົດໄວ້ທຸກແລ້ວ ເພິ່ນກັບຮີຣາຊາວອາດຸນລຳໝູ່ຂອງເພິ່ນ ກໍໄປຕັດຂົນແກະຂອງຕົນທີ່ເມືອງຕິມນາ.
13
ມີຄົນມາບອກຕາມາວ່າ, “ພໍ່ປູ່ຂອງເຈົ້າກຳລັງໄປຕັດຂົນແກະທີ່ເມືອງຕິມນາ.”
14
ສະນັ້ນ ນາງຈຶ່ງປ່ຽນເຄື່ອງໄວ້ທຸກແລະເອົາຜ້າອັດໜ້າໄວ້ ແລ້ວໄປນັ່ງຢູ່ທາງເຂົ້າຂອງບ້ານເອນາອີມທີ່ຈະໄປເມືອງຕິມນາ ຍ້ອນນາງຮູ້ວ່າເຊລາກໍໃຫຍ່ແລ້ວ, ແຕ່ນາງບໍ່ທັນໄດ້ແຕ່ງງານກັບລາວເທື່ອ.
15
ເມື່ອຢູດາເຫັນນາງ ເພິ່ນກໍຄິດວ່ານາງເປັນໂສເພນີ ຍ້ອນວ່ານາງໄດ້ເອົາຜ້າອັດໜ້າໄວ້.
16
ເພິ່ນຈຶ່ງເຂົ້າໄປຫານາງທີ່ແຄມທາງ ແລະຖາມວ່າ, “ນ້ອງສາວໄປນອນກັບອ້າຍບໍ່?” (ເພິ່ນບໍ່ຮູ້ວ່ານາງເປັນລູກໃພ້ຂອງຕົນເອງ.) ນາງຖາມຄືນວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງ?”
17
ເພິ່ນຕອບວ່າ, “ອ້າຍຈະເອົາລູກແບ້ຈາກຝູງໂຕໜຶ່ງສົ່ງມາໃຫ້ນ້ອງ.” ນາງຕອບວ່າ, “ຕົກລົງ ແຕ່ອ້າຍຈະຕ້ອງມອບຂອງມັດຈຳໃຫ້ນ້ອງ ຈົນກວ່າອ້າຍຈະສົ່ງລູກແບ້ມາໃຫ້.”
18
ເພິ່ນຖາມນາງວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງເປັນຂອງມັດຈຳ?” ນາງຕອບວ່າ, “ກາທີ່ມີເຊືອກຫ້ອຍ ແລະໄມ້ຄ້ອນເທົ້າທີ່ອ້າຍກຳລັງຖືຢູ່ນັ້ນເດ.” ເພິ່ນເອົາຂອງເຫຼົ່ານັ້ນໃຫ້ນາງ. ແລ້ວທັງສອງກໍໄປນອນນຳກັນແລະນາງກໍຕັ້ງທ້ອງ.
19
ຕາມາລຸກຂຶ້ນໜີເມືອເຮືອນຂອງຕົນ; ນາງເອົາຜ້າອັດໜ້າອອກແລະນຸ່ງເຄື່ອງໄວ້ທຸກຕາມເຄີຍ.
20
ຕໍ່ມາ ຢູດາໄດ້ສົ່ງຮີຣາເພື່ອນຊາວອາດຸນລຳຂອງຕົນນຳລູກແບ້ໄປໃຫ້ຍິງນັ້ນ ເພື່ອປ່ຽນເອົາຂອງທີ່ຕົນໄດ້ມັດຈຳໄວ້ ແຕ່ລາວໄປຫານາງບໍ່ພົບ.
21
ລາວໄດ້ຖາມຊາວເອນາອີມບາງຄົນຢູ່ໃນທີ່ນັ້ນວ່າ, “ໂສເພນີຜູ້ທີ່ນັ່ງຢູ່ແຄມທາງນີ້ໄປຢູ່ໃສແລ້ວ?” ພວກເຂົາຕອບວ່າ, “ຢູ່ທີ່ນີ້ບໍ່ເຄີຍມີໂສເພນີ.”
22
ສະນັ້ນ ລາວຈຶ່ງກັບຄືນເມືອຫາຢູດາ ແລະເວົ້າຕໍ່ລາວວ່າ, “ຂ້ອຍບໍ່ພົບນາງ. ຄົນໃນເຂດນັ້ນເວົ້າວ່າໃນທີ່ນັ້ນບໍ່ເຄີຍມີໂສເພນີ.”
23
ຢູດາເວົ້າວ່າ, “ຊ່າງເທາະ ປະຂອງເຫຼົ່ານັ້ນໄວ້ໃຫ້ນາງສາ. ພວກເຮົາບໍ່ຢາກໃຫ້ຄົນຫົວເລາະເຍາະເຍີ້ຍ. ຂ້ອຍພະຍາຍາມເອົາຂອງໄປໃຫ້ນາງ ແຕ່ເຈົ້າກໍບໍ່ພົບນາງ.”
24
ຢູ່ຕໍ່ມາ ປະມານສາມເດືອນມີຄົນມາບອກຢູດາວ່າ, “ດຽວນີ້ຕາມາລູກໃພ້ຂອງເຈົ້າຖືກເຂົາຫລິ້ນມານສາແລ້ວ.” ຢູດາຈຶ່ງສັ່ງວ່າ, “ເອົານາງອອກມາແລະເຜົາໃຫ້ຕາຍທັງເປັນ.”
25
ເມື່ອເຂົາເອົານາງອອກມາຂ້າງນອກ ນາງຈຶ່ງສົ່ງຄົນໄປບອກກັບພໍ່ປູ່ວ່າ, “ຂ້ອຍຖືພານຳຄົນທີ່ມີຂອງເຫຼົ່ານີ້. ຈົ່ງເບິ່ງກາທີ່ມີເຊືອກຫ້ອຍກັບໄມ້ເທົ້ານີ້ດູ ວ່າເປັນຂອງໃຜ?”
26
ຢູດາຈື່ຂອງເຫຼົ່ານັ້ນໄດ້ ແລະເວົ້າວ່າ, “ນາງເຮັດຖືກຕ້ອງແລ້ວ. ຂ້ອຍບໍ່ໄດ້ເຮັດຕາມຄຳຕົກລົງທີ່ມີຕໍ່ນາງ. ຂ້ອຍຄວນຈະໃຫ້ນາງແຕ່ງງານກັບເຊລາລູກຊາຍຂອງຂ້ອຍ.” ແຕ່ນັ້ນມາ ຢູດາກໍບໍ່ໄດ້ນອນນຳນາງອີກຈັກເທື່ອ.
27
ຢູ່ມາ ເມື່ອເຖິງກຳນົດຄອດລູກ ກໍຮູ້ວ່າລູກໃນທ້ອງນັ້ນເປັນຝາແຝດ.
28
ເມື່ອນາງຕາມາເບັ່ງລູກອອກ ລູກຜູ້ໜຶ່ງເອົາມືອອກມາ; ນາງຜະດຸງຄັນຈຶ່ງຈັບມືໄວ້ ແລະເອົາດ້າຍສີແດງມັດມືແລະເວົ້າວ່າ, “ຜູ້ນີ້ອອກກ່ອນ.”
29
ແຕ່ເດັກນ້ອຍຫົດມືເຂົ້າຄືນ ແລະນ້ອງຂອງລາວຈຶ່ງເກີດກ່ອນ. ແລ້ວນາງຜະດຸງຄັນກໍເວົ້າວ່າ, “ອ້າວ! ຊ່າງແຫກອອກມາໄດ້.” ສະນັ້ນ ເດັກນ້ອຍຜູ້ນີ້ຈຶ່ງມີຊື່ວ່າ ເປເຣັດ.
30
ແລ້ວອ້າຍຂອງລາວກໍອອກມາ ໂດຍມີດ້າຍສີແດງມັດທີ່ມືຂອງລາວ ເພິ່ນຈຶ່ງໃສ່ຊື່ໃຫ້ລາວວ່າ ເຊຣາ.
← Chapter 37
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 39 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50